ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ອົບພະຍົບ 15-16
ສັນລະເສີນພະເຢໂຫວາໂດຍການຮ້ອງເພງ
ດົນຕີມີຜົນຕໍ່ຄວາມຄິດແລະຄວາມຮູ້ສຶກຂອງເຮົາຫຼາຍ. ການຮ້ອງເພງເປັນສ່ວນສຳຄັນຂອງການນະມັດສະການພະເຢໂຫວາ.
ໂມເຊກັບຄົນອິດສະຣາເອນຮ້ອງເພງສັນລະເສີນພະເຢໂຫວາຍ້ອນພະອົງຊ່ວຍເຂົາເຈົ້າຢ່າງອັດສະຈັນຢູ່ທະເລແດງ
ກະສັດດາວິດມອບໝາຍຜູ້ຊາຍ 4.000 ຄົນໃຫ້ຮັບໃຊ້ເປັນນັກດົນຕີແລະນັກຮ້ອງຢູ່ວິຫານ
ຄືນສຸດທ້າຍກ່ອນທີ່ພະເຢຊູຈະຕາຍ ພະອົງກັບອັກຄະສາວົກທີ່ສັດຊື່ພາກັນຮ້ອງເພງສັນລະເສີນພະເຢໂຫວາ
ມີໂອກາດໃດແດ່ທີ່ຂ້ອຍຈະຮ້ອງເພງສັນລະເສີນພະເຢໂຫວາ?