ບົດຄວາມສຶກສາທີ 34
ເພງທີ 107 ພະເຈົ້າເປັນແບບຢ່າງຂອງຄວາມຮັກ
ຜູ້ເບິ່ງແຍງຈະສະແດງຄວາມຮັກແລະຄວາມເມດຕາແນວໃດຕໍ່ຄົນທີ່ເຮັດຜິດ?
“ພະເຈົ້າເມດຕາເຈົ້າຫຼາຍແທ້ໆແລະພະຍາຍາມຊ່ວຍເຈົ້າໃຫ້ກັບໃຈ.”—ຣມ. 2:4
ຈຸດສຳຄັນ
ຜູ້ເບິ່ງແຍງພະຍາຍາມແນວໃດເພື່ອຊ່ວຍຄົນທີ່ເຮັດຜິດຮ້າຍແຮງໃນປະຊາຄົມ.
1. ຈະເກີດຫຍັງຂຶ້ນກັບຄົນທີ່ເຮັດຜິດຮ້າຍແຮງ?
ໃນບົດແລ້ວນີ້ເຮົາໄດ້ຮຽນວ່າໂປໂລບອກປະຊາຄົມຢູ່ເມືອງໂກຣິນໂທໃຫ້ເຮັດຫຍັງກັບຜູ້ຊາຍທີ່ເຮັດຜິດຮ້າຍແຮງ. ຄົນທີ່ເຮັດຜິດບໍ່ໄດ້ກັບໃຈ ລາວຈຶ່ງຕ້ອງຖືກຕັດອອກຈາກປະຊາຄົມ. ແຕ່ຄືກັບທີ່ເຮົາເຫັນໃນຂໍ້ພະຄຳພີຫຼັກຂອງບົດນີ້ ພະເຢໂຫວາສາມາດຊ່ວຍຄົນທີ່ເຮັດຜິດຮ້າຍແຮງໃຫ້ກັບໃຈໄດ້. (ຣມ. 2:4) ພະເຢໂຫວາໃຊ້ຜູ້ເບິ່ງແຍງແນວໃດໃຫ້ຊ່ວຍຄົນທີ່ເຮັດຜິດໃຫ້ກັບໃຈ?
2-3. ເຮົາຄວນເຮັດແນວໃດເມື່ອຮູ້ວ່າພີ່ນ້ອງບາງຄົນເຮັດຜິດຮ້າຍແຮງ ແລະຍ້ອນຫຍັງຈຶ່ງເຮັດແບບນັ້ນ?
2 ກ່ອນທີ່ຜູ້ເບິ່ງແຍງຈະຊ່ວຍຄົນທີ່ເຮັດຜິດໄດ້ ເຂົາເຈົ້າຕ້ອງຮູ້ບັນຫາກ່ອນ. ເຮົາຄວນເຮັດແນວໃດເມື່ອຮູ້ວ່າພີ່ນ້ອງບາງຄົນເຮັດຜິດຮ້າຍແຮງເຊິ່ງອາດຈະເຮັດໃຫ້ລາວຖືກຕັດອອກຈາກປະຊາຄົມ? ເຮົາຄວນບອກລາວໃຫ້ໄປລົມກັບຜູ້ເບິ່ງແຍງ.—ອຊຢ. 1:18; ກຈກ. 20:28; 1ປຕ. 5:2
3 ຖ້າຄົນທີ່ເຮັດຜິດບໍ່ໄປລົມກັບຜູ້ເບິ່ງແຍງ ເຮົາຄວນເຮັດແນວໃດ? ເຮົາຄວນໄປບອກຜູ້ເບິ່ງແຍງເພື່ອຄົນທີ່ເຮັດຜິດຈະໄດ້ຮັບຄວາມຊ່ວຍເຫຼືອ. ການເຮັດແບບນີ້ເປັນການສະແດງຄວາມຮັກຕໍ່ພີ່ນ້ອງຍ້ອນເຮົາຮູ້ວ່າຜູ້ເບິ່ງແຍງສາມາດຊ່ວຍລາວໄດ້. ຖ້າລາວຍັງເຮັດຜິດຕໍ່ໄປ ລາວແຮ່ງຈະສູນເສຍສາຍສຳພັນກັບພະເຢໂຫວາ. ລາວອາດຈະເຮັດໃຫ້ປະຊາຄົມເສຍຊື່ສຽງນຳ. ດັ່ງນັ້ນ ເຖິງວ່າມັນຍາກແຕ່ເຮົາຕ້ອງກ້າທີ່ຈະໄປບອກຜູ້ເບິ່ງແຍງຍ້ອນເຮົາຮັກພະເຢໂຫວາແລະຮັກຄົນທີ່ເຮັດຜິດ.—ພສ. 27:14
ວິທີທີ່ຜູ້ເບິ່ງແຍງຊ່ວຍຄົນທີ່ເຮັດຜິດຮ້າຍແຮງ
4. ຕອນທີ່ໄປຫາຄົນທີ່ເຮັດຜິດຮ້າຍແຮງ ຜູ້ເບິ່ງແຍງມີເປົ້າໝາຍຫຍັງ?
4 ເມື່ອມີບາງຄົນໃນປະຊາຄົມເຮັດຜິດຮ້າຍແຮງ ຄະນະຜູ້ເບິ່ງແຍງຈະເລືອກຜູ້ເບິ່ງແຍງ 3 ຄົນໃຫ້ໄປຫາຄົນທີ່ເຮັດຜິດ. ຄະນະຜູ້ເບິ່ງແຍງກຸ່ມນີ້ຖືກເອີ້ນວ່າຄະນະກຳມະການທີ່ເປັນຜູ້ເບິ່ງແຍງ.a ພີ່ນ້ອງຊາຍເຫຼົ່ານີ້ຕ້ອງເປັນຄົນຖ່ອມແລະຈຽມໂຕ. ຕອນທີ່ພະຍາຍາມຊ່ວຍຄົນທີ່ເຮັດຜິດໃຫ້ກັບໃຈ ຜູ້ເບິ່ງແຍງຕ້ອງຈື່ໄວ້ວ່າເຂົາເຈົ້າບໍ່ສາມາດບັງຄັບຜູ້ນັ້ນໃຫ້ປ່ຽນແປງໂຕເອງ. (ພບຍ. 30:19) ຜູ້ເບິ່ງແຍງຕ້ອງເຂົ້າໃຈວ່າບໍ່ແມ່ນທຸກຄົນຈະກັບໃຈຄືກັບກະສັດດາວິດ. (2ຊມ. 12:13) ບາງຄົນທີ່ເຮັດຜິດອາດເລືອກທີ່ຈະບໍ່ຟັງຄຳແນະນຳຈາກພະເຢໂຫວາ. (ປຖກ. 4:6-8) ແນວໃດກໍຕາມ ເປົ້າໝາຍຂອງຜູ້ເບິ່ງແຍງແມ່ນຊ່ວຍຄົນທີ່ເຮັດຜິດໃຫ້ກັບໃຈ. ຕອນທີ່ໄປຫາຄົນທີ່ເຮັດຜິດ ຜູ້ເບິ່ງແຍງຄວນຈື່ຫຍັງໄວ້?
5. ຜູ້ເບິ່ງແຍງຄວນຈື່ຫຍັງໄວ້ຕອນທີ່ໄປຫາຄົນທີ່ເຮັດຜິດ? (2 ຕີໂມທຽວ 2:24-26) (ເບິ່ງຮູບນຳ)
5 ຜູ້ເບິ່ງແຍງເບິ່ງວ່າຄົນທີ່ເຮັດຜິດເປັນຄືກັບແກະທີ່ມີຄ່າທີ່ຫຼົງທາງ. (ລກ. 15:4, 6) ຍ້ອນແນວນີ້ ຕອນທີ່ໄປຫາຄົນທີ່ເຮັດຜິດ ເຂົາເຈົ້າຈະບໍ່ເວົ້າແບບໃຈຮ້າຍຫຼືປະຕິບັດບໍ່ດີກັບລາວ. ຜູ້ເບິ່ງແຍງບໍ່ຄວນຄິດວ່າສິ່ງທີ່ເຂົາເຈົ້າຕ້ອງເຮັດແມ່ນມີແຕ່ຖາມຄຳຖາມເພື່ອຈະຮູ້ວ່າຄວາມຈິງເປັນແນວໃດ ແຕ່ເຂົາເຈົ້າຈະສະແດງຄຸນລັກສະນະຕາມທີ່ບອກໄວ້ໃນ 2 ຕີໂມທຽວ 2:24-26. (ອ່ານ) ຜູ້ເບິ່ງແຍງຈະສຸພາບ ອ່ອນໂຍນ ແລະກະລຸນາຍ້ອນເຂົາເຈົ້າຢາກຊ່ວຍຄົນທີ່ເຮັດຜິດໃຫ້ປ່ຽນແປງຄວາມຄິດ.
ຄືກັບຜູ້ລ້ຽງແກະໃນສະໄໝກ່ອນ ຜູ້ເບິ່ງແຍງຈະເຮັດທຸກຢ່າງທີ່ເຮັດໄດ້ເພື່ອຊ່ວຍພີ່ນ້ອງທີ່ເປັນຄືກັບແກະທີ່ຫຼົງທາງ (ເບິ່ງຂໍ້ 5)
6. ກ່ອນທີ່ຈະໄປຫາຄົນທີ່ເຮັດຜິດ ຜູ້ເບິ່ງແຍງຈະກຽມຫົວໃຈແນວໃດ? (ໂຣມ 2:4)
6 ຜູ້ເບິ່ງແຍງກຽມຫົວໃຈເພື່ອຈະຄິດຄືກັບພະເຢໂຫວາ. ເຂົາເຈົ້າພະຍາຍາມຮຽນແບບພະເຢໂຫວາຕອນທີ່ຊ່ວຍຄົນທີ່ເຮັດຜິດໂດຍຄິດເຖິງຄຳເວົ້າຂອງໂປໂລທີ່ວ່າ: “ພະເຈົ້າເມດຕາເຈົ້າຫຼາຍແທ້ໆແລະພະຍາຍາມຊ່ວຍເຈົ້າໃຫ້ກັບໃຈ.” (ອ່ານໂຣມ 2:4) ຜູ້ເບິ່ງແຍງຕ້ອງຈື່ໄວ້ວ່າເຂົາເຈົ້າເປັນຜູ້ລ້ຽງແກະທີ່ຕ້ອງເຮັດຕາມການຊີ້ນຳຂອງພະເຢຊູແລະຮຽນແບບເພິ່ນໃນວິທີທີ່ເຂົາເຈົ້າເບິ່ງແຍງປະຊາຄົມ. (ອຊຢ. 11:3, 4; ມທ. 18:18-20) ກ່ອນຈະໄປຫາຄົນທີ່ເຮັດຜິດ ຄະນະກຳມະການທີ່ເປັນຜູ້ເບິ່ງແຍງຈະອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຂົາເຈົ້າໃຫ້ຊ່ວຍຄົນທີ່ເຮັດຜິດໃຫ້ກັບໃຈ. ເຂົາເຈົ້າຈະຄົ້ນເບິ່ງຂໍ້ຄຳພີແລະປຶ້ມຕ່າງໆຂອງອົງການ ແລະອະທິດຖານເພື່ອຂໍພະເຢໂຫວາຊ່ວຍເຂົາເຈົ້າໃຫ້ເຂົ້າໃຈກ່ຽວກັບຜູ້ນັ້ນແລະສະພາບການຂອງລາວ. ເຂົາເຈົ້າຈະຖາມໂຕເອງວ່າມີຫຍັງແດ່ທີ່ເຂົາເຈົ້າຕ້ອງຮູ້ກ່ຽວກັບຜູ້ນັ້ນທີ່ອາດເຮັດໃຫ້ລາວຄິດແລະເຮັດແບບນັ້ນ.—ສພສ. 20:5
7-8. ຜູ້ເບິ່ງແຍງຈະຮຽນແບບຄວາມອົດທົນຂອງພະເຢໂຫວາແນວໃດຕອນທີ່ໄປຫາຄົນທີ່ເຮັດຜິດ?
7 ຜູ້ເບິ່ງແຍງຮຽນແບບຄວາມອົດທົນຂອງພະເຢໂຫວາ. ເຂົາເຈົ້າຈື່ໄວ້ສະເໝີວ່າພະເຢໂຫວາປະຕິບັດແນວໃດກັບຄົນທີ່ເຮັດຜິດໃນອະດີດ. ຕົວຢ່າງເຊັ່ນ: ພະເຢໂຫວາໄດ້ອົດທົນກັບກາອິນ. ເພິ່ນບອກລາວວ່າຈະເກີດຫຍັງຂຶ້ນຖ້າລາວບໍ່ປ່ຽນແປງໂຕເອງ ແລະຍັງບອກວ່າເພິ່ນຈະອວຍພອນລາວຖ້າລາວເຊື່ອຟັງ. (ປຖກ. 4:6, 7) ພະເຢໂຫວາສົ່ງຜູ້ພະຍາກອນນາທານໄປຕັກເຕືອນດາວິດ. ນາທານໃຊ້ຕົວຢ່າງປຽບທຽບທີ່ເຂົ້າເຖິງຫົວໃຈດາວິດເຊິ່ງກະຕຸ້ນລາວໃຫ້ກັບໃຈ. (2ຊມ. 12:1-7) ພະເຢໂຫວາໄດ້ “ສົ່ງ” ພວກຜູ້ພະຍາກອນຂອງເພິ່ນ “ເທື່ອແລ້ວເທື່ອອີກ” ໃຫ້ໄປເຕືອນຊາດອິດສະຣາເອນທີ່ບໍ່ເຊື່ອຟັງ. (ຢຣມ. 7:24, 25) ພະເຢໂຫວາບໍ່ໄດ້ລໍຖ້າໃຫ້ປະຊາຊົນຂອງເພິ່ນກັບໃຈກ່ອນແລ້ວຈຶ່ງຊ່ວຍເຂົາເຈົ້າ ແຕ່ເພິ່ນເປັນຝ່າຍເລີ່ມຊ່ວຍເຂົາເຈົ້າໂດຍກະຕຸ້ນເຂົາເຈົ້າໃຫ້ກັບໃຈທັງໆທີ່ເຂົາເຈົ້າຍັງເຮັດຜິດຢູ່.
8 ຜູ້ເບິ່ງແຍງຮຽນແບບພະເຢໂຫວາຕອນທີ່ເຂົາເຈົ້າພະຍາຍາມຊ່ວຍຄົນທີ່ເຮັດຜິດຮ້າຍແຮງ. ເຂົາເຈົ້າປະຕິບັດກັບຄົນເຫຼົ່ານີ້ “ດ້ວຍຄວາມອົດທົນ” ຕາມທີ່ບອກໄວ້ໃນ 2 ຕີໂມທຽວ 4:2. ສະນັ້ນ ຜູ້ເບິ່ງແຍງຕ້ອງໃຈເຢັນໆແລະອົດທົນສະເໝີເພື່ອຈະຊ່ວຍຄົນທີ່ເຮັດຜິດໃຫ້ຢາກເຮັດໃນສິ່ງທີ່ຖືກຕ້ອງ. ຖ້າຜູ້ເບິ່ງແຍງໃຈຮ້າຍຫຼືຫງຸດຫງິດ ຄົນທີ່ເຮັດຜິດອາດບໍ່ຢາກຟັງຄຳແນະນຳຫຼືອາດບໍ່ຢາກກັບໃຈ.
9-10. ຜູ້ເບິ່ງແຍງຈະຊ່ວຍຄົນທີ່ເຮັດຜິດແນວໃດໃຫ້ສຳນຶກໂຕໃນສິ່ງທີ່ລາວໄດ້ເຮັດ?
9 ຜູ້ເບິ່ງແຍງພະຍາຍາມເຂົ້າໃຈສາເຫດທີ່ເຮັດໃຫ້ລາວເຮັດຜິດ. ຕົວຢ່າງເຊັ່ນ: ຄວາມເຊື່ອຂອງລາວອ່ອນລົງຍ້ອນບໍ່ໄດ້ສຶກສາສ່ວນໂຕຫຼືບໍ່ໄດ້ອອກໄປປະກາດບໍ? ລາວບໍ່ໄດ້ອະທິດຖານຫາພະເຢໂຫວາເປັນປະຈຳຫຼືບໍ່ໄດ້ອະທິດຖານຈາກໃຈບໍ? ລາວບໍ່ໄດ້ພະຍາຍາມຕໍ່ສູ້ກັບຄວາມຕ້ອງການທີ່ຜິດໆຂອງໂຕເອງບໍ? ລາວເລືອກໃຊ້ເວລາກັບໃຜຫຼືເລືອກຄວາມບັນເທີງແບບໃດ? ສິ່ງທີ່ລາວເລືອກສົ່ງຜົນແນວໃດຕໍ່ຄວາມຄິດແລະຄວາມຕ້ອງການຂອງລາວ? ລາວຮູ້ບໍວ່າການເລືອກແລະການກະທຳຂອງລາວເຮັດໃຫ້ພະເຢໂຫວາຮູ້ສຶກແນວໃດ?
10 ຜູ້ເບິ່ງແຍງສາມາດຖາມຄົນທີ່ເຮັດຜິດດ້ວຍຄຳຖາມທີ່ຈະຊ່ວຍລາວໃຫ້ຄິດເຖິງສິ່ງທີ່ເຮັດໃຫ້ຄວາມເຊື່ອຂອງລາວອ່ອນລົງແລະເປັນສາເຫດທີ່ເຮັດໃຫ້ລາວເຮັດຜິດ. ຜູ້ເບິ່ງແຍງເຮັດແບບນີ້ດ້ວຍຄວາມອ່ອນໂຍນແລະບໍ່ຖາມເລື່ອງສ່ວນໂຕຫຼາຍເກີນໄປເຊິ່ງເຂົາເຈົ້າບໍ່ຈຳເປັນຕ້ອງຮູ້. (ສພສ. 20:5) ນອກຈາກນັ້ນ ຜູ້ເບິ່ງແຍງອາດໃຊ້ຕົວຢ່າງປຽບທຽບຄືກັບທີ່ນາທານໄດ້ເຮັດກັບດາວິດເພື່ອຊ່ວຍຄົນທີ່ເຮັດຜິດໃຫ້ຄິດເຖິງການກະທຳຂອງລາວແລະສຳນຶກວ່າເປັນຫຍັງສິ່ງທີ່ລາວເຮັດມັນຈຶ່ງຜິດ. ບາງເທື່ອ ຕອນທຳອິດທີ່ຜູ້ເບິ່ງແຍງໄປຫາ ຄົນທີ່ເຮັດຜິດອາດເລີ່ມຮູ້ສຶກເສຍໃຈໃນສິ່ງທີ່ລາວໄດ້ເຮັດແລະອາດເຖິງຂັ້ນກັບໃຈ.
11. ພະເຢຊູປະຕິບັດແນວໃດກັບຄົນທີ່ເຮັດຜິດ?
11 ຜູ້ເບິ່ງແຍງພະຍາຍາມຮຽນແບບພະເຢຊູ. ຕອນທີ່ພະເຢຊູເວົ້າກັບໂຊໂລຈາກເມືອງຕາໂຊ ເພິ່ນຖາມລາວວ່າ: “ໂຊໂລ ໂຊໂລ ເປັນຫຍັງເຈົ້າຈຶ່ງຂົ່ມເຫງຂ້ອຍ?” ພະເຢຊູຖາມແບບນີ້ເພື່ອກະຕຸ້ນລາວໃຫ້ສຳນຶກວ່າສິ່ງທີ່ລາວເຮັດມັນຜິດ. (ກຈກ. 9:3-6) ໃນກໍລະນີຂອງ “ຜູ້ຍິງແບບເຢເຊເບນ” ພະເຢຊູເວົ້າວ່າ: “ຂ້ອຍໃຫ້ເວລາລາວກັບໃຈ.”—ພນມ. 2:20, 21
12-13. ຜູ້ເບິ່ງແຍງຈະໃຫ້ເວລາຄົນທີ່ເຮັດຜິດແນວໃດເພື່ອລາວຈະກັບໃຈ? (ເບິ່ງຮູບນຳ)
12 ຜູ້ເບິ່ງແຍງທີ່ຮຽນແບບພະເຢຊູຈະບໍ່ຟ້າວສະຫຼຸບວ່າຄົນທີ່ເຮັດຜິດບໍ່ຢາກກັບໃຈ. ບາງຄົນອາດກັບໃຈຕັ້ງແຕ່ຕອນທຳອິດທີ່ຜູ້ເບິ່ງແຍງໄປຫາ ສ່ວນບາງຄົນອາດຕ້ອງໃຊ້ເວລາດົນກວ່ານັ້ນ. ຖ້າເປັນແນວນັ້ນ ຜູ້ເບິ່ງແຍງອາດຕ້ອງໄປຫາລາວຫຼາຍກວ່າ 1 ເທື່ອ ຍ້ອນວ່າຫຼັງຈາກທີ່ລົມກັບຜູ້ເບິ່ງແຍງເທື່ອທຳອິດແລ້ວ ລາວອາດຈະເລີ່ມຄິດຫຼາຍຂຶ້ນກ່ຽວກັບສິ່ງທີ່ຜູ້ເບິ່ງແຍງໄດ້ເວົ້າ. ລາວອາດສະແດງຄວາມຖ່ອມໃຈແລະອະທິດຖານຂໍໃຫ້ພະເຢໂຫວາຍົກໂທດໃຫ້ລາວທີ່ໄດ້ເຮັດຜິດ. (ພສ. 32:5; 38:18) ສະນັ້ນ ເມື່ອຜູ້ເບິ່ງແຍງໄປຫາລາວເທື່ອຕໍ່ໄປ ທ່າທີຂອງລາວອາດແຕກຕ່າງຈາກເທື່ອທຳອິດ.
13 ເພື່ອຈະຊ່ວຍຄົນທີ່ເຮັດຜິດໃຫ້ກັບໃຈ ຜູ້ເບິ່ງແຍງຕ້ອງສະແດງຄວາມເມດຕາແລະຄວາມເຫັນອົກເຫັນໃຈ. ເຂົາເຈົ້າອະທິດຖານຂໍໃຫ້ພະເຢໂຫວາອວຍພອນຄວາມພະຍາຍາມຂອງເຂົາເຈົ້າແລະຫວັງວ່າພີ່ນ້ອງທີ່ເຮັດຜິດຈະສຳນຶກຜິດແລະກັບໃຈ.—2ຕມ. 2:25, 26
ຜູ້ເບິ່ງແຍງອາດຈະໄປຫາຄົນທີ່ເຮັດຜິດຫຼາຍກວ່າ 1 ເທື່ອເພື່ອໃຫ້ເວລາລາວກັບໃຈ (ເບິ່ງຂໍ້ 12)
14. ເມື່ອຄົນທີ່ເຮັດຜິດກັບໃຈ ໃຜຄວນໄດ້ຮັບການຍົກຍ້ອງ ແລະເປັນຫຍັງຈຶ່ງເວົ້າແນວນັ້ນ?
14 ເຮົາດີໃຈຫຼາຍເມື່ອຄົນທີ່ເຮັດຜິດກັບໃຈ! (ລກ. 15:7, 10) ໃຜຄວນໄດ້ຮັບການຍົກຍ້ອງໃນເລື່ອງນີ້? ຜູ້ເບິ່ງແຍງບໍ? ໃຫ້ຄິດເຖິງສິ່ງທີ່ໂປໂລເວົ້າກ່ຽວກັບຄົນທີ່ເຮັດຜິດ ລາວເວົ້າວ່າ: “ພະເຈົ້າອາດໃຫ້ໂອກາດເຂົາເຈົ້າກັບໃຈ.” (2ຕມ. 2:25) ຜູ້ທີ່ຊ່ວຍຄົນທີ່ເຮັດຜິດໃຫ້ປ່ຽນແປງຄວາມຄິດແລະການກະທຳບໍ່ແມ່ນມະນຸດຜູ້ໃດຜູ້ໜຶ່ງ ແຕ່ແມ່ນພະເຢໂຫວາ. ໂປໂລໄດ້ເວົ້າເຖິງສິ່ງດີໆທີ່ເກີດຂຶ້ນຫຼັງຈາກຄົນທີ່ເຮັດຜິດກັບໃຈ ນັ້ນຄື ລາວຈະມີຄວາມຮູ້ທີ່ຖືກຕ້ອງເລື່ອງຄວາມຈິງຫຼາຍຂຶ້ນ ໄດ້ສະຕິທີ່ດີກັບຄືນມາ ແລະຫຼຸດພົ້ນຈາກກັບດັກຂອງຊາຕານ.—2ຕມ. 2:26
15. ຜູ້ເບິ່ງແຍງຈະຊ່ວຍຄົນເຮັດຜິດທີ່ກັບໃຈຕໍ່ໆໄປແນວໃດ?
15 ເມື່ອຄົນທີ່ເຮັດຜິດກັບໃຈ ຄະນະກຳມະການທີ່ເປັນຜູ້ເບິ່ງແຍງຈະຍັງໄປຢາມລາວເພື່ອຊ່ວຍລາວໃຫ້ມີຄວາມເຊື່ອເຂັ້ມແຂງ ແລະຊ່ວຍລາວໃຫ້ຕ້ານທານການລໍ້ໃຈຈາກຊາຕານໄດ້ແລະເຮັດສິ່ງທີ່ຖືກຕ້ອງ. (ຮຣ. 12:12, 13) ແນ່ນອນວ່າຜູ້ເບິ່ງແຍງຈະບໍ່ບອກໃຫ້ໃຜຮູ້ວ່າພີ່ນ້ອງຄົນນີ້ໄດ້ເຮັດຫຍັງຜິດ. ແຕ່ອາດມີບາງກໍລະນີທີ່ຜູ້ເບິ່ງແຍງຕ້ອງແຈ້ງໃຫ້ພີ່ນ້ອງໃນປະຊາຄົມຮູ້.
“ໃຫ້ເຕືອນລາວຕໍ່ໜ້າທຸກຄົນ”
16. ຕາມ 1 ຕີໂມທຽວ 5:20 “ທຸກຄົນ” ທີ່ໂປໂລເວົ້າເຖິງໃນຂໍ້ນີ້ໝາຍເຖິງໃຜ?
16 ອ່ານ 1 ຕີໂມທຽວ 5:20. ໂປໂລຂຽນຈົດໝາຍໄປຫາຕີໂມທຽວທີ່ເປັນຜູ້ເບິ່ງແຍງເພື່ອບອກລາວໃຫ້ຕັກເຕືອນ “ຜູ້ [ທີ່] ເຮັດຜິດເປັນນິດໄສ . . . ຕໍ່ໜ້າທຸກຄົນ.” ໂປໂລໝາຍຄວາມວ່າຄົນທີ່ເຮັດຜິດຄວນຖືກຕັກເຕືອນຕໍ່ໜ້າທຸກຄົນໃນປະຊາຄົມບໍ? ບໍ່ແມ່ນແບບນັ້ນ. “ທຸກຄົນ” ທີ່ໂປໂລກຳລັງເວົ້າເຖິງໃນຂໍ້ນີ້ໝາຍເຖິງພີ່ນ້ອງບາງຄົນທີ່ອາດຈະຮູ້ເລື່ອງການເຮັດຜິດນັ້ນແລ້ວ. ເຂົາເຈົ້າອາດເປັນຄົນທີ່ເຫັນເຫດການ ຫຼືອາດເປັນຄົນທີ່ຮູ້ເລື່ອງຈາກຄົນທີ່ເຮັດຜິດ. ຜູ້ເບິ່ງແຍງຈະບອກແຕ່ພີ່ນ້ອງເຫຼົ່ານີ້ເທົ່ານັ້ນໃຫ້ຮູ້ວ່າຄົນທີ່ເຮັດຜິດໄດ້ຮັບການຕັກເຕືອນແລ້ວ.
17. ຖ້າມີຫຼາຍຄົນໃນປະຊາຄົມຮູ້ແລ້ວວ່າມີການເຮັດຜິດຮ້າຍແຮງ ຫຼືອາດເປັນໄປໄດ້ທີ່ອີກຈັກໜ້ອຍເຂົາເຈົ້າຈະຮູ້ເລື່ອງນັ້ນ ຄວນມີຄຳປະກາດຫຍັງ ແລະຍ້ອນຫຍັງ?
17 ບາງເທື່ອອາດມີຫຼາຍຄົນໃນປະຊາຄົມຮູ້ແລ້ວວ່າມີການເຮັດຜິດຮ້າຍແຮງ ຫຼືອາດເປັນໄປໄດ້ທີ່ອີກຈັກໜ້ອຍເຂົາເຈົ້າຈະຮູ້ເລື່ອງນັ້ນ. ໃນກໍລະນີແບບນີ້ ຄຳວ່າ “ທຸກຄົນ” ທີ່ໂປໂລເວົ້າເຖິງໝາຍເຖິງທຸກຄົນໃນປະຊາຄົມ. ເມື່ອເປັນແນວນີ້ ຜູ້ເບິ່ງແຍງຈະປະກາດໃນປະຊາຄົມວ່າພີ່ນ້ອງຄົນນັ້ນໄດ້ຖືກຕັກເຕືອນ. ເປັນຫຍັງຈຶ່ງເຮັດຈັ່ງຊີ້? ໂປໂລບອກວ່າ: ‘ເພື່ອເປັນການເຕືອນຄົນອື່ນ’ ບໍ່ໃຫ້ເຮັດຜິດຮ້າຍແຮງ.
18. ຖ້າຄົນທີ່ຮັບບັບເຕມາແລ້ວອາຍຸຕ່ຳກວ່າ 18 ປີໄດ້ເຮັດຜິດຮ້າຍແຮງ ຜູ້ເບິ່ງແຍງຄວນເຮັດແນວໃດ? (ເບິ່ງຮູບນຳ)
18 ຜູ້ເບິ່ງແຍງຈະເຮັດແນວໃດເມື່ອຄົນທີ່ຮັບບັບເຕມາແລ້ວທີ່ອາຍຸຕ່ຳກວ່າ 18 ປີໄດ້ເຮັດຜິດຮ້າຍແຮງ? ຄະນະຜູ້ເບິ່ງແຍງຈະເລືອກຜູ້ເບິ່ງແຍງ 2 ຄົນໃຫ້ໄປຫາລາວແລະພໍ່ແມ່ທີ່ເປັນພະຍານພະເຢໂຫວາ.b ຜູ້ເບິ່ງແຍງຈະຖາມພໍ່ແມ່ວ່າເຂົາເຈົ້າໄດ້ເຮັດຫຍັງແດ່ແລ້ວເພື່ອພະຍາຍາມຊ່ວຍລູກໃຫ້ປ່ຽນແປງໂຕເອງແລະກັບໃຈ. ຖ້າຄົນທີ່ເຮັດຜິດຟັງຄຳແນະນຳຂອງພໍ່ແມ່ແລະກຳລັງປ່ຽນແປງຄວາມຄິດແລະການປະພຶດ ຜູ້ເບິ່ງແຍງ 2 ຄົນນັ້ນອາດຕັດສິນໃຈທີ່ຈະປ່ອຍໃຫ້ພໍ່ແມ່ຊ່ວຍລາວຕໍ່ໄປ. ຜູ້ເບິ່ງແຍງຮູ້ວ່າພະເຢໂຫວາໄດ້ມອບໜ້າທີ່ຮັບຜິດຊອບໃຫ້ພໍ່ແມ່ຕັກເຕືອນແກ້ໄຂລູກຂອງໂຕເອງດ້ວຍຄວາມຮັກ. (ພບຍ. 6:6, 7; ສພສ. 6:20; 22:6; ອຟຊ. 6:2-4) ແຕ່ຜູ້ເບິ່ງແຍງຈະຖາມພໍ່ແມ່ເປັນໄລຍະໆເພື່ອໃຫ້ແນ່ໃຈວ່າຄົນທີ່ເຮັດຜິດກຳລັງໄດ້ຮັບຄວາມຊ່ວຍເຫຼືອຕາມທີ່ລາວຕ້ອງໄດ້ຮັບ. ຖ້າຄົນທີ່ເຮັດຜິດບໍ່ຍອມປ່ຽນແປງໂຕເອງແລະຍັງເຮັດຜິດຢູ່ ຜູ້ເບິ່ງແຍງຈະເຮັດແນວໃດ? ໃນກໍລະນີແບບນີ້ ຄະນະກຳມະການທີ່ເປັນຜູ້ເບິ່ງແຍງຈະໄປຫາລາວແລະພໍ່ແມ່ທີ່ເປັນພະຍານ.
ເມື່ອຄົນທີ່ຮັບບັບເຕມາແລ້ວອາຍຸຕ່ຳກວ່າ 18 ປີໄດ້ເຮັດຜິດຮ້າຍແຮງ ຜູ້ເບິ່ງແຍງ 2 ຄົນຈະໄປຫາລາວແລະພໍ່ແມ່ທີ່ເປັນພະຍານພະເຢໂຫວາ (ເບິ່ງຂໍ້ 18)
“ພະເຢໂຫວາມີຄວາມອີ່ຕົນແລະເຫັນອົກເຫັນໃຈຫຼາຍແທ້ໆ”
19. ຜູ້ເບິ່ງແຍງພະຍາຍາມຮຽນແບບພະເຢໂຫວາແນວໃດຕອນທີ່ໄປຫາຄົນທີ່ເຮັດຜິດຮ້າຍແຮງ?
19 ຄະນະກຳມະການທີ່ເປັນຜູ້ເບິ່ງແຍງມີໜ້າທີ່ຮັບຜິດຊອບຕໍ່ພະເຢໂຫວາໃນການຮັກສາປະຊາຄົມໃຫ້ສະອາດ. (1ກຣ. 5:7) ນອກຈາກນັ້ນ ເຂົາເຈົ້າຍັງຢາກຊ່ວຍຄົນທີ່ເຮັດຜິດໃຫ້ກັບໃຈຖ້າເປັນໄປໄດ້. ຕອນທີ່ຊ່ວຍຄົນທີ່ເຮັດຜິດ ເຂົາເຈົ້າຫວັງຢູ່ສະເໝີວ່າລາວຈະປ່ຽນແປງໂຕເອງ. ຍ້ອນຫຍັງເຂົາເຈົ້າຈຶ່ງຫວັງແບບນັ້ນ? ຍ້ອນເຂົາເຈົ້າຢາກຮຽນແບບພະເຢໂຫວາຜູ້ທີ່ມີ “ຄວາມອີ່ຕົນແລະເຫັນອົກເຫັນໃຈຫຼາຍແທ້ໆ.” (ຢກບ. 5:11) ຂໍໃຫ້ສັງເກດວ່າອັກຄະສາວົກໂຢຮັນໄດ້ສະແດງຄວາມຮູ້ສຶກນັ້ນແນວໃດ. ລາວຂຽນວ່າ: “ພວກລູກທີ່ຮັກ ຂ້ອຍຂຽນເລື່ອງເຫຼົ່ານີ້ເພື່ອພວກເຈົ້າຈະບໍ່ເຮັດຜິດ ແຕ່ຖ້າຜູ້ໃດເຮັດຜິດ ພວກເຮົາກໍມີຜູ້ຊ່ວຍທີ່ຢູ່ກັບພະເຈົ້າຜູ້ເປັນພໍ່. ຜູ້ຊ່ວຍຜູ້ນີ້ແມ່ນພະເຢຊູຄລິດຜູ້ທີ່ບໍ່ເຄີຍເຮັດຫຍັງຜິດເລີຍ.”—1ຢຮ. 2:1
20. ເຮົາຈະຮຽນຫຍັງໃນບົດຕໍ່ໄປ?
20 ໜ້າເສົ້າໃຈ ມີບາງເທື່ອຄົນທີ່ເຮັດຜິດກໍບໍ່ຍອມກັບໃຈ. ຖ້າເປັນແນວນັ້ນ ລາວຈະຕ້ອງຖືກຕັດອອກຈາກປະຊາຄົມ. ຜູ້ເບິ່ງແຍງຈະເຮັດແນວໃດຖ້າເລື່ອງແບບນີ້ເກີດຂຶ້ນ? ເຮົາຈະເບິ່ງນຳກັນໃນບົດສຸດທ້າຍຂອງບົດຄວາມຊຸດນີ້.
ເພງທີ 103 ຜູ້ບຳລຸງລ້ຽງຂອງຂວັນທີ່ເປັນມະນຸດ
a ຜ່ານມາຜູ້ເບິ່ງແຍງກຸ່ມນີ້ຖືກເອີ້ນວ່າຄະນະກຳມະການຕັດສິນຄວາມ. ແຕ່ຈະບໍ່ໃຊ້ຄຳນີ້ອີກຕໍ່ໄປຍ້ອນການຕັດສິນຄວາມເປັນພຽງວຽກຢ່າງໜຶ່ງຂອງເຂົາເຈົ້າ. ເຮົາຈະເອີ້ນພີ່ນ້ອງຊາຍກຸ່ມນີ້ວ່າຄະນະກຳມະການທີ່ເປັນຜູ້ເບິ່ງແຍງ.
b ພໍ່ແມ່ທີ່ເວົ້າເຖິງໃນນີ້ຍັງໝາຍເຖິງຜູ້ປົກຄອງທີ່ຖືກຕ້ອງຕາມກົດໝາຍຫຼືຄົນທີ່ມີໜ້າທີ່ຮັບຜິດຊອບເປັນພໍ່ແມ່ຂອງເດັກທີ່ອາຍຸຕ່ຳກວ່າ 18 ປີ.