ຊີວິດຄລິດສະຕຽນ
ເປັນຫຍັງການຮັກສາຄວາມເປັນກາງຈຶ່ງສຳຄັນ? (ມີເກ 4:2)
ຕົວຢ່າງປຽບທຽບເລື່ອງຄົນສະມາລີທີ່ຮັກຄົນອື່ນເຕືອນເຮົາວ່າພະເຢໂຫວາບໍ່ລຳອຽງແລະພະອົງຕ້ອງການໃຫ້ເຮົາ “ກະທຳການດີແກ່ຄົນທັງປວງ” ບໍ່ວ່າເຂົາເຈົ້າຈະມີຖານະທາງສັງຄົມ ເຊື້ອຊາດ ຊົນເຜົ່າ ປະເທດ ຫຼືສາສະໜາດຽວກັນກັບເຮົາຫຼືບໍ່ກໍຕາມ.—ຄລາ. 6:10; ກິດ. 10:34
ເບິ່ງວິດີໂອເປັນຫຍັງການຮັກສາຄວາມເປັນກາງຈຶ່ງສຳຄັນ? (ມີເກ 4:2) ແລ້ວຕອບຄຳຖາມຕໍ່ໄປນີ້
ເຮົາຮູ້ໄດ້ແນວໃດວ່າມີເກ 4:2 ບອກກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນກັບປະຊາຊົນຂອງພະເຈົ້າໃນທຸກມື້ນີ້?
ຄວາມເປັນກາງແມ່ນຫຍັງ? ແລະເປັນຫຍັງຈຶ່ງສຳຄັນ?
ຄຳປາກົດ 13:16, 17 ສະແດງໃຫ້ເຫັນແນວໃດວ່າລະບົບການເມືອງມີອິດທິພົນກັບຄວາມຄິດແລະການກະທຳຂອງເຮົາ?
ສາມສິ່ງທີ່ອາດທຳລາຍການຮັກສາຄວາມເປັນກາງຂອງເຮົາແມ່ນຫຍັງ?