ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊສຕ ບົດທີ 55 points 1-5
  • ສະໜັບສະໜູນ​ປະຊາຄົມ​ຂອງ​ເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສະໜັບສະໜູນ​ປະຊາຄົມ​ຂອງ​ເຈົ້າ
  • ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຮຽນ​ຮູ້​ຫຼາຍ​ຂຶ້ນ
  • ສະຫຼຸບ
  • ເບິ່ງ​ເພີ່ມເຕີມ
  • ພວກເຮົາຂອບໃຈພະເຢໂຫວາສຳລັບຄວາມຮັກຂອງພວກເຈົ້າ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • “ຍົກ​ຂອງ​ຖວາຍ​ມາ​ຖວາຍ​ແກ່​ພະ​ເຢໂຫວາ”
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ຄຳພີ​ໄບເບິນ​ບອກ​ຫຍັງ​ເລື່ອງ​ການ​ເຮັດ​ວຽກ​ແລະ​ການ​ຫາ​ເງິນ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ວຽກ​ຂອງ​ພະຍານ​ພະ​ເຢໂຫວາ​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ການ​ເງິນ​ແນວ​ໃດ?
    ຄຳຖາມ​ທີ່​ພົບ​ເລື້ອຍໆ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ
ເບິ່ງຕື່ມ
ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ຊສຕ ບົດທີ 55 points 1-5
ບົດ​ທີ 55. ພີ່ນ້ອງ​ຫຼາຍ​ຄົນ​ຊ່ວຍ​ກັນ​ເບິ່ງແຍງ​ຫໍປະຊຸມ.

ບົດ​ທີ 55

ສະໜັບສະໜູນ​ປະຊາຄົມ​ຂອງ​ເຈົ້າ

ສະບັບພິມ
ສະບັບພິມ
ສະບັບພິມ

ພະຍານ​ພະ​ເຢໂຫວາ​ທົ່ວ​ໂລກ​ມີ​ຄວາມ​ສຸກ​ທີ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ໃນ​ປະຊາຄົມ​ຂອງ​ເຂົາເຈົ້າ. ເຂົາເຈົ້າ​ຮູ້ສຶກ​ຂອບໃຈ​ທີ່​ໄດ້​ຮັບ​ການ​ສອນ​ແລະ​ຄຳ​ແນະນຳ​ຕ່າງໆ​ຜ່ານ​ທາງ​ປະຊາຄົມ ແລະ​ເຂົາເຈົ້າ​ກໍ​ເຕັມໃຈ​ສະໜັບສະໜູນ​ປະຊາຄົມ​ໃນ​ຫຼາຍ​ວິທີ. ແລ້ວ​ເຈົ້າ​ເດ ເຈົ້າ​ຮູ້ສຶກ​ແບບ​ນັ້ນ​ກັບ​ປະຊາຄົມ​ຂອງ​ເຈົ້າ​ຄື​ກັນ​ບໍ?

1. ເຮົາ​ຈະ​ໃຊ້​ເວລາ​ແລະ​ກຳລັງ​ຂອງ​ເຮົາ​ເພື່ອ​ສະໜັບສະໜູນ​ປະຊາຄົມ​ໄດ້​ແນວ​ໃດ​ແດ່?

ເຮົາ​ທຸກ​ຄົນ​ສາມາດ​ສະໜັບສະໜູນ​ປະຊາຄົມ​ໄດ້. ຕົວຢ່າງ​ເຊັ່ນ ໃນ​ປະຊາຄົມ​ຂອງ​ເຮົາ​ມີ​ພີ່ນ້ອງ​ສູງ​ອາຍຸ​ຫຼື​ສຸຂະພາບ​ບໍ່​ດີ​ບໍ? ເຮົາ​ຊ່ວຍ​ເຂົາເຈົ້າ​ໄດ້​ໂດຍ​ໄປ​ຮັບ​ເຂົາເຈົ້າ​ມາ​ປະຊຸມ ຫຼື​ອາດ​ມີ​ເລື່ອງ​ອື່ນໆ​ທີ່​ເຮົາ​ຊ່ວຍ​ເຂົາເຈົ້າ​ໄດ້​ອີກ ເຊັ່ນ ໄປ​ຊື້​ເຄື່ອງ​ຫຼື​ຊ່ວຍ​ອະນາໄມ​ເຮືອນ​ໃຫ້​ເຂົາເຈົ້າ. (ອ່ານ​ຢາໂກໂບ 1:27) ນອກ​ຈາກ​ນັ້ນ ເຮົາ​ຍັງ​ຊ່ວຍ​ອະນາໄມ​ແລະ​ເບິ່ງແຍງ​ຫໍປະຊຸມ​ໄດ້. ທີ່​ເຮົາ​ເຮັດ​ແບບ​ນີ້​ບໍ່​ແມ່ນ​ຍ້ອນ​ວ່າ​ມີ​ໃຜ​ບັງຄັບ​ເຮົາ ແຕ່​ເຮົາ “ເຕັມໃຈ​ສະເໜີ​ໂຕ” ສະໜັບສະໜູນ​ປະຊາຄົມ​ເພາະ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ພີ່ນ້ອງ​ຂອງ​ເຮົາ.—ເພງ​ສັນລະເສີນ 110:3

ສ່ວນ​ຄົນ​ທີ່​ຮັບ​ບັບເຕມາ​ແລ້ວ​ກໍ​ສະໜັບສະໜູນ​ປະຊາຄົມ​ໄດ້​ອີກ​ຫຼາຍ​ວິທີ ເຊັ່ນ ພີ່ນ້ອງ​ຊາຍ​ທີ່​ມີ​ຄຸນສົມບັດ​ຄື​ກັບ​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ກໍ​ອາດ​ຈະ​ໄດ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ແລະ​ໃນ​ອະນາຄົດ​ກໍ​ອາດ​ຈະ​ເປັນ​ຜູ້​ເບິ່ງແຍງ​ໄດ້​ນຳ. ສຳລັບ​ພີ່ນ້ອງ​ຊາຍ​ແລະ​ພີ່ນ້ອງ​ຍິງ​ທີ່​ຢາກ​ສະໜັບສະໜູນ​ວຽກ​ປະກາດ​ຫຼາຍ​ຂຶ້ນ​ກໍ​ສາມາດ​ຮັບໃຊ້​ເປັນ​ໄພໂອເນຍ​ໄດ້. ພີ່ນ້ອງ​ບາງ​ຄົນ​ອາດ​ຊ່ວຍ​ວຽກ​ກໍ່ສ້າງ​ຫໍປະຊຸມ​ຫຼື​ຍ້າຍ​ໄປ​ຮັບໃຊ້​ໃນ​ປະຊາຄົມ​ທີ່​ຕ້ອງການ​ຜູ້​ປະກາດ.

2. ເຮົາ​ຈະ​ໃຊ້​ຊັບສິນ​ເງິນ​ຄຳ​ຂອງ​ເຮົາ​ເພື່ອ​ສະໜັບສະໜູນ​ປະຊາຄົມ​ໄດ້​ແນວ​ໃດ?

ເຮົາ​ສາມາດ ‘ໃຫ້​ກຽດ​ພະ​ເຢໂຫວາ​ໂດຍ​ໃຫ້​ສິ່ງ​ທີ່​ມີ​ຄ່າ [ຂອງ​ເຮົາ] ກັບ​ເພິ່ນ.’ (ສຸພາສິດ 3:9) ເຮົາ​ມີ​ຄວາມ​ສຸກ​ທີ່​ໄດ້​ບໍລິຈາກ​ຊັບສິນ​ເງິນ​ຄຳ​ເພື່ອ​ສະໜັບສະໜູນ​ປະຊາຄົມ​ຂອງ​ເຮົາ​ແລະ​ສະໜັບສະໜູນ​ວຽກ​ປະກາດ​ທີ່​ກຳລັງ​ເຮັດ​ຢູ່​ທົ່ວ​ໂລກ. (ອ່ານ 2 ໂກຣິນໂທ 9:7) ນອກ​ຈາກ​ນັ້ນ ເງິນ​ທີ່​ເຮົາ​ບໍລິຈາກ​ຍັງ​ເອົາ​ໄປ​ໃຊ້​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ​ທີ່​ກຳລັງ​ລຳບາກ​ຫຼື​ພີ່ນ້ອງ​ທີ່​ກຳລັງ​ເຈິ​ໄພພິບັດ​ນຳ. ຫຼາຍ​ຄົນ​ເລືອກ “ແບ່ງ​ເງິນ​ໄວ້” ເພື່ອ​ເຂົາເຈົ້າ​ຈະ​ບໍລິຈາກ​ໄດ້​ເປັນ​ປະຈຳ. (ອ່ານ 1 ໂກຣິນໂທ 16:2) ຖ້າ​ເຮົາ​ຢາກ​ບໍລິຈາກ ເຮົາ​ກໍ​ສາມາດ​ເຮັດ​ໄດ້​ຫຼາຍ​ວິທີ ເຊັ່ນ ໃສ່​ເງິນ​ໃນ​ກ່ອງ​ບໍລິຈາກ​ຢູ່​ຫໍປະຊຸມ​ຫຼື​ບໍລິຈາກ​ອອນລາຍ​ຢູ່​ເວັບໄຊ donate.jw.org. ເຮົາ​ຮູ້ສຶກ​ຂອບໃຈ​ພະ​ເຢໂຫວາ​ທີ່​ໃຫ້​ໂອກາດ​ເຮົາ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ເພິ່ນ​ໂດຍ​ໃຊ້​ຊັບສິນ​ເງິນ​ຄຳ​ຂອງ​ເຮົາ.

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອສະໜັບສະໜູນ​ປະຊາຄົມ​ຂອງ​ເຈົ້າ.

3. ສະໜັບສະໜູນ​ໂດຍ​ການ​ບໍລິຈາກ

ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຮັກ​ຄົນ​ທີ່​ມີ​ຄວາມ​ສຸກ​ກັບ​ການ​ໃຫ້. ຕົວຢ່າງ​ເຊັ່ນ ພະ​ເຢຊູ​ຊົມເຊີຍ​ແມ່​ໝ້າຍ​ຄົນ​ໜຶ່ງ​ທີ່​ມີ​ເງິນ​ບໍ່​ຫຼາຍ ແຕ່​ກໍ​ເຕັມໃຈ​ບໍລິຈາກ​ໃຫ້​ກັບ​ພະ​ເຢໂຫວາ. ອ່ານ​ລູກາ 21:1-4 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ ເຮົາ​ຕ້ອງ​ບໍລິຈາກ​ເງິນ​ຫຼາຍໆ​ບໍ?

  • ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຮົາ​ບໍລິຈາກ​ດ້ວຍ​ຄວາມ​ເຕັມໃຈ?

ມາ​ເບິ່ງ​ວ່າ​ເງິນ​ບໍລິຈາກ​ຂອງ​ເຮົາ​ເອົາ​ໄປ​ໃຊ້​ເຮັດ​ຫຍັງ​ແດ່ ເປີດ​ວິດີໂອ. ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: ‘ນຳ​ຂອງ​ມາ​ຖວາຍ​ພະ​ເຢໂຫວາ’ (4:47)

  • ປະຊາຄົມ​ຕ່າງໆ​ທົ່ວ​ໂລກ​ໄດ້​ຮັບ​ປະໂຫຍດ​ຈາກ​ເງິນ​ບໍລິຈາກ​ແນວ​ໃດ​ແດ່?

ພີ່ນ້ອງ​ຍິງ​ສູງ​ອາຍຸ​ຄົນ​ໜຶ່ງ​ກຳລັງ​ຢອດ​ເງິນ​ລົງ​ໃນ​ກ່ອງ​ບໍລິຈາກ.

4. ສະໜັບສະໜູນ​ໂດຍ​ການ​ຊ່ວຍ​ເບິ່ງແຍງ​ຫໍປະຊຸມ

ຄຳພີ​ໄບເບິນ​ເວົ້າ​ເຖິງ​ຜູ້​ນະມັດສະການ​ພະ​ເຢໂຫວາ​ໃນ​ສະໄໝ​ກ່ອນ​ວ່າ​ເຂົາເຈົ້າ​ເຕັມໃຈ​ບໍລິຈາກ​ເງິນ​ແລະ​ເບິ່ງແຍງ​ວິຫານ​ຂອງ​ພະເຈົ້າ​ໃຫ້​ຢູ່​ໃນ​ສະພາບ​ດີ​ສະເໝີ. ອ່ານ 2 ຂ່າວຄາວ 34:9-11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຄົນ​ອິດສະຣາເອນ​ທຸກ​ຄົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ເບິ່ງແຍງ​ວິຫານ​ຂອງ​ພະ​ເຢໂຫວາ​ແນວ​ໃດ?

ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະຍານ​ພະ​ເຢໂຫວາ​ເຮັດ​ຕາມ​ຕົວຢ່າງ​ໃນ​ສະໄໝ​ຄຳພີ​ໄບເບິນ​ແນວ​ໃດ ເປີດ​ວິດີໂອ. ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: ວິທີ​ທີ່​ເຮົາ​ທຸກ​ຄົນ​ຊ່ວຍ​ກັນ​ເບິ່ງແຍງ​ສະຖານ​ທີ່​ນະມັດສະການ​ຂອງ​ເຮົາ (3:31)

ສາກ​ໜຶ່ງ​ຈາກ​ວິດີໂອ ‘ວິທີ​ທີ່​ເຮົາ​ທຸກ​ຄົນ​ຊ່ວຍ​ກັນ​ເບິ່ງແຍງ​ສະຖານ​ທີ່​ນະມັດສະການ​ຂອງ​ເຮົາ.’ ຜູ້​ຊາຍ ຜູ້​ຍິງ ແລະ​ເດັກນ້ອຍ​ອະນາໄມ​ຫໍປະຊຸມ.
  • ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຫໍປະຊຸມ​ຈະ​ຕ້ອງ​ສະອາດ​ແລະ​ມີ​ສະພາບ​ດີ​ສະເໝີ?

  • ເຈົ້າ​ຄິດ​ວ່າ​ເຈົ້າ​ຈະ​ຊ່ວຍ​ເຮັດ​ຫຍັງ​ໄດ້​ແດ່?

ພະຍານ​ກຸ່ມ​ໜຶ່ງ​ຊ່ວຍ​ວຽກ​ກໍ່ສ້າງ​ຫໍປະຊຸມ.

5. ພີ່ນ້ອງ​ຊາຍ​ສາມາດ​ຊ່ວຍ​ວຽກໃນ​ປະຊາຄົມ​ຫຼາຍ​ຂຶ້ນ​ໄດ້

ຄຳພີ​ໄບເບິນ​ສະໜັບສະໜູນ​ໃຫ້​ພີ່ນ້ອງ​ຊາຍ​ເຮັດ​ສຸດ​ຄວາມ​ສາມາດ​ເພື່ອ​ຊ່ວຍ​ວຽກ​ໃນ​ປະຊາຄົມ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພີ່ນ້ອງ​ຄົນ​ໜຶ່ງ​ນຳ​ກັນ ເປີດ​ວິດີໂອ. ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ວິດີໂອ: ພີ່ນ້ອງ​ຊາຍ—ຂໍ​ໃຫ້​ເຈົ້າ​ພະຍາຍາມ​ຈະ​ໄດ້​ເຮັດ​ໜ້າທີ່ (5:19)

  • ໃນ​ວິດີໂອ ໄຣອັນ​ເຮັດ​ຫຍັງ​ເພື່ອ​ຈະ​ໄດ້​ຊ່ວຍ​ວຽກ​ໃນປະຊາຄົມ​ຫຼາຍ​ຂຶ້ນ?

ຄຳພີ​ໄບເບິນ​ບອກ​ວ່າ​ພີ່ນ້ອງ​ຊາຍ​ທີ່​ຈະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຫຼື​ຜູ້​ເບິ່ງແຍງ​ຕ້ອງ​ມີ​ຄຸນສົມບັດ​ຫຍັງ​ແດ່. ອ່ານ 1 ຕີໂມທຽວ 3:1-13 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ພີ່ນ້ອງ​ຊາຍ​ທີ່​ຢາກ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຫຼື​ຜູ້​ເບິ່ງແຍງ​ຕ້ອງ​ມີ​ຄຸນສົມບັດ​ຫຍັງ​ແດ່?

  • ແລ້ວ​ຄົນ​ໃນ​ຄອບຄົວ​ຂອງ​ເຂົາເຈົ້າ​ຕ້ອງ​ເປັນ​ແນວ​ໃດ?—ເບິ່ງ​ຂໍ້ 4 ແລະ 11

  • ຖ້າ​ພີ່ນ້ອງ​ຊາຍ​ພະຍາຍາມ​ທີ່​ຈະ​ມີ​ຄຸນສົມບັດ​ເຫຼົ່າ​ນີ້ທຸກ​ຄົນ​ໃນ​ປະຊາຄົມ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ?

ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ກຳລັງ​ຍູ້​ລໍ້​ຍູ້​ໃຫ້​ພີ່ນ້ອງ​ສູງ​ອາຍຸ​ຕອນ​ໄປ​ປະກາດ​ຕາມ​ເຮືອນ.

ບາງ​ຄົນ​ອາດ​ຖາມ​ວ່າ: “ວຽກ​ຂອງ​ພະຍານ​ພະ​ເຢໂຫວາ​ໄດ້​ເງິນ​ສະໜັບສະໜູນ​ຈາກ​ໃສ?”

  • ຖ້າ​ມີ​ຄົນ​ຖາມ​ແບບ​ນີ້ ເຈົ້າ​ຈະ​ຕອບ​ແນວ​ໃດ?

ສະຫຼຸບ

ພະ​ເຢໂຫວາ​ເຫັນຄ່າ​ຫຼາຍ​ເມື່ອ​ເຮົາ​ໃຊ້​ເວລາ ກຳລັງ ຫຼື​ຊັບສິນ​ເງິນ​ຄຳ​ຂອງ​ເຮົາ​ເພື່ອ​ສະໜັບສະໜູນ​ປະຊາຄົມ.

ຄຳ​ຖາມ​ທົບທວນ

  • ເຮົາ​ຈະ​ໃຊ້​ເວລາ​ແລະ​ກຳລັງ​ຂອງ​ເຮົາ​ເພື່ອ​ສະໜັບສະໜູນ​ປະຊາຄົມ​ໄດ້​ແນວ​ໃດ​ແດ່?

  • ເຮົາ​ຈະ​ໃຊ້​ຊັບສິນ​ເງິນ​ຄຳ​ຂອງ​ເຮົາ​ເພື່ອ​ສະໜັບສະໜູນ​ປະຊາຄົມ​ໄດ້​ແນວ​ໃດ​ແດ່?

  • ເຈົ້າ​ຢາກ​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ສະໜັບສະໜູນ​ປະຊາຄົມ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ມາ​ເບິ່ງ​ວ່າ​ພະເຈົ້າ​ຍັງ​ຢາກ​ໃຫ້​ຜູ້​ນະມັດສະການ​ເພິ່ນ​ບໍລິຈາກ 1 ສ່ວນ 10 ບໍ.

“ຄຳພີ​ໄບເບິນ​ເວົ້າ​ເຖິງ​ການ​ຖວາຍ 1 ສ່ວນ 10 ແນວ​ໃດ?” (ບົດ​ຄວາມ​ໃນ​ເວັບໄຊ)

ຖ້າ​ພີ່ນ້ອງ​ຍິງ​ຈຳເປັນ​ຕ້ອງ​ເຮັດ​ໜ້າທີ່​ບາງ​ຢ່າງ​ແທນ​ພີ່ນ້ອງ​ຊາຍ ຈະ​ຕ້ອງ​ເຮັດ​ແນວ​ໃດ?

“ການ​ເຂົ້າໃຈ​ເລື່ອງ​ສິດ​ອຳນາດ​ໃນ​ປະຊາຄົມ” (ຫໍສັງເກດການ ເດືອນ​ກຸມພາ ປີ 2021)

ມາ​ຮູ້​ຈັກ​ພະຍານ​ພະ​ເຢໂຫວາ​ບາງ​ຄົນ​ທີ່​ກ້າຫານ​ແລະ​ເສຍ​ສະລະ​ຫຼາຍ​ເພື່ອ​ເອົາ​ໜັງສື​ໄປ​ໃຫ້​ພີ່ນ້ອງ​ຂອງ​ເຂົາເຈົ້າ.

ການ​ຂົນ​ສົ່ງ​ໜັງສື​ຂອງ​ເຮົາ​ໃນ​ກົງໂກ (4:25)

ວຽກ​ຂອງ​ເຮົາ​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ການ​ເງິນ​ຕ່າງ​ຈາກ​ສາສະໜາ​ອື່ນໆ​ແນວ​ໃດ.

“ວຽກ​ຂອງ​ພະຍານ​ພະ​ເຢໂຫວາ​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ການ​ເງິນ​ແນວ​ໃດ?” (ບົດ​ຄວາມ​ໃນ​ເວັບໄຊ)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌