ເພື່ອຈະສອນຢ່າງຊຳນານຈຳເປັນຕ້ອງໄດ້ກຽມຕົວ
ມີຄົນເຄີຍຖາມພະເຍຊູກ່ຽວກັບຊີວິດຕະຫຼອດໄປຢ່າງໜ້ອຍ 2 ຄັ້ງ. ໃນແຕ່ລະຄັ້ງພະອົງໄດ້ປັບຄຳຕອບໃຫ້ເໝາະກັບຜູ້ຖາມ. (ລືກາ 10: 25-28; 18:18-20) ດັ່ງນັ້ນ ເຖິງວ່າເຮົາອາດຄຸ້ນເຄີຍກັບເລື່ອງທີ່ໃຊ້ໃນການສຶກສາຄຳພີໄບເບິນດີແລ້ວ ແຕ່ຄວນກຽມຕົວລ່ວງໜ້າໂດຍຄິດເຖິງນັກສຶກສາແຕ່ລະຄົນ. ມີຈຸດໃດແດ່ທີ່ລາວຈະເຂົ້າໃຈຍາກຫຼືຍອມຮັບໄດ້ຍາກ? ພະຄຳພີຂໍ້ໃດທີ່ຄວນອ່ານກັບລາວ? ເຮົາຄວນສຶກສາຫຼາຍໜ້ອຍສ່ຳໃດ? ເຮົາອາດຈະຕ້ອງກຽມຕົວຢ່າງ ຄຳອະທິບາຍ ຫຼືຄຳຖາມຫຼາຍໆຂໍ້ເພື່ອຊ່ວຍນັກສຶກສາໃຫ້ເຂົ້າໃຈ. ນອກຈາກນັ້ນ ເນື່ອງຈາກພະເຢໂຫວາເປັນຜູ້ເຮັດໃຫ້ເມັດແຫ່ງຄວາມຈິງເຕີບໂຕໃນຫົວໃຈ ເຮົາຄວນຂໍໃຫ້ພະເຢໂຫວາອວຍພອນເຮົາໃນການກຽມຕົວເພື່ອນຳການສຶກສາ ອວຍພອນນັກສຶກສາ ແລະຄວາມພະຍາຍາມຂອງເຮົາທີ່ຈະຊ່ວຍນັກສຶກສາໃຫ້ມີຄວາມເຊື່ອເພີ່ມຂຶ້ນ.—1 ໂກ. 3:6; ຢໂກ. 1:5