ຈົດໝາຍຈາກຄະນະກຳມະການປົກຄອງ
ພີ່ນ້ອງທີ່ຮັກ
ໃນຖານະຜູ້ນະມັດສະການພະເຢໂຫວາ ເຮົາທຸກຄົນຮັກຄຳພີໄບເບິນຄຳສອນຂອງເພິ່ນ. ເຮົາເຊື່ອວ່າຄຳພີໄບເບິນມີຂໍ້ມູນທາງປະຫວັດສາດທີ່ຖືກຕ້ອງ ມີຄຳແນະນຳດີໆທີ່ເອົາໄປໃຊ້ໃນຊີວິດໄດ້ ແລະເປັນຫຼັກຖານວ່າພະເຢໂຫວາຮັກມະນຸດທຸກຄົນ. (ເພງສັນລະເສີນ 119:105; ລູກາ 1:3; 1 ໂຢຮັນ 4:19) ເຮົາຢາກຊ່ວຍຄົນອື່ນແທ້ໆໃຫ້ຮຽນຮູ້ຄວາມຈິງທີ່ມີຄ່າໃນຄຳພີໄບເບິນ ເຮົາຈຶ່ງຈັດພິມປຶ້ມຫົວນີ້ທີ່ມີຊື່ວ່າ: “ເລື່ອງທີ່ເຮົາຮຽນຈາກຄຳພີໄບເບິນ.” ເຮົາຂໍເວົ້າກ່ຽວກັບປຶ້ມຫົວນີ້ໃຫ້ຟັງຈັກໜ້ອຍໜຶ່ງເດີ້.
ເຮົາຕັ້ງໃຈເຮັດປຶ້ມຫົວນີ້ເພື່ອເດັກນ້ອຍໂດຍສະເພາະ ແຕ່ຜູ້ໃຫຍ່ທີ່ຢາກຮູ້ເລື່ອງຄຳພີໄບເບິນຫຼາຍຂຶ້ນກໍສາມາດໄດ້ຮັບປະໂຫຍດຄືກັນ. ຄຳພີໄບເບິນເປັນປຶ້ມສຳລັບທຸກຄົນ ເຮົາຈຶ່ງໝັ້ນໃຈວ່າທຸກຄົນທີ່ຮຽນປຶ້ມຫົວນີ້ຈະມີຄວາມສຸກຫຼາຍແທ້ໆ.
ປຶ້ມຫົວນີ້ເລົ່າປະຫວັດຄວາມເປັນມາຂອງຄອບຄົວມະນຸດຕັ້ງແຕ່ຕອນທີ່ຖືກສ້າງຕາມທີ່ຂຽນໄວ້ໃນຄຳພີໄບເບິນ. ເຮົາພະຍາຍາມຫຼາຍແທ້ໆທີ່ຈະຖ່າຍທອດເລື່ອງໃນຄຳພີໄບເບິນໃຫ້ເຂົ້າໃຈງ່າຍແລະຈະແຈ້ງ ແລະເລົ່າເລື່ອງຕາມລຳດັບເວລາເທົ່າທີ່ຈະເຮັດໄດ້.
ປຶ້ມຫົວນີ້ບໍ່ໄດ້ຂຽນຂຶ້ນເພື່ອບອກເລື່ອງໃນອະດີດເທົ່ານັ້ນ. ແຕ່ເຮົາພະຍາຍາມຮຽບຮຽງເລື່ອງແລະເລືອກຮູບປະກອບຢ່າງດີ ເພື່ອຊ່ວຍໃຫ້ຜູ້ອ່ານເຂົ້າເຖິງອາລົມຄວາມຮູ້ສຶກຂອງຄົນໃນຄຳພີໄບເບິນຄືກັບວ່າຢູ່ໃນເຫດການນັ້ນແທ້ໆ.
ປຶ້ມຫົວນີ້ຈະຊ່ວຍໃຫ້ເຮົາເຫັນວ່າຄຳພີໄບເບິນເປັນປຶ້ມທີ່ມີເລື່ອງຂອງຫຼາຍຄົນ ທັງຄົນທີ່ເຊື່ອຟັງແລະບໍ່ເຊື່ອຟັງພະເຢໂຫວາ ແລະມີຫຼາຍເລື່ອງທີ່ເຮົາສາມາດຮຽນຈາກຕົວຢ່າງຂອງເຂົາເຈົ້າໄດ້. (ໂຣມ 15:4; 1 ໂກຣິນໂທ 10:6) ປຶ້ມຫົວນີ້ແບ່ງອອກເປັນ 14 ຕອນ. ແຕ່ລະຕອນເລີ່ມຕົ້ນດ້ວຍການສະຫຼຸບຈຸດສຳຄັນຂອງເລື່ອງທີ່ເຮົາຈະຮຽນ.
ຖ້າເຈົ້າເປັນພໍ່ແມ່ ເຈົ້າອາດຈະອ່ານກັບລູກເທື່ອລະບົດແລະລົມກັນກ່ຽວກັບຮູບພາບ. ຈາກນັ້ນກໍໃຫ້ອ່ານຂໍ້ຄຳພີທີ່ຢູ່ທ້າຍບົດແລະຊ່ວຍລູກໃຫ້ເຂົ້າໃຈວ່າຂໍ້ຄຳພີນັ້ນກ່ຽວຂ້ອງກັບເລື່ອງໃນບົດນັ້ນແນວໃດ. ເຈົ້າອາດໃຊ້ວິທີດຽວກັນນີ້ຊ່ວຍຜູ້ໃຫຍ່ໃຫ້ເຫັນພາບລວມຂອງເລື່ອງໃນຄຳພີໄບເບິນໄດ້ນຳ.
ເຮົາຫວັງວ່າປຶ້ມຫົວນີ້ຈະຊ່ວຍທຸກຄົນທີ່ຮັກຄວາມດີ ບໍ່ວ່າຈະເປັນເດັກນ້ອຍຫຼືຜູ້ໃຫຍ່ໃຫ້ໄດ້ຮຽນຮູ້ຄຳສອນຂອງພະເຈົ້າແລະເອົາມາໃຊ້ໃນຊີວິດ ເພື່ອທີ່ຈະເຂົ້າມາເປັນຄົນໃນຄອບຄົວຂອງພະເຢໂຫວາແລະນະມັດສະການເພິ່ນນຳກັນກັບເຮົາ.
ພີ່ນ້ອງຂອງເຈົ້າ
ຄະນະກຳມະການປົກຄອງຂອງພະຍານພະເຢໂຫວາ