ຄວາມກະຕືລືລົ້ນກະຕຸ້ນກັນແລະກັນເພື່ອກິດຈະການດີ
ເຫບເລີ 10:24 ກະຕຸ້ນເຮົາໃຫ້ “ຄຶດເຖິງກັນແລະກັນເພື່ອຈະໄດ້ເຕືອນໃຈກັນ [ກະຕຸ້ນ] ໃຫ້ປົງໃຈຮັກກັນແລະກັນແລະກະທຳການດີ.” ເຮົາກະຕຸ້ນພີ່ນ້ອງໂດຍທາງຕົວຢ່າງແລະຄວາມເຊື່ອຂອງເຮົາ. ເລົ່າປະສົບການທີ່ດີຂອງເຮົາໃຫ້ພີ່ນ້ອງຟັງ ເພື່ອໃຫ້ເຂົາເຈົ້າເຫັນວ່າເຮົາມີຄວາມສຸກຫຼາຍທີ່ໄດ້ຮັບໃຊ້ພະເຢໂຫວາ. ແຕ່ບໍ່ໃຫ້ສົມທຽບເຂົາເຈົ້າກັບເຮົາຫຼືກັບຄົນອື່ນ. (ຄລາ. 6:4) ໃຫ້ຫາວິທີໃຊ້ເຫື່ອແຮງຂອງເຮົາເພື່ອສົ່ງເສີມຄົນອື່ນໃຫ້ “ຮັກກັນແລະກັນແລະກະທຳການດີ” ບໍ່ແມ່ນໃຫ້ຮູ້ສຶກຜິດແລະກະທຳການດີ. (ຂໍໃຫ້ເບິ່ງປຶ້ມໂຮງຮຽນການຮັບໃຊ້ ໜ້າ 158 ຫຍໍ້ໜ້າ 4) ຖ້າເຮົາໜູນໃຈໃຫ້ຮັກກັນແລະກັນ ການກະທຳດີຕ່າງໆ ເຊັ່ນ: ການເຮັດດີກັບຄົນອື່ນໃນເລື່ອງສິ່ງຝ່າຍວັດຖຸຫຼືວຽກການປະກາດກໍຈະເກີດຂຶ້ນໂດຍອັດຕະໂນມັດ.—2 ໂກ. 1:24