ເພງທີ 56
ເຮັດໃຫ້ຄວາມຈິງເປັນຂອງເຈົ້າເອງ
1. ເສັ້ນທາງແຫ່ງຄວາມຈິງ ເປັນທາງດີທີ່ເຮົາຄວນຢູ່
ແລະບໍ່ມີໃຜຈະຢູ່ແທນເຮົາໄດ້
ເຮົາຕ້ອງເຮັດທຸກສິ່ງ ທີ່ພະເຢໂຫວາແນະນຳ
ເຊື່ອຟັງທີ່ພະອົງບອກທຸກຄຳ
(ທ່ອນຊ້ຳ)
ຍຶດຄວາມຈິງໝັ້ນຄົງ
ເປັນຊີວິດແທ້ຈິງຂອງເຮົາ
ແລ້ວເຢໂຫວາຈະ
ໃຫ້ເຮົາມີຄວາມສຸກ
ຖ້າເຮົາຍຶດຄວາມຈິງໝັ້ນຄົງ
2. ຄວາມພາກພຽນຂອງເຮົາ ກັບເວລາທີ່ໄດ້ທຸ່ມເທ
ເພື່ອພະເຈົ້າແລະລາຊະອານາຈັກ
ຈະໃຫ້ສິ່ງທີ່ດີ ແລະຈະມີຊີວິດນິລັນ
ທຸກວັນມີສິ່ງດີໃນຊີວິດ
(ທ່ອນຊ້ຳ)
ຍຶດຄວາມຈິງໝັ້ນຄົງ
ເປັນຊີວິດແທ້ຈິງຂອງເຮົາ
ແລ້ວເຢໂຫວາຈະ
ໃຫ້ເຮົາມີຄວາມສຸກ
ຖ້າເຮົາຍຶດຄວາມຈິງໝັ້ນຄົງ
3. ເມື່ອທຽບກັບພະເຈົ້າ ພວກເຮົາເປັນຄືດັ່ງເດັກນ້ອຍ
ເຮົາຈຶ່ງຕ້ອງມີພະເຈົ້າຄອຍຊີ້ນຳ
ທຸກວັນເຮົາເດີນຕາມ ພໍ່ຂອງເຮົາຢູ່ໃນສະຫວັນ
ພະອົງຈະໃຫ້ພອນຢ່າງມາກລົ້ນ
(ທ່ອນຊ້ຳ)
ຍຶດຄວາມຈິງໝັ້ນຄົງ
ເປັນຊີວິດແທ້ຈິງຂອງເຮົາ
ແລ້ວເຢໂຫວາຈະ
ໃຫ້ເຮົາມີຄວາມສຸກ
ຖ້າເຮົາຍຶດຄວາມຈິງໝັ້ນຄົງ
(ເບິ່ງຕື່ມ ເພງ. 26:3; ສຸພາ. 8:35; 15:31; ໂຢ. 8:31, 32)