ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ22 ກັນຍາ ໜ້າ 5
  • ຊີວິດຄູ່—ຄວາມຜູກພັນຕະຫຼອດຊີວິດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຊີວິດຄູ່—ຄວາມຜູກພັນຕະຫຼອດຊີວິດ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ເລື່ອງທີ່ຄ້າຍກັນ
  • ຄຳພີ​ໄບເບິນ​ບອກ​ຫຍັງ​ເລື່ອງ​ການ​ເປັນ​ໂສດ​ແລະ​ການ​ແຕ່ງດອງ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຊີວິດ​ສົມລົດ—ຂອງ​ປະທານ​ຈາກ​ພະເຈົ້າ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • ການ​ກຽມ​ຕົວ​ສຳລັບ​ຊີວິດ​ສົມລົດ​ທີ່​ປະສົບ​ຜົນ​ສຳເລັດ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
  • ປົກປ້ອງຊີວິດຄູ່ຂອງເຈົ້າ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ຄມປ22 ກັນຍາ ໜ້າ 5
ຄູ່​ຜົວ​ເມຍ​ເຮັດ​ວຽກ​ຮັບໃຊ້​ນຳ​ກັນ.

ຊີວິດ​ຄລິດສະຕຽນ

ຊີວິດ​ຄູ່—ຄວາມ​ຜູກພັນ​ຕະຫຼອດ​ຊີວິດ

ຄລິດສະຕຽນ​ທີ່​ປະສົບ​ຄວາມ​ສຳເລັດ​ໃນ​ຊີວິດ​ຄູ່​ຈະ​ເຮັດ​ໃຫ້​ພະເຢໂຫວາ​ໄດ້​ຮັບ​ການ​ຍົກຍ້ອງ​ແລະ​ເຮັດ​ໃຫ້​ທັງ​ຜົວ​ແລະ​ເມຍ​ມີ​ຄວາມສຸກ. (ມຣກ 10:9) ເພື່ອ​ຈະ​ມີ​ຄວາມສຸກ ແລະ​ມີ​ຊີວິດ​ຄູ່​ທີ່​ຍືນ​ຍາວ ເຂົາເຈົ້າ​ຕ້ອງ​ເຮັດ​ຕາມ​ຫຼັກການ​ໃນ​ຄຳພີໄບເບິນ​ຕອນ​ເລືອກ​ຄົນ​ທີ່​ຈະ​ແຕ່ງດອງ​ນຳ.

ດີ​ກວ່າ​ທີ່​ເຈົ້າ​ຈະ​ເລີ່ມ​ຄົບຫາ​ເປັນ​ແຟນ​ກັບ​ໃຜ​ຕອນ​ທີ່ “ກາຍ​ໄວ​ໜຸ່ມ​ສາວ​ໄປ​ແລ້ວ” ເພາະ​ຊ່ວງ​ໄວລຸ້ນ​ເຈົ້າ​ຈະ​ມີ​ອາລົມ​ຄວາມ​ຮູ້ສຶກ​ທາງ​ເພດ​ຫຼາຍ​ກວ່າ​ປົກກະຕິ​ເຊິ່ງ​ຈະ​ສົ່ງ​ຜົນ​ຕໍ່​ການ​ຕັດສິນໃຈ​ຂອງ​ເຈົ້າ. (1ກຣ 7:36) ໃຫ້​ໃຊ້​ຊ່ວງ​ທີ່​ເປັນ​ໂສດ​ເພື່ອ​ສະໜິດ​ກັບ​ພະເຈົ້າ​ແລະ​ພັດທະນາ​ຄຸນລັກສະນະ​ແບບ​ຄລິດສະຕຽນ. ຖ້າ​ເຮັດ​ແບບ​ນີ້ ເຈົ້າ​ກໍ​ຈະ​ມີ​ໂອກາດ​ມີ​ຊີວິດ​ຄູ່​ທີ່​ມີ​ຄວາມສຸກ​ໄດ້​ຫຼາຍ​ກວ່າ.

ກ່ອນ​ຈະ​ຕົກ​ລົງ​ແຕ່ງດອງ​ກັບ​ໃຜ ໃຫ້​ໃຊ້​ເວລາ​ຫຼາຍ​ພໍ​ທີ່​ເຈົ້າ​ຈະ​ຮູ້ຈັກ ‘ຄວາມ​ງາມ​ພາຍ​ໃນ’ ຂອງ​ລາວ. (1ປຕ 3:4) ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ມີ​ເລື່ອງ​ສຳຄັນ​ບາງ​ຢ່າງ​ທີ່​ຍັງ​ບໍ່​ແນ່​ໃຈ ກໍ​ໃຫ້​ລົມ​ກັບ​ລາວ. ໃນ​ຊີວິດ​ແຕ່ງດອງ ຖ້າ​ຢາກ​ເປັນ​ຜົວ​ຫຼື​ເມຍ​ທີ່​ດີ​ເຮົາ​ຕ້ອງ​ເປັນ​ຝາຍ​ໃຫ້ ບໍ່​ແມ່ນ​ເປັນ​ຝ່າຍ​ຮັບ​ຢ່າງ​ດຽວ. (ຟລປ 2:3, 4) ຖ້າ​ເຈົ້າ​ເຮັດ​ຕາມ​ຫຼັກການ​ໃນ​ຄຳພີໄບເບິນ​ກ່ອນ​ທີ່​ຈະ​ແຕ່ງດອງ ເຈົ້າ​ກໍ​ໄດ້​ວາງ​ຮາກ​ຖານ​ທີ່​ໝັ້ນຄົງ​ໃຫ້​ກັບ​ຊີວິດ​ຄູ່​ຂອງ​ເຈົ້າ.

ເບິ່ງ​ວິດີໂອ​ກຽມ​ພ້ອມ​ກ່ອນ​ແຕ່ງດອງ—ຕອນ 3: “ຄິດ​ໄລ່​ຄ່າ​ໃຊ້​ຈ່າຍ​ກ່ອນ” ແລ້ວ​ຕອບ​ຄຳຖາມ​ຕໍ່ໄປ​ນີ້:

  • ຄວາມ​ສຳພັນ​ຂອງ​ພີ່ນ້ອງ​ຍິງ​ກັບ​ເຊນ​ເປັນ​ແນວໃດ​ແດ່?

  • ລາວ​ເລີ່ມ​ສັງເກດ​ເຫັນ​ຫຍັງ​ໃນ​ໂຕ​ເຊນ​ຫຼັງ​ຈາກ​ທີ່​ຄົບ​ກັນ​ໄປ​ໄດ້​ໄລຍະ​ໜຶ່ງ?

  • ພໍ່​ແມ່​ຊ່ວຍ​ລາວ​ແນວໃດ ແລະ​ລາວ​ຕັດສິນໃຈ​ແນວໃດ?

ພີ່ນ້ອງ​ຊາຍ​ທີ່​ກຳລັງ​ຄົບຫາ​ກັບ​ພີ່ນ້ອງ​ຍິງ​ໜ້າ​ຈະ​ຄິດເຖິງ​ຄຳຖາມ​ຕໍ່ໄປ​ນີ້:

ລາວ​ມີ​ຄຸນລັກສະນະ​ແບບ​ຄລິດສະຕຽນ​ຫຍັງ​ແດ່? ລາວ​ເຮັດ​ໃຫ້​ເຫັນ​ແນວໃດ​ວ່າ​ລາວ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ປົກຄອງ​ຂອງ​ພະເຈົ້າ? ລາວ​ເຊື່ອ​ຟັງ​ຄຳແນະນຳ​ຈາກ​ຄຳພີໄບເບິນ​ແລະ​ອົງການ​ບໍ? ລາວ​ສົນໃຈ​ແລະ​ເປັນ​ຫ່ວງ​ຄົນອື່ນ​ບໍ?

ພີ່ນ້ອງ​ຍິງ​ທີ່​ກຳລັງ​ຄົບຫາ​ກັບ​ພີ່ນ້ອງ​ຊາຍ​ໜ້າ​ຈະ​ຄິດເຖິງ​ຄຳຖາມ​ຕໍ່ໄປ​ນີ້:

ລາວ​ມີ​ຄຸນລັກສະນະ​ແບບ​ຄລິດສະຕຽນ​ຫຍັງ​ແດ່? ລາວ​ໃຫ້​ການ​ນະມັດສະການ​ພະເຈົ້າ​ແລະ​ວຽກ​ມອບໝາຍ​ໃນ​ປະຊາຄົມ​ສຳຄັນ​ກວ່າ​ວຽກ​ອາຊີບ ການ​ຫາ​ເງິນ ກິລາ ແລະ​ການ​ພັກຜ່ອນ​ຢ່ອນ​ໃຈ​ບໍ? ລາວ​ເປັນ​ແນວໃດ​ເມື່ອ​ຢູ່​ກັບ​ຄອບຄົວ? ລາວ​ສົນໃຈ​ແລະ​ເປັນ​ຫ່ວງ​ຄົນອື່ນ​ບໍ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌