ໃຫ້ພະຄຳຂອງພະເຈົ້າມີພະລັງໃນວຽກປະກາດຂອງເຮົາ
ເມື່ອມີຄົນໃຫ້ເວລາເຮົາເວົ້າເລື່ອງຂ່າວດີ ເຮົາໃຊ້ໂອກາດນັ້ນຢ່າງດີແລະໃຫ້ພະຄຳຂອງພະເຈົ້າມີພະລັງໂດຍອ່ານຂໍ້ນັ້ນຈາກຄຳພີໄບເບິນໂດຍກົງ. ມີການເນັ້ນເລື່ອງນີ້ທີ່ການປະຊຸມພິເສດປີກາຍນີ້. ຜູ້ດູແລໝວດໄດ້ບັນລະຍາຍໃນຫົວເລື່ອງທີ່ວ່າ “ໃຫ້ຄຳພີໄບເບິນສະແດງພະລັງໃນວຽກຮັບໃຊ້ຂອງເຮົາ” ເຮົາຈື່ໄດ້ບໍ?
ເປັນຫຍັງພະຄຳຂອງພະເຢໂຫວາຈຶ່ງມີລິດເດດຫຼາຍກວ່າເຮົາ?—2 ຕີໂມ. 3:16, 17
ເປັນໄປໄດ້ແນວໃດທີ່ຄຳພີໄບເບິນຈະກະຕຸ້ນຄວາມຮູ້ສຶກ ຫຼໍ່ຫຼອມຄວາມຄິດ ຂັດເກົາແຮງກະຕຸ້ນ ແລະຄວບຄຸມການປະພຶດ?—ເບິ່ງຫໍສັງເກດການ 15 ມິຖຸນາ 2012 ໜ້າ 27 ຫຍໍ້ໜ້າ 7
ເມື່ອເຮົາອ່ານຂໍ້ພະຄຳພີໃຫ້ຄົນອື່ນຟັງຕອນທີ່ປະກາດ ເຮົາຈະດຶງຄວາມສົນໃຈມາທີ່ພະຄຳຂອງພະເຈົ້າໃນທາງທີ່ໃຫ້ຄວາມນັບຖືໄດ້ແນວໃດ? ເບິ່ງປຶ້ມໂຮງຮຽນ ໜ້າ 148 ຫຍໍ້ໜ້າ 3-4 ແລະພະລາຊະກິດຂອງເຮົາ ເດືອນມີນາ 2013 ໜ້າ 6 ຫຍໍ້ໜ້າ 8
ເປັນຫຍັງຈຶ່ງສຳຄັນທີ່ເຮົາຕ້ອງອະທິບາຍແລະຫາເຫດຜົນໃນຂໍ້ພະຄຳພີທີ່ເຮົາໄດ້ອ່ານໄປ ແລະເຮົາຈະເຮັດເຊັ່ນນັ້ນໄດ້ແນວໃດ?—ກິດ. 17:2, 3; ເບິ່ງປຶ້ມໂຮງຮຽນ ໜ້າ 154 ຫຍໍ້ໜ້າ 4 ເຖິງໜ້າ 156 ຫຍໍ້ໜ້າ 5