ເພງທີ 141
ຊີວິດເປັນສິ່ງມະຫັດສະຈັນ
1. ແສງແດດສ່ອງລົງມາ ເຂົ້າໃນນາທຸກຮວງ
ເດັກນ້ອຍທີ່ເກີດໃໝ່ທຸກຄົນ ຝົນທີ່ຕົກມາ
ທັງໝົດເປັນຂອງຂວັນ ຈາກພະເຢໂຫວາ
ພະອົງໄດ້ເຮັດສິ່ງອັດສະຈັນເພື່ອເຮົາທຸກວັນ
(ທ່ອນຊ້ຳ)
ເຮົາຕ້ອງ ຕອບແທນແນວໃດ ກັບຂອງຂວັນ ມີຄ່າ
ຕ້ອງຮັກສາ ແລະສະແດງຄວາມຮັກ ຕໍ່ຜູ້ມອບໃຫ້ເຮົາ
ເຖິງວ່າ ຈະເຮັດສິ່ງໃດ ເຮົາກໍບໍ່ຄູ່ຄວນກັບ
ຊີວິດ ທີ່ເປັນຂອງຂວັນ ທີ່ອັດສະຈັນ ແທ້ຈິງ
2. ຫຼາຍຄົນໄດ້ຍອມແພ້ ເລີກລົ້ມຄວາມຕັ້ງໃຈ
ເປັນເຊັ່ນດັ່ງເມຍໂຢບທີ່ໃຫ້ “ປ້ອຍດ່າພະເຈົ້າ”
ເຮົາບໍ່ເປັນເຊັ່ນນັ້ນ ຕ້ອງເຊີດຊູພະເຈົ້າ
ເຮົາຂອບໃຈພະອົງສຳລັບຊີວິດທີ່ມີຄ່າ
(ທ່ອນຊ້ຳ)
ເຮົາຕ້ອງ ຕອບແທນແນວໃດ ກັບຂອງຂວັນ ມີຄ່າ
ຕ້ອງຮັກສາ ແລະສະແດງຄວາມຮັກ ຕໍ່ຜູ້ມອບໃຫ້ເຮົາ
ເຖິງວ່າ ຈະເຮັດສິ່ງໃດ ເຮົາກໍບໍ່ຄູ່ຄວນກັບ
ຊີວິດ ທີ່ເປັນຂອງຂວັນ ທີ່ອັດສະຈັນ ແທ້ຈິງ
(ເບິ່ງຕື່ມ ໂຢບ 2:9; ເພງ. 34:12; ຜູ້ປ. 8:15; ມັດ. 22:37-40; ໂລມ 6:23)