ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ໂຊໂຟນີ 1–ອາກເກ 2
ຈົ່ງຊອກຫາພະເຢໂຫວາກ່ອນວັນແຫ່ງຄວາມຄຽດຂອງພະອົງຈະມາ
ເພື່ອພະເຢໂຫວາຈະຊ່ວຍເຮົາໃຫ້ລອດຈາກວັນແຫ່ງຄວາມຄຽດຂອງພະອົງ ເຮົາຕ້ອງເຮັດຫຼາຍກວ່າການອຸທິດຕົວ ແລະຕ້ອງເຊື່ອຟັງຄຳຊີ້ນຳທີ່ໂຊໂຟນີໄດ້ໃຫ້ກັບຊາວອິດສະລາແອນ.
ຊອກຫາພະເຢໂຫວາ: ໂດຍການຮັກສາສາຍສຳພັນອັນອົບອຸ່ນເປັນສ່ວນຕົວກັບພະເຢໂຫວາແລະຕິດຕາມອົງການຂອງພະອົງ.
ຊອກຫາຄວາມຊອບທຳ: ໂດຍການເຮັດຕາມມາດຕະຖານອັນຊອບທຳຂອງພະເຢໂຫວາ.
ເປັນຄົນຖ່ອມຕົວ: ໂດຍການເຮັດຕາມໃຈປະສົງຂອງພະເຈົ້າ ແລະຍອມຮັບການຕີສອນຈາກພະອົງ.
ຂ້ອຍຈະຊອກຫາພະເຢໂຫວາ ຊອກຫາຄວາມຊອບທຳ ແລະເປັນຄົນຖ່ອມຕົວໃຫ້ຫຼາຍຂຶ້ນໄດ້ແນວໃດ?