ເພງທີ 25
ສົມບັດອັນລ້ຳຄ່າຂອງພະເຈົ້າ
1. ພະເຈົ້າໄດ້ກໍ່ຕັ້ງຊາດໃໝ່
ໄດ້ເຈີມ ໃຫ້ເປັນລູກ ພະອົງ
ໂດຍທີ່ຊື້ເອົາ ມະນຸດເຮົາ
ພະອົງຍອມຮັບ ພວກເຂົາ
(ທ່ອນຊ້ຳ)
ເປັນສົມບັດ ທີ່ລ້ຳຄ່າ
ຊີວິດເຂົາ ຢູ່ເພື່ອ ພະອົງ
ເຂົາສັນເສີນ ຮັກພະອົງ
ເຂົາຈຶ່ງ ປະກາດຊື່ສຽງຂອງ ພະອົງ
2. ເຂົາເປັນຊາດທີ່ບໍລິສຸດ
ເຮັດຕາມ ແນວທາງຂອງ ຄວາມຈິງ
ພະເຈົ້າຊ່ວຍຈາກ ໂລກມືດມົນ
ໃຫ້ພົບແສງຂອງ ພະອົງ
(ທ່ອນຊ້ຳ)
ເປັນສົມບັດ ທີ່ລ້ຳຄ່າ
ຊີວິດເຂົາ ຢູ່ເພື່ອ ພະອົງ
ເຂົາສັນເສີນ ຮັກພະອົງ
ເຂົາຈຶ່ງ ປະກາດຊື່ສຽງຂອງ ພະອົງ
3. ເຂົາສັດຊື່ຕໍ່ຄຳສັນຍາ
ເຂົາພາ ແກະອື່ນອື່ນ ເຂົ້າມາ
ຫາລູກແກະທີ່ ເຂົາພັກດີ
ເຂົານ້ອມເຊື່ອຟັງ ພະອົງ
(ທ່ອນຊ້ຳ)
ເປັນສົມບັດ ທີ່ລ້ຳຄ່າ
ຊີວິດເຂົາ ຢູ່ເພື່ອ ພະອົງ
ເຂົາສັນເສີນ ຮັກພະອົງ
ເຂົາຈຶ່ງ ປະກາດຊື່ສຽງຂອງ ພະອົງ
(ເບິ່ງຕື່ມ ເອຊາ. 43:20 ສ່ວນ ຂ, 21; ມລກີ. 3:17; ໂກໂລ. 1:13)