ເພງທີ 62
ເພງໃໝ່
(ຄຳເພງ 98)
1. ຮ້ອງເພງໃໝ່ສັນເສີນ ຍົກຍ້ອງເຊີດຊູພະເຢໂຫວາ
ບອກສິ່ງທີ່ໄດ້ສ້າງມາ ແລະທີ່ພະອົງປະສົງ
ອຳນາດຂອງພະເຈົ້າ ແລະໄຊຊະນະເຮົາຂໍເຊີດຊູ
ພະເຈົ້າຜູ້ຍຸຕິທຳ ພິພາກສາຢ່າງຊອບທຳ
(ທ່ອນຊ້ຳ)
ມາຮ່ວມຮ້ອງ
ເພງໃໝ່ໃຫ້ກ້ອງກັງວານ
ສັນເສີນນາມ
ເຢໂຫວາກະສັດເຮົາ
2. ຮ້ອງດ້ວຍຄວາມສຸກໃຈ ດ້ວຍໃຈຊື່ນບານໃຫ້ເຢໂຫວາ
ເຊີດຊູນາມອັນຍິ່ງໃຫຍ່ ເພື່ອກະສັດຂອງພວກເຮົາ
ຮ້ອງກັບຄົນທັງຫຼາຍ ພ້ອມສຽງດົນຕີທີ່ເຮົາບັນເລງ
ສັນເສີນໄປທົ່ວທຸກແຫ່ງ ເປັນເພງຖວາຍພະເຈົ້າ
(ທ່ອນຊ້ຳ)
ມາຮ່ວມຮ້ອງ
ເພງໃໝ່ໃຫ້ກ້ອງກັງວານ
ສັນເສີນນາມ
ເຢໂຫວາກະສັດເຮົາ
3. ທຸກສິ່ງໃນທະເລ ພາກັນຍົກຍ້ອງພະເຢໂຫວາ
ສິ່ງທີ່ພະອົງສ້າງມາ ຮ້ອງເພງດ້ວຍຄວາມຊື່ນຊົມ
ພູເຂົານ້ອຍໃຫຍ່ຮ້ອງ ເພງສັນລະເສີນພະເຢໂຫວາ
ແຜ່ນດິນກໍຮ່ວມຍິນດີ ແລະມີແມ່ນ້ຳຕົບມື
(ທ່ອນຊ້ຳ)
ມາຮ່ວມຮ້ອງ
ເພງໃໝ່ໃຫ້ກ້ອງກັງວານ
ສັນເສີນນາມ
ເຢໂຫວາກະສັດເຮົາ
(ເບິ່ງຕື່ມ ເພງ. 96:1; 149:1; ເອຊາ. 42:10)