ຊີວິດຄລິດສະຕຽນ
ໜຸ່ມສາວ—ພະເຢໂຫວາເປັນໝູ່ທີ່ດີທີ່ສຸດຂອງເຈົ້າບໍ?
ເຈົ້າຢາກໄດ້ໝູ່ທີ່ມີນິດໄສແບບໃດ? ເຈົ້າອາດຈະມັກຄົນທີ່ສັດຊື່ ກະລຸນາ ໃຈກວ້າງ ແລະພະເຢໂຫວາກໍເປັນແບບນັ້ນ. (ອົບ 34:6; ກຈກ 14:17) ພະເຢໂຫວາຟັງຄຳອະທິດຖານຂອງເຈົ້າ ແລະຊ່ວຍໃນຍາມທີ່ເຈົ້າຕ້ອງການ. (ເພງ 18:19, 35) ເພິ່ນໃຫ້ອະໄພເມື່ອເຈົ້າເຮັດຜິດ. (1ຢຮ 1:9) ພະເຢໂຫວາເປັນໝູ່ທີ່ດີທີ່ສຸດ!
ເຈົ້າຈະເປັນໝູ່ກັບພະເຢໂຫວາໄດ້ແນວໃດ? ໂດຍການອ່ານຄຳພີໄບເບິນ ແລະອະທິດຖານລະບາຍຄວາມໃນໃຈກັບເພິ່ນ. (ເພງ 62:8; 142:2) ສະແດງຄວາມຮູ້ຄຸນຄ່າໃນສິ່ງທີ່ສຳຄັນຕໍ່ພະເຢໂຫວາເຊັ່ນ: ພະເຢຊູລູກຊາຍຂອງເພິ່ນ ການປົກຄອງຂອງເພິ່ນແລະຄຳສັນຍາຕ່າງໆທີ່ເພິ່ນຈະເຮັດໃນອະນາຄົດ ແລະບອກເລື່ອງຂອງເພິ່ນໃຫ້ຄົນອື່ນຟັງ. (ບັນຍັດ 32:3) ຖ້າເຈົ້າພັດທະນາຄວາມເປັນໝູ່ກັບພະເຢໂຫວາ ເພິ່ນກໍຈະເປັນໝູ່ກັບເຈົ້າຕະຫຼອດໄປ.—ເພງ 73:25, 26, 28
ເປີດວິດີໂອໜຸ່ມສາວ—“ລອງຊິມດູ ແລ້ວຈະຮູ້ວ່າພະເຢໂຫວາດີຂະໜາດໃດ” ແລ້ວຕອບຄຳຖາມຕໍ່ໄປນີ້:
ຖ້າຢາກອຸທິດຕົວແລະຮັບບັບເຕມາ ເຈົ້າຕ້ອງເຮັດຫຍັງແດ່?
ຄົນອື່ນໃນປະຊາຄົມຈະຊ່ວຍເຈົ້າແນວໃດໃຫ້ຮັບໃຊ້ພະເຢໂຫວາ?
ວຽກປະກາດຈະຊ່ວຍເຈົ້າແນວໃດໃຫ້ເປັນໝູ່ສະໜິດກັບພະເຢໂຫວາ?
ເຈົ້າສາມາດເປັນໝູ່ກັບພະເຢໂຫວາໄດ້ຕະຫຼອດໄປ!
ມີວຽກຮັບໃຊ້ພະເຢໂຫວາໃນແບບໃດແດ່ທີ່ເຈົ້າຈະເຮັດໄດ້?
ເຈົ້າຈະເຮັດແນວໃດທີ່ສະແດງວ່າເຈົ້າຮັກພະເຢໂຫວາ?