ເພງທີ 48
ໃຊ້ຊີວິດຕາມແນວທາງຂອງພະເຢໂຫວາທຸກວັນ
(ມີເກ 6:8)
1. ເຮົາຈັບມືພໍ່ທີ່ຮັກຂອງເຮົາ ຍ່າງຕາມພະອົງດ້ວຍຈຽມຕົວທຸກວັນ
ໂອພະອົງມີຄວາມກະລຸນາ ຕໍ່ຄົນທີ່ເດີນຕາມແນວທາງພະອົງ
ດ້ວຍຄວາມຮັກພະອົງຈຶ່ງຈັດຕຽມ ໃຫ້ເຮົາຈັບມືດ້ວຍໝັ້ນໃຈ
ເຫດນີ້ເຮົາຈຶ່ງອຸທິດກາຍໃຈ ຂໍຮັບໃຊ້ພະອົງພຽງຜູ້ດຽວ
2. ວັນສຸດທ້າຍກຳລັງໃກ້ເຂົ້າມາ ນີ້ເປັນເວລາທີ່ຊາຕານໃຈຮ້າຍ
ເຮົາຕ້ອງປະເຊີນກັບຜູ້ຕໍ່ຕ້ານ ທີ່ຈະເຮັດໃຫ້ພວກເຮົາຮູ້ສຶກຢ້ານ
ແຕ່ເຢໂຫວາຈະປົກປ້ອງເຮົາ ຖ້າເຮົາໃກ້ຊິດກັບພະອົງ
ຮັກແລະພັກດີພະອົງເລື້ອຍໄປ ເຮົາຈະໄດ້ຮັບໃຊ້ຕະຫຼອດໄປ
3. ພະອົງໄດ້ຈັດຕຽມເພື່ອຊ່ວຍເຮົາ ໂດຍທາງຄຳພີແລະພະລັງພະອົງ
ໃຫ້ກຳລັງເຮົາທາງປະຊາຄົມ ພະອົງຟັງຄຳອະທິດຖານຂອງເຮົາ
ຄືກັບເຮົາຍ່າງກັບເຢໂຫວາ ພະອົງຊ່ວຍເຮົາເຮັດສິ່ງດີ
ພະອົງຈະຊ່ວຍໃຫ້ເຮົາພັກດີ ຍ່າງກັບພະອົງດ້ວຍຄວາມຈຽມຕົວ
(ເບິ່ງຕື່ມ ຕົ້ນ. 5:24; 6:9; 1 ກະ. 2:3, 4)