ໃຫ້ເຮັດທຸກສິ່ງດ້ວຍຄວາມກະລຸນາ
ລິຊາa ບອກວ່າ: “ຄວາມກະລຸນາທີ່ພີ່ນ້ອງສະແດງຕໍ່ຂ້ອຍເປັນສິ່ງທີ່ຂ້ອຍປະທັບໃຈຫຼາຍທີ່ສຸດ.” ນີ້ເປັນສິ່ງທຳອິດທີ່ເຮັດໃຫ້ລິຊາຢາກຮູ້ຈັກຄວາມຈິງຫຼາຍຂຶ້ນ. ແອນກໍຄ້າຍຄືກັນ ລາວບອກວ່າ: “ສິ່ງທຳອິດທີ່ເຮັດໃຫ້ຂ້ອຍສົນໃຈຄວາມຈິງບໍ່ແມ່ນສິ່ງທີ່ພະຍານພະເຢໂຫວາສອນ ແຕ່ເປັນຍ້ອນເຂົາເຈົ້າສະແດງຄວາມກະລຸນາຕໍ່ຂ້ອຍ.” ຕອນນີ້ຜູ້ຍິງສອງຄົນນີ້ໄດ້ເຂົ້າມາເປັນພະຍານພະເຢໂຫວາແລ້ວ ເຂົາເຈົ້າມັກອ່ານຄຳພີໄບເບິນແລະຄິດຕຶກຕອງສິ່ງທີ່ອ່ານ ແລະທີ່ເຂົາເຈົ້າມາຮອດຈຸດນີ້ໄດ້ກໍຍ້ອນຄວາມກະລຸນາທີ່ພີ່ນ້ອງສະແດງຕໍ່ເຂົາເຈົ້າ.
ເຮົາຈະສະແດງຄວາມກະລຸນາຕໍ່ຄົນທີ່ຢູ່ອ້ອມຂ້າງເຮົາໄດ້ແນວໃດ? ເຮົາເຮັດແບບນັ້ນໄດ້ໃນ 2 ວິທີຄື: ໂດຍທາງຄຳເວົ້າແລະການກະທຳ. ຈາກນັ້ນເຮົາຈະມາເບິ່ງວ່າ ເຮົາຄວນສະແດງຄວາມກະລຸນາຕໍ່ໃຜ?
ເວົ້າ “ຢ່າງກະລຸນາ”
ໃນສຸພາສິດບົດ 31 ບອກວ່າ ເມຍທີ່ມີຄວາມສາມາດຈະ “ສອນຢ່າງກະລຸນາ.” (ສຸພາ. 31:26, ລ.ມ.) ລາວຈະເວົ້າຢ່າງກະລຸນາແລະໃຊ້ນ້ຳສຽງທີ່ອ່ອນໂຍນ. ຜູ້ເປັນພໍ່ກໍຄວນສອນຢ່າງກະລຸນາຄືກັນ. ພໍ່ແມ່ສ່ວນຫຼາຍຮູ້ດີວ່າຖ້າເຂົາເຈົ້າເວົ້າກັບລູກດ້ວຍນ້ຳສຽງທີ່ແຂງກະດ້າງ ຈະສົ່ງຜົນທີ່ບໍ່ດີຕໍ່ລູກແລະເຮັດໃຫ້ລູກບໍ່ຢາກຟັງ. ແຕ່ຖ້າພໍ່ແມ່ເວົ້າດ້ວຍຄວາມກະລຸນາ ມັນກໍງ່າຍທີ່ລູກຈະຟັງແລະເຮັດຕາມທີ່ພໍ່ແມ່ບອກ.
ເຖິງວ່າເຮົາຈະບໍ່ແມ່ນພໍ່ແມ່ ແຕ່ເຮົາກໍຄວນເວົ້າດ້ວຍຄວາມກະລຸນາຄືກັນ. ເຮົາຈະເຮັດແບບນັ້ນແນວໃດ? ໃນສ່ວນທຳອິດຂອງສຸພາສິດ 31:26, ລ.ມ. ບອກວ່າ: “ລາວເວົ້າຢ່າງສະຫຼາດ.” ນີ້ໝາຍຄວາມວ່າເຮົາຕ້ອງໃຊ້ຄຳເວົ້າທີ່ດີແລະໃຊ້ນ້ຳສຽງທີ່ມ່ວນຫູ. ແລະສິ່ງທີ່ຈະຊ່ວຍເຮົາໃຫ້ເຮັດແບບນັ້ນແມ່ນການຖາມຕົວເອງວ່າ: ‘ຄຳເວົ້າຂອງຂ້ອຍເຮັດໃຫ້ຄົນອື່ນສະບາຍໃຈບໍ ຫຼືເຮັດໃຫ້ຄົນອື່ນໃຈຮ້າຍ?’ (ສຸພາ. 15:1) ເຫັນໄດ້ວ່າ ເຮົາຕ້ອງຄິດກ່ອນເວົ້າ.
ສຸພາສິດອີກຂໍ້ໜຶ່ງບອກວ່າ: “ຄຳເວົ້າທີ່ບໍ່ຄິດເປັນຄືກັບດາບທີ່ສຽບແທງ.” (ສຸພາ. 12:18, ລ.ມ.) ເມື່ອເຮົາຄິດກ່ອນວ່າຄຳເວົ້າແລະນ້ຳສຽງຂອງເຮົາຈະມີຜົນຕໍ່ຄົນອື່ນແນວໃດ ເຮົາກໍຈະລະວັງຄຳເວົ້າຂອງຕົວເອງຫຼາຍຂຶ້ນ. ເພື່ອເຮົາຈະເວົ້າຢ່າງກະລຸນາໄດ້ ເຮົາຕ້ອງບໍ່ຄິດໃນແງ່ລົບແລະເວົ້າບໍ່ດີກ່ຽວກັບຄົນອື່ນ. ນອກຈາກນັ້ນ ເຮົາຍັງບໍ່ຄວນໃຊ້ຄຳເວົ້າທີ່ເຮັດໃຫ້ຄົນອື່ນເຈັບໃຈຫຼືໃຊ້ນ້ຳສຽງທີ່ແຂງກະດ້າງ ແຕ່ເຮົາຈະເວົ້າໃນແງ່ບວກແລະໃຊ້ນ້ຳສຽງທີ່ອົບອຸ່ນ. (ອຟຊ. 4:31, 32) ພະເຢໂຫວາເປັນຕົວຢ່າງໃຫ້ເຮົາໃນເລື່ອງນີ້ ຕອນທີ່ເອລີຢາຮູ້ສຶກຢ້ານ ພະເຢໂຫວາກໍເວົ້າກັບລາວຜ່ານທາງທູດສະຫວັນໂດຍໃຊ້ “ສຽງເບົາໆທີ່ອ່ອນໂຍນ.” (1 ກະ. 19:12, ລ.ມ.) ແຕ່ຄວາມກະລຸນາບໍ່ພຽງແຕ່ສະແດງອອກໂດຍທາງຄຳເວົ້າເທົ່ານັ້ນ ແຕ່ຕ້ອງສະແດງອອກໂດຍທາງການກະທຳ ນຳ. ແລ້ວເຮົາຈະເຮັດແບບນັ້ນໄດ້ແນວໃດ?
ການສະແດງຄວາມກະລຸນາມີຜົນຕໍ່ຄົນອື່ນ
ເຮົາຮຽນແບບພະເຢໂຫວາໃນການສະແດງຄວາມກະລຸນາໂດຍທາງຄຳເວົ້າແລະການກະທຳ. (ອຟຊ. 4:32; 5:1, 2) ລິຊາທີ່ເວົ້າໃນຕອນຕົ້ນໄດ້ເວົ້າເຖິງຄວາມກະລຸນາທີ່ພີ່ນ້ອງສະແດງຕໍ່ລາວວ່າ: “ຕອນທີ່ຄອບຄົວຂອງເຮົາຕ້ອງຍ້າຍບ້ານກະທັນຫັນ ພະຍານພະເຢໂຫວາສອງຄູ່ກໍລາວຽກເພື່ອມາຊ່ວຍເຮົາເກັບເຄື່ອງ. ຕອນນັ້ນຂ້ອຍຍັງບໍ່ທັນໄດ້ສຶກສາຄຳພີໄບເບິນຊ້ຳ!” ການປະພຶດທີ່ດີຂອງພີ່ນ້ອງໄດ້ເຮັດໃຫ້ລິຊາຢາກຮຽນຮູ້ຄວາມຈິງໃນຄຳພີໄບເບິນຫຼາຍຂຶ້ນ.
ແອນທີ່ເວົ້າເຖິງກ່ອນໜ້ານີ້ໄດ້ເຫັນຄ່າຄວາມກະລຸນາທີ່ພະຍານພະເຢໂຫວາໄດ້ສະແດງຕໍ່ລາວ. ລາວບອກວ່າ: “ຍ້ອນຄົນທົ່ວໄປເຮັດບໍ່ດີກັບຂ້ອຍ ຂ້ອຍຈຶ່ງບໍ່ເຊື່ອໃຜງ່າຍໆ. ເມື່ອຂ້ອຍພົບພະຍານພະເຢໂຫວາ ຂ້ອຍຈຶ່ງບໍ່ໄວ້ໃຈເຂົາເຈົ້າ ແລະຂ້ອຍກໍສົງໄສວ່າ ‘ເປັນຫຍັງເຂົາເຈົ້າຄືເຮັດດີກັບຂ້ອຍແທ້?’ ແຕ່ເມື່ອຂ້ອຍໄດ້ສຶກສາຄຳພີໄບເບິນ ຜູ້ນຳການສຶກສາກໍເຮັດດີກັບຂ້ອຍຫຼາຍຈົນເຮັດໃຫ້ຂ້ອຍຮູ້ສຶກໄວ້ໃຈລາວ.” ຜົນເປັນແນວໃດ? ແອນບອກວ່າ: “ຕັ້ງແຕ່ນັ້ນມາຂ້ອຍກໍໄດ້ເອົາໃຈໃສ່ໃນການສຶກສາຄຳພີໄບເບິນຫຼາຍຂຶ້ນ.”
ລິຊາແລະແອນຮູ້ສຶກປະທັບໃຈຫຼາຍທີ່ພີ່ນ້ອງໃນປະຊາຄົມສະແດງຄວາມຮັກແລະຄວາມກະລຸນາຕໍ່ເຂົາເຈົ້າ. ສິ່ງນີ້ຊ່ວຍເຂົາເຈົ້າໃຫ້ຢາກຮຽນຮູ້ຄວາມຈິງ ແລະຊ່ວຍເຂົາເຈົ້າໃຫ້ເລີ່ມໄວ້ໃຈພະເຢໂຫວາແລະປະຊາຊົນຂອງເພິ່ນ.
ໃຫ້ຮຽນແບບພະເຈົ້າໃນການສະແດງຄວາມກະລຸນາຕໍ່ຄົນອື່ນ
ເປັນເລື່ອງທຳມະດາທີ່ບາງຄົນຈະເວົ້າດ້ວຍຄວາມກະລຸນາແລະຍິ້ມແຍ້ມຕະຫຼອດ ເພາະມັນເປັນວັດທະນະທຳຂອງເຂົາເຈົ້າ ຫຼືເຂົາເຈົ້າຖືກລ້ຽງມາແບບນັ້ນ. ເປັນເລື່ອງທີ່ດີທີ່ເຂົາເຈົ້າມີນິດໄສແບບນີ້. ແຕ່ຖ້າເຂົາເຈົ້າເຮັດຍ້ອນເປັນວັດທະນະທຳຫຼືບຸກຄະລິກຂອງເຂົາເຈົ້າເອງ ນັ້ນກໍອາດຈະຍັງບໍ່ແມ່ນການສະແດງຄວາມກະລຸນາແບບພະເຈົ້າ.—ສົມທຽບກັບກິດຈະການ 28:2
ຄວາມກະລຸນາແບບພະເຈົ້າເປັນສ່ວນໜຶ່ງໃນຜົນທີ່ເກີດຈາກພະລັງຂອງພະເຈົ້າ. (ຄລຕ. 5:22, 23) ດັ່ງນັ້ນ ເພື່ອເຮົາຈະພັດທະນາຄຸນລັກສະນະນີ້ ເຮົາຕ້ອງຍອມໃຫ້ພະລັງຂອງພະເຈົ້າຊີ້ນຳຄວາມຄິດແລະການກະທຳຂອງເຮົາ. ເມື່ອເຮົາເຮັດແບບນີ້ ເຮົາກໍຮຽນແບບພະເຢໂຫວາແລະພະເຢຊູ. ຍ້ອນວ່າເຮົາເປັນຄລິດສະຕຽນເຮົາຈຶ່ງສະແດງຄວາມສົນໃຈຕໍ່ຄົນອື່ນ. ແລະທີ່ເຮົາເຮັດແບບນັ້ນກໍຍ້ອນເຮົາຮັກພະເຢໂຫວາແລະຮັກຄົນອື່ນ. ຄວາມກະລຸນາເປັນຄຸນລັກສະນະທີ່ມີພະລັງຫຼາຍ ເພາະມັນຕ້ອງເຮັດອອກມາຈາກໃຈແລະເປັນສິ່ງທີ່ພະເຈົ້າພໍໃຈ.
ເຮົາຄວນສະແດງຄວາມກະລຸນາຕໍ່ໃຜ?
ເປັນເລື່ອງງ່າຍທີ່ເຮົາຈະສະແດງຄວາມກະລຸນາແລະຂອບໃຈຕໍ່ຜູ້ທີ່ເຮັດດີກັບເຮົາຫຼືຄົນທີ່ເຮົາຮູ້ຈັກ. (2 ຊາມ. 2:6; ກລຊ. 3:15) ແຕ່ເຮົາຈະເຮັດແນວໃດຖ້າເຮົາຮູ້ສຶກວ່າບາງຄົນບໍ່ສົມຄວນໄດ້ຮັບຄວາມກະລຸນາຈາກເຮົາ?
ຂໍໃຫ້ຄິດເຖິງເລື່ອງນີ້ ພະເຢໂຫວາເປັນຕົວຢ່າງທີ່ດີທີ່ສຸດໃນການສະແດງຄວາມກະລຸນາທີ່ຍິ່ງໃຫຍ່. ມີການໃຊ້ຄຳວ່າ “ຄວາມກະລຸນາທີ່ຍິ່ງໃຫຍ່” ຫຼາຍເທື່ອໃນພະຄຳພີຄລິດສະຕຽນພາກພາສາກຣີກ. ໃຫ້ເຮົາມາເບິ່ງວ່າເຮົາໄດ້ບົດຮຽນທີ່ສຳຄັນຫຍັງຈາກການທີ່ພະເຈົ້າສະແດງຄວາມກະລຸນານີ້ກັບເຮົາ?
ພະເຢໂຫວາສະແດງຄວາມກະລຸນາຕໍ່ທຸກຄົນໂດຍໃຫ້ເຂົາເຈົ້າມີສິ່ງຈຳເປັນເພື່ອທີ່ຈະມີຊີວິດຢູ່ໄດ້. (ມທ. 5:45) ທີ່ຈິງ ພະເຢໂຫວາສະແດງຄວາມກະລຸນາຕໍ່ເຮົາທຸກຄົນກ່ອນທີ່ເຮົາຈະຮູ້ຈັກເພິ່ນດ້ວຍຊ້ຳ. (ອຟຊ. 2:4, 5, 8) ເຊັ່ນ ເພິ່ນໄດ້ໃຫ້ລູກຊາຍຄົນດຽວຂອງເພິ່ນມາຕາຍເປັນຄ່າໄຖ່ໃຫ້ມະນຸດທຸກຄົນ. ອັກຄະສາວົກໂປໂລບອກວ່າ ການທີ່ພະເຢໂຫວາຈັດກຽມຄ່າໄຖ່ນີ້ໃຫ້ເຮົາສະແດງວ່າ “ເພິ່ນມີຄວາມກະລຸນາທີ່ຍິ່ງໃຫຍ່ແທ້ໆ.” (ອຟຊ. 1:7) ແລະເຖິງວ່າເຮົາຈະເຮັດສິ່ງບໍ່ດີແລະເຮັດໃຫ້ພະເຢໂຫວາຜິດຫວັງເລື້ອຍໆ ແຕ່ເພິ່ນກໍຍັງຊີ້ນຳແລະສັ່ງສອນເຮົາສະເໝີ. ຄຳເວົ້າແລະຄຳສັ່ງສອນຂອງພະເຢໂຫວາປຽບຄືກັບ ‘ຝົນທີ່ຕົກຄ່ອຍໆ.’ (ບັນຍັດ. 32:2) ທີ່ຈິງແລ້ວມັນເປັນໄປບໍ່ໄດ້ເລີຍທີ່ເຮົາຈະຕອບແທນຄວາມກະລຸນາທີ່ພະເຢໂຫວາສະແດງຕໍ່ເຮົາ ແລະຖ້າພະເຢໂຫວາບໍ່ໄດ້ສະແດງຄວາມກະລຸນາຕໍ່ເຮົາ ເຮົາກໍຈະບໍ່ມີຄວາມຫວັງໃນອະນາຄົດ.—ສົມທຽບກັບ 1 ເປໂຕ 1:13
ຄວາມກະລຸນາຂອງພະເຢໂຫວາເຮັດໃຫ້ເຮົາຮູ້ສຶກປະທັບໃຈແລະຢາກຮຽນແບບເພິ່ນ. ແທນທີ່ເຮົາຈະສະແດງຄວາມກະລຸນາຕໍ່ກັບບາງຄົນເທົ່ານັ້ນ ເຮົາຄວນຮຽນແບບພະເຢໂຫວາໂດຍສະແດງຄວາມກະລຸນາຕໍ່ທຸກຄົນໃນຊີວິດປະຈຳວັນ. (1 ທຊ. 5:15) ເມື່ອເຮົາສະແດງຄວາມກະລຸນາເລື້ອຍໆ ເຮົາກໍຈະເປັນຄືກັບກອງໄຟທີ່ອົບອຸ່ນໃນມື້ທີ່ອາກາດໜາວ. ແລ້ວເຮົາກໍຈະໃຫ້ກຳລັງໃຈຄອບຄົວ ພີ່ນ້ອງ ໝູ່ຢູ່ບ່ອນເຮັດວຽກ ໝູ່ຢູ່ໂຮງຮຽນ ແລະເພື່ອນບ້ານໄດ້.
ຂໍໃຫ້ຄິດເບິ່ງວ່າຄົນໃນຄອບຄົວແລະພີ່ນ້ອງໃນປະຊາຄົມຈະໄດ້ຮັບປະໂຫຍດແນວໃດຈາກການທີ່ເຮົາສະແດງຄວາມກະລຸນາໂດຍທາງຄຳເວົ້າແລະການກະທຳ. ເຮົາຈະຊ່ວຍພີ່ນ້ອງບາງຄົນໃນປະຊາຄົມທີ່ຕ້ອງການຄວາມຊ່ວຍເຫຼືອເປັນພິເສດໄດ້ບໍ ເຊັ່ນ ຊ່ວຍເບິ່ງແຍງເຮືອນ ເບິ່ງແຍງສວນ ແລະໄປຊື້ເຄື່ອງໃຫ້. ແລະຖ້າຄົນໃນເຂດປະກາດຂອງເຮົາຕ້ອງການຄວາມຊ່ວຍເຫຼືອເດ ເຮົາຈະຊ່ວຍເຂົາເຈົ້າໄດ້ບໍ?
ຂໍໃຫ້ເຮົາຮຽນແບບພະເຢໂຫວາໃນການສະແດງ “ຄວາມກະລຸນາ” ໂດຍທາງຄຳເວົ້າແລະການກະທຳ.
a ຊື່ສົມມຸດ