ຄຳຖາມທົບທວນຕອນ 1
ລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຄຳພີໄບເບິນເວົ້າເຖິງຄຳສັນຍາຫຼາຍເລື່ອງກ່ຽວກັບອະນາຄົດ ເຈົ້າມັກເລື່ອງໃດແດ່?
(ເບິ່ງ ບົດທີ 02)
ເປັນຫຍັງເຈົ້າຈຶ່ງເຊື່ອວ່າຄຳພີໄບເບິນເປັນປຶ້ມທີ່ມາຈາກພະເຈົ້າ?
ເປັນຫຍັງຈຶ່ງສຳຄັນທີ່ຈະເອີ້ນພະເຢໂຫວາດ້ວຍຊື່ຂອງເພິ່ນ?
(ເບິ່ງ ບົດທີ 04)
ຄຳພີໄບເບິນບອກວ່າພະເຈົ້າ “ເປັນຜູ້ໃຫ້ຊີວິດ” (ເພງສັນລະເສີນ 36:9) ເຈົ້າເຊື່ອແບບນັ້ນບໍ?
(ເບິ່ງ ບົດທີ 06)
ອ່ານສຸພາສິດ 3:32
ເປັນຫຍັງພະເຢໂຫວາຈຶ່ງເປັນໝູ່ທີ່ດີທີ່ສຸດ?
ພະເຢໂຫວາຢາກໃຫ້ໝູ່ຂອງເພິ່ນເຮັດຫຍັງ?ເຈົ້າຄິດວ່າເພິ່ນຂໍຫຼາຍເກີນໄປບໍ?
ອ່ານເພງສັນລະເສີນ 62:8
ເຈົ້າເຄີຍອະທິດຖານເຖິງພະເຢໂຫວາເລື່ອງຫຍັງແດ່? ແລ້ວມີເລື່ອງຫຍັງອີກບໍທີ່ເຈົ້າຈະອະທິດຖານເຖິງເພິ່ນໄດ້?
ພະເຢໂຫວາຕອບຄຳອະທິດຖານໂດຍວິທີໃດ?
(ເບິ່ງ ບົດທີ 09)
ອ່ານເຮັບເຣີ 10:24, 25
ເຈົ້າຈະໄດ້ຮັບປະໂຫຍດຫຍັງແດ່ຈາກການປະຊຸມກັບພະຍານພະເຢໂຫວາ?
ເຈົ້າຄິດວ່າຄຸ້ມບໍທີ່ຈະພະຍາຍາມເຂົ້າຮ່ວມປະຊຸມ?
(ເບິ່ງ ບົດທີ 10)
ເປັນຫຍັງເຮົາໜ້າຈະອ່ານຄຳພີໄບເບິນເປັນປະຈຳ? ແລ້ວເຈົ້າເດ ເຈົ້າຢາກຈະອ່ານຄຳພີໄບເບິນຕອນໃດ?
(ເບິ່ງ ບົດທີ 11)
ຈາກທີ່ຮຽນມາເຈົ້າມັກເລື່ອງໃດຫຼາຍທີ່ສຸດ?
ມີຫຍັງບໍທີ່ເຮັດໃຫ້ເຈົ້າຮູ້ສຶກວ່າຍາກທີ່ຈະຮຽນຄຳພີໄບເບິນ? ອັນໃດຈະຊ່ວຍເຈົ້າໃຫ້ຮຽນຄຳພີໄບເບິນຕໍ່ໄປ?
(ເບິ່ງ ບົດທີ 12)