ບົດທີ 04
ພະເຈົ້າແມ່ນໃຜ?
ຕັ້ງແຕ່ອະດີດມະນຸດຂາບໄຫວ້ບູຊາຫຼືນະມັດສະການເທບພະເຈົ້າຫຼາຍອົງ. ແຕ່ຄຳພີໄບເບິນເວົ້າເຖິງພະເຈົ້າອົງໜຶ່ງທີ່ “ຍິ່ງໃຫຍ່ກວ່າພະເຈົ້າອົງອື່ນໆ.” (2 ຂ່າວຄາວ 2:5) ໃຜແມ່ນພະເຈົ້າອົງນັ້ນ? ແລະເປັນຫຍັງເພິ່ນຈຶ່ງຍິ່ງໃຫຍ່ກວ່າພະເຈົ້າອື່ນໆທີ່ຜູ້ຄົນນະມັດສະການ? ໃນບົດນີ້ເຈົ້າຈະໄດ້ຮູ້ຈັກເພິ່ນຫຼາຍຂຶ້ນ.
1. ພະເຈົ້າຊື່ຫຍັງ ແລະເຮົາໝັ້ນໃຈໄດ້ແນວໃດວ່າເພິ່ນຢາກໃຫ້ເຮົາຮູ້ຈັກຊື່ນັ້ນ?
ໃນຄຳພີໄບເບິນພະເຈົ້າບອກເຮົາໃຫ້ຮູ້ຈັກຊື່ຂອງເພິ່ນ. ເພິ່ນເວົ້າວ່າ: “ເຮົາແມ່ນເຢໂຫວາ. ນີ້ແມ່ນຊື່ຂອງເຮົາ.” (ອ່ານເອຊາຢາ 42:5, 8) “ເຢໂຫວາ” ແມ່ນຊື່ທີ່ແປມາຈາກພາສາເຮັບເຣີເຊິ່ງໝາຍເຖິງ “ເພິ່ນເຮັດໃຫ້ເປັນ.” ພະເຢໂຫວາຢາກໃຫ້ເຮົາຮູ້ຈັກຊື່ຂອງເພິ່ນ. (ອົບພະຍົບ 3:15) ເຮົາຈະແນ່ໃຈໄດ້ແນວໃດວ່າພະເຈົ້າຢາກໃຫ້ເຮົາຮູ້ຈັກຊື່ຂອງເພິ່ນ? ໃນຄຳພີໄບເບິນມີຊື່ຂອງເພິ່ນຫຼາຍກວ່າ 7.000 ເທື່ອ!a ເຢໂຫວາເປັນຊື່ຂອງ “ພະເຈົ້າທ່ຽງແທ້ອົງດຽວຢູ່ໃນສະຫວັນແລະຢູ່ໃນໂລກ.”—ພະບັນຍັດ 4:39
2. ຄຳພີໄບເບິນບອກໃຫ້ເຮົາຮູ້ຫຍັງກ່ຽວກັບພະເຢໂຫວາ?
ຄຳພີໄບເບິນເວົ້າວ່າໃນບັນດາພະເຈົ້າທີ່ມະນຸດນະມັດສະການ ພະເຢໂຫວາຜູ້ດຽວເທົ່ານັ້ນທີ່ເປັນພະເຈົ້າທ່ຽງແທ້. ເປັນຫຍັງຈຶ່ງເວົ້າແນວນັ້ນ? ມີຫຼາຍເຫດຜົນ. ພະເຢໂຫວາມີອຳນາດປົກຄອງສູງສຸດແລະເພິ່ນຜູ້ດຽວທີ່ເປັນ “ພະເຈົ້າສູງສຸດອົງດຽວທີ່ປົກຄອງທົ່ວໂລກ.” (ອ່ານເພງສັນລະເສີນ 83:18) ເພິ່ນມີ “ລິດເດດສູງສຸດ” ເຊິ່ງໝາຍຄວາມວ່າເພິ່ນມີພະລັງທີ່ຈະເຮັດຫຍັງກໍໄດ້ທີ່ເພິ່ນຕ້ອງການ. ເພິ່ນ “ສ້າງທຸກສິ່ງ” ໃນເອກະພົບແລະທຸກສິ່ງເທິງໂລກ. (ພະນິມິດ 4:8, 11) ມີແຕ່ພະເຢໂຫວາຜູ້ດຽວເທົ່ານັ້ນທີ່ມີຊີວິດຢູ່ຕະຫຼອດມາຕັ້ງແຕ່ອະດີດ ແລະເພິ່ນຈະມີຊີວິດຢູ່ຕະຫຼອດໄປ.—ເພງສັນລະເສີນ 90:2
ຮຽນຮູ້ຫຼາຍຂຶ້ນ
ມາເບິ່ງວ່າຕຳແໜ່ງຂອງພະເຈົ້າແລະຊື່ຂອງເພິ່ນແຕກຕ່າງກັນແນວໃດ ແລະເປັນຫຍັງເພິ່ນຈຶ່ງຢາກໃຫ້ເຮົາຮູ້ຈັກຊື່ຂອງເພິ່ນ.
3. ພະເຈົ້າມີຫຼາຍຕຳແໜ່ງ ແຕ່ມີຊື່ດຽວ
ເພື່ອຈະເຫັນຄວາມແຕກຕ່າງລະຫວ່າງຕຳແໜ່ງກັບຊື່ ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຕຳແໜ່ງເຊັ່ນ “ພະອົງເຈົ້າ” ກັບຊື່ຕ່າງກັນແນວໃດ?
ເຖິງຈະມີເທບພະເຈົ້າແລະພະຫຼາຍອົງທີ່ຜູ້ຄົນນະມັດສະການ ແຕ່ຄຳພີໄບເບິນບອກແນວໃດ. ອ່ານເພງສັນລະເສີນ 136:1-3 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ໃຜແມ່ນ “ພະເຈົ້າທີ່ເໜືອກວ່າພະເຈົ້າອື່ນໆ” ແລະ “ເຈົ້ານາຍເໜືອເຈົ້ານາຍທັງໝົດ”?
4. ພະເຢໂຫວາຢາກໃຫ້ເຈົ້າຮູ້ຈັກແລະເອີ້ນຊື່ຂອງເພິ່ນ
ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຢາກໃຫ້ເຮົາຮູ້ຈັກຊື່ຂອງເພິ່ນ? ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າຄິດວ່າພະເຢໂຫວາຢາກໃຫ້ທຸກຄົນຮູ້ຈັກຊື່ຂອງເພິ່ນບໍ?ເປັນຫຍັງຈຶ່ງຄິດແນວນັ້ນ?
ພະເຢໂຫວາຢາກໃຫ້ທຸກຄົນໃຊ້ຊື່ຂອງເພິ່ນ. ອ່ານໂຣມ 10:13 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນເລື່ອງສຳຄັນບໍທີ່ຈະເອີ້ນພະເຈົ້າດ້ວຍຊື່ເຢໂຫວາ? ຍ້ອນຫຍັງ?
ເຈົ້າຮູ້ສຶກແນວໃດຖ້າມີຄົນຮູ້ຊື່ຂອງເຈົ້າແຕ່ບໍ່ໄດ້ເອີ້ນຊື່ນັ້ນ?
ເຈົ້າຄິດວ່າພະເຢໂຫວາຈະຮູ້ສຶກແນວໃດຖ້າເຮົາເອີ້ນເພິ່ນວ່າພະເຈົ້າ ແຕ່ບໍ່ເຄີຍເອີ້ນຊື່ຂອງເພິ່ນເລີຍ? ແລ້ວເພິ່ນຈະຮູ້ສຶກແນວໃດຖ້າເຮົາເອີ້ນຊື່ຂອງເພິ່ນ?
5. ພະເຢໂຫວາຢາກໃຫ້ເຈົ້າສະໜິດກັບເພິ່ນຫຼາຍຂຶ້ນ
ຜູ້ຍິງຄົນກຳປູເຈຍຄົນໜຶ່ງຊື່ໂຊແທນດີໃຈຫຼາຍທີ່ໄດ້ຮູ້ຈັກຊື່ຂອງພະເຈົ້າ. ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ໃນວິດີໂອໂຊແທນຮູ້ສຶກແນວໃດທີ່ໄດ້ຮູ້ຈັກຊື່ຂອງພະເຈົ້າ?
ກ່ອນທີ່ເຈົ້າຈະເປັນໝູ່ກັບບາງຄົນ ປົກກະຕິແລ້ວເຈົ້າຕ້ອງຮູ້ຈັກຊື່ຂອງລາວກ່ອນ. ອ່ານຢາໂກໂບ 4:8ກ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຢໂຫວາເຊີນເຈົ້າໃຫ້ເຮັດຫຍັງ?
ການຮູ້ຈັກແລະເອີ້ນຊື່ຂອງພະເຈົ້າຈະຊ່ວຍເຈົ້າໃຫ້ສະໜິດກັບເພິ່ນຫຼາຍຂຶ້ນບໍ?
ບາງຄົນເວົ້າວ່າ: “ເອີ້ນແຕ່ພະເຈົ້າກໍພໍ ບໍ່ຕ້ອງເອີ້ນຊື່ເພິ່ນດອກ.”
ເຈົ້າເຊື່ອບໍວ່າພະເຈົ້າຊື່ເຢໂຫວາ?
ພະເຈົ້າຢາກໃຫ້ເຮົາເອີ້ນຊື່ຂອງເພິ່ນບໍ? ເປັນຫຍັງຈຶ່ງຄິດແບບນັ້ນ?
ສະຫຼຸບ
ເຢໂຫວາແມ່ນຊື່ຂອງພະເຈົ້າທ່ຽງແທ້ພຽງອົງດຽວ. ເພິ່ນຢາກໃຫ້ເຮົາຮູ້ຈັກແລະເອີ້ນຊື່ນັ້ນເພື່ອຈະສະໜິດກັບເພິ່ນຫຼາຍຂຶ້ນ.
ຄຳຖາມທົບທວນ
ພະເຢໂຫວາແຕກຕ່າງຈາກພະອື່ນໆທີ່ຜູ້ຄົນນະມັດສະການແນວໃດ?
ເປັນຫຍັງເຮົາຄວນເອີ້ນຊື່ຂອງພະເຈົ້າ?
ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຢາກໃຫ້ເຮົາສະໜິດກັບເພິ່ນ?
ເບິ່ງເພີ່ມເຕີມ
ມາເບິ່ງ 5 ເຫດຜົນທີ່ພິສູດວ່າພະເຈົ້າມີຢູ່ແທ້.
ເປັນຫຍັງເຮົາຈຶ່ງເຊື່ອໄດ້ວ່າພະເຈົ້າມີຊີວິດຢູ່ຕະຫຼອດມາແລະເພິ່ນຈະຢູ່ຕະຫຼອດໄປ.
ມາເບິ່ງວ່າເປັນຫຍັງເຮົາຄວນເອີ້ນຊື່ຂອງພະເຈົ້າ ເຖິງວ່າເຮົາບໍ່ແນ່ໃຈວ່າຄົນສະໄໝກ່ອນອອກສຽງຊື່ນັ້ນແນວໃດ.
ສຳຄັນບໍທີ່ເຮົາຈະເອີ້ນຊື່ຂອງພະເຈົ້າ? ມາເບິ່ງເຫດຜົນທີ່ເຮົາເວົ້າໄດ້ວ່າເພິ່ນມີແຕ່ຊື່ດຽວ.
a ສຳລັບຂໍ້ມູນເພີ່ມເຕີມເລື່ອງຄວາມໝາຍຂອງຊື່ພະເຈົ້າແລະເຫດຜົນທີ່ຄຳພີໄບເບິນບາງສະບັບລຶບຊື່ຂອງເພິ່ນອອກ ໃຫ້ເບິ່ງຢູ່ພາກຜະໜວກ ກ4 ຂອງຄຳພີໄບເບິນສະບັບແປໂລກໃໝ່.