ເພງທີ 82
‘ໃຫ້ຄວາມສະຫວ່າງຂອງເຈົ້າສ່ອງອອກໄປ’
1. ພະເຍຊູໄດ້ແນະນຳ ໃຫ້ເຮົາສ່ອງແສງໄປ
ດັ່ງຕາເວັນທີ່ສ່ອງມາ ສົດຊື່ນແລະສະຫວ່າງ
ຄຳພີບໍລິສຸດໃຫ້ ເຮົາມີສັນຕິສຸກ
ເຮົາສະທ້ອນແສງຂອງພະເຈົ້າ ເມື່ອສອນພະຄຳພີ
2. ຂ່າວລາຊະອານາຈັກ ເຮົາປະກາດດ້ວຍໃຈ
ໃຫ້ເລື່ອງນີ້ສ່ອງນຳໄປ ເມື່ອເຮັດສ່ວນຂອງເຮົາ
ແສງແຫ່ງພະຄຳຊີ້ນຳ ເມື່ອປະກາດຂ່າວດີ
ແບ່ງປັນຄວາມຈິງກັບທຸກຄົນ ໃຫ້ເຂົາເລືອກຄວາມຈິງ
3. ແສງແຫ່ງຄວາມກະລຸນາ ເຮັດໃຫ້ໂລກສົດໃສ
ຄຳເວົ້າທີ່ດີຂອງເຮົາ ດັ່ງໄຂ່ມຸກເມັດງາມ
ໃຫ້ເຮົາສ່ອງແສງຕໍ່ໄປ ໂດຍເຮັດສິ່ງທີ່ດີ
ວຽກທີ່ພວກເຮົາເຮັດຈະໃຫ້ ເຢໂຫວາພໍໃຈ
(ເບິ່ງຕື່ມ ເພງ. 119:130; ມັດ. 5:14, 15, 45; ໂກໂລ. 4:6)