ບົດຄວາມສຶກສາທີ 47
ຢ່າຍອມໃຫ້ສິ່ງໃດເຮັດໃຫ້ເຈົ້າເຊົາຮັບໃຊ້ພະເຢໂຫວາ
“ພະເຢໂຫວາ ລູກໄວ້ໃຈພະອົງ.”—ເພງ. 31:14, ລ.ມ.
ເພງ 122 ຂໍໃຫ້ຢືນຢັດໝັ້ນຄົງ!
ໃຈຄວາມສຳຄັນa
1. ເຮົາຮູ້ໄດ້ແນວໃດວ່າພະເຢໂຫວາຢາກໃຫ້ເຮົາໃກ້ຊິດກັບເພິ່ນ?
ພະເຢໂຫວາເຊີນເຮົາໃຫ້ເຂົ້າມາໃກ້ຊິດກັບເພິ່ນ. (ຢກບ. 4:8) ເພິ່ນຢາກເປັນພະເຈົ້າ ເປັນພໍ່ ແລະເປັນໝູ່ຂອງເຮົາ. ເພິ່ນຕອບຄຳອະທິດຖານຂອງເຮົາແລະຊ່ວຍເຮົາໃນເວລາທີ່ລຳບາກ ແລະເພິ່ນຍັງໃຊ້ອົງການຂອງເພິ່ນເພື່ອສອນແລະປົກປ້ອງເຮົາ. ແຕ່ເຮົາຕ້ອງເຮັດຫຍັງເພື່ອຈະໃກ້ຊິດກັບພະເຢໂຫວາ?
2. ເຮົາຈະໃກ້ຊິດກັບພະເຢໂຫວາໄດ້ແນວໃດ?
2 ເຮົາຈະໃກ້ຊິດກັບພະເຢໂຫວາໂດຍການອະທິດຖານ ອ່ານຄຳພີໄບເບິນ ແລະຄິດຕຶກຕອງສິ່ງທີ່ໄດ້ອ່ານ. ເມື່ອເຮົາເຮັດແບບນັ້ນ ເຮົາກໍຈະຮັກແລະເຫັນຄ່າພະເຢໂຫວາ ຢາກຈະເຊື່ອຟັງ ແລະຍົກຍ້ອງສັນລະເສີນພະເຢໂຫວາຕາມທີ່ເພິ່ນສົມຄວນໄດ້ຮັບ. (ພນມ. 4:11) ແຮ່ງເຮົາຮູ້ຈັກພະເຢໂຫວາຫຼາຍເທົ່າໃດ ເຮົາກໍແຮ່ງຈະໄວ້ໃຈເພິ່ນແລະອົງການຂອງເພິ່ນຫຼາຍຂຶ້ນ.
3. ຊາຕານພະຍາຍາມເຮັດໃຫ້ເຮົາເຊົາຮັບໃຊ້ພະເຢໂຫວາແນວໃດ ແຕ່ສິ່ງໃດຊ່ວຍເຮົາບໍ່ໃຫ້ປະຖິ້ມພະເຢໂຫວາແລະອົງການຂອງເພິ່ນ? (ຄຳເພງ 31:13, 14)
3 ແຕ່ຊາຕານພະຍາຍາມເຮັດໃຫ້ເຮົາເຊົາຮັບໃຊ້ພະເຢໂຫວາ ໂດຍສະເພາະເມື່ອເຮົາເຈິກັບບັນຫາຫຼາຍຢ່າງ. ມັນເຮັດແບບນັ້ນໄດ້ແນວໃດ? ມັນພະຍາຍາມເຮັດໃຫ້ເຮົາຄ່ອຍໆເຊົາໄວ້ໃຈພະເຢໂຫວາແລະອົງການຂອງເພິ່ນ. ແຕ່ເຮົາສາມາດຕ້ານທານຊາຕານໄດ້ ເພາະເມື່ອຄວາມເຊື່ອຂອງເຮົາເຂັ້ມແຂງແລະເຮົາໄວ້ໃຈໃນພະເຢໂຫວາຢ່າງເຕັມທີ ເຮົາກໍຈະບໍ່ປະຖິ້ມພະເຢໂຫວາແລະອົງການຂອງເພິ່ນ.—ອ່ານຄຳເພງ 31:13, 14
4. ເຮົາຈະຮຽນຫຍັງໃນບົດຄວາມນີ້?
4 ໃນບົດຄວາມນີ້ເຮົາຈະມາເບິ່ງສາມຢ່າງທີ່ຊາຕານໃຊ້ ເຊິ່ງອາດຈະມາຈາກຄົນນອກປະຊາຄົມ. ແຕ່ລະຢ່າງນັ້ນສາມາດເຮັດໃຫ້ເຮົາເຊົາໄວ້ໃຈພະເຢໂຫວາແລະອົງການຂອງເພິ່ນ. ແລ້ວສາມຢ່າງນີ້ຈະເຮັດໃຫ້ເຮົາເຊົາຮັບໃຊ້ພະເຢໂຫວາແນວໃດ? ແລະເຮົາຕ້ອງເຮັດຫຍັງເພື່ອຈະຍັງສັດຊື່ຕໍ່ພະເຢໂຫວາແລະອົງການຂອງເພິ່ນ?
ເມື່ອເຮົາມີບັນຫາ
5. ຄວາມຍາກລຳບາກເຮັດໃຫ້ເຮົາເຊົາໄວ້ໃຈພະເຢໂຫວາແລະອົງການຂອງເພິ່ນໄດ້ແນວໃດ?
5 ບາງເທື່ອເຮົາກໍເຈິກັບຄວາມຍາກລຳບາກ ເຊັ່ນ: ຖືກຄອບຄົວຕໍ່ຕ້ານຫຼືຕົກວຽກ. ຄວາມລຳບາກແບບນີ້ເຮັດໃຫ້ເຮົາເຊົາໄວ້ໃຈອົງການຂອງພະເຢໂຫວາແລະເຖິງຂັ້ນເຊົາຮັບໃຊ້ພະເຢໂຫວາໄດ້ແນວໃດ? ເມື່ອເຮົາເຈິຄວາມຍາກລຳບາກເປັນເວລາດົນ ເຮົາອາດຮູ້ສຶກທໍ້ໃຈແລະໝົດຫວັງ. ຊາຕານໃຊ້ໂອກາດນີ້ເຮັດໃຫ້ເຮົາຄິດວ່າພະເຢໂຫວາບໍ່ຮັກເຮົາແລະຄິດວ່າພະເຢໂຫວາແລະອົງການຂອງເພິ່ນເປັນຕົ້ນເຫດທີ່ເຮັດໃຫ້ເຮົາເຈິຄວາມຍາກລຳບາກ. ເລື່ອງນີ້ເຄີຍເກີດຂຶ້ນກັບຊາວອິດສະຣາເອນທີ່ເປັນທາດໃນເອຢິບ. ທຳອິດຊາວອິດສະຣາເອນເຊື່ອວ່າພະເຢໂຫວາແຕ່ງຕັ້ງໂມເຊແລະອາໂຣນໃຫ້ຊ່ວຍເຂົາເຈົ້າອອກຈາກການເປັນທາດໃນເອຢິບ. (ອພຍ. 4:29-31) ແຕ່ເມື່ອຟາໂຣເຮັດໃຫ້ຊີວິດເຂົາເຈົ້າລຳບາກ ເຂົາເຈົ້າກໍຈົ່ມໃຫ້ໂມເຊແລະອາໂຣນ. ເຂົາເຈົ້າເວົ້າວ່າ: “ພວກເຈົ້າເຮັດໃຫ້ຟາໂຣແລະພວກຜູ້ຮັບໃຊ້ຊັງພວກເຮົາ. ສ່ຳກັບວ່າພວກເຈົ້າເອົາດາບໃຫ້ພວກເຂົາມາຂ້າພວກເຮົາ.” (ອພຍ. 5:19-21, ລ.ມ.) ໜ້າເສຍດາຍທີ່ເຂົາເຈົ້າຖິ້ມໂທດໃສ່ຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາ! ແລ້ວເຮົາເດ? ຖ້າເຮົາເຈິກັບຄວາມຍາກລຳບາກເປັນເວລາດົນ ເຮົາຍັງຈະໄວ້ໃຈພະເຢໂຫວາແລະອົງການຂອງເພິ່ນບໍ?
6. ເຮົາໄດ້ບົດຮຽນຫຍັງຈາກສິ່ງທີ່ຫາບາກຸກເຮັດເມື່ອລາວເຈິຄວາມຍາກລຳບາກ? (ຫາບາກຸກ 3:17-19)
6 ອະທິດຖານລະບາຍຄວາມຮູ້ສຶກກັບພະເຢໂຫວາແລະເບິ່ງວ່າພະເຢໂຫວາຊ່ວຍແນວໃດ. ຜູ້ພະຍາກອນຫາບາກຸກເຈິກັບຄວາມຍາກລຳບາກຫຼາຍຢ່າງ. ມີເທື່ອໜຶ່ງລາວສົງໄສວ່າ ພະເຢໂຫວາເປັນຫ່ວງລາວບໍ? ດັ່ງນັ້ນ ລາວຈຶ່ງໄດ້ອະທິດຖານລະບາຍຄວາມຮູ້ສຶກກັບພະເຢໂຫວາ. ລາວເວົ້າວ່າ: “ພະເຢໂຫວາເອີ້ຍ ລູກຕ້ອງຮ້ອງຂໍໃຫ້ພະອົງຊ່ວຍເຫຼືອອີກດົນປານໃດ ພະອົງຈຶ່ງຈະຟັງ . . . ເປັນຫຍັງພະອົງຈຶ່ງປ່ອຍໃຫ້ຄົນຂົ່ມເຫງກັນ?” (ຫາບາ. 1:2, 3) ພະເຢໂຫວາຕອບຄຳອະທິດຖານທີ່ຈິງຈັງຂອງຫາບາກຸກ. (ຫາບາ. 2:2, 3) ຫຼັງຈາກທີ່ຫາບາກຸກໄດ້ຄິດຕຶກຕອງກ່ຽວກັບວິທີທີ່ພະເຢໂຫວາຊ່ວຍປະຊາຊົນຂອງເພິ່ນ ລາວກໍກັບມາມີຄວາມສຸກອີກ. ລາວໝັ້ນໃຈວ່າພະເຢໂຫວາເປັນຫ່ວງລາວ ແລະເພິ່ນຈະຊ່ວຍລາວໃຫ້ອົດທົນກັບບັນຫາຕ່າງໆໄດ້. (ອ່ານຫາບາກຸກ 3:17-19) ເຮົາໄດ້ບົດຮຽນຫຍັງ? ເມື່ອເຮົາເຈິຄວາມຍາກລຳບາກ ໃຫ້ເຮົາອະທິດຖານລະບາຍຄວາມຮູ້ສຶກກັບພະເຢໂຫວາ. ຈາກນັ້ນ ໃຫ້ເບິ່ງວ່າພະເຢໂຫວາໄດ້ຊ່ວຍເຫຼືອເຮົາແນວໃດ. ເມື່ອເຮົາເຮັດແບບນີ້ ເຮົາກໍຈະໝັ້ນໃຈວ່າພະເຢໂຫວາຈະໃຫ້ເຮົາມີກຳລັງເພື່ອເຮົາຈະອົດທົນໄດ້. ແລະເມື່ອເຮົາຮູ້ສຶກວ່າພະເຢໂຫວາຊ່ວຍເຫຼືອເຮົາ ຄວາມເຊື່ອຂອງເຮົາກໍຈະເຂັ້ມແຂງຫຼາຍຂຶ້ນ.
7. ຍາດພີ່ນ້ອງຂອງເຊີລີ້ໄດ້ພະຍາຍາມເຮັດຫຍັງໃສ່ລາວ ແຕ່ສິ່ງໃດຊ່ວຍລາວໃຫ້ຍັງສັດຊື່ຕໍ່ພະເຢໂຫວາ?
7 ເຮັດສິ່ງທີ່ເສີມຄວາມເຊື່ອເປັນປະຈຳ. ນີ້ເປັນສິ່ງທີ່ຊ່ວຍພີ່ນ້ອງຍິງຄົນໜຶ່ງທີ່ຊື່ເຊີລີ້b ຢູ່ປາປົວນິວກີເນທີ່ເຈິກັບຄວາມຍາກລຳບາກ. ຄອບຄົວຂອງລາວທຸກຍາກແລະບາງເທື່ອມີອາຫານເກືອບບໍ່ພໍກິນ. ຍາດພີ່ນ້ອງຂອງລາວຄົນໜຶ່ງພະຍາຍາມເຮັດໃຫ້ລາວເຊົາໄວ້ໃຈພະເຢໂຫວາ. ພີ່ນ້ອງຂອງລາວບອກວ່າ: “ໃສເຈົ້າວ່າພະລັງຂອງພະເຈົ້າຈະຊ່ວຍ? ຄືບໍ່ເຫັນຊ່ວຍຫຍັງເລີຍ! ຄອບຄົວກໍຍັງທຸກຍາກຄືເກົ່າ. ໄປປະກາດກໍເສຍເວລາລ້າໆ.” ເຊີລີ້ບອກວ່າ: “ໃນຕອນນັ້ນ ຂ້ອຍຖາມຕົວເອງວ່າ ‘ພະເຈົ້າເປັນຫ່ວງເຮົາຢູ່ບໍ?’ ຂ້ອຍຈຶ່ງອະທິດຖານເຖິງພະເຢໂຫວາທັນທີແລະບອກຄວາມຮູ້ສຶກທັງໝົດໃຫ້ເພິ່ນຟັງ. ຂ້ອຍຍັງໄດ້ອ່ານຄຳພີໄບເບິນແລະປຶ້ມຕ່າງໆຂອງອົງການ ໄປປະກາດແລະໄປປະຊຸມເປັນປະຈຳ.” ບໍ່ດົນ ເຊີລີ້ກໍເລີ່ມເຫັນວ່າພະເຢໂຫວາເບິ່ງແຍງຄອບຄົວຂອງລາວ. ຄອບຄົວຂອງລາວບໍ່ໄດ້ຂາດເຂີນຈົນເຖິງຂັ້ນອົດອາຫານ ແລະຍັງມີຊີວິດທີ່ມີຄວາມສຸກໄດ້. ເຊີລີ້ບອກວ່າ: “ຂ້ອຍຮູ້ສຶກວ່າພະເຢໂຫວາຕອບຄຳອະທິດຖານຂອງຂ້ອຍ.” (1ຕມ. 6:6-8) ຄ້າຍຄືກັນ ຖ້າເຈົ້າເຮັດສິ່ງທີ່ເສີມຄວາມເຊື່ອເປັນປະຈຳ ເມື່ອເຈິຄວາມຍາກລຳບາກ ເຈົ້າກໍຈະບໍ່ຍອມໃຫ້ຄວາມຍາກລຳບາກຫຼືຂໍ້ສົງໄສມາເຮັດໃຫ້ເຈົ້າເຊົາຮັບໃຊ້ພະເຢໂຫວາ.
ເມື່ອພີ່ນ້ອງທີ່ນຳໜ້າຖືກປະຕິບັດບໍ່ດີ
8. ອາດຈະເກີດຫຍັງຂຶ້ນກັບພີ່ນ້ອງທີ່ນຳໜ້າໃນອົງການຂອງພະເຢໂຫວາ?
8 ສັດຕູຂອງເຮົາອາດເຜີຍແຜ່ຂໍ້ມູນຕົວະກ່ຽວກັບພີ່ນ້ອງທີ່ນຳໜ້າໃນອົງການໂດຍທາງໂທລະທັດຫຼືສື່ຕ່າງໆ. (ເພງ. 31:13) ພີ່ນ້ອງບາງຄົນຖືກຈັບແລະຖືກກ່າວຫາວ່າເປັນອາດຊະຍາກອນ. ຄລິດສະຕຽນໃນສະຕະວັດທຳອິດກໍເຈິເລື່ອງຄ້າຍໆກັນເມື່ອອັກຄະສາວົກໂປໂລຖືກກ່າວຫາຢ່າງຜິດໆແລະຖືກຈັບເຂົ້າຄຸກ. ແລ້ວພີ່ນ້ອງເຫຼົ່ານັ້ນເຮັດແນວໃດ?
9. ຄລິດສະຕຽນບາງຄົນມີທ່າທີແນວໃດເມື່ອອັກຄະສາວົກໂປໂລຖືກຂັງຄຸກ?
9 ຄລິດສະຕຽນບາງຄົນໃນສະຕະວັດທຳອິດເຊົາໃຫ້ຄວາມຊ່ວຍເຫຼືອອັກຄະສາວົກໂປໂລຕອນທີ່ລາວຖືກຂັງຄຸກໃນໂຣມ. (2ຕມ. 1:8, 15) ຍ້ອນຫຍັງ? ຍ້ອນເຂົາເຈົ້າອາຍທີ່ຜູ້ຄົນເບິ່ງວ່າໂປໂລເປັນຄືກັບອາດຊະຍາກອນບໍ? (2ຕມ. 2:8, 9) ຫຼືເຂົາເຈົ້າຢ້ານວ່າຈະຖືກຂົ່ມເຫງຄືກັບໂປໂລ? ຂໍໃຫ້ຄິດເບິ່ງວ່າໂປໂລຈະຮູ້ສຶກແນວໃດທີ່ເຂົາເຈົ້າເຮັດແບບນັ້ນ ທັງໆທີ່ລາວເຄີຍອົດທົນກັບຄວາມຍາກລຳບາກຫຼາຍຢ່າງແລະເຖິງຂັ້ນສ່ຽງຊີວິດເພື່ອເຂົາເຈົ້າ. (ກຈກ. 20:18-21; 2ກຣ. 1:8) ເຮົາບໍ່ຄວນເປັນຄືກັບຄົນເຫຼົ່ານັ້ນທີ່ບໍ່ໄດ້ໃຫ້ຄວາມຊ່ວຍເຫຼືອໂປໂລຕອນທີ່ລາວຕ້ອງການ! ເຮົາຄວນຈື່ຫຍັງໄວ້ເມື່ອພີ່ນ້ອງທີ່ນຳໜ້າໃນອົງການຖືກຂົ່ມເຫງ?
10. ເມື່ອພີ່ນ້ອງທີ່ນຳໜ້າໃນອົງການຖືກຂົ່ມເຫງ ເຮົາຄວນຈະຈື່ຫຍັງໄວ້ ແລະຍ້ອນຫຍັງ?
10 ຂໍໃຫ້ຈື່ໄວ້ວ່າ ເປັນຫຍັງເຮົາຈຶ່ງຖືກຂົ່ມເຫງແລະໃຜເປັນຕົ້ນເຫດຂອງການຂົ່ມເຫງ. 2 ຕີໂມທຽວ 3:12 ບອກວ່າ: “ທຸກຄົນທີ່ຕັ້ງໃຈໃຊ້ຊີວິດດ້ວຍຄວາມເຫຼື້ອມໃສພະເຈົ້າແລະເປັນລູກສິດຂອງພະຄລິດເຢຊູກໍຈະຖືກຂົ່ມເຫງຄືກັນ.” ດັ່ງນັ້ນ ເຮົາບໍ່ຄວນແປກໃຈທີ່ຊາຕານໂຈມຕີພີ່ນ້ອງທີ່ນຳໜ້າໃນອົງການ. ມັນຢາກເຮັດໃຫ້ພີ່ນ້ອງເຫຼົ່ານັ້ນບໍ່ສັດຊື່ຕໍ່ພະເຢໂຫວາແລະຢາກເຮັດໃຫ້ເຮົາຢ້ານ.—1ປຕ. 5:8
ເຖິງວ່າໂປໂລຈະຖືກລ່າມໂສ້ ແຕ່ໂອເນຊີໂຟໂຣກໍຍັງຊ່ວຍເຫຼືອລາວດ້ວຍຄວາມກ້າຫານ. ໃນປັດຈຸບັນ ພີ່ນ້ອງຫຼາຍຄົນກໍໄດ້ໄປໃຫ້ກຳລັງໃຈພີ່ນ້ອງທີ່ເຂົ້າຄຸກຄືກັບທີ່ເຮົາເຫັນໃນຮູບພາບຈຳລອງເຫດການ (ເບິ່ງຂໍ້ 11-12)
11. ເຮົາໄດ້ບົດຮຽນຫຍັງຈາກຕົວຢ່າງຂອງໂອເນຊີໂຟໂຣ? (2 ຕີໂມທຽວ 1:16-18)
11 ຊ່ວຍເຫຼືອພີ່ນ້ອງຕໍ່ໆໄປແລະບໍ່ປະຖິ້ມເຂົາເຈົ້າ. (ອ່ານ 2 ຕີໂມທຽວ 1:16-18) ຄລິດສະຕຽນຄົນໜຶ່ງໃນສະຕະວັດທຳອິດທີ່ຊື່ໂອເນຊີໂຟໂຣໄດ້ປະຕິບັດກັບໂປໂລຕ່າງຈາກຄລິດສະຕຽນຄົນອື່ນໆຕອນທີ່ໂປໂລຖືກຂັງຄຸກ. “ລາວບໍ່ອາຍທີ່ [ໂປໂລ] ຖືກລ່າມໂສ້ຢູ່.” ໂອເນຊີໂຟໂຣຊອກຫາໂປໂລ ແລະເມື່ອລາວພົບໂປໂລແລ້ວ ລາວກໍຊອກຫາວິທີທີ່ຈະຊ່ວຍເຫຼືອໂປໂລ. ໂອເນຊີໂຟໂຣໄດ້ສ່ຽງຊີວິດຂອງຕົວເອງເພື່ອຈະຊ່ວຍເຫຼືອໂປໂລ. ເຮົາໄດ້ບົດຮຽນຫຍັງ? ເຮົາຕ້ອງບໍ່ຢ້ານຄົນອື່ນຈົນບໍ່ກ້າຊ່ວຍເຫຼືອພີ່ນ້ອງທີ່ຖືກຂົ່ມເຫງ ແຕ່ເຮົາຄວນປົກປ້ອງເຂົາເຈົ້າແລະເຮັດທຸກສິ່ງທີ່ເຮັດໄດ້ເພື່ອຊ່ວຍເຫຼືອເຂົາເຈົ້າ. (ສຸພາ. 17:17) ເຂົາເຈົ້າຕ້ອງການຄວາມຮັກແລະຄວາມຊ່ວຍເຫຼືອຈາກເຮົາ.
12. ເຮົາໄດ້ບົດຮຽນຫຍັງຈາກພີ່ນ້ອງຢູ່ໃນປະເທດຣັດເຊຍ?
12 ໃຫ້ຄິດເຖິງວິທີທີ່ພີ່ນ້ອງຊ່ວຍເຫຼືອກັນຕອນທີ່ພີ່ນ້ອງບາງຄົນໃນຣັດເຊຍຖືກຈັບ. ເມື່ອພີ່ນ້ອງບາງຄົນຂຶ້ນສານ ພີ່ນ້ອງຫຼາຍຄົນໄດ້ມາໃຫ້ກຳລັງໃຈແລະໃຫ້ຄວາມຊ່ວຍເຫຼືອ. ເຮົາໄດ້ບົດຮຽນຫຍັງ? ເມື່ອພີ່ນ້ອງທີ່ນຳໜ້າໃນອົງການຖືກປະນາມ ຖືກຈັບ ຫຼືຖືກຂົ່ມເຫງ ເຮົາບໍ່ຄວນຢ້ານ. ແຕ່ໃຫ້ເຮົາອະທິດຖານເພື່ອເຂົາເຈົ້າ ເບິ່ງແຍງຄອບຄົວແທນເຂົາເຈົ້າ ແລະຊອກຫາວິທີອື່ນໆເພື່ອຊ່ວຍເຫຼືອເຂົາເຈົ້າ.—ກຈກ. 12:5; 2ກຣ. 1:10, 11
ເມື່ອເຮົາຖືກເຍາະເຍີ້ຍ
13. ການເຍາະເຍີ້ຍສາມາດເຮັດໃຫ້ເຮົາເຊົາໄວ້ໃຈພະເຢໂຫວາແລະອົງການຂອງເພິ່ນໄດ້ແນວໃດ?
13 ຍາດພີ່ນ້ອງທີ່ບໍ່ມີຄວາມເຊື່ອແບບດຽວກັບເຮົາ ໝູ່ຢູ່ບ່ອນເຮັດວຽກຫຼືໝູ່ຢູ່ໂຮງຮຽນອາດຈະເຍາະເຍີ້ຍເຮົາຍ້ອນເຮົາເຮັດວຽກປະກາດຫຼືຍ້ອນເຮົາໃຊ້ຊີວິດຕາມຫຼັກສິນລະທຳອັນສູງສົ່ງຂອງພະເຢໂຫວາ. (1ປຕ. 4:4) ເຂົາເຈົ້າອາດຈະເວົ້າວ່າ: “ຂ້ອຍມັກນິດໄສເຈົ້າແຕ່ບໍ່ມັກສາສະໜາຂອງເຈົ້າ ເພາະມັນເຄັ່ງຄັດໂພດແລະບໍ່ສອດຄ່ອງກັບສັງຄົມໃນທຸກມື້ນີ້.” ບາງຄົນອາດວິພາກວິຈານເຮົາຍ້ອນວິທີທີ່ເຮົາປະຕິບັດກັບຄົນທີ່ຖືກຕັດສຳພັນໂດຍເວົ້າວ່າ: “ເຈົ້າເຮັດແບບນີ້ແລ້ວຈະບອກວ່າຕົວເອງເປັນຄົນທີ່ ຮັກຄົນອື່ນໄດ້ແນວໃດ?” ຄຳເວົ້າເຫຼົ່ານີ້ອາດເຮັດໃຫ້ເຮົາສົງໄສກ່ຽວກັບມາດຕະຖານຂອງພະເຢໂຫວາ. ເຮົາອາດເລີ່ມສົງໄສວ່າ: ‘ພະເຢໂຫວາຮຽກຮ້ອງຈາກຂ້ອຍຫຼາຍເກີນໄປບໍ? ອົງການຂອງເພິ່ນເຄັ່ງຄັດໂພດບໍ?’ ຖ້າເຈົ້າກຳລັງເຈິກັບສະຖານະການແບບນີ້ ເຈົ້າຈະໃກ້ຊິດກັບພະເຢໂຫວາແລະອົງການຂອງເພິ່ນໄດ້ແນວໃດ?
ໂຢບບໍ່ເຊື່ອຄຳຕົວະຂອງໝູ່ຈອມປອມທີ່ເຍາະເຍີ້ຍລາວ ແຕ່ລາວຕັ້ງໃຈທີ່ຈະຮັກສາຄວາມສັດຊື່ຕໍ່ພະເຢໂຫວາ (ເບິ່ງຂໍ້ 14)
14. ເຮົາຄວນມີທ່າທີແນວໃດເມື່ອຄົນອື່ນເຍາະເຍີ້ຍຍ້ອນເຮົາໃຊ້ຊີວິດຕາມຫຼັກສິນລະທຳຂອງພະເຢໂຫວາ? (ຄຳເພງ 119:50-52)
14 ຕັ້ງໃຈທີ່ຈະເຮັດຕາມຫຼັກສິນລະທຳຂອງພະເຢໂຫວາຕໍ່ໆໄປ. ໂຢບເປັນຜູ້ທີ່ຕັ້ງໃຈທີ່ຈະເຮັດຕາມຫຼັກສິນລະທຳຂອງພະເຢໂຫວາ ເຖິງວ່າຈະຖືກເຍາະເຍີ້ຍທີ່ເຮັດແບບນັ້ນ. ໝູ່ຈອມປອມຄົນໜຶ່ງຂອງໂຢບໄດ້ພະຍາຍາມເຮັດໃຫ້ລາວເຊື່ອວ່າ ພະເຈົ້າບໍ່ໄດ້ສົນໃຈໂຢບເຖິງວ່າລາວຈະເຮັດສິ່ງທີ່ຖືກຕ້ອງ. (ໂຢບ 4:17, 18; 22:3) ແຕ່ໂຢບບໍ່ເຊື່ອຄຳຕົວະນັ້ນ. ລາວຮູ້ວ່າຫຼັກສິນລະທຳຂອງພະເຢໂຫວາດີທີ່ສຸດແລະລາວຢາກຕັ້ງໃຈທີ່ຈະເຮັດຕາມຫຼັກສິນລະທຳນັ້ນ. ລາວບໍ່ຍອມໃຫ້ຄົນອື່ນມາເຮັດໃຫ້ລາວບໍ່ສັດຊື່ຕໍ່ພະເຢໂຫວາ. (ໂຢບ 27:5, 6) ເຮົາໄດ້ບົດຮຽນຫຍັງ? ຢ່າຍອມໃຫ້ການເຍາະເຍີ້ຍມາເຮັດໃຫ້ເຮົາສົງໄສກ່ຽວກັບຫຼັກສິນລະທຳຂອງພະເຢໂຫວາ. ໃຫ້ຄິດເຖິງປະສົບການທີ່ເກີດຂຶ້ນໃນຊີວິດຂອງຕົວເອງ. ເຈົ້າເຄີຍເຫັນບໍວ່າ ຫຼາຍເທື່ອທີ່ເຈົ້າເຮັດຕາມຫຼັກການຂອງພະເຢໂຫວາເຮັດໃຫ້ຊີວິດຂອງເຈົ້າດີຂຶ້ນ? ດັ່ງນັ້ນ ຂໍໃຫ້ຕັ້ງໃຈທີ່ຈະເຮັດຕາມອົງການຂອງພະເຢໂຫວາຕໍ່ໆໄປ ເພາະອົງການນີ້ຍຶດຖືມາດຕະຖານອັນສູງສົ່ງຂອງພະເຢໂຫວາ. ເມື່ອເຮົາຕັ້ງໃຈທີ່ຈະເຮັດແບບນັ້ນ ບໍ່ວ່າເຮົາຈະຖືກເຍາະເຍີ້ຍຫຼາຍສ່ຳໃດ ເຮົາກໍຈະບໍ່ເຊົາຮັບໃຊ້ພະເຢໂຫວາ.—ອ່ານຄຳເພງ 119:50-52
15. ເປັນຫຍັງບຣິຊິດຈຶ່ງຖືກເຍາະເຍີ້ຍ?
15 ໃຫ້ເຮົາມາເບິ່ງປະສົບການຂອງພີ່ນ້ອງຍິງຄົນໜຶ່ງທີ່ຊື່ບຣິຊິດ ຢູ່ປະເທດອິນເດຍ. ລາວຖືກຄົນໃນຄອບຄົວເຍາະເຍີ້ຍຍ້ອນຄວາມເຊື່ອ. ບໍ່ດົນຫຼັງຈາກທີ່ລາວຮັບບັບເຕມາໃນປີ 1997 ຜົວຂອງລາວທີ່ບໍ່ໄດ້ເປັນພະຍານພະເຢໂຫວາກໍຕົກວຽກ. ດັ່ງນັ້ນ ຜົວຈຶ່ງໄດ້ພາລາວກັບລູກຍ້າຍໄປຢູ່ບ້ານພໍ່ແມ່ຜົວເຊິ່ງຢູ່ອີກເມືອງໜຶ່ງ. ແຕ່ບຣິຊິດຕ້ອງເຈິການຕໍ່ຕ້ານທີ່ໜັກກວ່າເກົ່າອີກ. ຍ້ອນຜົວຂອງລາວບໍ່ມີວຽກເຮັດ ລາວຈຶ່ງຕ້ອງໄດ້ເຮັດວຽກເຕັມເວລາເພື່ອລ້ຽງຄອບຄົວ. ນອກຈາກນັ້ນ ປະຊາຄົມທີ່ໃກ້ທີ່ສຸດກໍຢູ່ຫ່າງຈາກບ້ານປະມານ 350 ກິໂລແມັດ. ຊ້ຳບໍ່ໜຳ ຄອບຄົວຂອງຜົວຍັງໄດ້ຕໍ່ຕ້ານລາວຍ້ອນຄວາມເຊື່ອ. ສະຖານະການຮ້າຍແຮງຈົນເຖິງຂັ້ນທີ່ບຣິຊິດແລະຄອບຄົວຕ້ອງໄດ້ຍ້າຍບ່ອນຢູ່ອີກ. ຈາກນັ້ນ ເຫດການທີ່ບໍ່ຄາດຄິດກໍເກີດຂຶ້ນ. ຜົວຂອງລາວຕາຍ. ຕໍ່ມາລູກສາວຄົນໜຶ່ງທີ່ອາຍຸ 12 ປີກໍຕາຍຍ້ອນໂລກມະເຮັງ. ຮ້າຍແຮງກວ່ານັ້ນ ຍາດພີ່ນ້ອງຂອງລາວກໍໂທດລາວແລະເວົ້າວ່າຖ້າລາວບໍ່ເຂົ້າມາເປັນພະຍານພະເຢໂຫວາ ເລື່ອງທີ່ບໍ່ດີທັງໝົດກໍຄົງຈະບໍ່ເກີດຂຶ້ນ. ແຕ່ເຖິງຈະເປັນແນວນັ້ນບຣິຊິດກໍຍັງໄວ້ໃຈພະເຢໂຫວາແລະໃກ້ຊິດກັບອົງການຕໍ່ໆໄປ.
16. ບຣິຊິດໄດ້ຮັບພອນຫຍັງແດ່ຈາກການໃກ້ຊິດກັບພະເຢໂຫວາແລະອົງການຂອງເພິ່ນ?
16 ເຖິງວ່າບຣິຊິດຈະຢູ່ໄກຈາກປະຊາຄົມ ແຕ່ຜູ້ດູແລໝວດກໍໄດ້ໃຫ້ກຳລັງໃຈລາວທີ່ຈະປະກາດກັບຄົນໃນເຂດທີ່ລາວຢູ່ແລະຈັດການປະຊຸມຢູ່ເຮືອນຂອງລາວ. ທຳອິດລາວຮູ້ສຶກວ່າຍາກທີ່ຈະເຮັດແບບນັ້ນ ແຕ່ລາວກໍໄດ້ເຮັດຕາມຄຳແນະນຳທີ່ພີ່ນ້ອງໃຫ້. ລາວໄດ້ປະກາດຂ່າວດີກັບຄົນແຖວນັ້ນ ຈັດການປະຊຸມຢູ່ເຮືອນຂອງລາວ ແລະຈັດເວລາທີ່ຈະນະມັດສະການປະຈຳຄອບຄົວເປັນປະຈຳກັບລູກສາວ. ຜົນເປັນແນວໃດ? ບຣິຊິດມີນັກສຶກສາຫຼາຍຄົນແລະນັກສຶກສາຈຳນວນໜຶ່ງກໍໄດ້ຮັບບັບເຕມາ. ໃນປີ 2005 ລາວໄດ້ເລີ່ມເປັນໄພໂອເນຍປະຈຳ. ຍ້ອນລາວໄວ້ໃຈພະເຢໂຫວາແລະສັດຊື່ຕໍ່ອົງການຂອງເພິ່ນ ລາວຈຶ່ງໄດ້ຮັບພອນທີ່ດີແບບນີ້. ລູກສາວຂອງລາວກໍໄດ້ຮັບໃຊ້ພະເຢໂຫວາຢ່າງສັດຊື່ ແລະຕອນນີ້ເຂດທີ່ລາວຢູ່ກໍມີສອງປະຊາຄົມ! ບຣິຊິດໝັ້ນໃຈວ່າ ພະເຢໂຫວາໃຫ້ກຳລັງກັບລາວເພື່ອຈະຮັບມືກັບຄວາມຍາກລຳບາກຕ່າງໆແລະອົດທົນກັບການເຍາະເຍີ້ຍຈາກຍາດພີ່ນ້ອງໄດ້.
ໃຫ້ສັດຊື່ຕໍ່ພະເຢໂຫວາແລະອົງການຂອງເພິ່ນຕໍ່ໆໄປ
17. ເຮົາຄວນຕັ້ງໃຈທີ່ຈະເຮັດຫຍັງ?
17 ຊາຕານຢາກໃຫ້ເຮົາເຊື່ອວ່າ ເມື່ອເຮົາເຈິຄວາມຍາກລຳບາກ ພະເຢໂຫວາຈະບໍ່ຊ່ວຍເຫຼືອເຮົາແລະການທີ່ເຮົາເຮັດຕາມອົງການຂອງພະເຢໂຫວາຈະເຮັດໃຫ້ຊີວິດຂອງເຮົາຫຍຸ້ງຍາກ. ແລະມັນຍັງຢາກໃຫ້ເຮົາຮູ້ສຶກຢ້ານເມື່ອພີ່ນ້ອງທີ່ນຳໜ້າໃນອົງການຖືກປະນາມ ຖືກຂົ່ມເຫງ ແລະຖືກຈັບເຂົ້າຄຸກ. ມັນຍັງໃຊ້ການເຍາະເຍີ້ຍເພື່ອເຮັດໃຫ້ເຮົາບໍ່ຢາກເຮັດຕາມຫຼັກສິນລະທຳຂອງພະເຢໂຫວາແລະບໍ່ໄວ້ໃຈອົງການຂອງເພິ່ນ. ແຕ່ເຮົາຮູ້ກົນອຸບາຍຂອງຊາຕານດີ ເຮົາຈະບໍ່ຍອມໃຫ້ມັນຫຼອກ. (2ກຣ. 2:11) ຂໍໃຫ້ເຮົາຕັ້ງໃຈທີ່ຈະສັດຊື່ຕໍ່ພະເຢໂຫວາແລະອົງການຂອງເພິ່ນຕໍ່ໆໄປແລະບໍ່ເຊື່ອຄຳຕົວະຂອງຊາຕານ. ຂໍໃຫ້ຈື່ໄວ້ວ່າ ພະເຢໂຫວາຈະບໍ່ມີວັນປະຖິ້ມເຈົ້າ. (ເພງ. 28:7) ດັ່ງນັ້ນ ຢ່າໃຫ້ສິ່ງໃດກໍຕາມມາເຮັດໃຫ້ເຈົ້າເຊົາຮັບໃຊ້ພະເຢໂຫວາ!—ຣມ. 8:35-39
18. ເຮົາຈະຮຽນຫຍັງໃນບົດຄວາມຕໍ່ໄປ?
18 ໃນບົດຄວາມນີ້ເຮົາໄດ້ຮຽນແລ້ວວ່າ ຊາຕານໃຊ້ສາມຢ່າງທີ່ມາຈາກຄົນນອກປະຊາຄົມເຊິ່ງອາດຈະເຮັດໃຫ້ເຮົາບໍ່ໄວ້ໃຈພະເຢໂຫວາແລະອົງການຂອງເພິ່ນ. ແລະໃນບົດຄວາມຕໍ່ໄປເຮົາຈະມາເບິ່ງວ່າ ມີບັນຫາຫຍັງແດ່ຈາກພາຍໃນປະຊາຄົມທີ່ເຮັດໃຫ້ເຮົາຮູ້ສຶກວ່າຍາກທີ່ຈະໄວ້ໃຈພະເຢໂຫວາແລະອົງການຂອງເພິ່ນ. ແລ້ວເຮົາຈະຮັບມືກັບບັນຫາເຫຼົ່ານັ້ນໄດ້ແນວໃດ?
ເພງ 118 “ຂໍຊ່ວຍໃຫ້ພວກເຮົາມີຄວາມເຊື່ອຫຼາຍຂຶ້ນ”
a ເພື່ອຈະອົດທົນຢ່າງສັດຊື່ໃນສະໄໝສຸດທ້າຍນີ້ ເຮົາຕ້ອງໄວ້ໃຈພະເຢໂຫວາແລະອົງການຂອງເພິ່ນຕໍ່ໆໄປ. ຊາຕານພະຍາຍາມທຳລາຍຄວາມໄວ້ໃຈຂອງເຮົາ. ໃນບົດຄວາມນີ້ເຮົາຈະມາເບິ່ງສາມຢ່າງທີ່ຊາຕານໃຊ້ ແລະເຮົາຕ້ອງເຮັດຫຍັງເພື່ອຈະຍັງສັດຊື່ຕໍ່ພະເຢໂຫວາແລະອົງການຂອງເພິ່ນ.
b ຊື່ສົມມຸດ