ເພງທີ 145
ຄຳສັນຍາຂອງພະເຈົ້າເລື່ອງອຸທິຍານ
1. ເລື່ອງອຸທິຍານ ທີ່ພະເຈົ້າສັນຍາ
ພະຄລິດນຳພາ ປົກຄອງພັນປີ
ທ່ານຈະທຳລາຍ ຄວາມບາບແລະຄວາມຕາຍ
ເຈັບປວດເສຍໃຈ ຄວາມຊົ່ວບໍ່ມີ
(ທ່ອນຊ້ຳ)
ທົ່ວໂລກຈະເປັນ ສວນອຸທິຍານ
ດ້ວຍຄວາມເຊື່ອເຮົາ ຈະເບິ່ງເຫັນໄດ້
ໂດຍທາງພະຄລິດ ໃກ້ຈະສຳເລັດ
ທ່ານຍິນດີເຮັດ ຕາມໃຈພະເຈົ້າ
2. ໃນອີກບໍ່ຊ້າ ໂລກເປັນອຸທິຍານ
ຄົນຕາຍຖືກປຸກ ໃຫ້ມີຊີວິດ
ຈະເປັນດັ່ງທີ່ ພະເຍຊູສັນຍາ
ວ່າເຈົ້າຈະຢູ່ ໃນອຸທິຍານ
(ທ່ອນຊ້ຳ)
ທົ່ວໂລກຈະເປັນ ສວນອຸທິຍານ
ດ້ວຍຄວາມເຊື່ອເຮົາ ຈະເບິ່ງເຫັນໄດ້
ໂດຍທາງພະຄລິດ ໃກ້ຈະສຳເລັດ
ທ່ານຍິນດີເຮັດ ຕາມໃຈພະເຈົ້າ
3. ເລື່ອງອຸທິຍານ ທີ່ພະຄລິດສັນຍາ
ເຊິ່ງໃນຕອນນີ້ ທ່ານເປັນກະສັດ
ເຮົາຂອບໃຈພໍ່ ທີ່ຮັກຂອງພວກເຮົາ
ຮ້ອງເພງດ້ວຍໃຈ ສັນເສີນພະອົງ
(ທ່ອນຊ້ຳ)
ທົ່ວໂລກຈະເປັນ ສວນອຸທິຍານ
ດ້ວຍຄວາມເຊື່ອເຮົາ ຈະເບິ່ງເຫັນໄດ້
ໂດຍທາງພະຄລິດ ໃກ້ຈະສຳເລັດ
ທ່ານຍິນດີເຮັດ ຕາມໃຈພະເຈົ້າ
(ເບິ່ງຕື່ມ ມັດ. 5:5; 6:10; ໂຢ. 5:28, 29)