ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 45 ໜ້າ 110-ໜ້າ 111 ຂໍ້ 2
  • ອິດສະຣາເອນ​ຖືກ​ແບ່ງ​ແຍກ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ອິດສະຣາເອນ​ຖືກ​ແບ່ງ​ແຍກ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ລາຊະອານາຈັກຖືກແບ່ງແຍກ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ລາວ​ເກືອບ​ຈະ​ໄດ້​ເປັນ​ທີ່​ຮັກ​ຂອງ​ພະເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ໃຈຄວາມສຳຄັນຂອງປຶ້ມ 1 ກະສັດ
    ຄຳພີໄບເບິນສະບັບແປໂລກໃໝ່
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 45 ໜ້າ 110-ໜ້າ 111 ຂໍ້ 2
ອາຮີຢາ​ຈີກ​ເສື້ອ​ຂອງ​ໂຕເອງ​ອອກ​ເປັນ 12 ຕ່ອນ​ຕໍ່​ໜ້າ​ເຢໂຣໂບອາມ

ບົດ​ທີ 45

ອິດສະຣາເອນ​ຖືກ​ແບ່ງ​ແຍກ

ໃນ​ໄລຍະ​ທີ່​ໂຊໂລໂມນ​ນະມັດສະການ​ພະ​ເຢໂຫວາ ແຜ່ນດິນ​ອິດສະຣາເອນ​ກໍ​ມີ​ແຕ່​ຄວາມ​ສະຫງົບສຸກ. ແຕ່​ເມື່ອ​ໂຊໂລໂມນ​ແຕ່ງດອງ​ກັບ​ຜູ້​ຍິງ​ຕ່າງ​ຊາດ​ຫຼາຍ​ຄົນ​ທີ່​ຂາບ​ໄຫວ້​ຮູບ​ບູຊາ ລາວ​ກໍ​ຄ່ອຍໆ​ປ່ຽນ​ໄປ​ແລະ​ເລີ່ມ​ຂາບ​ໄຫວ້​ຮູບ​ບູຊາ​ຄື​ກັນ​ກັບ​ເຂົາເຈົ້າ. ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ໂຊໂລໂມນ​ຫຼາຍ​ແລະ​ບອກ​ລາວ​ວ່າ: ‘ເຮົາ​ຈະ​ຍຶດ​ແຜ່ນດິນ​ອິດສະຣາເອນ​ໄປ​ຈາກ​ຄອບຄົວ​ຂອງ​ເຈົ້າ​ແລະ​ແບ່ງ​ອອກ​ເປັນ 2 ສ່ວນ. ເຮົາ​ຈະ​ເອົາ​ແຜ່ນດິນ​ສ່ວນ​ໃຫຍ່​ໃຫ້​ຜູ້​ໜຶ່ງ​ທີ່​ເປັນ​ຄົນ​ຮັບໃຊ້​ຂອງ​ເຈົ້າ ແລະ​ຈະ​ໃຫ້​ຄອບຄົວ​ຂອງ​ເຈົ້າ​ປົກຄອງ​ແຕ່​ສ່ວນ​ນ້ອຍໆ​ເທົ່າ​ນັ້ນ.’

ພະ​ເຢໂຫວາ​ບອກ​ເລື່ອງ​ນີ້​ໃຫ້​ຄົນ​ຮັບໃຊ້​ຂອງ​ໂຊໂລໂມນ​ທີ່​ຊື່​ເຢໂຣໂບອາມ​ຮູ້​ນຳ. ຕອນ​ທີ່​ເຢໂຣໂບອາມ​ກຳລັງ​ຍ່າງ​ຢູ່​ຫົນທາງ ລາວ​ໄດ້​ເຈິ​ກັບ​ຜູ້​ພະຍາກອນ​ອາຮີຢາ. ອາຮີຢາ​ຈີກ​ເສື້ອ​ຂອງ​ໂຕເອງ​ອອກ​ເປັນ 12 ຕ່ອນ ແລ້ວ​ບອກ​ເຢໂຣໂບອາມ​ວ່າ: ‘ພະ​ເຢໂຫວາ​ຈະ​ຍຶດ​ເອົາ​ແຜ່ນດິນ​ອິດສະຣາເອນ​ຈາກ​ຄອບຄົວ​ຂອງ​ໂຊໂລໂມນ ແລະ​ຈະ​ແບ່ງ​ອອກ​ເປັນ 2 ສ່ວນ. ໃຫ້​ເຈົ້າ​ເອົາ​ເສື້ອ​ນີ້​ໄປ 10 ຕ່ອນ ຍ້ອນ​ເຈົ້າ​ຈະ​ໄດ້​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ 10 ຕະກູນ.’ ເມື່ອ​ກະສັດ​ໂຊໂລໂມນ​ຮູ້​ເລື່ອງ​ນີ້ ລາວ​ກໍ​ພະຍາຍາມ​ຂ້າ​ເຢໂຣໂບອາມ! ແຕ່​ເຢໂຣໂບອາມ​ໄດ້​ໜີ​ໄປ​ຢູ່​ເອຢິບ. ຕໍ່​ມາ ໂຊໂລໂມນ​ກໍ​ຕາຍ​ແລະ​ເຣໂຮໂບອາມ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ. ເມື່ອ​ເຢໂຣໂບອາມ​ເຫັນ​ວ່າ​ປອດໄພ​ແລ້ວ ລາວ​ກໍ​ກັບ​ມາ​ອິດສະຣາເອນ.

ຄົນ​ອິດສະຣາເອນ​ຈຳນວນ​ຫຼາຍ​ເອົາ​ເຄື່ອງ​ບູຊາ​ໃຫ້​ຮູບ​ງົວ​ນ້ອຍ​ຄຳ​ທີ່​ເຢໂຣໂບອາມ​ສ້າງ​ຂຶ້ນ

ພວກ​ຜູ້​ເຖົ້າ​ຄົນ​ອິດສະຣາເອນ​ບອກ​ເຣໂຮໂບອາມ​ວ່າ: ‘ຖ້າ​ທ່ານ​ເຮັດ​ດີ​ກັບ​ປະຊາຊົນ ເຂົາເຈົ້າ​ຈະ​ພັກດີ​ຕໍ່​ທ່ານ.’ ແຕ່​ພວກ​ຄົນ​ໜຸ່ມ​ທີ່​ເປັນ​ໝູ່​ຂອງ​ເຣໂຮໂບອາມ​ພັດ​ບອກ​ວ່າ: ‘ຢ່າ​ຊູ​ໄປ​ອີ່ຕົນ​ປະຊາຊົນ! ທ່ານ​ຕ້ອງ​ໃຫ້​ເຂົາເຈົ້າ​ເຮັດ​ວຽກ​ໜັກ​ຂຶ້ນ​ອີກ!’ ເຣໂຮໂບອາມ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໝູ່​ບອກ. ລາວ​ເຮັດ​ກັບ​ປະຊາຊົນ​ແບບ​ໂຫດ​ຮ້າຍ ປະຊາຊົນ​ຈຶ່ງ​ກະບົດ​ຕໍ່​ລາວ​ແລະ​ຕັ້ງ​ເຢໂຣໂບອາມ​ເປັນ​ກະສັດ​ປົກຄອງ 10 ຕະກູນ ເຊິ່ງ​ຖືກ​ເອີ້ນ​ວ່າ​ອານາຈັກ​ອິດສະຣາເອນ. ສ່ວນ​ອີກ 2 ຕະກູນ​ທີ່​ຖືກ​ເອີ້ນ​ວ່າ​ອານາຈັກ​ຢູດາ​ຍັງ​ພັກດີ​ຕໍ່​ເຣໂຮໂບອາມ. ຕັ້ງແຕ່​ນັ້ນ​ມາ ອິດສະຣາເອນ 12 ຕະກູນ​ກໍ​ຖືກ​ແບ່ງ​ແຍກ.

ເຢໂຣໂບອາມ​ບໍ່​ຢາກ​ໃຫ້​ປະຊາຊົນ​ໄປ​ນະມັດສະການ​ພະ​ເຢໂຫວາ​ຢູ່​ວິຫານ​ໃນ​ເມືອງ​ເຢຣູຊາເລັມ ເຊິ່ງ​ເປັນ​ບ່ອນ​ທີ່​ເຣໂຮໂບອາມ​ປົກຄອງ​ຢູ່. ເຈົ້າ​ຮູ້​ບໍ​ວ່າ​ຍ້ອນຫຍັງ? ຍ້ອນ​ເຢໂຣໂບອາມ​ຢ້ານ​ວ່າ​ປະຊາຊົນ​ຈະ​ຖິ້ມ​ລາວ​ແລະ​ກັບ​ໄປ​ຫາ​ເຣໂຮໂບອາມ. ລາວ​ເລີຍ​ສ້າງ​ຮູບ​ງົວ​ນ້ອຍ​ຄຳ 2 ໂຕ ແລ້ວ​ບອກ​ປະຊາຊົນ​ວ່າ: ‘ເຢຣູຊາເລັມ​ຢູ່​ໄກ​ໂພດ ພວກ​ເຈົ້າ​ນະມັດສະການ​ພະເຈົ້າ​ຢູ່​ນີ້​ກໍ​ໄດ້.’ ປະຊາຊົນ​ກໍ​ເລີ່ມ​ນະມັດສະການ​ຮູບ​ງົວ​ນ້ອຍ​ຄຳ​ແລະ​ຖິ້ມ​ພະ​ເຢໂຫວາ​ອີກ​ເທື່ອ​ໜຶ່ງ.

“ຢ່າ​ມີ​ສ່ວນ​ຮ່ວມ​ຫຍັງ​ກັບ​ຄົນ​ທີ່​ບໍ່​ເຊື່ອ ຍ້ອນ​ຄວາມ​ດີ​ຈະ​ມີ​ສ່ວນ​ຮ່ວມ​ກັບ​ຄວາມ​ຊົ່ວ​ໄດ້​ແນວ​ໃດ? . . . ຄົນ​ທີ່​ເຊື່ອ​ຈະ​ມີ​ຫຍັງ​ຄື​ກັບ​ຄົນ​ທີ່​ບໍ່​ເຊື່ອ​ບໍ?”—2 ໂກຣິນໂທ 6:14, 15

ຄຳ​ຖາມ: ເປັນ​ຫຍັງ​ອິດສະຣາເອນ​ຈຶ່ງ​ຖືກ​ແບ່ງ​ແຍກ? ກະສັດ​ເຣໂຮໂບອາມ​ແລະ​ກະສັດ​ເຢໂຣໂບອາມ​ເຮັດ​ຊົ່ວ​ຫຍັງ?

1 ກະສັດ 11:1-13, 26-43; 12:1-33

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌