ເຮົາເຫັນຄວາມຮັກຂອງພະເຢໂຫວາຈາກສິ່ງທີ່ເພິ່ນສ້າງ ເຮົາຈຶ່ງໝັ້ນໃຈໄດ້ວ່າເພິ່ນຈະອວຍພອນຄົນທີ່ພະຍາຍາມເພື່ອຈະຮັບໃຊ້ເພິ່ນ
ຊີວິດຄລິດສະຕຽນ
ສິ່ງທີ່ພະເຈົ້າສ້າງສະແດງໃຫ້ເຫັນຄວາມຮັກຂອງເພິ່ນ
ຊີວິດເຮົາອາດຫຍຸ້ງຫຼາຍຈົນບໍ່ມີເວລາສົນໃຈສິ່ງທີ່ພະເຢໂຫວາສ້າງເຊິ່ງສິ່ງເຫຼົ່ານັ້ນສະແດງເຖິງຄວາມຮັກຂອງເພິ່ນ. ແຕ່ພະເຢຊູຢາກໃຫ້ເຮົາສົນໃຈສິ່ງທີ່ພະເຢໂຫວາສ້າງເພາະສິ່ງເຫຼົ່ານັ້ນສອນເຮົາຫຼາຍຢ່າງກ່ຽວກັບເພິ່ນ.—ມທ 6:25, 26
ເບິ່ງວິດີໂອສິ່ງທີ່ພະເຢໂຫວາສ້າງເປີດເຜີຍໃຫ້ເຫັນຄວາມຮັກຂອງພະອົງ ແລ້ວຕອບຄຳຖາມຕໍ່ໄປນີ້:
ເຈົ້າໄດ້ຮຽນຫຍັງກ່ຽວກັບຄວາມຮັກຂອງພະເຢໂຫວາຈາກ . . .
ທາດຕ່າງໆໃນໂລກ?
ຊັ້ນບັນຍາກາດຂອງໂລກ?
ຫຍ້າ?
ສັດຕ່າງໆທີ່ພະເຈົ້າອອກແບບ?
ປະສາດສຳຜັດຂອງເຮົາ?
ສະໝອງຂອງເຮົາ?