ຄຳນຳຕອນທີ 9
ໃນຕອນທີ 9 ນີ້ ເຮົາຈະໄດ້ຮຽນກ່ຽວກັບເດັກນ້ອຍ ຜູ້ພະຍາກອນ ແລະກະສັດທີ່ມີຄວາມເຊື່ອໃນພະເຢໂຫວາແທ້ໆ ເຊັ່ນ: ເດັກນ້ອຍຜູ້ຍິງຄົນອິດສະຣາເອນຜູ້ໜຶ່ງທີ່ຢູ່ຊີເຣຍເຊື່ອວ່າຜູ້ພະຍາກອນຂອງພະເຢໂຫວາຈະປິ່ນປົວນາອາມານໄດ້. ຜູ້ພະຍາກອນເອລີຊາໝັ້ນໃຈຢ່າງເຕັມທີວ່າພະເຢໂຫວາຈະປົກປ້ອງລາວຈາກກອງທັບຂອງສັດຕູ. ປະໂລຫິດໃຫຍ່ເຢໂຮຢາດາສ່ຽງຊີວິດປົກປ້ອງເຢໂຮອາດທີ່ຍັງເປັນແອນ້ອຍຈາກອາທາລີຢາແມ່ຕູ້ຍ່າທີ່ຊົ່ວຮ້າຍຂອງລາວ. ກະສັດເຮເຊກີຢາໝັ້ນໃຈວ່າພະເຢໂຫວາຈະປົກປ້ອງເມືອງເຢຣູຊາເລັມແລະລາວກໍບໍ່ຍອມແພ້ເຖິງວ່າກະສັດອັດຊີເຣຍຈະຂູ່ລາວ. ກະສັດໂຢສີຢາກວາດລ້າງການນະມັດສະການຮູບບູຊາໃຫ້ໝົດຈາກແຜ່ນດິນ ຟື້ນຟູວິຫານຂອງພະເຈົ້າ ແລະພາປະຊາຊົນໃຫ້ກັບມານະມັດສະການແທ້ອີກເທື່ອໜຶ່ງ.