ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 102 ໜ້າ 236-ໜ້າ 237 ຂໍ້ 2
  • ເລື່ອງ​ທີ່​ພະເຈົ້າ​ເປີດເຜີຍ​ກັບ​ໂຢຮັນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເລື່ອງ​ທີ່​ພະເຈົ້າ​ເປີດເຜີຍ​ກັບ​ໂຢຮັນ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
    ຄຳພີໄບເບິນສອນແນວໃດແທ້ໆ?
  • ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ອຸທິຍານ​ໄດ້​ກັບ​ຄືນ​ມາ​ແລ້ວ!
    ຄຳພີໄບເບິນ—ບອກເລື່ອງຫຍັງ?
  • “ຈົ່ງ​ເບິ່ງ ຍັງ​ມີ​ຝູງ​ຄົນ​ເປັນ​ອັນ​ມາກ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 102 ໜ້າ 236-ໜ້າ 237 ຂໍ້ 2
ອັກຄະສາວົກ​ໂຢຮັນ​ຂຽນ​ປຶ້ມ​ພະ​ນິມິດ

ບົດ​ທີ 102

ເລື່ອງ​ທີ່​ພະເຈົ້າ​ເປີດເຜີຍ​ກັບ​ໂຢຮັນ

ຕອນ​ທີ່​ອັກຄະສາວົກ​ໂຢຮັນ​ເປັນ​ນັກໂທດ​ຢູ່​ເກາະ​ປັດໂມ ພະ​ເຢຊູ​ໃຫ້​ລາວ​ເຫັນ​ນິມິດ​ຫຼື​ພາບ​ເຫດການ 16 ເລື່ອງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ນິມິດ​ທັງໝົດ​ນີ້​ເຮັດ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຊື່​ຂອງ​ເພິ່ນ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ ເພິ່ນ​ຈະ​ມາ​ປົກຄອງ ແລະ​ເພິ່ນ​ຈະ​ເຮັດ​ໃຫ້​ທຸກ​ຢ່າງ​ໃນ​ໂລກ​ແລະ​ໃນ​ສະຫວັນ​ເປັນ​ໄປ​ຕາມ​ທີ່​ເພິ່ນ​ຕ້ອງການ​ໃຫ້​ເປັນ.

ໃນ​ນິມິດ​ໜຶ່ງ ໂຢຮັນ​ເຫັນ​ພະ​ເຢໂຫວາ​ນັ່ງ​ຢູ່​ເທິງ​ບັນລັງ​ທີ່​ສະຫງ່າ​ງາມ. ຢູ່​ອ້ອມ​ບັນລັງ​ນັ້ນ​ມີ​ຜູ້​ປົກຄອງ 24 ຄົນ​ໃສ່​ເສື້ອ​ຄຸມ​ສີ​ຂາວ​ແລະ​ໃສ່​ມົງກຸດ​ຄຳ. ມີ​ຟ້າ​ແມບ​ແລະ​ສຽງ​ຟ້າ​ຮ້ອງ​ອອກ​ມາ​ຈາກ​ບັນລັງ​ຂອງ​ພະເຈົ້າ. ຜູ້​ປົກຄອງ 24 ຄົນ​ໝູບ​ລົງ​ນະມັດສະການ​ພະ​ເຢໂຫວາ. ໃນ​ອີກ​ນິມິດ​ໜຶ່ງ ໂຢຮັນ​ເຫັນ​ຄົນ​ກຸ່ມ​ໃຫຍ່​ຈາກ​ທຸກ​ປະເທດ ທຸກ​ຊົນຊາດ ແລະ​ທຸກ​ພາສາ​ມາ​ນະມັດສະການ​ພະ​ເຢໂຫວາ. ແກະ​ນ້ອຍ​ຂອງ​ພະເຈົ້າ​ເຊິ່ງ​ກໍ​ຄື​ພະ​ເຢຊູ ເພິ່ນ​ຈະ​ເບິ່ງແຍງ​ເຂົາເຈົ້າ​ແລະ​ຈະ​ພາ​ເຂົາເຈົ້າ​ໄປ​ບ່ອນ​ທີ່​ມີ​ນ້ຳ​ພຸ​ຕ່າງໆ​ທີ່​ໃຫ້​ຊີວິດ. ຫຼັງ​ຈາກ​ນັ້ນ ໂຢຮັນ​ກໍ​ເຫັນ​ອີກ​ນິມິດ​ໜຶ່ງ​ທີ່​ພະ​ເຢຊູ​ເລີ່ມ​ປົກຄອງ​ເປັນ​ກະສັດ​ໃນ​ສະຫວັນ​ພ້ອມ​ກັບ​ຜູ້​ປົກຄອງ 24 ຄົນ ແລະ​ນິມິດ​ຕໍ່​ມາ ໂຢຮັນ​ເຫັນ​ພະ​ເຢຊູ​ຕໍ່ສູ້​ກັບ​ພະຍານາກ​ເຊິ່ງ​ກໍ​ຄື​ຊາຕານ​ແລະ​ຕໍ່ສູ້​ກັບ​ປີສາດ​ພັກ​ພວກ​ຂອງ​ມັນ ແລ້ວ​ພະ​ເຢຊູ​ກໍ​ຖິ້ມ​ຊາຕານ​ກັບ​ພັກ​ພວກ​ຂອງ​ມັນ​ອອກ​ຈາກ​ສະຫວັນ​ລົງ​ມາ​ເທິງ​ໂລກ.

ພະ​ເຢຊູ​ກັບ 144.000 ຄົນ​ຢູ່​ເທິງ​ພູ​ຊີໂອນ

ຫຼັງ​ຈາກ​ນັ້ນ ໂຢຮັນ​ໄດ້​ເຫັນ​ພາບ​ທີ່​ໜ້າ​ປະທັບໃຈ ລາວ​ເຫັນ​ແກະ​ນ້ອຍ​ຂອງ​ພະເຈົ້າ​ຢືນ​ຢູ່​ເທິງ​ພູ​ຊີໂອນ​ພ້ອມ​ກັບ​ຄົນ 144.000 ຄົນ ແລະ​ເຫັນ​ທູດສະຫວັນ​ອົງ​ໜຶ່ງ​ບິນ​ໄປ​ທົ່ວ​ໂລກ​ເພື່ອ​ປະກາດ​ໃຫ້​ຄົນ​ຢ້ານຢຳ​ພະເຈົ້າ​ແລະ​ຍ້ອງຍໍ​ສັນລະເສີນ​ເພິ່ນ.

ນິມິດ​ຕໍ່​ໄປ ໂຢຮັນ​ເຫັນ​ການ​ສູ້ຮົບ​ກັນ​ໃນ​ສົງຄາມ​ອາມາເຄໂດນ. ພະ​ເຢຊູ​ກັບ​ກອງທັບ​ຂອງ​ເພິ່ນ​ເອົາ​ຊະນະ​ຊາຕານ​ແລະ​ທຳລາຍ​ລະບົບ​ຊົ່ວ​ຂອງ​ມັນ. ໃນ​ນິມິດ​ສຸດທ້າຍ ໂຢຮັນ​ເຫັນ​ສະຫວັນ​ແລະ​ໂລກ​ມີ​ສັນຕິສຸກ​ແທ້ໆ. ຊາຕານ​ກັບ​ຜູ້​ທີ່​ຕິດຕາມ​ມັນ​ຖືກ​ທຳລາຍ​ຕະຫຼອດ​ໄປ. ສິ່ງ​ທີ່​ມີ​ຊິ​ວິດ​ໃນ​ສະຫວັນ​ແລະ​ມະນຸດ​ທຸກ​ຄົນ​ໃນ​ໂລກ​ຍົກຍ້ອງ​ແລະ​ນັບຖື​ຊື່​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ​ແລະ​ນະມັດສະການ​ເພິ່ນ​ອົງ​ດຽວ.

“ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ຜູ້​ຍິງ​ເປັນ​ສັດຕູ​ກັນ ແລະ​ເຊື້ອສາຍ​ຂອງ​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ຜູ້​ຍິງ​ຈະ​ເປັນ​ສັດຕູ​ກັນ. ເຊື້ອສາຍ​ຂອງ​ຜູ້​ຍິງ​ຈະ​ຢຽບ​ຫົວ​ຂອງ​ເຈົ້າ​ຈົນ​ມຸ່ນ ແລະ​ເຈົ້າ​ຈະ​ເຮັດ​ໃຫ້​ສົ້ນ​ຕີນ​ຂອງ​ເຊື້ອສາຍ​ຂອງ​ຜູ້​ຍິງ​ບວມ​ຊ້ຳ.”—ປະຖົມມະການ 3:15

ຄຳ​ຖາມ: ໂຢຮັນ​ເຫັນ​ນິມິດ​ຈັກ​ເລື່ອງ? ພະ​ເຢຊູ​ຈະ​ເຮັດ​ຫຍັງ​ໃນ​ສົງຄາມ​ອາມາເຄໂດນ?

ພະ​ນິມິດ 1:1-3; 4:1-11; 7:4, 9-17; 11:15-18; 12:5-12; 14:6, 7; 16:14, 16; 21:5

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌