ການຕ້ອນຮັບຄົນໃໝ່ທີ່ມາການປະຊຸມອະນຸສອນ
ຕົວຢ່າງການສົນທະນາ
●○○ ການປະກາດ
ຄຳຖາມ: ພະເຍຊູແມ່ນໃຜ?
ຂໍ້ພະຄຳພີ: ມັດ. 16:16
ເລື່ອງທີ່ຈະລົມນຳເທື່ອໜ້າ: ເປັນຫຍັງພະເຍຊູຈຶ່ງຕາຍ?
○●○ ກັບໄປຢາມເທື່ອທຳອິດ
ຄຳຖາມ: ເປັນຫຍັງພະເຍຊູຈຶ່ງຕາຍ?
ຂໍ້ພະຄຳພີ: ມັດ. 20:28
ເລື່ອງທີ່ຈະລົມນຳເທື່ອໜ້າ: ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຂອບໃຈທີ່ມີຄ່າໄຖ່ຂອງພະເຍຊູ?
○○● ກັບໄປຢາມເທື່ອທີສອງ
ຄຳຖາມ: ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຂອບໃຈທີ່ມີຄ່າໄຖ່ຂອງພະເຍຊູ?
ຂໍ້ພະຄຳພີ: ໂຢ. 17:3
ເລື່ອງທີ່ຈະລົມນຳເທື່ອໜ້າ: ການປະຊຸມຂອງພະຍານພະເຢໂຫວາເປັນແນວໃດ?
ໂຄງການພິເສດເພື່ອການປະຊຸມອະນຸສອນ (ວັນທີ 23 ມີນາ–19 ເມສາ):
ເຮົາຢາກເຊີນເຈົ້າໄປງານທີ່ສຳຄັນຫຼາຍ ແລະນີ້ຄືໃບເຊີນ. ໃນວັນສຸກທີ 19 ເມສາ ຫຼາຍລ້ານຄົນທົ່ວໂລກຈະໄປປະຊຸມເພື່ອລະນຶກເຖິງການເສຍຊີວິດຂອງພະເຍຊູຄລິດ. ໃນໃບເຊີນນີ້ຈະບອກ ວັນ ເວລາ ແລະສະຖານທີ່ສຳລັບການປະຊຸມ ແລະກ່ອນໜ້ານັ້ນໜຶ່ງອາທິດ ເຮົາຢາກເຊີນເຈົ້າມາຟັງຄຳບັນລະຍາຍອີກເລື່ອງໜຶ່ງນຳທີ່ມີຊື່ວ່າ: “ຈົ່ງບາກບັ່ນເພື່ອຈະໄດ້ຊີວິດອັນແທ້!”
ເລື່ອງທີ່ຈະລົມນຳເທື່ອໜ້າເມື່ອເຈົ້າຂອງເຮືອນສົນໃຈ: ເປັນຫຍັງພະເຍຊູຈຶ່ງຕາຍ?