ຊີວິດຄລິດສະຕຽນ
ໃຊ້ເຄື່ອງມືຕ່າງໆຈາກກ່ອງເຄື່ອງມືຢ່າງຊຳນານ
ການເຮັດຄົນໃຫ້ເປັນລູກສິດກໍຄືກັບການສ້າງເຮືອນ. ເພື່ອເຮືອນຈະອອກມາດີ ເຮົາຕ້ອງຮຽນຮູ້ທີ່ຈະໃຊ້ເຄື່ອງມືຢ່າງຊຳນານ. ຄ້າຍຄືກັນ ເຮົາຕ້ອງຝຶກໃຊ້ຄຳພີໄບເບິນໃຫ້ຄ່ອງແຄ້ວເປັນພິເສດ ເພາະຄຳພີໄບເບິນເປັນເຄື່ອງມືຫຼັກຂອງເຮົາ. (2 ຕີໂມ. 2:15) ນອກຈາກນັ້ນ ເຮົາຕ້ອງໃຊ້ສິ່ງພິມແລະວິດີໂອຕ່າງໆໃນກ່ອງເຄື່ອງມືໃຫ້ຊຳນານແລະເກີດຜົນດີ ໂດຍມີເປົ້າໝາຍເພື່ອເຮັດໃຫ້ຄົນເປັນລູກສິດ.a
ເຈົ້າຈະໃຊ້ເຄື່ອງມືທີ່ຢູ່ໃນກ່ອງເຄື່ອງມືຂອງເຮົາໃຫ້ຊຳນານຂຶ້ນໄດ້ແນວໃດ? (1) ຂໍຄວາມຊ່ວຍເຫຼືອຈາກຜູ້ດູແລກຸ່ມການປະກາດຂອງເຈົ້າ. (2) ໄປປະກາດກັບຜູ້ປະກາດຫຼືໄພໂອເນຍທີ່ມີປະສົບການ. (3) ຝຶກຊ້ອມເລື້ອຍໆ ເມື່ອເຈົ້າຊຳນານຫຼາຍຂຶ້ນໃນການໃຊ້ສິ່ງພິມແລະວິດີໂອຕ່າງໆ ເຈົ້າກໍຈະມີຄວາມສຸກຈາກວຽກທີ່ຊ່ວຍຄົນເຂົ້າມາເປັນລູກສິດເຊິ່ງເປັນວຽກທີ່ກຳລັງເຮັດຢູ່ທົ່ວໂລກ.
ວາລະສານ
ຈຸນລະສານ
ປຶ້ມ
ແຜ່ນພັບ
ວິດີໂອ
ໃບເຊີນ
ນາມບັດ
a ສິ່ງພິມບາງຢ່າງທີ່ບໍ່ຢູ່ໃນກ່ອງເຄື່ອງມືເປັນສິ່ງພິມທີ່ອອກແບບມາສຳລັບຜູ້ຟັງບາງກຸ່ມ ແລະອາດເລືອກໃຊ້ໄດ້ເມື່ອເຫັນວ່າເໝາະສົມ.