ເພງທີ 53
ກຽມຕົວໄປປະກາດ
1. ເຊົ້າວັນໃໝ່
ເຮົາຕ້ອງອອກໄປ
ໃນເຂດທີ່ເຮົາຈະປະກາດ
ແຕ່ວ່າຟ້າມືດບົດ
ບໍ່ທັນໃດຝົນຕົກມາ
ຄົງຈະງ່າຍດີທີ່ຈະບໍ່ອອກໄປ
ຈະໄປນອນ
(ທ່ອນຊ້ຳ)
ໃຫ້ເຮົາໄຄ່ຄວນເຖິງສິ່ງທີ່ດີດີ
ເລື່ອງນີ້ຕ້ອງອະທິດຖານ
ເພື່ອກະຕຸ້ນໃຈໃຫ້ເຮົາເກີດຄວາມຄິດ
ທີ່ຄວນຈະມີ
ເຮົາມີພະຄລິດທີ່ຊ່ວຍຊີ້ນຳເຮົາ
ທູດສະຫວັນຄອຍນຳທາງ
ເພື່ອນທີ່ພັກດີກໍຄອຍຢູ່ຄຽງຂ້າງ
ເຮົາບໍ່ຫວັ່ນໄຫວ
2. ບໍ່ລືມວ່າ
ໃນອີກບໍ່ດົນ
ພວກເຮົາກໍຈະມີຄວາມສຸກ
ເຢໂຫວາເບິ່ງຢູ່
ພະອົງຮູ້ເຮົາເຮັດໄດ້
ພະອົງຈື່ຄວາມຮັກທີ່ເຮົາສະແດງ
ຕໍ່ພະອົງ
(ທ່ອນຊ້ຳ)
ໃຫ້ເຮົາໄຄ່ຄວນເຖິງສິ່ງທີ່ດີດີ
ເລື່ອງນີ້ຕ້ອງອະທິດຖານ
ເພື່ອກະຕຸ້ນໃຈໃຫ້ເຮົາເກີດຄວາມຄິດ
ທີ່ຄວນຈະມີ
ເຮົາມີພະຄລິດທີ່ຊ່ວຍຊີ້ນຳເຮົາ
ທູດສະຫວັນຄອຍນຳທາງ
ເພື່ອນທີ່ພັກດີກໍຄອຍຢູ່ຄຽງຂ້າງ
ເຮົາບໍ່ຫວັ່ນໄຫວ
(ເບິ່ງຕື່ມ ຜູ້ປ. 11:4; ມັດ. 10:5, 7; ລືກາ 10:1; ຕິໂຕ 2:14)