ບົດທີ 52
ກອງທັບໄຟຂອງພະເຢໂຫວາ
ເບັນຮາດັດກະສັດຂອງຊີເຣຍມັກໂຈມຕີອິດສະຣາເອນເລື້ອຍໆ. ແຕ່ຜູ້ພະຍາກອນເອລີຊາໄດ້ເຕືອນກະສັດຂອງອິດສະຣາເອນທຸກເທື່ອ ລາວເລີຍລອດມາໄດ້ທຸກເທື່ອ. ເບັນຮາດັດຈຶ່ງຕັດສິນໃຈວາງແຜນລັກພາໂຕເອລີຊາ. ເມື່ອຮູ້ວ່າເອລີຊາຢູ່ເມືອງໂດທານ ລາວກໍສົ່ງກອງທັບຊີເຣຍໄປຈັບເອລີຊາ.
ທະຫານຊີເຣຍມາຮອດເມືອງໂດທານຕອນກາງຄືນ. ເມື່ອຮອດຕອນເຊົ້າ ຕອນທີ່ຄົນຮັບໃຊ້ຂອງເອລີຊາອອກໄປນອກເຮືອນກໍເຫັນວ່າມີທະຫານກອງທັບໃຫຍ່ລ້ອມເມືອງຢູ່. ລາວຮູ້ສຶກຢ້ານຫຼາຍແລະຮ້ອງວ່າ: ‘ທ່ານເອລີຊາ ເຮົາຊິເຮັດແນວໃດ?’ ເອລີຊາບອກລາວວ່າ: “ຝ່າຍພວກເຮົາມີຫຼາຍກວ່າເຂົາເຈົ້າ.” ແລ້ວພະເຢໂຫວາກໍເຮັດໃຫ້ຄົນຮັບໃຊ້ຂອງເອລີຊາເຫັນກອງທັບມ້າກັບລົດຮົບທີ່ເປັນຄືກັບແປວໄຟຢູ່ເທິງພູອ້ອມເມືອງຫຼາຍແທ້ຫຼາຍວ່າ.
ຕອນທີ່ພວກທະຫານຊີເຣຍພະຍາຍາມຈະຈັບເອລີຊາ ລາວກໍອະທິດຖານວ່າ: ‘ພະເຢໂຫວາເອີ້ຍ ຂໍພະອົງເຮັດໃຫ້ພວກນີ້ຕາບອດ.’ ພວກທະຫານບໍ່ໄດ້ຕາບອດແທ້ໆ ແຕ່ພະເຢໂຫວາເຮັດໃຫ້ເຂົາເຈົ້າບໍ່ຮູ້ວ່າໂຕເອງຢູ່ໃສ. ເອລີຊາບອກເຂົາເຈົ້າວ່າ: ‘ພວກເຈົ້າມາຜິດເມືອງແລ້ວ. ນຳຂ້ອຍມາ ຂ້ອຍຈະພາພວກເຈົ້າໄປຫາຜູ້ທີ່ພວກເຈົ້າກຳລັງຊອກຫາ.’ ເຂົາເຈົ້າກໍນຳເອລີຊາໄປຈົນຮອດເມືອງຊາມາເຣຍທີ່ກະສັດອິດສະຣາເອນຢູ່.
ເມື່ອພວກທະຫານຊີເຣຍຮູ້ໂຕວ່າໂຕເອງຢູ່ໃນເມືອງຊາມາເຣຍກໍໜີບໍ່ທັນແລ້ວ. ກະສັດອິດສະຣາເອນຖາມເອລີຊາວ່າ: ‘ໃຫ້ຂ້ອຍຂ້າພວກນີ້ເລີຍບໍ?’ ເອລີຊາໄດ້ໃຊ້ໂອກາດນີ້ແກ້ແຄ້ນຄົນທີ່ພະຍາຍາມທຳຮ້າຍລາວບໍ? ບໍ່. ລາວບອກວ່າ: ‘ບໍ່ຕ້ອງຂ້າເຂົາເຈົ້າ. ເອົາເຂົ້າເອົານ້ຳມາໃຫ້ເຂົາເຈົ້າກິນ ແລ້ວສົ່ງເຂົາເຈົ້າກັບເມືອ.’ ກະສັດຈຶ່ງຈັດງານລ້ຽງໃຫ້ພວກທະຫານຊີເຣຍ ແລ້ວກໍສົ່ງເຂົາເຈົ້າກັບເມືອເຮືອນ.
“ພວກເຮົາໝັ້ນໃຈໃນພະເຈົ້າວ່າ ຖ້າພວກເຮົາຂໍສິ່ງໃດກໍຕາມທີ່ສອດຄ່ອງກັບຄວາມຕ້ອງການຂອງເພິ່ນ ເພິ່ນຈະຟັງພວກເຮົາ.”—1 ໂຢຮັນ 5:14