ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ24 ຕຸລາ ໜ້າ 18-23
  • ເຫັນຄ່າ “ຂອງຂວັນ​ທີ່​ເປັນ​ມະນຸດ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຫັນຄ່າ “ຂອງຂວັນ​ທີ່​ເປັນ​ມະນຸດ”
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຜູ້​ຊ່ວຍ​ວຽກ​ຮັບໃຊ້ “ຊ່ວຍ​ເຫຼືອ​ໃນ​ຮູບ​ແບບ​ຕ່າງໆ”
  • ຜູ້​ເບິ່ງແຍງ​ໃນ​ປະຊາຄົມ “ເຮັດ​ວຽກ​ໜັກ”
  • ຜູ້​ເບິ່ງແຍງ​ໝວດ​ຊ່ວຍ​ປະຊາຄົມ​ຕ່າງໆ​ໃຫ້​ເຂັ້ມແຂງ
  • ເຮົາ​ຈຳເປັນ​ຕ້ອງ​ມີ “ຂອງຂວັນ​ທີ່​ເປັນ​ມະນຸດ”
  • ພີ່ນ້ອງ​ຊາຍ ເຈົ້າ​ມີ​ເປົ້າໝາຍ​ທີ່​ຈະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ພີ່ນ້ອງ​ຊາຍ ເຈົ້າ​ມີ​ເປົ້າໝາຍ​ທີ່​ຈະ​ເປັນ​ຜູ້​ເບິ່ງແຍງ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເບິ່ງແຍງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ເຂົາເຈົ້າເຮັດວຽກໜັກເພື່ອຮັບໃຊ້ເຮົາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ຫ24 ຕຸລາ ໜ້າ 18-23

ບົດ​ຄວາມ​ສຶກສາ​ທີ 42

ເພງ​ທີ 103 ຜູ້​ບຳລຸງ​ລ້ຽງ​ຂອງຂວັນ​ທີ່​ເປັນ​ມະນຸດ

ເຫັນຄ່າ “ຂອງຂວັນ​ທີ່​ເປັນ​ມະນຸດ”

“ເມື່ອ​ເພິ່ນ​ຂຶ້ນ​ໄປ​ບ່ອນ​ສູງໆ . . . ເພິ່ນ​ໃຫ້​ຂອງຂວັນ​ທີ່​ເປັນ​ມະນຸດ.”—ອຟຊ. 4:8

ຈຸດ​ສຳຄັນ

ຜູ້​ຊ່ວຍ​ວຽກ​ຮັບໃຊ້ ຜູ້​ເບິ່ງແຍງ ແລະ​ຜູ້​ເບິ່ງແຍງ​ໝວດ​ຊ່ວຍ​ເຮົາ​ແນວ​ໃດ ແລະ​ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ເຫັນຄ່າ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ?

1. ພະ​ເຢຊູ​ໃຫ້​ຂອງຂວັນ​ຫຍັງ​ແດ່​ກັບ​ເຮົາ?

ບໍ່​ມີ​ມະນຸດ​ຄົນ​ໃດ​ໃນ​ໂລກ​ທີ່​ຈະ​ຊ່ວຍ​ຄົນ​ອື່ນ​ໄດ້​ຫຼາຍ​ສ່ຳ​ກັບ​ພະ​ເຢຊູ. ຕອນ​ທີ່​ຢູ່​ໂລກ​ນີ້ ເພິ່ນ​ເຮັດ​ການ​ອັດສະຈັນ​ເພື່ອ​ຊ່ວຍ​ຫຼາຍ​ຄົນ. (ລກ. 9:12-17) ເພິ່ນ​ໃຫ້ຂອງຂວັນ​ທີ່​ມີ​ຄ່າ​ຫຼາຍ​ທີ່​ສຸດ​ກັບ​ມະນຸດ​ໂດຍ​ສະລະ​ຊີວິດ​ເພື່ອ​ເຮົາ. (ຢຮ. 15:13) ຫຼັງ​ຈາກ​ຟື້ນ​ຄືນ​ມາ​ຈາກ​ຕາຍ ເພິ່ນ​ກໍ​ຍັງ​ຊ່ວຍ​ເຮົາ​ຕໍ່​ໄປ. ພະ​ເຢຊູ​ສັນຍາວ່າ​ຈະ​ຂໍ​ໃຫ້​ພະ​ເຢໂຫວາ​ໃຫ້​ພະລັງ​ບໍລິສຸດ​ເພື່ອ​ສອນ​ແລະ​ປອບ​ໃຈ​ເຮົາ. (ຢຮ. 14:16, 17, ໄຂເງື່ອນ; 16:13) ນອກ​ຈາກ​ນັ້ນ ໂດຍ​ທາງ​ການ​ປະຊຸມ​ປະຊາຄົມ ພະ​ເຢຊູ​ຍັງ​ຝຶກ​ເຮົາ​ຕໍ່ໆ​ໄປ​ໃຫ້​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.—ມທ. 28:18-20

2. “ຂອງຂວັນ​ທີ່​ເປັນ​ມະນຸດ” ທີ່​ເວົ້າ​ເຖິງ​ໃນ​ເອເຟໂຊ 4:7, 8 ໝາຍເຖິງ​ໃຜ?

2 ມີ​ຂອງຂວັນ​ອີກ​ຢ່າງ​ໜຶ່ງ​ທີ່​ພະ​ເຢຊູ​ໃຫ້​ເຮົາ. ໂປໂລ​ຂຽນ​ວ່າ ຫຼັງ​ຈາກ​ທີ່​ພະ​ເຢຊູ​ຂຶ້ນ​ໄປ​ສະຫວັນ​ແລ້ວ “ເພິ່ນ​ໃຫ້​ຂອງຂວັນ​ທີ່​ເປັນ​ມະນຸດ” ກັບ​ເຮົາ. (ອ່ານ​ເອເຟໂຊ 4:7, 8) ໂປໂລ​ອະທິບາຍ​ວ່າ​ພະ​ເຢຊູ​ໃຫ້​ຂອງຂວັນ​ນີ້​ເພື່ອ​ຊ່ວຍ​ປະຊາຄົມ​ໃນ​ຫຼາຍ​ວິທີ. (ອຟຊ. 1:22, 23; 4:11-13) ໃນ​ທຸກ​ມື້​ນີ້ “ຂອງຂວັນ​ທີ່​ເປັນ​ມະນຸດ” ລວມ​ເຖິງ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ຜູ້​ເບິ່ງແຍງ​ໃນ​ປະຊາຄົມ ແລະ​ຜູ້​ເບິ່ງແຍງ​ໝວດ.a ພີ່ນ້ອງ​ຊາຍ​ເຫຼົ່າ​ນີ້​ບໍ່​ສົມບູນແບບ ເຂົາເຈົ້າ​ອາດ​ເຮັດ​ຜິດ​ພາດ​ໄດ້. (ຢກບ. 3:2) ແຕ່​ພະ​ເຢຊູ​ນາຍ​ຂອງ​ເຮົາ​ກໍ​ໃຊ້​ເຂົາເຈົ້າ​ເພື່ອ​ຊ່ວຍ​ເຫຼືອເຮົາ. ເຂົາເຈົ້າ​ເປັນ​ຂອງຂວັນ​ທີ່​ພະ​ເຢຊູ​ໃຫ້​ເຮົາ.

3. ເຮົາ​ທຸກ​ຄົນ​ຈະ​ສະໜັບສະໜູນ​ວຽກ​ຂອງ​ພີ່ນ້ອງ​ຊາຍ​ເຊິ່ງ​ເປັນ “ຂອງຂວັນ​ທີ່​ເປັນ​ມະນຸດ” ໄດ້​ແນວ​ໃດ? ຂໍ​ໃຫ້​ຍົກ​ຕົວຢ່າງ.

3 ພະ​ເຢຊູ​ມອບໝາຍ​ພີ່ນ້ອງ​ຊາຍ​ເຊິ່ງ​ເປັນ “ຂອງຂວັນ​ທີ່​ເປັນ​ມະນຸດ” ໃຫ້ຊ່ວຍ​ພີ່ນ້ອງ​ໃນ​ປະຊາຄົມ​ໃຫ້​ເຂັ້ມແຂງ. (ອຟຊ. 4:12) ເຮົາ​ທຸກ​ຄົນ​ສາມາດ​ສະໜັບສະໜູນ​ວຽກ​ຂອງ​ພີ່ນ້ອງ​ຊາຍ​ເຫຼົ່າ​ນີ້​ໄດ້. ຕົວຢ່າງ​ເຊັ່ນ: ຕອນ​ທີ່​ມີ​ການ​ກໍ່ສ້າງ​ຫໍປະຊຸມ ພີ່ນ້ອງ​ບາງ​ຄົນ​ອາດ​ໄປ​ຊ່ວຍ​ກໍ່ສ້າງ. ສ່ວນ​ບາງ​ຄົນ​ກໍ​ສະໜັບສະໜູນ​ວຽກ​ນີ້​ໄດ້​ໂດຍ​ເອົາ​ຂອງກິນ​ໄປ​ໃຫ້​ເຂົາເຈົ້າ ຂັບ​ລົດ​ຮັບ​ສົ່ງ ຫຼື​ຊ່ວຍ​ວຽກ​ອື່ນໆ. ຄ້າຍຄື​ກັນ ເຮົາ​ທຸກ​ຄົນສາມາດ​ສະໜັບສະໜູນ​ວຽກ​ຂອງ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ຜູ້​ເບິ່ງແຍງ ແລະ​ຜູ້​ເບິ່ງແຍງ​ໝວດ​ໄດ້​ໂດຍ​ທາງ​ຄຳເວົ້າ​ແລະ​ການ​ກະທຳ​ຂອງ​ເຮົາ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ໄດ້​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ເຮັດ​ວຽກ​ໜັກ​ຂອງ​ພີ່ນ້ອງ​ຊາຍ​ເຫຼົ່າ​ນີ້ ແລະ​ເຮົາ​ຈະ​ສະແດງ​ໃຫ້​ເຂົາເຈົ້າ​ແລະ​ພະ​ເຢຊູ​ເຫັນ​ໄດ້​ແນວ​ໃດ​ວ່າ​ເຮົາ​ເຫັນຄ່າ​ເຂົາເຈົ້າ.

ຜູ້​ຊ່ວຍ​ວຽກ​ຮັບໃຊ້ “ຊ່ວຍ​ເຫຼືອ​ໃນ​ຮູບ​ແບບ​ຕ່າງໆ”

4. ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໃນ​ສະຕະວັດ​ທຳອິດ​ຊ່ວຍ​ວຽກ​ຫຍັງ​ແດ່?

4 ໃນ​ສະຕະວັດ​ທຳອິດ ພີ່ນ້ອງ​ຊາຍ​ບາງ​ຄົນ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້. (1ຕມ. 3:8) ເບິ່ງ​ຄື​ວ່າ​ເຂົາເຈົ້າ​ເປັນ​ຜູ້​ທີ່ “ຊ່ວຍ​ເຫຼືອ​ໃນ​ຮູບ​ແບບ​ຕ່າງໆ” ທີ່​ໂປໂລ​ເວົ້າ​ເຖິງ. (1ກຣ. 12:28) ຜູ້​ຊ່ວຍ​ວຽກ​ຮັບໃຊ້​ອາດ​ເຮັດ​ວຽກ​ທີ່​ສຳຄັນ​ຫຼາຍ​ຢ່າງ​ເພື່ອ​ຜູ້​ເບິ່ງແຍງ​ຈະ​ເອົາໃຈໃສ່​ໃນ​ການ​ສອນ​ແລະ​ການ​ບຳລຸງ​ລ້ຽງ. ຕົວຢ່າງ​ເຊັ່ນ: ຜູ້​ຊ່ວຍ​ວຽກ​ຮັບໃຊ້​ອາດ​ຊ່ວຍ​ຄັດລອກ​ສຳເນົາ​ພະຄຳພີ ຫຼື​ອາດ​ໄປ​ຊື້​ເຄື່ອງ​ສຳລັບ​ການ​ຄັດລອກ​ພະຄຳພີ.

5. ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໃນ​ທຸກ​ມື້​ນີ້​ຊ່ວຍ​ວຽກ​ຫຍັງ​ແດ່?

5 ໃນ​ທຸກ​ມື້​ນີ້ ຜູ້​ຊ່ວຍ​ວຽກ​ຮັບໃຊ້​ກໍ​ເຮັດ​ວຽກ​ຫຼາຍ​ຢ່າງ​ໃນ​ປະຊາຄົມ. (1ປຕ. 4:10) ຕົວຢ່າງ​ເຊັ່ນ: ເຂົາເຈົ້າ​ອາດ​ຖືກ​ມອບໝາຍ​ໃຫ້​ເບິ່ງແຍງ​ບັນຊີ​ຫຼື​ເຂດ​ປະກາດ​ຂອງ​ປະຊາຄົມ ສັ່ງ​ປຶ້ມ​ໃຫ້​ພີ່ນ້ອງ ຄຸມ​ເຄື່ອງ​ສຽງ​ຫຼື​ວິດີໂອ ຕ້ອນຮັບ​ຄົນ​ທີ່​ມາ​ປະຊຸມ ຫຼື​ຊ່ວຍ​ເບິ່ງແຍງ​ຮັກສາ​ຫໍປະຊຸມ. ວຽກ​ເຫຼົ່າ​ນີ້​ຈຳເປັນ​ແທ້ໆ​ເພື່ອ​ປະຊາຄົມ​ຈະ​ເປັນ​ລະບຽບ​ຮຽບຮ້ອຍ​ແລະ​ດຳເນີນ​ໄປ​ໄດ້​ດີ. (1ກຣ. 14:40) ນອກ​ຈາກ​ນັ້ນ ຜູ້​ຊ່ວຍ​ວຽກ​ຮັບໃຊ້​ບາງ​ຄົນ​ຍັງ​ເຮັດ​ສ່ວນ​ໃນ​ການ​ປະຊຸມ​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້ ລວມ​ທັງ​ບັນລະຍາຍ​ສາທາລະນະ​ນຳ. ຜູ້​ຊ່ວຍ​ວຽກ​ຮັບໃຊ້​ອາດ​ຖືກ​ມອບໝາຍ​ໃຫ້​ເປັນ​ຜູ້​ຊ່ວຍ​ຜູ້​ເບິ່ງແຍງ​ກຸ່ມ​ປະກາດ ແລະ​ບາງ​ເທື່ອ​ຜູ້​ເບິ່ງແຍງ​ອາດ​ຂໍ​ໃຫ້​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໄປ​ນຳ​ຕອນ​ທີ່​ໄປ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ໃນ​ປະຊາຄົມ.

6. ເປັນ​ຫຍັງ​ເຮົາ​ຈຶ່ງ​ເຫັນຄ່າ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ທີ່​ເຮັດ​ວຽກ​ໜັກ?

6 ວຽກ​ທີ່​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ເຮັດ​ເປັນ​ປະໂຫຍດ​ຕໍ່​ປະຊາຄົມ​ແນວ​ໃດ? ພີ່ນ້ອງ​ຍິງ​ຊື່​ເບເບີລີ້bຈາກ​ປະເທດ​ໂບລີວີ​ເວົ້າ​ວ່າ: “ຂ້ອຍ​ຂອບໃຈ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໃນ​ປະຊາຄົມ​ຂອງ​ເຮົາ​ຫຼາຍ​ແທ້ໆ. ຂ້ອຍ​ໄດ້​ປະໂຫຍດ​ຫຼາຍ​ຈາກ​ການ​ປະຊຸມ​ຍ້ອນ​ຂ້ອຍ​ສາມາດ​ຮ້ອງ​ເພງ ອອກ​ຄຳ​ຄິດ​ເຫັນ ແລະ​ຟັງ​ຄຳ​ບັນລະຍາຍ ແລະ​ໄດ້​ປະໂຫຍດ​ຈາກ​ວິດີໂອ​ແລະ​ຮູບ​ຕ່າງໆ. ເຂົາເຈົ້າ​ເບິ່ງແຍງ​ຜູ້​ທີ່​ເຂົ້າ​ຮ່ວມ​ປະຊຸມ​ໃຫ້​ປອດໄພ ແລະ​ເຂົາເຈົ້າ​ຍັງ​ຊ່ວຍ​ຄົນ​ທີ່​ມາ​ປະຊຸມ​ບໍ່​ໄດ້​ໃຫ້​ເຂົ້າ​ຮ່ວມ​ປະຊຸມ​ທາງ​ຊູມ. ຫຼັງ​ຈາກ​ປະຊຸມ​ແລ້ວ ເຂົາເຈົ້າ​ຍັງ​ຊ່ວຍ​ອະນາໄມ ຊ່ວຍ​ເລື່ອງ​ບັນຊີ​ປະຊາຄົມ ແລະ​ຈັດ​ໃຫ້​ມີ​ປຶ້ມ​ຕ່າງໆ​ທີ່​ເຮົາ​ຕ້ອງການ. ຂ້ອຍ​ເຫັນຄ່າ​ເຂົາເຈົ້າ​ຫຼາຍ​ແທ້ໆ!” ເລຊະລີ້​ທີ່​ຢູ່​ປະເທດ​ໂກລົມບີ​ເຊິ່ງ​ຜົວ​ຂອງ​ລາວ​ເປັນ​ຜູ້​ເບິ່ງແຍງ​ເວົ້າ​ວ່າ: “ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໃນ​ປະຊາຄົມ​ຂອງ​ເຮົາ​ເຮັດ​ວຽກ​ຫຼາຍ​ຢ່າງ​ອີ່ຫຼີ. ຖ້າ​ບໍ່​ມີ​ເຂົາເຈົ້າ ຜົວ​ຂອງ​ຂ້ອຍ​ຄື​ຊິ​ຫຍຸ້ງ​ຫຼາຍ​ແທ້ໆ! ຂ້ອຍ​ຂອບໃຈ​ແທ້ໆ​ທີ່​ເຂົາເຈົ້າ​ກະຕືລືລົ້ນ​ແລະ​ເຕັມໃຈ​ຊ່ວຍ​ເຫຼືອ​ພີ່ນ້ອງ.” ເຈົ້າ​ຮູ້ສຶກ​ແບບ​ນີ້​ຄື​ກັນ​ບໍ​ກັບ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໃນ​ປະຊາຄົມ​ຂອງ​ເຈົ້າ?—1ຕມ. 3:13

7. ເຮົາ​ຈະ​ສະແດງ​ຄວາມ​ຂອບໃຈ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ນຳ)

7 ເຖິງ​ວ່າ​ເຮົາ​ອາດ​ຮູ້ສຶກ​ຂອບໃຈ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ແຕ່​ຄຳພີ​ໄບເບິນ​ກະຕຸ້ນ​ເຮົາ​ໃຫ້ “ສະແດງ​ຄວາມ​ຂອບໃຈ” ນຳ. (ກລຊ. 3:15) ຄຣິດສະຕ໋ອບ​ທີ່​ເປັນ​ຜູ້​ເບິ່ງແຍງ​ຢູ່​ປະເທດ​ຟິນແລນ​ເວົ້າ​ວ່າ: “ຂ້ອຍ​ຂຽນ​ກ໋າດ​ໄປ​ຂອບໃຈ ຫຼື​ສົ່ງ​ຂໍ້​ຄວາມ​ທີ່​ມີ​ຂໍ້​ຄຳພີ​ໄປ​ໃຫ້​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ແລະ​ບອກ​ລາວ​ວ່າ​ຂ້ອຍ​ໄດ້​ກຳລັງ​ໃຈ​ແທ້ໆ​ຈາກ​ສິ່ງ​ທີ່​ລາວ​ເວົ້າ​ແລະ​ເຮັດ ຫຼື​ບອກ​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຮູ້ສຶກ​ຂອບໃຈ​ໃນ​ວຽກ​ທີ່​ລາວ​ເຮັດ.” ປັດສ໌ການ​ກັບ​ຢາ​ເອວ​ທີ່​ຢູ່​ນິວຄາລິໂດເນຍ​ອະທິດຖານ​ເພື່ອ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໂດຍ​ສະເພາະ. ປັດສ໌ການ​ເວົ້າ​ວ່າ: “ໄລຍະ​ນີ້​ເຮົາ​ອະທິດຖານ​ຫຼາຍ​ແທ້ໆ​ເພື່ອ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ໃນ​ປະຊາຄົມ​ຂອງ​ເຮົາ. ເຮົາ​ຂອບໃຈ​ພະ​ເຢໂຫວາ​ທີ່​ໃຫ້​ມີ​ເຂົາເຈົ້າ ແລະ​ຂໍ​ໃຫ້​ເພິ່ນ​ຢູ່​ກັບ​ເຂົາເຈົ້າ​ແລະ​ຊ່ວຍ​ເຂົາເຈົ້າ.” ພະ​ເຢໂຫວາ​ຟັງ​ຄຳ​ອະທິດຖານ​ແບບ​ນີ້​ແລະ​ໝົດ​ປະຊາຄົມ​ກໍ​ໄດ້​ຮັບ​ປະໂຫຍດ.—2ກຣ. 1:11

ຜູ້​ເບິ່ງແຍງ​ໃນ​ປະຊາຄົມ “ເຮັດ​ວຽກ​ໜັກ”

8. ເປັນ​ຫຍັງ​ໂປໂລ​ຈຶ່ງ​ເວົ້າ​ວ່າ​ຜູ້​ເບິ່ງແຍງ​ໃນ​ສະຕະວັດ​ທຳອິດ “ເຮັດ​ວຽກ​ໜັກ”? (1 ເທຊະໂລນິກ 5:12, 13)

8 ໃນ​ສະຕະວັດ​ທຳອິດ ຜູ້​ເບິ່ງແຍງ​ເຮັດ​ວຽກ​ໜັກ​ເພື່ອພີ່ນ້ອງ​ໃນ​ປະຊາຄົມ. (ອ່ານ 1 ເທຊະໂລນິກ 5:12, 13; 1ຕມ. 5:17) ເຂົາເຈົ້າ “ນຳໜ້າ” ປະຊາຄົມ​ໂດຍ​ຈັດການ​ປະຊຸມ​ແລະ​ຕັດສິນໃຈ​ເລື່ອງ​ຕ່າງໆ​ຮ່ວມ​ກັນ​ໃນ​ຄະນະ​ຜູ້​ເບິ່ງແຍງ. ເຂົາເຈົ້າ “ເຕືອນ​ສະຕິ” ພີ່ນ້ອງ​ໂດຍ​ໃຫ້​ຄຳ​ແນະນຳ​ໃນ​ແບບ​ທີ່​ສະແດງ​ຄວາມ​ຮັກ​ເພື່ອ​ພີ່ນ້ອງ​ຈະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ. (1ທຊ. 2:11, 12; 2ຕມ. 4:2) ພີ່ນ້ອງ​ຊາຍ​ເຫຼົ່າ​ນີ້​ຍັງ​ຕ້ອງ​ເຮັດ​ວຽກ​ເພື່ອ​ຫາ​ລ້ຽງ​ຄອບຄົວ​ແລະ​ຮັກສາ​ຄວາມ​ເຊື່ອ​ຂອງ​ໂຕເອງ​ໃຫ້​ເຂັ້ມແຂງ​ນຳ.—1ຕມ. 3:2, 4; ຕຕ. 1:6-9

9. ຜູ້​ເບິ່ງແຍງ​ໃນ​ທຸກ​ມື້​ນີ້​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ຫຍັງ​ແດ່?

9 ຜູ້​ເບິ່ງແຍງ​ໃນ​ທຸກ​ມື້​ນີ້​ຫຍຸ້ງ​ຫຼາຍ​ແທ້ໆ. ເຂົາເຈົ້າ​ເປັນ​ຜູ້​ປະກາດ​ຂ່າວ​ດີ. (2ຕມ. 4:5) ເຂົາເຈົ້າ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ປະກາດ​ຢ່າງ​ຫ້າວຫັນ ຈັດ​ເຂດ​ປະກາດ​ຂອງ​ປະຊາຄົມ ແລະ​ຝຶກ​ພີ່ນ້ອງ​ໃຫ້​ປະກາດ​ແລະ​ສອນ​ໄດ້​ດີ. ເຂົາເຈົ້າ​ຍັງ​ເຮັດ​ໜ້າທີ່​ຕັດສິນ​ເລື່ອງ​ໃນ​ປະຊາຄົມ​ໃນ​ແບບ​ທີ່​ສະແດງ​ຄວາມ​ເມດຕາ​ແລະ​ບໍ່​ລຳອຽງ. ເມື່ອ​ມີ​ພີ່ນ້ອງ​ເຮັດ​ຜິດ​ຮ້າຍ​ແຮງ ຜູ້​ເບິ່ງແຍງ​ຈະ​ພະຍາຍາມ​ຊ່ວຍ​ພີ່ນ້ອງ​ຜູ້​ນັ້ນ​ໃຫ້​ຟື້ນຟູ​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ ແລະ​ໃນ​ເວລາ​ດຽວ​ກັນ​ເຂົາເຈົ້າ​ກໍ​ຕ້ອງ​ຮັກສາ​ປະຊາຄົມ​ໃຫ້​ສະອາດ. (1ກຣ. 5:12, 13; ຄລຕ. 6:1) ໜ້າທີ່​ຫຼັກ​ຂອງ​ຜູ້​ເບິ່ງແຍງ​ແມ່ນ​ເອົາໃຈໃສ່​ຝູງ​ແກະ​ຂອງ​ພະເຈົ້າ​ທີ່​ເຂົາເຈົ້າ​ເບິ່ງແຍງ. (1ປຕ. 5:1-3) ຜູ້​ເບິ່ງແຍງ​ຍັງ​ຕ້ອງ​ກຽມ​ຄຳ​ບັນລະຍາຍ​ຢ່າງ​ດີ​ເພື່ອ​ຈະບັນລະຍາຍ​ຢູ່​ປະຊາຄົມ ພະຍາຍາມ​ຮູ້​ຈັກ​ພີ່ນ້ອງ​ທຸກ​ຄົນ​ໃນປະຊາຄົມ ແລະ​ໄປ​ຢາມ​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ. ນອກ​ຈາກ​ນັ້ນ ຜູ້​ເບິ່ງແຍງ​ບາງ​ຄົນ​ຍັງ​ຊ່ວຍ​ວຽກ​ກໍ່ສ້າງ​ແລະ​ເບິ່ງແຍງ​ຮັກສາ​ຫໍປະຊຸມ ມີ​ສ່ວນ​ຮ່ວມ​ໃນ​ການ​ຈັດການ​ປະຊຸມ​ໃຫຍ່ ເຮັດ​ວຽກ​ໃນ​ຄະນະ​ກຳມະການ​ປະສານ​ງານ​ກັບ​ໂຮງໝໍ ແລະ​ເຮັດ​ວຽກ​ໃນ​ກຸ່ມ​ທີ່​ໄປ​ຢາມ​ຄົນ​ເຈັບ ແລະ​ຍັງ​ມີ​ວຽກ​ອື່ນໆ​ອີກ​ຫຼາຍ​ຢ່າງ. ຜູ້​ເບິ່ງແຍງ​ເຮັດ​ວຽກ​ໜັກ​ແທ້ໆ!

10. ເປັນ​ຫຍັງ​ເຮົາ​ຈຶ່ງ​ເຫັນຄ່າ​ຜູ້​ເບິ່ງແຍງ​ທີ່​ເຮັດ​ວຽກ​ໜັກ?

10 ພະ​ເຢໂຫວາ​ບອກ​ໄວ້​ລ່ວງ​ໜ້າ​ວ່າ ຜູ້​ລ້ຽງ​ແກະ​ຈະ​ເບິ່ງແຍງ​ເຮົາ​ຢ່າງ​ດີ​ແລະ​ເຮົາ “ບໍ່​ຕ້ອງ​ຢ້ານ​ອີກ​ຕໍ່​ໄປ.” (ຢຣມ. 23:4) ພີ່ນ້ອງ​ຍິງ​ຊື່​ໂຢຮັນນາ​ຈາກ​ປະເທດ​ຟິນແລນ​ໄດ້​ເຫັນ​ວ່າ​ຄຳເວົ້າ​ນີ້​ເປັນ​ຈິງ​ຕອນ​ທີ່​ແມ່​ຂອງ​ລາວ​ບໍ່​ສະບາຍ​ແຮງ. ລາວ​ເວົ້າ​ວ່າ: “ເຖິງ​ວ່າ​ຂ້ອຍ​ເລົ່າ​ຄວາມ​ຮູ້ສຶກ​ຂອງ​ໂຕເອງ​ບໍ່​ເກັ່ງ ແຕ່​ຜູ້​ເບິ່ງແຍງ​ຄົນ​ໜຶ່ງ​ທີ່​ຂ້ອຍ​ບໍ່​ສະໜິດ​ປານ​ໃດ​ກໍ​ອົດທົນ​ຟັງ​ຕອນ​ທີ່​ຂ້ອຍ​ລະບາຍ​ຄວາມ​ຮູ້ສຶກ​ອອກ​ມາ. ລາວ​ອະທິດຖານ​ກັບ​ຂ້ອຍ​ແລະ​ເຮັດ​ໃຫ້​ຂ້ອຍ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ຂ້ອຍ. ຂ້ອຍ​ຈື່​ບໍ່​ໄດ້​ປານ​ໃດ​ວ່າ​ລາວ​ເວົ້າ​ຫຍັງ ແຕ່​ຂ້ອຍ​ຈື່​ໄດ້​ວ່າ​ຂ້ອຍ​ຮູ້ສຶກ​ປອດໄພ​ແລະ​ສະບາຍ​ໃຈ​ທີ່​ໄດ້​ລົມ​ກັບ​ລາວ. ຂ້ອຍ​ເຊື່ອ​ວ່າ​ພະ​ເຢໂຫວາ​ສົ່ງ​ລາວ​ມາ​ຊ່ວຍ​ຂ້ອຍ​ໃນ​ເວລາ​ທີ່​ຂ້ອຍ​ຕ້ອງການ​ແທ້ໆ.” ຜູ້​ເບິ່ງແຍງ​ໃນ​ປະຊາຄົມ​ຂອງ​ເຈົ້າ​ຊ່ວຍ​ເຈົ້າ​ແນວ​ໃດ?

11. ເຮົາ​ຈະ​ສະແດງ​ຄວາມ​ຂອບໃຈ​ຕໍ່​ຜູ້​ເບິ່ງແຍງ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ນຳ)

11 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ສະແດງ​ຄວາມ​ຂອບໃຈ​ຜູ້​ເບິ່ງແຍງ​ຈາກ​ໃຈ​ຈິງ “ຍ້ອນ​ວຽກ​ທີ່​ເຂົາເຈົ້າ​ເຮັດ.” (1ທຊ. 5:12, 13) ເຮັນຣຽດຕ້າ​ທີ່​ຢູ່​ຟິນແລນ​ເວົ້າ​ວ່າ: “ຜູ້​ເບິ່ງແຍງ​ຊ່ວຍ​ເຫຼືອ​ຄົນ​ອື່ນ​ດ້ວຍ​ຄວາມ​ເຕັມໃຈ ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ມີ​ເວລາ​ຫຼື​ກຳລັງ​ຫຼາຍ​ກວ່າ​ຄົນ​ອື່ນ ຫຼື​ເຂົາເຈົ້າ​ບໍ່​ມີ​ບັນຫາ​ໃນ​ຊີວິດ​ເລີຍ. ບາງ​ເທື່ອ​ຂ້ອຍ​ບອກ​ເຂົາເຈົ້າ​ວ່າ ‘ເຈົ້າ​ຮູ້​ບໍ ເຈົ້າ​ເປັນ​ຜູ້​ເບິ່ງແຍງ​ທີ່​ດີ​ຫຼາຍ​ແທ້ໆ.’” ພີ່ນ້ອງ​ຍິງ​ຊື່​ເຊຣາ​ທີ່​ຢູ່​ປະເທດ​ຕວກກີ​ເວົ້າ​ວ່າ: “ຜູ້​ເບິ່ງແຍງ​ຕ້ອງການ​ກຳລັງ​ໃຈ​ເພື່ອ​ຈະ​ເຮັດ​ວຽກ​ຕໍ່ໆ​ໄປ​ໄດ້. ດັ່ງນັ້ນ ເຮົາ​ສາມາດ​ຂຽນ​ກ໋າດ​ເພື່ອ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ ຊວນ​ເຂົາເຈົ້າ​ມາ​ກິນ​ເຂົ້າ​ນຳ​ກັນ ຫຼື​ໄປ​ປະກາດ​ກັບ​ເຂົາເຈົ້າ.” ໃນ​ປະຊາຄົມ​ຂອງ​ເຈົ້າ​ມີ​ຜູ້​ເບິ່ງແຍງ​ຄົນ​ໃດ​ບໍ​ທີ່​ເຈົ້າ​ຢາກ​ຂອບໃຈ​ເປັນ​ພິເສດ? ໃຫ້​ເຈົ້າ​ຊອກ​ຫາ​ວິທີ​ທີ່​ຈະ​ສະແດງ​ຄວາມ​ຂອບໃຈ​ລາວ.—1ກຣ. 16:18

ຜູ້​ເບິ່ງແຍງ​ບັນລະຍາຍ​ຢູ່​ການ​ປະຊຸມ​ປະຈຳ​ປະຊາຄົມ. ຮູບ: ວິທີ​ຕ່າງໆ​ທີ່​ເຮົາ​ສາມາດ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ຕໍ່​ຜູ້​ເບິ່ງແຍງ. 1. ຜົວ​ເມຍ​ຄູ່​ໜຶ່ງ​ກິນ​ເຂົ້າ​ຢ່າງ​ມີ​ຄວາມ​ສຸກ​ກັບ​ຜູ້​ເບິ່ງແຍງ​ແລະ​ເມຍ​ຂອງ​ລາວ. 2. ພີ່ນ້ອງ​ຍິງ​ສູງ​ອາຍຸ​ຄົນ​ໜຶ່ງ​ອະທິດຖານ. 3. ພີ່ນ້ອງ​ຍິງ​ສູງ​ອາຍຸ​ຂຽນ​ກ໋າດ

ເຈົ້າ​ສາມາດ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ​ຊາຍ​ທີ່​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ໃນ​ປະຊາຄົມ​ເພື່ອ​ເຂົາເຈົ້າ​ຈະ​ເຮັດ​ວຽກ​ຕໍ່ໆ​ໄປ​ໄດ້ (ເບິ່ງ​ຂໍ້ 7, 11, 15)


ຜູ້​ເບິ່ງແຍງ​ໝວດ​ຊ່ວຍ​ປະຊາຄົມ​ຕ່າງໆ​ໃຫ້​ເຂັ້ມແຂງ

12. ໃນ​ສະຕະວັດ​ທຳອິດ​ມີ​ການ​ຈັດ​ກຽມ​ຫຍັງ​ເພື່ອ​ຊ່ວຍ​ປະຊາຄົມ​ຕ່າງໆ​ໃຫ້​ເຂັ້ມແຂງ? (1 ເທຊະໂລນິກ 2:7, 8)

12 ພະ​ເຢຊູ​ຍັງ​ໃຫ້​ພີ່ນ້ອງ​ຊາຍ​ເຊິ່ງ​ເປັນ “ຂອງຂວັນ​ທີ່​ເປັນ​ມະນຸດ” ເຮັດ​ວຽກ​ຮັບໃຊ້​ອີກ​ແບບ​ໜຶ່ງ. ພະ​ເຢຊູ​ຊີ້ນຳ​ຜູ້​ເບິ່ງແຍງ​ໃນ​ເມືອງ​ເຢຣູຊາເລັມ​ໃຫ້​ສົ່ງ​ໂປໂລ ບາຣະນາບາ ແລະ​ຄົນ​ອື່ນໆ​ໄປ​ເຮັດ​ວຽກ​ເປັນ​ຜູ້​ເບິ່ງແຍງ​ໝວດ. (ກຈກ. 11:22) ສົ່ງ​ໄປ​ເພື່ອ​ຫຍັງ? ເພື່ອ​ຊ່ວຍ​ປະຊາຄົມ​ຕ່າງໆ​ໃຫ້​ເຂັ້ມແຂງ​ຄື​ກັບ​ທີ່​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ແລະ​ຜູ້​ເບິ່ງແຍງ​ຊ່ວຍ​ປະຊາຄົມ​ໃຫ້​ເຂັ້ມແຂງ. (ກຈກ. 15:40, 41) ພີ່ນ້ອງ​ເຫຼົ່າ​ນີ້​ເສຍ​ສະລະ​ຄວາມ​ສະດວກ​ສະບາຍ​ຂອງ​ໂຕເອງ​ແລະ​ຍັງ​ສ່ຽງ​ຊີວິດ​ເພື່ອ​ສອນ​ແລະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ.—ອ່ານ 1 ເທຊະໂລນິກ 2:7, 8

13. ຜູ້​ເບິ່ງແຍງ​ໝວດ​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ຫຍັງ​ແດ່?

13 ຜູ້​ເບິ່ງແຍງ​ໝວດ​ຕ້ອງ​ເດີນທາງ​ຕະຫຼອດ. ບາງ​ເທື່ອ​ເຂົາເຈົ້າ​ເດີນທາງ​ຫຼາຍ​ຮ້ອຍ​ກິໂລແມັດ​ເພື່ອ​ໄປ​ຢາມ​ປະຊາຄົມ​ຕ່າງໆ. ທຸກ​ອາທິດ ຜູ້​ເບິ່ງແຍງ​ໝວດ​ຈະບັນລະຍາຍ​ຫຼາຍ​ເທື່ອ ໄປ​ຢາມ​ເພື່ອ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ ປະຊຸມ​ກັບ​ໄພໂອເນຍ ປະຊຸມ​ກັບ​ຜູ້​ເບິ່ງແຍງ​ໃນ​ປະຊາຄົມ ແລະ​ປະຊຸມ​ເພື່ອ​ການ​ປະກາດ. ເຂົາເຈົ້າ​ຍັງ​ຕ້ອງ​ກຽມ​ຄຳ​ບັນລະຍາຍ ແລະ​ຈັດການ​ປະຊຸມ​ໝວດ​ແລະ​ການ​ປະຊຸມ​ພາກ. ເຂົາເຈົ້າ​ຍັງ​ຕ້ອງ​ສອນ​ໃນ​ໂຮງຮຽນ​ໄພໂອເນຍ​ແລະ​ຈັດການ​ປະຊຸມ​ກັບ​ໄພໂອເນຍ​ໃນ​ໝວດ. ນອກ​ຈາກ​ນັ້ນ ເຂົາເຈົ້າ​ຍັງ​ມີ​ວຽກ​ທີ່​ສຳຄັນ​ອື່ນໆ​ອີກ ແລະ​ບາງ​ເທື່ອ​ເຂົາເຈົ້າ​ກໍ​ໄດ້​ຮັບ​ວຽກ​ມອບໝາຍ​ດ່ວນ​ຈາກ​ສຳນັກງານ​ສາຂາ​ນຳ.

14. ເປັນ​ຫຍັງ​ເຮົາ​ຈຶ່ງ​ເຫັນຄ່າ​ຜູ້​ເບິ່ງແຍງ​ໝວດ​ທີ່​ເຮັດ​ວຽກ​ໜັກ?

14 ປະຊາຄົມ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ວຽກ​ທີ່​ຜູ້​ເບິ່ງແຍງ​ໝວດ​ເຮັດ? ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຢູ່​ປະເທດ​ຕວກກີ​ເວົ້າ​ວ່າ: “ທຸກ​ເທື່ອ​ທີ່​ຜູ້​ເບິ່ງແຍງ​ໝວດ​ມາ​ຢາມ ຂ້ອຍ​ຖືກ​ກະຕຸ້ນ​ໃຫ້​ໃຊ້​ເວລາ​ຫຼາຍ​ຂຶ້ນ​ເພື່ອ​ຊ່ວຍ​ເຫຼືອ​ພີ່ນ້ອງ. ຕອນ​ທີ່​ຜູ້​ເບິ່ງແຍງ​ໝວດ​ແຕ່​ລະ​ຄົນ​ມາ​ຢາມ ເຂົາເຈົ້າ​ບໍ່​ເຄີຍ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ວ່າ​ເຂົາເຈົ້າ​ຫຍຸ້ງ​ຫຼາຍ​ຫຼື​ບໍ່​ມີ​ເວລາ​ລົມ​ກັບ​ຂ້ອຍ.” ໂຢຮັນນາ​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ໄດ້​ໄປ​ປະກາດ​ກັບ​ຜູ້​ເບິ່ງແຍງ​ໝວດ ແຕ່​ບໍ່​ເຈິ​ໃຜ​ຢູ່​ເຮືອນ​ເລີຍ. ລາວ​ເວົ້າ​ວ່າ: “ຂ້ອຍ​ບໍ່​ລືມ​ມື້​ທີ່​ໄປ​ປະກາດ​ກັບ​ຜູ້​ເບິ່ງແຍງ​ໝວດ. ຕອນ​ນັ້ນ​ຂ້ອຍ​ເລົ່າ​ໃຫ້​ລາວ​ຟັງ​ວ່າ​ເອື້ອຍ​ຂອງ​ຂ້ອຍ 2 ຄົນ​ຫາກໍ​ຍ້າຍ​ໄປ​ຢູ່​ບ່ອນ​ອື່ນ​ແລະ​ຂ້ອຍ​ຄິດ​ຮອດ​ເຂົາເຈົ້າ​ຫຼາຍ. ຜູ້​ເບິ່ງແຍງ​ໝວດ​ໃຫ້​ກຳລັງ​ໃຈ​ຂ້ອຍ​ວ່າ​ຕອນນີ້​ເຮົາ​ອາດ​ບໍ່​ໄດ້​ຢູ່​ນຳ​ກັນ​ກັບ​ຄອບຄົວ​ຫຼື​ໝູ່ ແຕ່​ໃນ​ໂລກ​ໃໝ່​ເຮົາ​ຈະ​ມີ​ໂອກາດ​ໄດ້​ໃຊ້​ເວລາ​ກັບ​ເຂົາເຈົ້າ​ຕະຫຼອດ​ໄປ.” ເຈົ້າ​ເຄີຍ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ຜູ້​ເບິ່ງແຍງ​ໝວດ​ແບບ​ນີ້​ຄື​ກັນ​ບໍ?—ກຈກ. 20:37–21:1

15. (ກ) ຕາມ 3 ໂຢຮັນ 5-8 ເຮົາ​ຈະ​ສະແດງ​ຄວາມ​ຂອບໃຈ​ຜູ້​ເບິ່ງແຍງ​ໝວດ​ໄດ້​ແນວ​ໃດ? (ເບິ່ງ​ຮູບ​ນຳ) (ຂ) ເປັນ​ຫຍັງ​ເຮົາ​ຄວນ​ຄິດ​ເຖິງ​ເມຍ​ຂອງ​ພີ່ນ້ອງ​ຊາຍ​ທີ່​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ໃນ​ປະຊາຄົມ ແລະ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ? (ເບິ່ງ​ຂອບ “ໃຫ້​ຄິດ​ເຖິງ​ເມຍ​ຂອງ​ເຂົາເຈົ້າ”)

15 ອັກຄະສາວົກ​ໂຢຮັນ​ກະຕຸ້ນ​ຄາໂຢ​ໃຫ້​ສະແດງ​ນ້ຳໃຈ​ຕ້ອນຮັບ​ພີ່ນ້ອງ​ທີ່​ມາ​ຢາມ​ແລະ “ຊ່ວຍ​ເຫຼືອ​ເຂົາເຈົ້າ​ໃນການ​ເດີນທາງ​ຕາມ​ທີ່​ພະເຈົ້າ​ຢາກ​ໃຫ້​ເຮັດ.” (ອ່ານ 3 ໂຢຮັນ 5-8) ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແມ່ນຊວນ​ຜູ້​ເບິ່ງແຍງ​ໝວດ​ມາ​ກິນ​ເຂົ້າ​ນຳ​ກັນ. ອີກ​ວິທີ​ໜຶ່ງ​ແມ່ນ​ເຂົ້າ​ຮ່ວມ​ການ​ປະກາດ​ໃນ​ອາທິດ​ທີ່​ຜູ້​ເບິ່ງແຍງ​ໝວດ​ມາ​ຢາມ. ເລຊະລີ້​ທີ່​ເວົ້າ​ເຖິງ​ກ່ອນ​ໜ້າ​ນີ້​ໄດ້​ສະແດງ​ຄວາມ​ຂອບໃຈ​ຜູ້​ເບິ່ງແຍງ​ໝວດ​ໃນ​ອີກ​ວິທີ​ໜຶ່ງ. ລາວ​ເວົ້າ​ວ່າ: “ຂ້ອຍ​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ຜູ້​ເບິ່ງແຍງ​ໝວດ​ໃຫ້​ມີ​ສິ່ງ​ຈຳເປັນ. ຂ້ອຍ​ກັບ​ຜົວ​ຍັງ​ຂຽນ​ຈົດໝາຍ​ໄປ​ຫາ​ເຂົາເຈົ້າ​ແລະ​ບອກ​ວ່າ ການ​ມາ​ຢາມ​ຂອງ​ເຂົາເຈົ້າ​ຊ່ວຍ​ເຮົາ​ໄດ້​ຫຼາຍ​ແທ້ໆ.” ຂໍ​ໃຫ້​ຈື່​ໄວ້​ວ່າ​ຜູ້​ເບິ່ງແຍງ​ໝວດ​ກໍ​ເປັນ​ຄົນ​ທຳມະດາ​ຄື​ກັນ​ກັບ​ເຮົາ. ບາງ​ເທື່ອ​ເຂົາເຈົ້າ​ກໍ​ມີ​ບັນຫາ​ສຸຂະພາບ ມີ​ເລື່ອງ​ທີ່​ເຮັດ​ໃຫ້​ອຸກໃຈ ແລະ​ເຖິງຂັ້ນ​ທໍ້ໃຈ. ບາງ​ທີ​ຄຳເວົ້າ​ດີໆ​ຫຼື​ຂອງຂວັນ​ເລັກໆ​ນ້ອຍໆ​ຈາກ​ເຈົ້າ​ອາດ​ເປັນ​ສິ່ງ​ທີ່​ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ຂອງ​ຜູ້​ເບິ່ງແຍງ​ໝວດ​ກໍ​ໄດ້.—ສພສ. 12:25

ໃຫ້​ຄິດ​ເຖິງ​ເມຍ​ຂອງ​ເຂົາເຈົ້າ

ເມຍ​ຂອງ​ຜູ້​ຊ່ວຍ​ວຽກ​ຮັບໃຊ້ ຜູ້​ເບິ່ງແຍງ ແລະ​ຜູ້​ເບິ່ງແຍງ​ໝວດ​ຕ້ອງ​ເສຍ​ສະລະ​ຫຼາຍ​ຢ່າງ​ເພື່ອ​ໃຫ້​ຜົວ​ຂອງ​ເຂົາເຈົ້າ​ສາມາດ​ຊ່ວຍ​ວຽກ​ໃນ​ປະຊາຄົມ. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ເວົ້າ​ວ່າ: “ມັນ​ເປັນ​ຄື​ກັບ​ວ່າ​ເຂົາເຈົ້າ​ໃຫ້​ພະ​ເຢໂຫວາ​ຢືມ​ຜົວ​ຂອງ​ເຂົາເຈົ້າ. ຂ້ອຍ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຖື​ວ່າ​ພີ່ນ້ອງ​ຍິງ​ເຫຼົ່າ​ນີ້​ເປັນ​ລູກ​ສາວ​ທີ່​ມີ​ຄ່າ​ຂອງ​ເພິ່ນ.” ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ສະແດງ​ຄວາມ​ຂອບໃຈ​ພີ່ນ້ອງ​ຍິງ​ເຫຼົ່າ​ນີ້​ທີ່​ບໍ່​ເຫັນ​ແກ່​ໂຕ?

  • ຂອບໃຈ​ຜູ້​ເປັນ​ເມຍ. ຄຳເວົ້າ​ງ່າຍໆ​ເຊັ່ນ “ຂອບໃຈ​ທີ່​ເຈົ້າ​ເສຍ​ສະລະ​ໃຫ້​ຜົວ​ຊ່ວຍ​ວຽກ​ໃນ​ປະຊາຄົມ.” ຄຳເວົ້າ​ແບບ​ນີ້​ຄື​ຊິ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ກຳລັງ​ໃຈ​ຫຼາຍ​ແທ້ໆ.

  • ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ເປັນ​ເມຍ. ເຈົ້າ​ຂໍ​ລົມ​ກັບ​ຜູ້​ເບິ່ງແຍງ​ຕອນ​ໃດ​ກໍ​ໄດ້​ທີ່​ເຈົ້າ​ຕ້ອງການ ແຕ່​ກໍ​ຕ້ອງ​ຈື່​ໄວ້​ວ່າ​ບາງ​ເທື່ອ​ເຂົາເຈົ້າ​ກໍ​ຕ້ອງ​ເອົາໃຈໃສ່​ຄອບຄົວ​ຂອງ​ໂຕເອງ​ເປັນ​ອັນ​ດັບ​ທຳອິດ. (1ຕມ. 3:4, 5, 12) ເຂົາເຈົ້າ​ກໍ​ຢາກ​ໃຊ້​ເວລາ​ກັບ​ເມຍ​ແລະ​ລູກ​ໃນ​ການ​ປະກາດ ນະມັດສະການ​ປະຈຳ​ຄອບຄົວ ແລະ​ພັກຜ່ອນ.

  • ອະທິດຖານ​ເພື່ອ​ຜູ້​ເປັນ​ເມຍ. ຄື​ກັບ​ພີ່ນ້ອງ​ຊາຍ​ເຊິ່ງ​ເປັນ “ຂອງຂວັນ​ທີ່​ເປັນ​ມະນຸດ” “ເມຍ​ທີ່​ຮອບຄອບ​ເປັນ​ຂອງຂວັນ​ຈາກ​ພະ​ເຢໂຫວາ” ຄື​ກັນ. (ສພສ. 19:14) ໃຫ້​ເຈົ້າ​ຂອບໃຈ​ພະ​ເຢໂຫວາ​ສຳລັບ​ພີ່ນ້ອງ​ຍິງ​ເຫຼົ່າ​ນີ້ ແລະ​ຂໍ​ເພິ່ນ​ຊ່ວຍ​ເຂົາເຈົ້າ​ໃຫ້​ເຂັ້ມແຂງ​ແລະ​ມີ​ກຳລັງ​ໃຈ.

ເຮົາ​ຈຳເປັນ​ຕ້ອງ​ມີ “ຂອງຂວັນ​ທີ່​ເປັນ​ມະນຸດ”

16. ຕາມ​ສຸພາສິດ 3:27 ພີ່ນ້ອງ​ຊາຍ​ຄວນ​ຖາມ​ໂຕເອງ​ແນວ​ໃດ?

16 ຢູ່​ທົ່ວ​ໂລກ ເຮົາ​ຕ້ອງການ​ພີ່ນ້ອງ​ຊາຍ​ຫຼາຍ​ຂຶ້ນ​ເພື່ອ​ຈະ​ຮັບໃຊ້​ເປັນ “ຂອງຂວັນ​ທີ່​ເປັນ​ມະນຸດ.” ຖ້າ​ເຈົ້າ​ເປັນ​ພີ່ນ້ອງ​ຊາຍ​ທີ່​ຮັບ​ບັບເຕມາ​ແລ້ວ ເຈົ້າ​ສາມາດ​ຊ່ວຍ​ໄດ້​ບໍ? (ອ່ານ​ສຸພາສິດ 3:27) ເຈົ້າ​ພະຍາຍາມ​ທີ່ຈະ​ມີ​ຄຸນສົມບັດ​ເພື່ອ​ຈະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ບໍ? ຖ້າ​ເຈົ້າ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ແລ້ວ ເຈົ້າ​ພະຍາຍາມ​ທີ່​ຈະ​ມີ​ຄຸນສົມບັດ​ເພື່ອ​ຈະ​ເປັນ​ຜູ້​ເບິ່ງແຍງ​ບໍ?c ເຈົ້າ​ສາມາດ​ປັບ​ປ່ຽນ​ຊີວິດ​ເພື່ອ​ຈະ​ເຂົ້າ​ໂຮງຮຽນ​ຜູ້​ປະກາດ​ລາຊະອານາຈັກ​ບໍ? ໂຮງຮຽນ​ນີ້​ຈະ​ຝຶກ​ແລະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ວຽກ​ຮັບໃຊ້​ທີ່​ພະ​ເຢຊູ​ມອບໝາຍ​ໃຫ້​ໄດ້​ຫຼາຍ​ຂຶ້ນ. ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ໂຕເອງ​ຍັງ​ບໍ່​ມີ​ຄຸນສົມບັດ ໃຫ້​ອະທິດຖານ​ຫາ​ພະ​ເຢໂຫວາ​ແລະ​ຂໍ​ພະລັງ​ບໍລິສຸດ​ຈາກ​ເພິ່ນ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ວຽກ​ມອບໝາຍ​ທີ່​ໄດ້​ຮັບ​ໃຫ້​ສຳເລັດ.—ລກ. 11:13; ກຈກ. 20:28

17. “ຂອງຂວັນ​ທີ່​ເປັນ​ມະນຸດ” ສະແດງ​ໃຫ້​ເຫັນ​ວ່າ​ພະ​ເຢຊູ​ກະສັດ​ຂອງ​ເຮົາ​ກຳລັງ​ເຮັດ​ຫຍັງ?

17 ພີ່ນ້ອງ​ຊາຍ​ທີ່​ພະ​ເຢຊູ​ແຕ່ງຕັ້ງ​ໃຫ້​ເປັນ “ຂອງຂວັນ​ທີ່​ເປັນ​ມະນຸດ” ສະແດງ​ໃຫ້​ເຫັນ​ວ່າ​ເພິ່ນ​ກຳລັງ​ນຳໜ້າ​ເຮົາ​ໃນ​ສະໄໝ​ສຸດທ້າຍ​ນີ້. (ມທ. 28:20) ເຮົາ​ຮູ້ສຶກ​ຂອບໃຈ​ແທ້ໆ​ທີ່​ມີ​ກະສັດ​ທີ່​ຮັກ​ເຮົາ ໃຈ​ກວ້າງ ເອົາໃຈໃສ່​ເຮົາ ແລະ​ໃຫ້​ມີ​ພີ່ນ້ອງ​ຊາຍ​ເບິ່ງແຍງ​ເຮົາ. ດັ່ງນັ້ນ ຂໍ​ໃຫ້​ເຮົາ​ຊອກ​ຫາ​ໂອກາດ​ທີ່​ຈະ​ສະແດງ​ຄວາມ​ຂອບໃຈ​ພີ່ນ້ອງ​ຊາຍ​ເຫຼົ່າ​ນີ້​ທີ່​ເຮັດ​ວຽກ​ໜັກ ແລະ​ໃຫ້​ເຮົາ​ຂອບໃຈ​ພະ​ເຢໂຫວາ​ຍ້ອນ​ເພິ່ນ​ເປັນ​ຜູ້​ໃຫ້ “ສິ່ງ​ດີໆ​ແລະ​ຂອງຂວັນ​ພິເສດ​ທຸກ​ຢ່າງ.”—ຢກບ. 1:17

ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຫັນຄ່າ​ວຽກ​ຂອງ . . . 

  •  ຜູ້​ຊ່ວຍ​ວຽກ​ຮັບໃຊ້?

  •  ຜູ້​ເບິ່ງແຍງ​ໃນ​ປະຊາຄົມ?

  •  ຜູ້​ເບິ່ງແຍງ​ໝວດ?

ເພງ​ທີ 99 ພີ່ນ້ອງ​ເປັນ​ແສນ​ເປັນ​ລ້ານ​ຄົນ

a  ຜູ້​ເບິ່ງແຍງ​ທີ່​ເປັນ​ຄະນະ​ກຳມະການ​ປົກຄອງ ຜູ້​ຊ່ວຍ​ຄະນະ​ກຳມະການ​ປົກຄອງ ຄະນະ​ກຳມະການ​ສາຂາ ແລະ​ພີ່ນ້ອງ​ຊາຍ​ທີ່​ເຮັດ​ໜ້າທີ່​ອື່ນໆ​ກໍ​ເປັນ “ຂອງຂວັນ​ທີ່​ເປັນ​ມະນຸດ” ຄື​ກັນ.

b  ຊື່​ສົມມຸດ.

c  ສຳລັບ​ຂໍ້ມູນ​ເພີ່ມເຕີມ​ທີ່​ວ່າ​ຄວນ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ໄດ້​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ຫຼື​ຜູ້​ເບິ່ງແຍງ ໃຫ້​ເບິ່ງ​ບົດ​ຄວາມ “ພີ່ນ້ອງ​ຊາຍ ເຈົ້າ​ມີເປົ້າໝາຍ​ທີ່​ຈະ​ເປັນ​ຜູ້​ຊ່ວຍ​ວຽກ​ຮັບໃຊ້​ບໍ? ແລະ “ພີ່ນ້ອງ​ຊາຍ ເຈົ້າ​ມີເປົ້າໝາຍ​ທີ່​ຈະ​ເປັນ​ຜູ້​ເບິ່ງແຍງ​ບໍ?” ໃນ​ຫໍສັງເກດການ​ເດືອນ​ພະຈິກ ປີ 2024

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌