ເພງທີ 15
ສັນລະເສີນລູກຫົວປີຂອງພະເຢໂຫວາ!
1. ມາສັນເສີນລູກຫົວປີ ທີ່ພະເຈົ້າຕັ້ງເປັນກະສັດ
ປົກຄອງດ້ວຍຄວາມຍຸຕິທຳ ແລະນຳພອນມາກລົ້ນເຂົ້າມາ
ມີກຽດມີຄວາມສະຫງ່າງາມ ຮັກນາມຊື່ຂອງບິດາ
ພິສູດວ່າພະເຢໂຫວາ ເປັນຜູ້ສູງສຸດອົງດຽວ
(ທ່ອນຊ້ຳ)
ມາສັນເສີນລູກຫົວປີ
ເຊີດຊູຜູ້ທີ່ພະເຈົ້າເຈີມ
ທ່ານຮັບອຳນາດແລ້ວຕອນນີ້
ປົກຄອງທີ່ພູເຂົາຊີໂອນ
2. ມາສັນເສີນລູກຫົວປີ ຜູ້ທີ່ໄດ້ຕາຍແທນພວກເຮົາ
ທ່ານເອົາຊີວິດເປັນຄ່າໄຖ່ ບາບເຮົາພະເຈົ້າໃຫ້ອະໄພ
ຈົ່ງເບິ່ງເຈົ້າສາວຂອງພະຄລິດ ໃສ່ຊຸດສີຂາວເຝົ້າລໍ
ຄອຍຖ້າແຕ່ງງານທີ່ສະຫວັນ ພິສູດພະເຈົ້າຄູ່ຄວນ
(ທ່ອນຊ້ຳ)
ມາສັນເສີນລູກຫົວປີ
ເຊີດຊູຜູ້ທີ່ພະເຈົ້າເຈີມ
ທ່ານຮັບອຳນາດແລ້ວຕອນນີ້
ປົກຄອງທີ່ພູເຂົາຊີໂອນ