ບົດທີ 60
ການປົກຄອງທີ່ຈະຢູ່ຕະຫຼອດໄປ
ມີຄືນໜຶ່ງກະສັດເນບູກາດເນັດຊາຝັນແປກໆ ຄວາມຝັນນັ້ນເຮັດໃຫ້ລາວວຸ່ນວາຍໃຈຫຼາຍຈົນນອນບໍ່ຫຼັບ. ລາວຈຶ່ງເອີ້ນພວກໝໍມໍໃຫ້ມາຫາແລະເວົ້າກັບເຂົາເຈົ້າວ່າ: ‘ບອກມາວ່າຂ້ອຍຝັນຫຍັງ.’ ເຂົາເຈົ້າຕອບວ່າ: ‘ຂໍກະສັດເລົ່າໃຫ້ພວກເຮົາຟັງວ່າທ່ານຝັນຫຍັງ.’ ແຕ່ກະສັດເນບູກາດເນັດຊາບອກເຂົາເຈົ້າວ່າ: ‘ບໍ່! ພວກເຈົ້າຕ້ອງບອກຂ້ອຍວ່າຂ້ອຍຝັນຫຍັງ. ຄັນບໍ່ຊັ້ນ ຂ້ອຍຈະຂ້າພວກເຈົ້າ.’ ເຂົາເຈົ້າຕອບກະສັດອີກເທື່ອໜຶ່ງວ່າ: ‘ຂໍກະສັດເລົ່າໃຫ້ພວກເຮົາຟັງວ່າທ່ານຝັນຫຍັງ ແລ້ວພວກເຮົາຈະແປຄວາມໝາຍໃຫ້ທ່ານ.’ ກະສັດເວົ້າວ່າ: ‘ພວກເຈົ້າທຸກຄົນພະຍາຍາມຕົວະຂ້ອຍ. ບອກມາວ່າຂ້ອຍຝັນຫຍັງ!’ ເຂົາເຈົ້າຕອບກະສັດວ່າ: ‘ບໍ່ມີໃຜໃນໂລກນີ້ເຮັດຕາມທີ່ກະສັດສັ່ງໄດ້ ສິ່ງທີ່ກະສັດບອກໃຫ້ເຮັດມັນຍາກໂພດ.’
ເນບູກາດເນັດຊາໃຈຮ້າຍແຮງ ລາວຈຶ່ງສັ່ງຂ້າພວກທີ່ປຶກສາທຸກຄົນໃນບາບີໂລນ ລວມທັງດານີເອນ ຊາດຣາກ ເມຊາກ ແລະອາເບດເນໂກ. ດານີເອນຈຶ່ງຂໍເວລານຳກະສັດ. ແລ້ວລາວກັບໝູ່ກໍອະທິດຖານຂໍໃຫ້ພະເຢໂຫວາຊ່ວຍ. ພະເຢໂຫວາຈະຊ່ວຍເຂົາເຈົ້າແນວໃດ?
ພະເຢໂຫວາໃຫ້ດານີເອນຮູ້ຄວາມຝັນຂອງເນບູກາດເນັດຊາຜ່ານທາງນິມິດແລະໃຫ້ລາວຮູ້ຄວາມໝາຍຂອງຄວາມຝັນນຳ. ມື້ຕໍ່ມາ ດານີເອນໄປຫາຄົນຮັບໃຊ້ຂອງກະສັດແລະເວົ້າວ່າ: ‘ຢ່າຂ້າພວກທີ່ປຶກສາເລີຍ ຂ້ອຍບອກໄດ້ວ່າກະສັດຝັນຫຍັງ.’ ຄົນຮັບໃຊ້ຈຶ່ງພາດານີເອນໄປຫາເນບູກາດເນັດຊາ. ດານີເອນບອກກະສັດວ່າ: ‘ພະເຈົ້າໄດ້ບອກໃຫ້ທ່ານຮູ້ກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ທ່ານຝັນເຫັນຮູບປັ້ນບັກໃຫຍ່ໆ ຫົວຂອງຮູບປັ້ນເປັນຄຳ ເອິກກັບແຂນເປັນເງິນ ທ້ອງກັບກົກຂາເປັນທອງແດງ ຂາເປັນເຫຼັກ ແລະຕີນເປັນເຫຼັກປົນກັບດິນດາກ. ຈາກນັ້ນ ກໍມີຫີນກ້ອນໜຶ່ງຖືກງັດອອກຈາກພູແລະໄປຕຳຕີນຂອງຮູບປັ້ນ ເຮັດໃຫ້ຮູບປັ້ນແຕກຈົນມຸ່ນອຸ້ຍປຸ້ຍແລະລົມກໍພັດມັນປິວໄປຈົນບໍ່ເຫຼືອຫຍັງ. ແລ້ວຫີນກ້ອນນັ້ນໄດ້ກາຍມາເປັນພູໜ່ວຍໜຶ່ງທີ່ໃຫຍ່ຈົນເຕັມໂລກ.’
ດານີເອນເວົ້າຕໍ່ວ່າ: ‘ຄວາມໝາຍຂອງຄວາມຝັນທ່ານແມ່ນ: ສ່ວນຫົວທີ່ເປັນຄຳໝາຍເຖິງອານາຈັກຂອງທ່ານ. ສ່ວນທີ່ເປັນເງິນໝາຍເຖິງອານາຈັກໜຶ່ງທີ່ຈະຂຶ້ນມາຕໍ່ຈາກທ່ານ. ສ່ວນທີ່ເປັນທອງແດງໝາຍເຖິງອານາຈັກຕໍ່ໄປເຊິ່ງຈະປົກຄອງທົ່ວໂລກ. ຕໍ່ມາຈະມີອານາຈັກທີ່ແຂງຄືກັບເຫຼັກ ແລະອານາຈັກສຸດທ້າຍຈະເປັນອານາຈັກທີ່ຖືກແບ່ງແຍກ ບາງສ່ວນຈະແຂງຄືກັບເຫຼັກແລະບາງສ່ວນຈະອ່ອນແອຄືກັບດິນດາກ. ສ່ວນກ້ອນຫີນທີ່ກາຍເປັນພູໝາຍເຖິງການປົກຄອງຂອງພະເຈົ້າທີ່ຈະທຳລາຍອານາຈັກເຫຼົ່ານີ້ທັງໝົດແລະຈະຢູ່ຕະຫຼອດໄປ.’
ກະສັດເນບູກາດເນັດຊາໝູບໜ້າລົງພື້ນຕໍ່ໜ້າດານີເອນ ລາວເວົ້າວ່າ: ‘ພະເຈົ້າຂອງເຈົ້າໄດ້ເປີດເຜີຍຄວາມຝັນນີ້ກັບເຈົ້າ ບໍ່ມີພະເຈົ້າອົງໃດຄືກັບເພິ່ນ.’ ຈາກທີ່ຊິຂ້າດານີເອນ ກະສັດໄດ້ແຕ່ງຕັ້ງລາວໃຫ້ເປັນຫົວໜ້າພວກທີ່ປຶກສາທຸກຄົນແລະໃຫ້ລາວປົກຄອງທົ່ວແຂວງບາບີໂລນ. ເຈົ້າເຫັນບໍວ່າພະເຢໂຫວາຕອບຄຳອະທິດຖານຂອງດານີເອນແນວໃດ?
“ແລ້ວຄຳເວົ້າເຫຼົ່ານັ້ນກໍເຮັດໃຫ້ກະສັດຢູ່ທົ່ວໂລກມາລວມກັນຢູ່ບ່ອນທີ່ມີຊື່ໃນພາສາເຮັບເຣີວ່າອາມາເຄໂດນ.”—ພະນິມິດ 16:16