ບົດທີ 86
ພະເຢຊູປຸກລາຊະໂຣໃຫ້ຟື້ນຄືນຈາກຕາຍ
ພະເຢຊູມີໝູ່ສະໜິດ 3 ຄົນທີ່ຢູ່ບ້ານເບັດທານີຊື່ວ່າລາຊະໂຣ ມາຣິອາ ແລະມາທາ ເຂົາເຈົ້າເປັນເອື້ອຍນ້ອງກັນ. ມີມື້ໜຶ່ງຕອນທີ່ພະເຢຊູຢູ່ທາງຟາກຕາເວັນອອກຂອງແມ່ນ້ຳຈໍແດນ ມາຣິອາກັບມາທາໄດ້ສົ່ງຂ່າວດ່ວນມາບອກເພິ່ນວ່າ: ‘ລາຊະໂຣບໍ່ສະບາຍແຮງ. ຂໍໃຫ້ທ່ານຟ້າວມາໄວໆ!’ ແຕ່ພະເຢຊູບໍ່ໄດ້ໄປທັນທີ. ເພິ່ນຖ້າໃຫ້ຮອດອີກ 2 ມື້ແລ້ວຈຶ່ງບອກພວກລູກສິດວ່າ: ‘ໄປ໋ ພວກເຮົາໄປເບັດທານີ. ລາຊະໂຣກຳລັງນອນຫຼັບຢູ່ ຂ້ອຍຈະໄປປຸກລາວ.’ ພວກອັກຄະສາວົກເວົ້າກັບເພິ່ນວ່າ: ‘ຖ້າລາຊະໂລນອນຫຼັບຢູ່ ລາວກໍຈະດີຂຶ້ນເອງດອກ.’ ພະເຢຊູຈຶ່ງບອກເຂົາເຈົ້າກົງໆວ່າ: “ລາຊະໂຣຕາຍແລ້ວ.”
ເມື່ອພະເຢຊູມາຮອດບ້ານເບັດທານີ ລາຊະໂຣກໍຢູ່ໃນບ່ອນຝັງສົບ 4 ມື້ແລ້ວ. ມີຫຼາຍຄົນມາປອບໃຈມາທາກັບມາຣິອາ. ຕອນທີ່ມາທາໄດ້ຍິນວ່າພະເຢຊູມາຮອດແລ້ວ ລາວກໍຟ້າວໄປຫາພະເຢຊູແລະເວົ້າວ່າ: “ນາຍເອີ້ຍ ຖ້າທ່ານຢູ່ນີ້ ລາວຄືຊິບໍ່ຕາຍ.” ພະເຢຊູບອກມາທາວ່າ: ‘ລາຊະໂຣຈະຄືນມາມີຊີວິດອີກ ເຈົ້າເຊື່ອເລື່ອງນີ້ບໍ?’ ມາທາບອກເພິ່ນວ່າ: “ຂ້ອຍເຊື່ອວ່າລາວຈະຖືກປຸກໃຫ້ຟື້ນຄືນມາຈາກຕາຍ.” ພະເຢຊູບອກລາວວ່າ: “ຂ້ອຍແມ່ນຜູ້ທີ່ປຸກຄົນຕາຍໃຫ້ຟື້ນແລະໃຫ້ເຂົາເຈົ້າມີຊີວິດ.”
ຈາກນັ້ນ ມາທາກໍໄປບອກມາຣິອາວ່າ: ‘ພະເຢຊູມາແລ້ວ.’ ມາຣິອາຟ້າວໄປຫາພະເຢຊູແລະມີຫຼາຍຄົນນຳລາວໄປ. ມາຣິອາໝູບລົງຢູ່ຕີນພະເຢຊູແລະຮ້ອງໄຫ້ບໍ່ຢຸດບໍ່ເຊົາ ລາວເວົ້າວ່າ: ‘ນາຍເອີ້ຍ ຖ້າທ່ານຢູ່ນີ້ ລາຊະໂຣຄືຊິບໍ່ຕາຍ!’ ເມື່ອພະເຢຊູເຫັນມາຣິອາເຈັບປວດເສຍໃຈຫຼາຍ ເພິ່ນກໍເລີ່ມຮ້ອງໄຫ້ຄືກັນ. ເມື່ອປະຊາຊົນເຫັນພະເຢຊູໄຫ້ກໍພາກັນເວົ້າວ່າ: “ເບິ່ງແມ້ ລາວຮັກລາຊະໂຣຫຼາຍແທ້ໆ!” ແຕ່ບາງຄົນເວົ້າວ່າ: ‘ເປັນຫຍັງລາວຄືບໍ່ຊ່ວຍໝູ່ຂອງລາວ?’ ພະເຢຊູຈະເຮັດຫຍັງຕໍ່ໄປ?
ພະເຢຊູໄປບ່ອນຝັງສົບທີ່ມີຫີນໃຫຍ່ອັດທາງເຂົ້າຢູ່ ເພິ່ນສັ່ງວ່າ: “ກິ້ງຫີນອອກ.” ມາທາບອກວ່າ: ‘ແຕ່ລາວຕາຍໄດ້ 4 ມື້ແລ້ວ! ປານນີ້ສົບຄືຊິເໝັນແລ້ວ.’ ແຕ່ເຂົາເຈົ້າກໍກິ້ງຫີນອອກ ແລະພະເຢຊູໄດ້ອະທິດຖານວ່າ: ‘ພໍ່ເອີ້ຍ ລູກຂອບໃຈພໍ່ທີ່ຟັງຄຳຂໍຮ້ອງຂອງລູກ. ລູກຮູ້ຢູ່ແລ້ວວ່າພໍ່ຟັງລູກສະເໝີ. ແຕ່ລູກຂໍເທື່ອນີ້ກໍເພື່ອໃຫ້ທຸກຄົນທີ່ຢືນຢູ່ນີ້ເຊື່ອວ່າພໍ່ໃຊ້ລູກມາ.’ ຈາກນັ້ນ ເພິ່ນກໍເອີ້ນສຽງດັງໆວ່າ: “ລາຊະໂຣເອີ້ຍ ອອກມາ!” ແລ້ວສິ່ງທີ່ເປັນຕາງຶດກໍເກີດຂຶ້ນ ລາຊະໂຣຍ່າງອອກມາຈາກບ່ອນຝັງສົບທັງໆທີ່ຍັງມີຜ້າພັນຢູ່. ພະເຢຊູບອກເຂົາເຈົ້າວ່າ: “ເອົາຜ້າທີ່ພັນຢູ່ນັ້ນອອກໃຫ້ລາວແດ່ ລາວຈຶ່ງຊິຍ່າງໄດ້.”
ຫຼາຍຄົນທີ່ເຫັນລາຊະໂຣຟື້ນຄືນຈາກຕາຍກໍເຊື່ອໃນພະເຢຊູ. ແຕ່ມີບາງຄົນໄປເລົ່າເລື່ອງນີ້ໃຫ້ພວກຟາຣີຊາຍຟັງ. ຕັ້ງແຕ່ນັ້ນມາ ພວກຟາຣີຊາຍກໍຫາທາງຂ້າພະເຢຊູກັບລາຊະໂຣ. ອັກຄະສາວົກຄົນໜຶ່ງທີ່ຊື່ຢູດາອິສະກາຣີອົດລັກໄປຫາພວກຟາຣີຊາຍແລະຖາມວ່າ: ‘ຖ້າຂ້ອຍຊ່ວຍພວກເຈົ້າຈັບພະເຢຊູໄດ້ ພວກເຈົ້າຈະໃຫ້ເງິນຂ້ອຍເທົ່າໃດ?’ ພວກຟາຣີຊາຍຕົກລົງກັນວ່າຈະໃຫ້ຫຼຽນເງິນ 30 ຫຼຽນກັບລາວ. ຈາກນັ້ນ ຢູດາກໍເລີ່ມຊອກຫາໂອກາດທີ່ຈະບອກພວກຟາຣີຊາຍໃຫ້ມາຈັບພະເຢຊູ.
“ພະເຈົ້າທ່ຽງແທ້ເປັນພະເຈົ້າທີ່ຊ່ວຍພວກເຮົາໃຫ້ລອດ. ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດເປັນຜູ້ຊ່ວຍພວກເຮົາໃຫ້ລອດຈາກຄວາມຕາຍ.”—ເພງສັນລະເສີນ 68:20