ພາກຜະໜວກ ຂ
ເຈົ້າຄວນເຊົາລົມບໍ?
ເມື່ອມີຄົນບໍ່ເຫັນດີນຳເຮົາແບບກົງໄປກົງມາ ຫຼືຂໍໃຫ້ເຮົາອະທິບາຍບາງເລື່ອງ ເຮົາກໍຍິນດີທີ່ຈະລົມນຳລາວຕໍ່. ເຮົາຢາກລົມນຳຄົນທີ່ອາດຈະ “ເຕັມໃຈຕອບຮັບຄວາມຈິງທີ່ເຮັດໃຫ້ໄດ້ຊີວິດຕະຫຼອດໄປ.”—ກຈກ. 13:48
ແຕ່ຖ້າຄົນທີ່ເຮົາລົມນຳກຳລັງໃຈຮ້າຍ ຢາກໂຕ້ຖຽງ ຫຼືບໍ່ຢາກລົມໃນຕອນນັ້ນເດ? ກໍໃຫ້ເຮົາເຊົາລົມນຳລາວ ແຕ່ຂໍໃຫ້ເຮັດແບບໃຈເຢັນໆແລະສຸພາບ. (ສພສ. 17:14) ພະຍາຍາມສະແດງຄວາມເຄົາລົບນັບຖືແລະໃຈດີເພື່ອທີ່ລາວຈະໄດ້ເຕັມໃຈລົມນຳເຮົາໃນເທື່ອໜ້າ.—1 ປຕ. 2:12