ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ19 ມີນາ ໜ້າ 7
  • ໃຊ້ວິດີໂອເພື່ອສອນນັກສຶກສາຂອງເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຊ້ວິດີໂອເພື່ອສອນນັກສຶກສາຂອງເຈົ້າ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
  • ເລື່ອງທີ່ຄ້າຍກັນ
  • ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ໃຊ້ວິດີໂອໃນການສອນ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ຄຳຖາມ​ທົບ​ທວນ​ຕອນ 2
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ໃຊ້ ຊີວິດທີ່ມີຄວາມສຸກຕະຫຼອດໄປ! ໃນວຽກຮັບໃຊ້
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ຄຳ​ຖາມ​ທົບທວນ​ຕອນ 4
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
ຄມປ19 ມີນາ ໜ້າ 7
ພີ່​ນ້ອງ​ຍິງ​ເປີດ​ວິດີໂອ​ໃຫ້​ນັກ​ສຶກສາ​ເບິ່ງ

ຊີວິດ​ຄລິດສະຕຽນ

ໃຊ້​ວິດີໂອ​ເພື່ອ​ສອນ​ນັກ​ສຶກສາ​ຂອງ​ເຈົ້າ

ການ​ໃຊ້​ພາບ​ປະກອບ​ໃນ​ການ​ສອນ​ສາມາດ​ດຶງ​ດູດ​ໃຈ​ຜູ້​ຟັງ ເຊິ່ງ​ຊ່ວຍ​ລາວ​ໃຫ້​ເຂົ້າ​ໃຈ​ໄດ້​ດີ​ຂຶ້ນ​ແລະ​ຈື່​ສິ່ງ​ທີ່​ລາວ​ຮຽນ. ພະ​ເຢໂຫວາ​ຜູ້​ສອນ​ອົງ​ຍິ່ງໃຫຍ່​ໄດ້​ສອນ​ບົດຮຽນ​ທີ່​ສຳຄັນ​ໂດຍ​ໃຊ້​ພາບ​ປະກອບ. (ຕົ້ນ. 15:5; ຢເຣ. 18:1-6) ພະ​ເຍຊູ​ທີ່​ເປັນ​ຄູ​ຜູ້​ຍິ່ງໃຫຍ່​ກໍ​ໃຊ້​ສິ່ງ​ທີ່​ຜູ້​ຄົນ​ເຫັນ​ໄດ້​ມາ​ເປັນ​ຕົວຢ່າງ​ໃນ​ການ​ສອນ. (ມັດ. 18:2-6; 22:19-21) ຮູບ​ແບບ​ໜຶ່ງ​ທີ່​ພົບ​ວ່າ​ເປັນ​ປະໂຫຍດ​ຫຼາຍ​ໃນ​ໄລຍະ​ທີ່​ຜ່ານ​ມາ​ແມ່ນ ວິດີໂອ. ເຈົ້າ​ໃຊ້​ປະໂຫຍດ​ຈາກ​ວິດີໂອ​ເມື່ອ​ສອນ​ນັກ​ສຶກສາ​ຂອງ​ເຈົ້າ​ບໍ?

ວິດີໂອ 10 ເລື່ອງ​ໄດ້​ກຽມ​ໄວ້​ເພື່ອ​ຊ່ວຍ​ໃຫ້​ເຮົາ​ສອນ​ບົດຮຽນ​ໃນ​ຈຸນລະສານ​ຂ່າວ​ດີ​ຈາກ​ພະເຈົ້າ! ປົກກະຕິ​ແລ້ວ ຊື່​ຂອງ​ວິດີໂອ​ແຕ່​ລະ​ເລື່ອງ​ຈະ​ກົງ​ກັບ​ຄຳຖາມ​ຕົວ​ເຂັ້ມ​ທີ່​ຢູ່​ໃນ​ຈຸນລະສານ. ຈຸນລະສານ​ແບບ​ເອເລັກໂຕຣນິກ​ຈະ​ມີ​ລິ້ງ​ທີ່​ເຕືອນ​ເຮົາ​ວ່າ​ຄວນ​ເປີດ​ວິດີໂອ​ຕອນ​ໃດ. ນອກ​ຈາກ​ນັ້ນ ວິດີໂອ​ອື່ນໆຍັງ​ອະທິບາຍ​ເນື້ອ​ຫາ​ໃນ​ປຶ້ມ​ສຳລັບ​ສຶກສາ​ທີ່​ຢູ່​ໃນ​ກ່ອງ​ເຄື່ອງ​ມື​ການ​ສອນ​ຂອງ​ເຮົາ.

ເຈົ້າ​ກຳລັງ​ລົມ​ເລື່ອງ​ໃນ​ຄຳພີ​ໄບເບິນ​ທີ່​ນັກ​ສຶກສາ​ບໍ່​ຄ່ອຍ​ເຂົ້າ​ໃຈ​ບໍ? ນັກ​ສຶກສາ​ຂອງ​ເຈົ້າ​ກຳລັງ​ເຈິ​ການ​ທົດ​ສອບ​ຢ່າງ​ໃດ​ຢ່າງ​ໜຶ່ງ​ບໍ? ໃຫ້​ຄົ້ນ​ຫາ​ວິດີໂອ​ໃນ​ເວັບໄຊ jw.org ແລະ​ລາຍການ​ໂທລະທັດ JW (JW Broadcasting) ເພື່ອ​ຊອກ​ເບິ່ງ​ວິດີໂອ​ທີ່​ຈະ​ເປັນ​ປະໂຫຍດ​ຕໍ່​ລາວ. ບາງ​ທີ​ເຈົ້າ​ກັບ​ນັກ​ສຶກສາ​ສາມາດ​ເບິ່ງ​ເລື່ອງ​ໜຶ່ງ​ນຳ​ກັນ​ແລ້ວ​ກໍ​ລົມ​ກັນ​ກ່ຽວ​ກັບ​ເລື່ອງ​ນັ້ນ.

ແຕ່​ລະ​ເດືອນ​ຈະ​ມີ​ວິດີໂອ​ໃໝ່ໆອອກ​ມາ​ໃຫ້​ດາວໂຫຼດ​ໄດ້. ເມື່ອ​ເຈົ້າ​ເບິ່ງ​ວິດີໂອ​ເຫຼົ່າ​ນີ້ ລອງ​ຄິດ​ເຖິງ​ວິທີ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ເມື່ອ​ສອນ​ຄົນ​ອື່ນ.

ວິດີໂອ​ຕ່າງໆ​ທີ່​ຊ່ວຍ​ເສີມ​ບົດຮຽນ​ໃນ​ຈຸນລະສານ​ຂ່າວ​ດີ (ຍັງ​ບໍ່​ມີ​ໃນ​ພາສາ​ລາວ)

  • ວິດີໂອ​ພະເຈົ້າ​ມີ​ຊື່​ບໍ?

    ບົດ​ທີ 2

    ພະເຈົ້າ​ມີ​ຊື່​ບໍ?

  • ວິດີໂອ​ໃຜ​ເປັນ​ຜູ້​ປະພັນ​ຄຳພີ​ໄບເບິນ?

    ບົດ​ທີ 3

    ໃຜ​ເປັນ​ຜູ້​ປະພັນ​ຄຳພີ​ໄບເບິນ?

  • ວິດີໂອ​ເຮົາ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ?

    ເຮົາ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ?

  • ວິດີໂອ​ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ຕາຍ?

    ບົດ​ທີ 4

    ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ຕາຍ?

  • ວິດີໂອ​ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ສ້າງ​ແຜ່ນດິນ​ໂລກ?

    ບົດ​ທີ 5

    ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ສ້າງ​ແຜ່ນດິນ​ໂລກ?

  • ວິດີໂອ​ຄົນ​ຕາຍ​ແລ້ວ​ເປັນ​ແນວ​ໃດ?

    ບົດ​ທີ 6

    ຄົນ​ຕາຍ​ແລ້ວ​ເປັນ​ແນວ​ໃດ?

  • ວິດີໂອ​ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

    ບົດ​ທີ 7

    ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

  • ວິດີໂອ​ເປັນ​ຫຍັງ​ໂລກ​ຈຶ່ງ​ມີ​ຄວາມ​ທຸກ?

    ບົດ​ທີ 8

    ເປັນ​ຫຍັງ​ໂລກ​ຈຶ່ງ​ມີ​ຄວາມ​ທຸກ?

  • ວິດີໂອ​ພະເຈົ້າ​ຍອມ​ຮັບ​ການ​ນະມັດສະການ​ທຸກ​ຮູບ​ແບບ​ບໍ?

    ບົດ​ທີ 10

    ພະເຈົ້າ​ຍອມ​ຮັບ​ການ​ນະມັດສະການ​ທຸກ​ຮູບ​ແບບ​ບໍ?

  • ວິດີໂອ​ພະເຈົ້າ​ຮັບ​ຟັງ​ຄຳ​ອະທິດຖານ​ຂອງ​ທຸກ​ຄົນ​ບໍ?

    ບົດ​ທີ 12

    ພະເຈົ້າ​ຮັບ​ຟັງ​ຄຳ​ອະທິດຖານ​ຂອງ​ທຸກ​ຄົນ​ບໍ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌