ເພງທີ 69
ໄປປະກາດລາຊະອານາຈັກຂອງພະເຈົ້າ!
1. ອອກໄປບອກເລື່ອງລາຊະອານາຈັກ
ໃຫ້ຄົນທຸກຫົນແຫ່ງໄດ້ຍິນ
ດ້ວຍຄວາມຮັກຈາກໃຈມີຕໍ່ຜູ້ຄົນ
ຊ່ວຍເຫຼືອຄົນຖ່ອມໃຫ້ເຂົ້າໃຈ
ການຮັບໃຊ້ພະເຈົ້າເປັນສິ່ງພິເສດ
ປະກາດຄຳພະອົງເຮົາພູມໃຈ
ອອກໄປທີ່ເຂດງານປະກາດຕໍ່ໄປ
ເປັນພະຍານໃຫ້ນາມຊື່ພະເຈົ້າ
(ທ່ອນຊ້ຳ)
ອອກໄປ ບອກເລື່ອງລາຊະອານາຈັກ ພະເຈົ້າ ໃຫ້ທົ່ວທຸກແຫ່ງ
ກ້າຫານ ຮັກສາຄວາມຈົງຮັກພັກດີ ຢູ່ຂ້າງພະເຢໂຫວາ
2. ເຮົາມາພ້ອມກັນກ້າວໜ້າໄປດ້ວຍກັນ
ທັງແກະອື່ນແລະຜູ້ຖືກເຈີມ
ທັງຄົນເຖົ້າຄົນໜຸ່ມແລະທັງຊາຍຍິງ
ເດີນໃນທາງຄວາມຈິງຕໍ່ໄປ
ຂ່າວດີທີ່ພະເຈົ້າຈະມາປົກຄອງ
ເປັນສິ່ງທີ່ທຸກຄົນຕ້ອງໄດ້ຍິນ
ກຳລັງຈາກເຢໂຫວາຈະຊ່ວຍເຮົາ
ພະອົງຢູ່ກັບເຮົາຈຶ່ງບໍ່ຢ້ານ
(ທ່ອນຊ້ຳ)
ອອກໄປ ບອກເລື່ອງລາຊະອານາຈັກ ພະເຈົ້າ ໃຫ້ທົ່ວທຸກແຫ່ງ
ກ້າຫານ ຮັກສາຄວາມຈົງຮັກພັກດີ ຢູ່ຂ້າງພະເຢໂຫວາ
(ເບິ່ງຕື່ມ ເພງ. 23:4; ກິດ. 4:29, 31; 1 ເປ. 2:21)