ໃຊ້ເວລາໃນການປະກາດໃຫ້ເກີດປະໂຫຍດຫຼາຍທີ່ສຸດ
ໃນປີການຮັບໃຊ້ 2014 ພະຍານພະເຢໂຫວາໃຊ້ເວລາປະກາດ 1.945.487.604 ຊົ່ວໂມງ. ສິ່ງນີ້ໃຫ້ຫຼັກຖານວ່າເຮົາທຸກຄົນໄດ້ສຸມໃສ່ວຽກຮັບໃຊ້ພະເຢໂຫວາຢ່າງເຕັມທີ! (ເພງ. 110:3; 1 ໂກ. 15:58) ເນື່ອງຈາກວ່າ “ເວລາກໍສັ້ນເຂົ້າແລ້ວ” ເຮົາຈະໃຊ້ເວລາທີ່ມີຄ່ານີ້ເພື່ອເຂົ້າຫາຜູ້ຄົນໃຫ້ຫຼາຍກວ່າເກົ່າໄດ້ບໍ?—1 ໂກ. 7:29
ເພື່ອຈະໃຊ້ເວລາໃນການປະກາດໃຫ້ເກີດປະໂຫຍດຫຼາຍທີ່ສຸດ ເຮົາຕ້ອງພ້ອມທີ່ຈະປັບປ່ຽນ. ເຊັ່ນວ່າ ຖ້າເຈົ້າເຮັດວຽກຮັບໃຊ້ຢ່າງໃດຢ່າງໜຶ່ງເປັນຊົ່ວໂມງຫຼືຫຼາຍກວ່ານັ້ນແຕ່ວ່າບໍ່ໄດ້ເວົ້າກັບໃຜເລີຍ ເຈົ້າຈະເຮັດຫຍັງໄດ້ແດ່ເພື່ອເວົ້າກັບຜູ້ຄົນຫຼາຍຂຶ້ນ? ສະພາບການໃນແຕ່ລະບ່ອນອາດແຕກຕ່າງກັນໄປ. ແຕ່ຄຳແນະນຳຕໍ່ໄປນີ້ຈະຊ່ວຍເຈົ້າໃຫ້ໃຊ້ເວລາຢ່າງເກີດປະໂຫຍດຫຼາຍທີ່ສຸດເພື່ອຈະບໍ່ຕ້ອງ “ຊົກລົມ.”—1 ໂກ. 9:26
ການປະກາດຕາມບ້ານເຮືອນ: ພີ່ນ້ອງມັກຈະເລີ່ມວຽກຮັບໃຊ້ໃນແຕ່ລະມື້ໂດຍການປະກາດຕາມບ້ານເຮືອນ. ແຕ່ເນື່ອງຈາກວ່າເຈົ້າຂອງເຮືອນສ່ວນຫຼາຍອອກໄປເຮັດວຽກໝົດມື້ ໃຫ້ເຮົາລອງໄປປະກາດຕາມບ້ານເຮືອນໃນຕອນບ່າຍໆຫຼືແລງໆເພື່ອຈະພົບຜູ້ຄົນໃນເວລາທີ່ເຂົາເຈົ້າຜ່ອນຄາຍ. ແຕ່ຖ້າເປັນເວລາກາງເວັນ ການປະກາດຕາມຖະໜົນຫຼືໃນເຂດທີ່ເຮັດທຸລະກິດອາດຈະເກີດຜົນດີກວ່າ.
ການປະກາດໃນບ່ອນສາທານະ: ການຕັ້ງໂຕະຫຼືລໍ້ວາງສະແດງໜັງສືຄວນຈະຈັດໄວ້ໃນເຂດຂອງປະຊາຄົມ ແລະເປັນບ່ອນທີ່ມີຄົນຈຳນວນຫຼາຍຍ່າງຜ່ານໄປມາ. (ເບິ່ງພະລາຊະກິດຂອງເຮົາ ເດືອນກໍລະກົດ 2013 ໜ້າ 5) ຖ້າບ່ອນນັ້ນມີຄົນຍ່າງຜ່ານໄປມາໜ້ອຍລົງ ຄະນະກຳມະການຝ່າຍການຮັບໃຊ້ຂອງປະຊາຄົມຄວນປຶກສາກັນເພື່ອຍ້າຍໂຕະຫຼືລໍ້ໄປຕັ້ງໃນບ່ອນທີ່ມີຄົນຍ່າງຜ່ານຫຼາຍກວ່າ.
ການກັບໄປຢ້ຽມຢາມແລະນຳການສຶກສາ: ເຈົ້າຈະຈັດເວລາໄປຢ້ຽມຢາມຫຼືໄປສຶກສາໃນເວລາທີ່ການປະກາດໄດ້ຮັບຜົນໜ້ອຍໄດ້ບໍ? ຕົວຢ່າງເຊັ່ນ ຖ້າການປະກາດໃນຕອນເຊົ້າວັນເສົາໄດ້ຮັບຜົນດີ ເຈົ້າອາດຈະສຶກສາຄຳພີໄບເບິນຕອນບ່າຍຫຼືຕອນແລງແທນ. ເມື່ອກັບໄປຢ້ຽມຢາມ ໃຫ້ວາງແຜນໄປຢາມຜູ້ສົນໃຈທຸກຄົນໃນບໍລິເວນທີ່ໃກ້ໆກັນ ກ່ອນທີ່ຈະເດີນທາງໄປອີກເຂດໜຶ່ງ.
ບໍ່ວ່າເຮົາຈະປະກາດໃນຮູບແບບໃດ ເຮົາກໍນັບເວລາໄດ້ ແຕ່ເຮົາຈະມີຄວາມສຸກຫຼາຍຂຶ້ນຖ້າວຽກຮັບໃຊ້ຂອງເຮົາເກີດຜົນດີ. ຖ້າເຫັນວ່າວິທີປະກາດແບບໃດແບບໃດໜຶ່ງບໍ່ເກີດຜົນດີໃນບາງເວລາ ຂໍໃຫ້ໃຫ້ລອງປັບປ່ຽນແລະຊອກວິທີອື່ນ. ໃຫ້ອະທິດຖານຂໍການຊີ້ນຳຈາກພະເຢໂຫວາຜູ້ເປັນ “ເຈົ້າແຫ່ງການກ່ຽວ” ເພື່ອຈະໃຊ້ເວລາໃນການປະກາດໃຫ້ເກີດປະໂຫຍດຫຼາຍທີ່ສຸດ!—ມັດ. 9:38