ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ພວກເລວີ 16-17
ວັນໄຖ່ໂທດສຳຄັນຕໍ່ເຈົ້າແນວໃດ?
ເຮົາໄດ້ບົດຮຽນຫຍັງຈາກການໃຊ້ເຄື່ອງຫອມໃນວັນໄຖ່ໂທດ?
ຄຳອະທິດຖານຂອງຄົນທີ່ສັດຊື່ທີ່ພະເຢໂຫວາຍອມຮັບເປັນຄືກັບເຄື່ອງຫອມ. (ເພງ 141:2) ຄືກັບທີ່ປະໂລຫິດໃຫຍ່ໄດ້ເອົາເຄື່ອງຫອມມາໃຫ້ພະເຢໂຫວາດ້ວຍຄວາມນັບຖືຢ່າງສູງ ເຮົາກໍຕ້ອງອະທິດຖານເຖິງພະເຢໂຫວາດ້ວຍຄວາມຢຳເກງແລະນັບຖື
ປະໂລຫິດໃຫຍ່ຕ້ອງເຜົາເຄື່ອງຫອມຕໍ່ໜ້າພະເຢໂຫວາກ່ອນທີ່ຈະຖວາຍເຄື່ອງບູຊາໄດ້. ຄ້າຍຄືກັນ ກ່ອນທີ່ພະເຢຊູຈະມອບຊີວິດຂອງເພິ່ນເປັນເຄື່ອງບູຊາ ເພິ່ນຕ້ອງສັດຊື່ແລະພັກດີຕະຫຼອດຊີວິດຢູ່ເທິງໂລກເພື່ອພະເຢໂຫວາຈະຍອມຮັບເຄື່ອງບູຊາຂອງເພິ່ນ
ຂ້ອຍແນ່ໃຈໄດ້ແນວໃດວ່າພະເຢໂຫວາຈະຍອມຮັບເຄື່ອງບູຊາຂອງຂ້ອຍ?