ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ22 ສິງຫາ ໜ້າ 14-19
  • “ໃຊ້ຊີວິດຕາມຄວາມຈິງ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ໃຊ້ຊີວິດຕາມຄວາມຈິງ”
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເປັນຫຍັງ​ເຮົາ​ຈຶ່ງ​ຮັກ “ຄວາມຈິງ”?
  • ເຮົາ​ຈະ​ສະແດງ​ແນວໃດ​ວ່າ​ເຮົາ​ຮັກ​ຄວາມຈິງ?
  • “ຂ້າ​ນ້ອຍ​ຈະ​ທຽວ​ໄປ​ໃນ​ຄວາມ​ຈິງ​ຂອງ​ພະອົງ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ‘ຈົ່ງ​ຊື້​ຄວາມ​ຈິງ​ເອົາ​ໄວ້​ແລະ​ຢ່າ​ຂາຍ​ອີກ​ສັກ​ເທື່ອ’
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ຫ22 ສິງຫາ ໜ້າ 14-19

ບົດ​ຄວາມ​ສຶກສາ​ທີ 34

“ໃຊ້​ຊີວິດ​ຕາມ​ຄວາມຈິງ”

“ໃຊ້​ຊີວິດ​ຕາມ​ຄວາມຈິງ.”—3 ຢຮ. 4

ເພງ 111 ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຍິນດີ

ໃຈ​ຄວາມ​ສຳຄັນa

1. ເຮົາ​ໄດ້​ປະໂຫຍດ​ຫຍັງ​ຈາກ​ການ​ລົມ​ກັນ​ວ່າ​ເຮົາ​ເຂົ້າ​ມາ​ໃນ “ຄວາມຈິງ” ໄດ້​ແນວໃດ?

“ເຈົ້າ​ເຂົ້າ​ມາ​ໃນ​ຄວາມຈິງ​ແນວໃດ?” ເຮົາ​ອາດຈະ​ຖືກ​ຖາມ​ຄຳຖາມ​ນີ້​ຫຼາຍ​ເທື່ອ​ແລ້ວ ແລະ​ມັນ​ກໍ​ເປັນ​ຄຳຖາມ​ທຳອິດ​ທີ່​ເຮົາ​ມັກ​ຈະ​ຖາມ​ພີ່ນ້ອງ​ເມື່ອ​ເຮົາ​ຢາກ​ຮູ້ຈັກ​ເຂົາເຈົ້າ​ຫຼາຍ​ຂຶ້ນ. ເຮົາ​ຢາກ​ຟັງ​ປະສົບການ​ຂອງ​ພີ່ນ້ອງ​ວ່າ​ເຂົາເຈົ້າ​ມາ​ຮູ້ຈັກ​ແລະ​ຮັກ​ພະເຢໂຫວາ​ໄດ້​ແນວໃດ. ແລະ​ເຮົາ​ເອງ​ກໍ​ດີໃຈ​ທີ່​ໄດ້​ເລົ່າ​ປະສົບການ​ຂອງ​ຕົວເອງ​ໃຫ້​ເຂົາເຈົ້າ​ຟັງ. (ໂຣມ 1:11) ການ​ລົມ​ກັນ​ແບບ​ນີ້​ຊ່ວຍ​ເຮົາ​ໃຫ້​ຄິດ​ສະເໝີ​ວ່າ ການ​ຮູ້ຈັກ​ຄວາມຈິງ​ຫຼື​ການ​ເຂົ້າ​ມາ​ເປັນ​ພະຍານ​ພະເຢໂຫວາ​ມີຄ່າ​ຫຼາຍ ແລະ​ຊ່ວຍ​ເຮົາ​ໃຫ້​ຢາກ “ໃຊ້​ຊີວິດ​ຕາມ​ຄວາມຈິງ” ເຊິ່ງ​ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ພະເຢໂຫວາ​ພໍໃຈ​ແລະ​ເພິ່ນ​ກໍ​ຈະ​ອວຍພອນ​ເຮົາ.—3 ຢຮ. 4

2. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ມາ​ເບິ່ງ​ບາງ​ເຫດຜົນ​ວ່າ​ເປັນຫຍັງ​ເຮົາ​ຈຶ່ງ​ຮັກ​ຄວາມຈິງ ແລະ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເຮົາ​ຮັກ​ແລະ​ເຫັນຄ່າ​ຄວາມຈິງ. ການ​ຮຽນ​ເລື່ອງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນຄ່າ​ພະເຢໂຫວາ​ຫຼາຍ​ຂຶ້ນ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ມາ​ໃນ​ຄວາມຈິງ. (ຢຮ. 6:44) ແລະ​ຍັງ​ຊ່ວຍ​ເຮົາ​ໃຫ້​ຢາກ​ສອນ​ຄວາມຈິງ​ໃນ​ຄຳພີໄບເບິນ​ໃຫ້​ກັບ​ຄົນອື່ນ.

ເປັນຫຍັງ​ເຮົາ​ຈຶ່ງ​ຮັກ “ຄວາມຈິງ”?

3. ເຫດຜົນ​ສຳຄັນ​ທີ່ສຸດ​ທີ່​ເຮົາ​ຮັກ​ຄວາມຈິງ​ແມ່ນ​ຫຍັງ?

3 ມີ​ຫຼາຍ​ເຫດຜົນ​ທີ່​ເຮົາ​ຮັກ​ຄວາມຈິງ. ແຕ່​ເຫດຜົນ​ທີ່​ສຳຄັນ​ທີ່ສຸດ​ທີ່​ເຮົາ​ຮັກ​ຄວາມຈິງ​ກໍ​ຍ້ອນ​ເຮົາ​ຮັກ​ພະເຢໂຫວາ​ຜູ້​ທີ່​ເປັນ​ແຫຼ່ງ​ຂອງ​ຄວາມຈິງ. ເມື່ອ​ເຮົາ​ອ່ານ​ຄຳພີໄບເບິນ ເຮົາ​ບໍ່​ພຽງ​ແຕ່​ຮູ້​ວ່າ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ລິດ​ອຳນາດ​ສູງ​ສຸດ​ທີ່​ສ້າງ​ຟ້າ​ສະຫວັນ​ແລະ​ໂລກ​ນີ້ ແຕ່​ເຮົາ​ຍັງ​ຮູ້​ວ່າ​ພະເຢໂຫວາ​ເປັນ​ພໍ່​ທີ່​ຮັກ​ແລະ​ເປັນ​ຫ່ວງ​ເຮົາ. (1 ປຕ. 5:7) ນອກຈາກນັ້ນ ພະເຢໂຫວາ​ຍັງ “ເມດຕາ ໃຈດີ ບໍ່​ໃຈຮ້າຍ​ງ່າຍ ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່ສຸດ ແລະ​ເວົ້າ​ແຕ່​ຄວາມຈິງ.” (ອພຍ. 34:6, ລ.ມ.) ແລະ​ເພິ່ນ​ກໍ​ຮັກ​ຄວາມ​ຍຸຕິທຳ​ນຳ. (ເອຊາ. 61:8) ດັ່ງນັ້ນ ເພິ່ນ​ຈຶ່ງ​ຮູ້ສຶກ​ເຈັບ​ປວດ​ໃຈ​ຫຼາຍ​ເມື່ອ​ເຫັນ​ເຮົາ​ເຈິ​ຄວາມທຸກ​ແລະ​ເພິ່ນ​ກໍ​ຢາກ​ຊ່ວຍເຫຼືອ​ເຮົາ​ແລະ​ລໍ​ຖ້າ​ທີ່​ຈະ​ກຳຈັດ​ຄວາມທຸກ​ທັງໝົດ​ອອກ​ໄປ. (ຢເຣ. 29:11) ຈັ່ງ​ແມ່ນ​ເປັນ​ຄວາມຫວັງ​ທີ່​ດີ​ແທ້ໆ! ນີ້​ຈຶ່ງ​ເຮັດ​ໃຫ້​ເຮົາ​ຮັກ​ພະເຢໂຫວາ​ຫຼາຍ.

ຮູບພາບ: ສະໝໍ​ເຮືອ. 1. ໂລກ​ທີ່​ເປັນ​ອຸທິຍານ​ເຊິ່ງ​ມີ​ພູເຂົາ ແມ່​ນ້ຳ​ລຳ​ເຊ​ແລະ​ຫຍ້າ​ທີ່​ຂຽວ​ສົດ​ງົດງາມ. 2. ພີ່ນ້ອງ​ຍິງ​ປະກາດ​ກັບ​ຜູ້ຍິງ​ຄົນ​ໜຶ່ງ.

ຄວາມຈິງ​ໃນ​ຄຳພີໄບເບິນ​ປຽບ​ຄື​ກັບ . . . ສະໝໍ​ເຮືອ

ຄື​ກັບ​ສະໝໍ​ເຮືອ​ທີ່​ຊ່ວຍ​ຍຶດ​ເຮືອ​ບໍ່​ໃຫ້​ໄຫຼ​ໄປ​ຕາມ​ກະແສ​ລົມ​ແຮງ ຄວາມຫວັງ​ກໍ​ຊ່ວຍ​ເຮົາ​ບໍ່​ໃຫ້​ກັງວົນ​ຫຼື​ອຸກໃຈ​ຫຼາຍ​ເກີນ​ໄປ​ເມື່ອ​ມີ​ບັນຫາ. ຄວາມຈິງ​ໃນ​ຄຳພີໄບເບິນ​ຍັງ​ກະຕຸ້ນ​ເຮົາ​ໃຫ້​ຢາກ​ບອກ​ຄວາມຫວັງ​ນີ້​ກັບ​ຄົນອື່ນໆ. (ເບິ່ງ​ຂໍ້ 4-7)

4-5. ເປັນຫຍັງ​ອັກຄະສາວົກ​ໂປໂລ​ຈຶ່ງ​ປຽບ​ທຽບ​ຄວາມຫວັງ​ເປັນ​ຄື​ກັບ​ສະ​ໝໍ​ເຮືອ?

4 ອີກ​ເຫດຜົນ​ໜຶ່ງ​ທີ່​ເຮົາ​ຮັກ​ຄວາມຈິງ​ແມ່ນ​ຫຍັງ? ຍ້ອນ​ຄວາມຈິງ​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຢ່າງ ເຊັ່ນ ຄວາມຈິງ​ໃນ​ຄຳພີໄບເບິນ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມຫວັງ​ໃນ​ອະນາຄົດ. ແລະ​ຄວາມຫວັງ​ກໍ​ສຳຄັນ​ຕໍ່​ເຮົາ​ຫຼາຍ ເພາະ​ອັກຄະສາວົກ​ໂປໂລ​ບອກ​ວ່າ: “ຄວາມຫວັງ​ນີ້​ເປັນ​ຄື​ກັບ​ສະ​ໝໍ​ເຮືອ​ຂອງ​ຊີວິດ​ທີ່​ໝັ້ນຄົງ​ແນ່ນອນ.” (ຮຣ. 6:19) ຄື​ກັບ​ທີ່​ສະ​ໝໍ​ເຮືອ​ຊ່ວຍ​ຍຶດ​ເຮືອ​ບໍ່​ໃຫ້​ໄຫຼ​ໄປ​ຕາມ​ກະແສ​ລົມ​ແຮງ ຄວາມຫວັງ​ກໍ​ຊ່ວຍ​ເຮົາ​ບໍ່​ໃຫ້​ກັງວົນ​ຫຼື​ອຸກໃຈ​ຫຼາຍ​ເກີນ​ໄປ​ເມື່ອ​ມີ​ບັນຫາ.

5 ທີ່​ຈິງ ໂປໂລ​ກຳລັງ​ເວົ້າ​ເຖິງ​ຄວາມຫວັງ​ໃນ​ສະຫວັນ​ທີ່​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ຈະ​ໄດ້​ຮັບ. ແຕ່​ຄຳເວົ້າ​ນີ້​ກໍ​ຍັງ​ໃຊ້​ໄດ້​ກັບ​ຄລິດສະຕຽນ​ທີ່​ມີ​ຄວາມຫວັງ​ຈະ​ມີ​ຊີວິດ​ຕະຫຼອດໄປ​ຢູ່​ໃນ​ອຸທິຍານ​ນຳ. (ຢຮ. 3:16) ດັ່ງນັ້ນ ການຮຽນຮູ້​ກ່ຽວກັບ​ຄວາມຫວັງ​ເລື່ອງ​ຊີວິດ​ຕະຫຼອດໄປ​ຈຶ່ງ​ສຳຄັນ​ຕໍ່​ເຮົາ​ຫຼາຍ.

6-7. ອີ​ວອນ​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ການຮຽນຮູ້​ຄວາມຈິງ​ກ່ຽວກັບ​ອະນາຄົດ?

6 ໃຫ້​ເຮົາ​ມາ​ເບິ່ງ​ປະສົບການ​ຂອງ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຊື່​ອີ​ວອນ. ລາວ​ບໍ່​ໄດ້​ຮູ້ຈັກ​ຄວາມຈິງ​ຕັ້ງ​ແຕ່​ເກີດ ແລະ​ຕອນ​ຍັງ​ນ້ອຍ​ລາວ​ຢ້ານ​ຄວາມ​ຕາຍ​ຫຼາຍ. ລາວ​ໄດ້​ອ່ານ​ສຳນວນ​ໜຶ່ງ​ທີ່​ບອກ​ວ່າ: “ມື້​ໃດ​ມື້​ໜຶ່ງ​ເຮົາ​ທຸກ​ຄົນ​ກໍ​ຕ້ອງ​ຕາຍ” ລາວ​ບໍ່​ເຄີຍ​ລືມ​ສຳນວນ​ນີ້​ເລີຍ. ລາວ​ບອກ​ວ່າ: “ສຳນວນ​ນີ້​ເຮັດ​ໃຫ້​ຂ້ອຍ​ຄິດ​ແຕ່​ເລື່ອງ​ອະນາຄົດ​ຈົນ​ນອນ​ບໍ່​ຫຼັບ. ຂ້ອຍ​ຄິດ​ວ່າ ‘ຊີວິດ​ຂອງ​ເຮົາ​ມີ​ແຕ່​ເທົ່າ​ນີ້​ຫວາ? ຂ້ອຍ​ເກີດ​ມາ​ເຮັດ​ຫຍັງ?’ ຂ້ອຍ​ບໍ່​ຢາກ​ຕາຍ​ເລີຍ!”

7 ເມື່ອ​ອີ​ວອນ​ເປັນ​ໄວລຸ້ນ ລາວ​ກໍ​ໄດ້​ມາ​ຮູ້ຈັກ​ກັບ​ພະຍານ​ພະເຢໂຫວາ. ລາວ​ບອກ​ວ່າ: “ຂ້ອຍ​ເລີ່ມ​ມີ​ຄວາມຫວັງ​ແລະ​ເຊື່ອ​ວ່າ​ຂ້ອຍ​ສາມາດ​ມີ​ຊີວິດ​ຕະຫຼອດໄປ​ຢູ່​ໃນ​ອຸທິຍານ.” ອີ​ວອນ​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ການ​ຮຽນ​ຄວາມຈິງ? ລາວ​ບອກ​ວ່າ: “ຕອນນີ້​ຂ້ອຍ​ນອນ​ຫຼັບ​ໄດ້​ແລ້ວ​ເພາະ​ຂ້ອຍ​ບໍ່​ໄດ້​ກັງວົນ​ເລື່ອງ​ອະນາຄົດ​ແລະ​ຄວາມ​ຕາຍ​ອີກ​ຕໍ່ໄປ.” ເຮົາ​ເຫັນ​ໄດ້​ວ່າ​ຄວາມຈິງ​ມີຄ່າ​ຕໍ່​ອີ​ວອນ​ຫຼາຍ​ແທ້ໆ! ແລະ​ລາວ​ກໍ​ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ບອກ​ຄົນອື່ນ​ໃຫ້​ຮູ້ຈັກ​ຄວາມຫວັງ​ນີ້.—1 ຕມ. 4:16

ຮູບພາບ: ເພັດ. 1. ໂລກ​ທີ່​ເປັນ​ອຸທິຍານ​ເຊິ່ງ​ມີ​ພູເຂົາ ແມ່​ນ້ຳ​ລຳ​ເຊ​ແລະ​ຫຍ້າ​ທີ່​ຂຽວ​ສົດ​ງົດງາມ. 2. ຜູ້​ຊາຍ​ຄົນ​ໜຶ່ງ​ເກັບ​ມ້ຽນ​ຂັນ​ຊະນະ​ເລີດ​ແລະ​ລາງວັນ​ອື່ນໆ​ທີ່​ລາວ​ໄດ້​ຮັບ.

ຄວາມຈິງ​ໃນ​ຄຳພີໄບເບິນ​ປຽບ​ຄື​ກັບ . . . ສົມບັດ

ການຮັບໃຊ້​ພະເຢໂຫວາ​ໃນ​ຕອນນີ້​ແລະ​ການ​ມີ​ຄວາມຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດໄປ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ຄື​ກັບ​ສົມບັດ. ສົມບັດ​ນີ້​ມີຄ່າ​ຫຼາຍ​ກວ່າ​ສິ່ງ​ຕ່າງໆ​ທີ່​ເຮົາ​ໄດ້​ສະລະ​ໄປ. (ເບິ່ງ​ຂໍ້ 8-11)

8-9. (ກ) ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະເຢຊູ ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້​ເຮັດ​ຫຍັງ​ເຊິ່ງ​ສະແດງ​ວ່າ​ລາວ​ເຫັນຄ່າ​ສົມບັດ​ທີ່​ລາວ​ພົບ? (ຂ) ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເຈົ້າ​ເຫັນຄ່າ​ຄວາມຈິງ?

8 ຄວາມຈິງ​ໃນ​ຄຳພີໄບເບິນ​ຍັງ​ລວມ​ເຖິງ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ພະເຢຊູ​ປຽບ​ທຽບ​ຄວາມຈິງ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ຄື​ກັບ​ສົມບັດ​ທີ່​ເຊື່ອງ​ໄວ້. ໃນ​ມັດທາຍ 13:44 ພະເຢຊູ​ບອກ​ວ່າ: “ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ປຽບ​ຄື​ກັບ​ສົມບັດ​ທີ່​ເຊື່ອງ​ໄວ້​ໃນ​ທົ່ງ​ນາ ເມື່ອ​ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ພົບ ລາວ​ກໍ​ເຊື່ອງ​ໄວ້​ຄື​ເກົ່າ ແລະ​ລາວ​ໄດ້​ໄປ​ຂາຍ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ລາວ​ມີ ແລ້ວ​ໄປ​ຊື້​ນາ​ທົ່ງ​ນັ້ນ ຍ້ອນ​ລາວ​ດີໃຈ​ຫຼາຍ​ທີ່​ໄດ້​ພົບ​ສົມບັດ​ນັ້ນ.” ເຮົາ​ເຫັນ​ໄດ້​ວ່າ​ຜູ້​ຊາຍ​ຄົນ​ນັ້ນ​ບໍ່​ໄດ້​ຕັ້ງໃຈ​ຊອກ​ຫາ​ສົມບັດ ແຕ່​ເມື່ອ​ລາວ​ພົບ​ສົມບັດ​ແລ້ວ ລາວ​ກໍ​ໄດ້​ສະລະ​ຫຼາຍ​ຢ່າງ​ໂດຍ​ຂາຍ​ທຸກ​ຢ່າງ​ທີ່​ລາວ​ມີ​ເພື່ອ​ຈະ​ໄດ້​ສົມບັດ​ນັ້ນ. ທີ່​ລາວ​ເຮັດ​ແບບ​ນີ້​ກໍ​ຍ້ອນ​ລາວ​ຮູ້​ວ່າ​ສົມບັດ​ນັ້ນ​ມີຄ່າ​ຫຼາຍ​ແທ້ໆ! ມັນ​ມີຄ່າ​ຫຼາຍ​ກວ່າ​ທຸກ​ສິ່ງ​ທີ່​ລາວ​ຂາຍ​ໄປ.

9 ເມື່ອ​ເຈົ້າ​ພົບ​ຄວາມຈິງ ເຈົ້າ​ຮູ້ສຶກ​ຄື​ກັບ​ຜູ້​ຊາຍ​ຄົນ​ນັ້ນ​ບໍ? ເຈົ້າ​ຄື​ຊິ​ຮູ້ສຶກ​ຄື​ກັບ​ຜູ້​ຊາຍ​ຄົນ​ນັ້ນ​ແທ້! ເຮົາ​ຮູ້​ວ່າ​ບໍ່​ມີ​ຫຍັງ​ໃນ​ໂລກ​ນີ້​ທີ່​ຈະ​ມີຄ່າ​ເທົ່າ​ກັບ​ຄວາມສຸກ​ຈາກ​ການຮັບໃຊ້​ພະເຢໂຫວາ​ໃນ​ຕອນນີ້ ແລະ​ມີ​ຄວາມຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດໄປ​ໃນ​ອະນາຄົດ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຈົ້າ. ການ​ທີ່​ເຮົາ​ເສຍ​ສະລະ​ສິ່ງ​ຕ່າງໆ​ເພື່ອ​ທີ່​ຈະ​ມີ​ສາຍສຳພັນ​ທີ່​ໃກ້ຊິດ​ກັບ​ພະເຢໂຫວາ​ມັນ​ຄຸ້ມ​ຄ່າ​ຫຼາຍ​ແທ້ໆ ເພາະ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມສຸກ​ຫຼາຍ​ທີ່ສຸດ​ກໍ​ຄື ການ​ເຮັດ​ໃຫ້​ພະເຢໂຫວາ “ພໍໃຈ​ສະເໝີ.”—ກລຊ. 1:10

10-11. ສິ່ງ​ໃດ​ກະຕຸ້ນ​ໄມເຄິນ​ໃຫ້​ຢາກ​ປ່ຽນແປງ​ຕົວເອງ?

10 ພວກ​ເຮົາ​ຫຼາຍ​ຄົນ​ໄດ້​ເສຍ​ສະລະ​ຫຼາຍ​ຢ່າງ​ເພື່ອ​ຈະ​ເຮັດ​ໃຫ້​ພະເຢໂຫວາ​ພໍໃຈ. ບາງຄົນ​ຍອມ​ອອກ​ຈາກ​ວຽກ​ທີ່​ມີ​ໜ້າ​ມີ​ຕາ​ໃນ​ສັງຄົມ. ບາງຄົນ​ຍອມ​ສະລະ​ໂອກາດ​ທີ່​ຈະ​ໄດ້​ເງິນ​ຫຼາຍໆ. ສ່ວນ​ບາງຄົນ​ກໍ​ໄດ້​ປ່ຽນແປງ​ຊີວິດ​ຂອງ​ຕົວເອງ​ເມື່ອ​ໄດ້​ມາ​ຮຽນ​ຮູ້​ກ່ຽວກັບ​ພະເຢໂຫວາ. ນີ້​ເປັນ​ສິ່ງ​ທີ່​ໄມເຄິນ​ໄດ້​ເຮັດ. ລາວ​ບໍ່​ໄດ້​ຮູ້ຈັກ​ຄວາມຈິງ​ມາ​ຕັ້ງ​ແຕ່​ເກີດ. ຕອນ​ຍັງ​ໜຸ່ມ​ລາວ​ໄດ້​ຮຽນ​ຄາລາເຕ້​ເຊິ່ງ​ເປັນ​ສິລະປະ​ການ​ຕໍ່ສູ້​ຮູບ​ແບບ​ໜຶ່ງ. ລາວ​ບອກ​ວ່າ: “ຂ້ອຍ​ພູມໃຈ​ທີ່​ຕົວເອງ​ມີ​ຮ່າງກາຍ​ທີ່​ແຂງແຮງ. ບາງເທື່ອ​ຂ້ອຍ​ກໍ​ຄິດ​ວ່າ​ບໍ່​ມີ​ໃຜ​ເອົາ​ຊະນະ​ຂ້ອຍ​ໄດ້.” ແຕ່​ເມື່ອ​ລາວ​ເລີ່ມ​ຮຽນ​ຄຳພີໄບເບິນ ລາວ​ກໍ​ໄດ້​ຮູ້​ວ່າ​ພະເຢໂຫວາ​ບໍ່​ມັກ​ຄວາມ​ຮຸນແຮງ. (ເພງ. 11:5) ໄມເຄິນ​ເວົ້າ​ເຖິງ​ພະຍານ​ພະເຢໂຫວາ​ຄູ່​ໜຶ່ງ​ທີ່​ມາ​ສອນ​ຄຳພີໄບເບິນ​ໃຫ້​ລາວ​ວ່າ: “ເຂົາເຈົ້າ​ບໍ່​ເຄີຍ​ບອກ​ໃຫ້​ຂ້ອຍ​ເຊົາ​ຫຼິ້ນ​ຄາລາເຕ້ ມີ​ແຕ່​ສອນ​ຄວາມຈິງ​ໃນ​ຄຳພີໄບເບິນ​ໃຫ້​ຂ້ອຍ​ຕໍ່ໆ​ໄປ.”

11 ເມື່ອ​ໄມເຄິນ​ໄດ້​ຮຽນ​ຮູ້​ກ່ຽວກັບ​ພະເຢໂຫວາ​ຫຼາຍ​ເທົ່າ​ໃດ ລາວ​ກໍ​ແຮ່ງ​ຮັກ​ພະເຢໂຫວາ​ຫຼາຍ​ຂຶ້ນ. ລາວ​ຮູ້ສຶກ​ປະທັບ​ໃຈ​ທີ່​ພະເຢໂຫວາ​ໄດ້​ສະແດງ​ຄວາມ​ເຫັນອົກເຫັນໃຈ​ຕໍ່​ຜູ້​ທີ່​ຮັບໃຊ້​ເພິ່ນ. ໃນ​ທີ່ສຸດ ໄມເຄິນ​ກໍ​ຮູ້​ວ່າ​ລາວ​ຕ້ອງ​ປ່ຽນແປງ​ຕົວເອງ. ລາວ​ບອກ​ວ່າ: “ການ​ເຊົາ​ຫຼິ້ນ​ຄາລາເຕ້​ເປັນ​ສິ່ງ​ທີ່​ຍາກ​ທີ່ສຸດ​ທີ່​ຂ້ອຍ​ເຄີຍ​ເຮັດ​ມາ. ແຕ່​ມັນ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພະເຢໂຫວາ​ພໍໃຈ ແລະ​ຂ້ອຍ​ກໍ​ໝັ້ນໃຈ​ວ່າ​ການຮັບໃຊ້​ພະເຢໂຫວາ​ມີຄ່າ​ຫຼາຍ​ກວ່າ​ສິ່ງ​ຕ່າງໆ​ທີ່​ຂ້ອຍ​ສະລະ​ໄປ.” ໄມເຄິນ​ຮູ້​ວ່າ​ຄວາມຈິງ​ໃນ​ຄຳພີໄບເບິນ​ມີຄ່າ​ຫຼາຍ. ນີ້​ຈຶ່ງ​ກະຕຸ້ນ​ລາວ​ໃຫ້​ຢາກ​ປ່ຽນແປງ​ຕົວເອງ.—ຢກບ. 1:25

ຮູບພາບ: ຕະກຽງ. 1. ໂລກ​ທີ່​ເປັນ​ອຸທິຍານ​ເຊິ່ງ​ມີ​ພູເຂົາ ແມ່​ນ້ຳ​ລຳ​ເຊ​ແລະ​ຫຍ້າ​ທີ່​ຂຽວ​ສົດ​ງົດງາມ. 2. ຜູ້ຍິງ​ຄົນ​ໜຶ່ງ​ໄດ້​ຄິດຕຶກຕອງ​ເຖິງ​ສິ່ງ​ອ່ານ​ໃນ​ຄຳພີໄບເບິນ.

ຄວາມຈິງ​ໃນ​ຄຳພີໄບເບິນ​ປຽບ​ຄື​ກັບ . . . ຕະກຽງ

ຕະກຽງ​ຊ່ວຍ​ເຮົາ​ໃຫ້​ເຫັນ​ທາງ​ໃນ​ບ່ອນ​ທີ່​ມືດ. ຄຳພີໄບເບິນ​ກໍ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ໃຊ້​ຊີວິດ​ໃນ​ໂລກ​ມືດ​ຂອງ​ຊາຕານ. (ເບິ່ງ​ຂໍ້ 12-13)

12-13. ຄວາມຈິງ​ໃນ​ຄຳພີໄບເບິນ​ຊ່ວຍ​ເມລີ​ແນວໃດ?

12 ເພື່ອ​ຈະ​ເຫັນຄ່າ​ຄວາມຈິງ​ຫຼາຍ​ຂຶ້ນ ຄຳພີໄບເບິນ​ໄດ້​ປຽບ​ທຽບ​ຄວາມຈິງ​ເປັນ​ຄື​ກັບ​ຕະກຽງ​ທີ່​ເຍືອງ​ທາງ​ໃນ​ບ່ອນ​ມືດ. (ເພງ. 119:105; ອຟຊ. 5:8) ເມລີ​ຈາກ​ປະເທດ​ອາແຊັກໄບຊານ​ໄດ້​ເຫັນຄ່າ​ຄວາມຈິງ​ໃນ​ຄຳພີໄບເບິນ. ລາວ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ນັບ​ຖື​ສາສະໜາ​ແຕກຕ່າງ​ກັນ. ພໍ່​ຂອງ​ລາວ​ນັບ​ຖື​ສາສະໜາ​ອິດສະລາມ ສ່ວນ​ແມ່​ຂອງ​ລາວ​ນັບ​ຖື​ສາສະໜາ​ຢິວ. ລາວ​ບອກ​ວ່າ: “ເຖິງ​ຂ້ອຍ​ຈະ​ເຊື່ອ​ວ່າ​ມີ​ພະເຈົ້າ ແຕ່​ຂ້ອຍ​ກໍ​ຍັງ​ມີ​ຫຼາຍ​ຄຳຖາມ​ທີ່​ຍັງ​ຄາ​ໃຈ​ຢູ່. ຂ້ອຍ​ສົງໄສ​ວ່າ ‘ພະເຈົ້າ​ສ້າງ​ມະນຸດ​ມາ​ເຮັດ​ຫຍັງ? ເປັນຫຍັງ​ຈຶ່ງ​ສ້າງ​ມະນຸດ​ໃຫ້​ມາ​ເຈິ​ກັບ​ຄວາມທຸກ ແຖມ​ເມື່ອ​ຕາຍ​ໄປ​ແລ້ວ​ກໍ​ຍັງ​ຕ້ອງ​ຖືກ​ທໍລະມານ​ຕະຫຼອດໄປ​ໃນ​ນະ​ລົກ​ອີກ?’ ຫຼາຍ​ຄົນ​ມັກ​ເວົ້າ​ວ່າ​ສິ່ງ​ຕ່າງໆ​ທີ່​ເກີດ​ຂຶ້ນ​ເປັນ​ໄປ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ. ຂ້ອຍ​ກໍ​ເລີຍ​ຄິດ​ວ່າ ຖ້າ​ເປັນ​ແບບນັ້ນ​ພະເຈົ້າ​ກໍ​ຄື​ຊິ​ແມ່ນ​ຕົ້ນເຫດ​ຂອງ​ບັນຫາ​ແລະ​ດີໃຈ​ທີ່​ເຫັນ​ມະນຸດ​ເຈິ​ຄວາມທຸກ.”

13 ເມລີ​ໄດ້​ພະຍາຍາມ​ຊອກ​ຫາ​ຄຳຕອບ​ຂອງ​ຄຳຖາມ​ທີ່​ລາວ​ຄາ​ໃຈ​ຕໍ່ໆ​ໄປ. ໃນ​ທີ່ສຸດ ລາວ​ກໍ​ໄດ້​ສຶກສາ​ຄຳພີໄບເບິນ​ແລະ​ເຂົ້າ​ມາ​ເປັນ​ພະຍານ​ພະເຢໂຫວາ. ລາວ​ບອກ​ວ່າ: “ການ​ຫາ​ເຫດຜົນ​ໃນ​ຄຳພີໄບເບິນ​ຊ່ວຍ​ຂ້ອຍ​ໃຫ້​ເບິ່ງ​ຊີວິດ​ໃນ​ແບບ​ທີ່​ດີ​ຂຶ້ນ. ແລະ​ຄຳ​ອະທິບາຍ​ທີ່​ໜ້າ​ເຊື່ອ​ຖື​ຈາກ​ຄຳພີໄບເບິນ​ຊ່ວຍ​ຂ້ອຍ​ໃຫ້​ມີ​ໃຈ​ສະຫງົບ.” ຄື​ກັບ​ເມລີ ເຮົາ​ທຸກ​ຄົນ​ຢາກ​ຈະ​ສັນລະເສີນ​ພະເຢໂຫວາ​ຜູ້​ທີ່ “ເອີ້ນ [ພວກ​ເຮົາ] ອອກ​ຈາກ​ຄວາມ​ມືດ​ມາ​ຫາ​ຄວາມ​ສະຫວ່າງ​ທີ່​ມະຫັດສະຈັນ​ຂອງ​ພະອົງ.”—1 ປຕ. 2:9

14. ເຮົາ​ຈະ​ຮັກ​ຄວາມຈິງ​ຫຼາຍ​ຂຶ້ນ​ໄດ້​ແນວໃດ? (ເບິ່ງ​ຂອບ “ການ​ປຽບ​ທຽບ​ເພີ່ມເຕີມ”)

14 ນີ້​ເປັນ​ພຽງ​ບາງ​ຕົວຢ່າງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຄວາມຈິງ​ມີຄ່າ​ຫຼາຍ. ເຈົ້າ​ອາດຈະ​ຄິດເຖິງ​ເຫດຜົນ​ອື່ນໆ​ອີກ​ທີ່​ເຮັດ​ໃຫ້​ເຈົ້າ​ຮັກ​ຄວາມຈິງ. ຄັນຊັ້ນ ເຈົ້າ​ໜ້າ​ຈະ​ລອງ​ຕັ້ງ​ເປົ້າໝາຍ​ສຶກສາ​ສ່ວນ​ຕົວ​ເພື່ອ​ຈະ​ເຫັນ​ວ່າ​ມີ​ເຫດຜົນ​ຫຍັງ​ຕື່ມ​ອີກ​ທີ່​ເຮັດ​ໃຫ້​ເຈົ້າ​ຮັກ​ຄວາມຈິງ. ເມື່ອ​ເຮົາ​ຮັກ​ຄວາມຈິງ​ຫຼາຍ​ຂຶ້ນ ເຮົາ​ກໍ​ແຮ່ງ​ຢາກ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ຄວາມຈິງ.

ປຶ້ມ​ຄຳພີໄບເບິນ​ທີ່​ເປີດ​ໄວ້.

ການ​ປຽບທຽບ​ເພີ່ມເຕີມ

ໃນ​ບົດ​ຄວາມ​ນີ້​ເຮົາ​ໄດ້​ເຫັນ​ວ່າ “ຄວາມຈິງ” ໃນ​ຄຳພີໄບເບິນ​ປຽບ​ຄື​ກັບ​ສະໝໍ​ເຮືອ ສົມບັດ ແລະ​ຕະກຽງ. ນອກຈາກນັ້ນ ເຮົາ​ຍັງ​ໄດ້​ສົມທຽບ​ຄວາມຈິງ​ໃນ​ຄຳພີໄບເບິນ​ເປັນ​ຄື​ກັບ​ສິ່ງ​ອື່ນໆ​ອີກ ເຊັ່ນ:

  • ແວ່ນ.

    ຄວາມຈິງ​ໃນ​ຄຳພີໄບເບິນ​ປຽບ​ຄື​ກັບ​ແວ່ນ. ເມື່ອ​ເຮົາ​ອ່ານ​ແລະ​ສຶກສາ​ຄຳພີໄບເບິນ​ເຮົາ​ກໍ​ຈະ​ຮູ້​ວ່າ ເຮົາ​ເປັນ​ຄົນ​ແນວໃດ​ແທ້ໆ​ແລະ​ມີ​ຈຸດ​ໃດ​ແດ່​ທີ່​ເຮົາ​ຕ້ອງ​ປັບປຸງ.—ຢກບ. 1:22-25

  • ຢົດ​ນ້ຳ.

    ຄື​ກັບ​ນ້ຳ ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ສົດ​ຊື່ນ​ໃນ​ມື້​ທີ່​ອາກາດ​ຮ້ອນ ຄວາມຈິງ​ໃນ​ຄຳພີໄບເບິນ​ກໍ​ເຮັດ​ໃຫ້​ເຮົາ​ມີ​ກຳລັງໃຈ​ແລະ​ມີ​ແຮງ​ທີ່​ຈະ​ສູ້​ຕໍ່ໄປ​ໃນ​ໂລກ​ຂອງ​ຊາຕານ.—ເພງ. 23:2, 3

ເຮົາ​ຈະ​ສະແດງ​ແນວໃດ​ວ່າ​ເຮົາ​ຮັກ​ຄວາມຈິງ?

15. ວິທີ​ໜຶ່ງ​ທີ່​ສະແດງ​ວ່າ​ເຮົາ​ຮັກ​ຄວາມຈິງ​ແມ່ນ​ຫຍັງ?

15 ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ຄວາມຈິງ​ໂດຍ​ການສຶກສາ​ຄຳພີໄບເບິນ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ. ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ຄວາມຈິງ​ມາ​ດົນ​ປານ​ໃດ​ແລ້ວ ແຕ່​ເຮົາ​ກໍ​ຍັງ​ຕ້ອງ​ຮຽນ​ຮູ້​ຕໍ່ໆ​ໄປ. ໃນ​ຫໍສັງເກດການ ສະບັບ​ທຳອິດ​ບອກ​ວ່າ: “ຄວາມຈິງ​ປຽບ​ຄື​ກັບ​ດອກ​ໄມ້​ນ້ອຍໆ​ທີ່​ຢູ່​ໃນ​ບ່ອນ​ທຸລະກັນດານ​ທີ່​ອ້ອມ​ຮອບ​ດ້ວຍ​ຫຍ້າ​ເຊິ່ງ​ກໍ​ຄື​ຄຳ​ສອນ​ປອມ. ເພື່ອ​ຈະ​ພົບ​ຄວາມຈິງ ເຈົ້າ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຊອກ​ເບິ່ງ​ດີໆ . . . ຖ້າ​ເຮົາ​ຢາກ​ໄດ້​ຄວາມຈິງ​ຫຼື​ດອກ​ໄມ້​ນັ້ນ ເຮົາ​ກໍ​ຕ້ອງ​ໄດ້​ກົ້ມ​ໂຕ​ລົງ​ໄປ​ເພື່ອ​ເດັດ​ເອົາ​ມັນ. ຢ່າ​ພໍໃຈ​ກັບ​ດອກ​ໄມ້​ດອກ​ດຽວ​ຫຼື​ຄວາມຈິງ​ເລື່ອງ​ດຽວ ແຕ່​ໃຫ້​ຊອກ​ຫາ​ຄວາມຈິງ​ເລື່ອງ​ອື່ນໆ​ຕໍ່ໆ​ໄປ.” ການສຶກສາ​ຄົ້ນຄວ້າ​ຫາ​ຄວາມຈິງ​ບໍ່​ແມ່ນ​ເລື່ອງ​ງ່າຍ ແຕ່​ເມື່ອ​ເຮັດ​ແບບນັ້ນ​ມັນ​ກໍ​ຄຸ້ມ​ຄ່າ​ຫຼາຍ​ແທ້ໆ.

16. ເຈົ້າ​ມັກ​ສຶກສາ​ຄົ້ນຄວ້າ​ແບບ​ໃດ? (ສຸພາສິດ 2:4-6)

16 ບໍ່​ແມ່ນ​ວ່າ​ເຮົາ​ທຸກ​ຄົນ​ຈະ​ມັກ​ອ່ານ​ແລະ​ມັກ​ສຶກສາ​ຄົ້ນຄວ້າ. ແຕ່​ພະເຢໂຫວາ​ໄດ້​ເຊີນ​ເຮົາ​ໃຫ້ “ຊອກ​ຫາ” ແລະ “ຄົ້ນ​ຫາ​ຕໍ່ໆ​ໄປ” ເພື່ອ​ຈະ​ເຂົ້າໃຈ​ຄວາມຈິງ​ຫຼາຍ​ຂຶ້ນ. (ອ່ານ​ສຸພາສິດ 2:4-6, ລ.ມ.) ເມື່ອ​ເຮົາ​ເຮັດ​ແບບນັ້ນ ເຮົາ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ. ພີ່ນ້ອງ​ໂຄຣີ​ເວົ້າ​ວ່າ ເມື່ອ​ລາວ​ອ່ານ​ຄຳພີໄບເບິນ​ລາວ​ມັກ​ຈະ​ຄົ້ນຄວ້າ​ໄປ​ເທື່ອ​ລະ​ຂໍ້. ລາວ​ບອກ​ວ່າ: “ຂ້ອຍ​ຈະ​ອ່ານ​ທຸກ​ໄຂ​ເງື່ອນ​ແລະ​ທຸກ​ຂໍ້​ມູນ​ອ້າງອີງ​ຂອງ​ຂໍ້​ນັ້ນ​ແລະ​ຄົ້ນຄວ້າ​ເພີ່ມເຕີມ​ອີກ . . . ການ​ເຮັດ​ແບບ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ໄດ້​ຮັບ​ປະໂຫຍດ​ຫຼາຍ​ແທ້ໆ.” ບໍ່​ວ່າ​ເຮົາ​ຈະ​ໃຊ້​ວິທີ​ແບບ​ດຽວ​ກັບ​ພີ່ນ້ອງ​ໂຄຣີ​ຫຼື​ວິທີ​ອື່ນໆ ເມື່ອ​ເຮົາ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ​ໃນ​ການສຶກສາ​ຄົ້ນຄວ້າ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນຄ່າ​ຄວາມຈິງ.—ເພງ. 1:1-3

17. ການໃຊ້​ຊີວິດ​ຕາມ​ຄວາມຈິງ​ໝາຍ​ຄວາມ​ວ່າ​ແນວໃດ? (ຢາໂກໂບ 1:25)

17 ການສຶກສາ​ຮຽນ​ຮູ້​ຄວາມຈິງ​ພຽງ​ຢ່າງ​ດຽວ​ຍັງ​ບໍ່​ພໍ. ເຮົາ​ຕ້ອງ​ໃຊ້​ຊີວິດ​ຕາມ​ຄວາມຈິງ​ເຊິ່ງ​ກໍ​ຄື ການ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ມາ​ໃຊ້​ໃນ​ຊີວິດ. ເມື່ອ​ເຮັດ​ແບບນັ້ນ ເຮົາ​ກໍ​ຈະ​ມີ​ຄວາມສຸກ. (ອ່ານ​ຢາໂກໂບ 1:25) ແລ້ວ​ເຈົ້າ​ຈະ​ໝັ້ນໃຈ​ໄດ້​ແນວໃດ​ວ່າ​ເຈົ້າ​ໃຊ້​ຊີວິດ​ຕາມ​ຄວາມຈິງ? ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ແນະນຳ ເຮົາ​ໃຫ້​ກວດ​ເບິ່ງ​ຕົວເອງ​ວ່າ ມີ​ເລື່ອງ​ໃດ​ແດ່​ທີ່​ເຮົາ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ຮຽນ​ແລ້ວ ແລະ​ຍັງ​ມີ​ເລື່ອງ​ໃດ​ອີກ​ທີ່​ເຮົາ​ຕ້ອງ​ປັບປຸງ​ໃຫ້​ດີ​ຂຶ້ນ. ອັກຄະສາວົກ​ໂປໂລ​ບອກ​ວ່າ: “ບໍ່​ວ່າ​ພວກ​ເຮົາ​ກ້າວໜ້າ​ເຖິງຂັ້ນ​ໃດ ກໍ​ໃຫ້​ພວກ​ເຮົາ​ກ້າວໜ້າ​ແບບນັ້ນ​ຕໍ່ໄປ​ເລື້ອຍໆ​ຄື​ກັບ​ທີ່​ເຄີຍ​ເຮັດ​ຜ່ານ​ມາ.”—ຟລປ. 3:16

18. ເປັນຫຍັງ​ເຮົາ​ຕ້ອງ​ພະຍາຍາມ​ທີ່​ຈະ “ໃຊ້​ຊີວິດ​ຕາມ​ຄວາມຈິງ”?

18 ໃຫ້​ເຮົາ​ຄິດເຖິງ​ປະໂຫຍດ​ຫຼາຍ​ຢ່າງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ການ “ໃຊ້​ຊີວິດ​ຕາມ​ຄວາມຈິງ.” ການ​ເຮັດ​ແບບ​ນີ້​ບໍ່​ພຽງ​ແຕ່​ຊ່ວຍ​ເຮົາ​ໃຫ້​ປັບປຸງ​ຊີວິດ​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ​ເທົ່າ​ນັ້ນ ແຕ່​ເຮົາ​ຍັງ​ເຮັດ​ໃຫ້​ພະເຢໂຫວາ​ແລະ​ພີ່ນ້ອງ​ມີ​ຄວາມສຸກ​ນຳ. (ສຸພາ. 27:11; 3 ຢຮ. 4) ເຫັນ​ໄດ້​ວ່າ ມີ​ຫຼາຍ​ເຫດຜົນ​ທີ່​ເຮົາ​ຈະ​ຮັກ ຄວາມຈິງ​ແລະ​ໃຊ້​ຊີວິດ ຕາມ​ຄວາມຈິງ.

ເຈົ້າ​ຈະ​ຕອບ​ແນວໃດ?

  • ເປັນຫຍັງ​ເຮົາ​ຈຶ່ງ​ຮັກ “ຄວາມຈິງ”?

  • ເຮົາ​ຈະ​ເຫັນຄ່າ​ຄວາມຈິງ​ຫຼາຍ​ຂຶ້ນ​ໄດ້​ແນວໃດ?

  • ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ເຮົາ​ຮັກ​ຄວາມຈິງ?

ເພງ 144 ຈ້ອງ​ເບິ່ງ​ທີ່​ລາງວັນ

a ເຮົາ​ມັກ​ເອີ້ນ​ຄວາມເຊື່ອ​ແລະ​ວິທີ​ໃຊ້​ຊີວິດ​ຂອງ​ເຮົາ​ວ່າ “ຄວາມຈິງ.” ບໍ່​ວ່າ​ເຮົາ​ຈະ​ຮູ້ຈັກ​ຄວາມຈິງ​ມາ​ຕັ້ງ​ແຕ່​ເກີດ​ຫຼື​ຫາກໍ​ຮູ້ຈັກ​ຄວາມຈິງ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນຮູ້​ເຫດຜົນ​ທີ່​ເຮົາ​ຮັກ​ຄວາມຈິງ. ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ຕັ້ງໃຈ​ເຮັດ​ໃນ​ສິ່ງ​ທີ່​ພະເຢໂຫວາ​ພໍໃຈ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌