ບົດຄວາມສຶກສາທີ 18
ເພງທີ 65 ກ້າວໜ້າຕໍ່ຕໍ່ໄປ!
ພີ່ນ້ອງຊາຍທີ່ຍັງໜຸ່ມ ຂໍໃຫ້ຮຽນແບບມາຣະໂກກັບຕີໂມທຽວ
“ຂໍໃຫ້ເຈົ້າພາມາຣະໂກມານຳ ຍ້ອນລາວຊ່ວຍຂ້ອຍໄດ້ໃນເລື່ອງວຽກຮັບໃຊ້.”—2ຕມ. 4:11
ຈຸດສຳຄັນ
ຕົວຢ່າງຂອງມາຣະໂກກັບຕີໂມທຽວຊ່ວຍພີ່ນ້ອງຊາຍທີ່ຍັງໜຸ່ມແນວໃດໃຫ້ພັດທະນາຄຸນລັກສະນະຕ່າງໆທີ່ຈຳເປັນເພື່ອຈະຮັບໃຊ້ພະເຢໂຫວາແລະພີ່ນ້ອງໃຫ້ຫຼາຍຂຶ້ນ.
1-2. ອັນໃດອາດເປັນອຸປະສັກສຳລັບມາຣະໂກກັບຕີໂມທຽວທີ່ຈະຮັບໃຊ້ພະເຢໂຫວາແລະຄົນອື່ນຫຼາຍຂຶ້ນ?
ພີ່ນ້ອງຊາຍທີ່ຍັງໜຸ່ມ ເຈົ້າຢາກຮັບໃຊ້ພະເຢໂຫວາຫຼາຍຂຶ້ນແລະຢາກຊ່ວຍພີ່ນ້ອງໃນປະຊາຄົມຫຼາຍຂຶ້ນບໍ? ແນ່ນອນວ່າເຈົ້າຢາກເຮັດແບບນັ້ນ. ເຮົາດີໃຈຫຼາຍແທ້ໆທີ່ເຫັນພີ່ນ້ອງຊາຍທີ່ຍັງໜຸ່ມຫຼາຍຄົນເຕັມໃຈຮັບໃຊ້ຄົນອື່ນ. (ພສ. 110:3) ແຕ່ອາດມີບາງຢ່າງທີ່ເຮັດໃຫ້ຍາກສຳລັບເຈົ້າທີ່ຈະຮັບໃຊ້ພະເຢໂຫວາຫຼາຍຂຶ້ນ ເຊັ່ນ: ເຈົ້າລັງເລທີ່ຈະຂະຫຍາຍວຽກຮັບໃຊ້ບໍຍ້ອນເຈົ້າບໍ່ຮູ້ວ່າຊີວິດຈະເປັນແນວໃດຫຼືບໍ່ຮູ້ວ່າພະເຢໂຫວາຈະໃຫ້ເຈົ້າໄປຮັບໃຊ້ຢູ່ໃສ? ຫຼືເຈົ້າເຄີຍບໍທີ່ບໍ່ຍອມຮັບເອົາວຽກມອບໝາຍຍ້ອນຄິດວ່າໂຕເອງເຮັດບໍ່ໄດ້ດີ? ຖ້າເປັນແບບນັ້ນກໍບໍ່ແມ່ນເຈົ້າຄົນດຽວທີ່ຮູ້ສຶກແບບນັ້ນ.
2 ມາຣະໂກກັບຕີໂມທຽວກໍຮູ້ສຶກຄ້າຍໆກັນນີ້. ເຖິງວ່າເຂົາເຈົ້າບໍ່ຮູ້ວ່າຊີວິດຈະເປັນແນວໃດຫຼືຮູ້ສຶກວ່າໂຕເອງບໍ່ມີປະສົບການ ແຕ່ເຂົາເຈົ້າກໍບໍ່ໄດ້ໃຫ້ສິ່ງເຫຼົ່ານີ້ມາຢຸດເຂົາເຈົ້າໄວ້ຈາກການຮັບໃຊ້ພະເຢໂຫວາຫຼາຍຂຶ້ນ. ຕອນທີ່ໂປໂລກັບບາຣະນາບາຊວນມາຣະໂກໃຫ້ໄປປະກາດນຳເຂົາເຈົ້າຢູ່ຕ່າງປະເທດຮອບທຳອິດ ມາຣະໂກອາດຈະຢູ່ກັບແມ່ໃນເຮືອນທີ່ງາມໆແລະມີຊີວິດທີ່ສະດວກສະບາຍ. (ກຈກ. 12:12, 13, 25) ແຕ່ມາຣະໂກກໍປະຖິ້ມຊີວິດທີ່ສະດວກສະບາຍແບບນັ້ນເພື່ອຈະຮັບໃຊ້ຫຼາຍຂຶ້ນ. ທຳອິດ ລາວຍ້າຍໄປເມືອງອັນຕີໂອເຂຍ. ຈາກນັ້ນ ລາວກໍເດີນທາງໄປບ່ອນທີ່ໄກໆກັບໂປໂລແລະບາຣະນາບາ. (ກຈກ. 13:1-5) ຄ້າຍຄືກັນ ຕີໂມທຽວກໍອາດຈະຢູ່ນຳພໍ່ແມ່ຕອນທີ່ໂປໂລຊວນລາວໃຫ້ໄປປະກາດນຳ. ຕີໂມທຽວເປັນໄວລຸ້ນແລະບໍ່ມີປະສົບການ ລາວອາດຄິດວ່າລາວບໍ່ມີຄຸນສົມບັດພຽງພໍທີ່ຈະເຮັດວຽກປະກາດຮ່ວມກັບໂປໂລ. (ສົມທຽບກັບ 1 ໂກຣິນໂທ 16:10, 11 ແລະ 1 ຕີໂມທຽວ 4:12) ແຕ່ລາວກໍຕອບຮັບຄຳເຊີນຂອງໂປໂລແລະພະເຢໂຫວາກໍອວຍພອນລາວຫຼາຍຢ່າງ.—ກຈກ. 16:3-5
3. (ກ) ໂປໂລເຫັນຄ່າມາຣະໂກກັບຕີໂມທຽວຫຼາຍສ່ຳໃດ? (2 ຕີໂມທຽວ 4:6, 9, 11) (ເບິ່ງຮູບນຳ) (ຂ) ເຮົາຈະຕອບຄຳຖາມຫຍັງໃນບົດນີ້?
3 ມາຣະໂກກັບຕີໂມທຽວຮຽນຮູ້ທີ່ຈະຮັບຜິດຊອບວຽກຕ່າງໆໃນປະຊາຄົມຕັ້ງແຕ່ຕອນທີ່ເຂົາເຈົ້າຍັງໜຸ່ມ. ໂປໂລເຫັນຄ່າພີ່ນ້ອງຊາຍໜຸ່ມສອງຄົນນີ້ຫຼາຍຈົນຢາກໃຫ້ເຂົາເຈົ້າມາຢູ່ນຳຕອນທີ່ຮູ້ວ່າອີກບໍ່ດົນລາວຈະຕາຍ. (ອ່ານ 2 ຕີໂມທຽວ 4:6, 9, 11) ມາຣະໂກກັບຕີໂມທຽວມີຄຸນລັກສະນະທີ່ດີຫຍັງທີ່ເຮັດໃຫ້ໂປໂລຮັກແລະໄວ້ໃຈເຂົາເຈົ້າ? ພີ່ນ້ອງຊາຍທີ່ຍັງໜຸ່ມຈະຮຽນແບບເຂົາເຈົ້າແນວໃດ? ແລະຄຳແນະນຳຂອງໂປໂລຈະຊ່ວຍພີ່ນ້ອງຊາຍທີ່ຍັງໜຸ່ມແນວໃດ?
ໂປໂລຮັກແລະໄວ້ໃຈມາຣະໂກກັບຕີໂມທຽວຍ້ອນເຂົາເຈົ້າມີຄວາມຮັບຜິດຊອບຕໍ່ວຽກມອບໝາຍຕັ້ງແຕ່ຕອນທີ່ຍັງໜຸ່ມ (ເບິ່ງຂໍ້ 3)b
ຮຽນແບບມາຣະໂກໂດຍເຕັມໃຈຮັບໃຊ້ພະເຢໂຫວາແລະຄົນອື່ນ
4-5. ມາຣະໂກສະແດງໃຫ້ເຫັນແນວໃດວ່າລາວເຕັມໃຈຮັບໃຊ້ຄົນອື່ນ?
4 ການຮັບໃຊ້ຄົນອື່ນໝາຍເຖິງການພະຍາຍາມຊ່ວຍເຂົາເຈົ້າແລະຊ່ວຍຕໍ່ໆໄປເຖິງວ່າການເຮັດແບບນັ້ນຈະບໍ່ງ່າຍ. ມາຣະໂກເປັນຕົວຢ່າງທີ່ດີໃນເລື່ອງນີ້. ເມື່ອໂປໂລບໍ່ໃຫ້ລາວໄປປະກາດຢູ່ຕ່າງປະເທດຮອບທີ 2 ນຳ ລາວອາດຮູ້ສຶກເສຍໃຈແລະຜິດຫວັງ. (ກຈກ. 15:37, 38) ແຕ່ລາວກໍບໍ່ໄດ້ທໍ້ໃຈຈົນເຊົາຮັບໃຊ້ພີ່ນ້ອງ.
5 ມາຣະໂກໄປປະກາດຢູ່ບ່ອນອື່ນກັບບາຣະນາບາທີ່ເປັນພີ່ນ້ອງຂອງລາວ. ປະມານ 11 ປີຕໍ່ມາ ຕອນທີ່ໂປໂລຕິດຄຸກຢູ່ເມືອງໂຣມ ມາຣະໂກໄດ້ຢູ່ຫັ້ນເພື່ອຊ່ວຍລາວ. (ຟລມ. 23, 24) ໂປໂລຮູ້ຄຸນຄ່າແທ້ໆທີ່ມາຣະໂກຊ່ວຍລາວຈົນລາວເວົ້າວ່າມາຣະໂກເປັນຜູ້ທີ່ “ໃຫ້ກຳລັງໃຈ” ລາວຫຼາຍ.—ກລຊ. 4:10, 11
6. ມາຣະໂກໄດ້ຮັບປະໂຫຍດແນວໃຈຈາກການໃຊ້ເວລາກັບພີ່ນ້ອງທີ່ມີຄວາມເປັນຜູ້ໃຫຍ່? (ເບິ່ງໄຂເງື່ອນ)
6 ມາຣະໂກໄດ້ຮັບປະໂຫຍດຫຼາຍຈາກການໃຊ້ເວລາກັບພີ່ນ້ອງທີ່ມີຄວາມເປັນຜູ້ໃຫຍ່. ຫຼັງຈາກມາຣະໂກໃຊ້ເວລາໄລຍະໜຶ່ງກັບໂປໂລຢູ່ເມືອງໂຣມ ລາວກໍໄປຮັບໃຊ້ກັບເປໂຕຢູ່ບາບີໂລນ. ເຂົາເຈົ້າກາຍເປັນໝູ່ສະໜິດກັນຈົນເປໂຕເວົ້າວ່າ: ‘ມາຣະໂກເປັນຄືກັບລູກຂອງຂ້ອຍ.’ (1ປຕ. 5:13) ຕອນທີ່ເຂົາເຈົ້າຮັບໃຊ້ນຳກັນ ເປໂຕອາດຈະເລົ່າເລື່ອງຊີວິດແລະວຽກຮັບໃຊ້ຂອງພະເຢຊູໃຫ້ມາຣະໂກຟັງ ເຊິ່ງຕໍ່ມາມາຣະໂກກໍໄດ້ຂຽນເລື່ອງນີ້ໄວ້ໃນປຶ້ມຂ່າວດີ.a
7. ພີ່ນ້ອງເຊິງອູໄດ້ຮຽນແບບມາຣະໂກແນວໃດ? (ເບິ່ງຮູບນຳ)
7 ມາຣະໂກຮັບໃຊ້ຢ່າງກະຕືລືລົ້ນຕໍ່ໆໄປແລະສະໜິດກັບພີ່ນ້ອງທີ່ມີຄວາມເປັນຜູ້ໃຫຍ່. ເຈົ້າຈະຮຽນແບບມາຣະໂກໄດ້ແນວໃດ? ເຈົ້າອາດຢາກຈະຮັບໃຊ້ພະເຢໂຫວາຫຼາຍຂຶ້ນ ເຊັ່ນ: ເປັນຜູ້ຊ່ວຍວຽກຮັບໃຊ້ຫຼືເປັນຜູ້ເບິ່ງແຍງ. ແຕ່ເຈົ້າຍັງບໍ່ທັນມີຄຸນສົມບັດເທື່ອ ຖ້າເປັນແບບນັ້ນກໍບໍ່ຕ້ອງທໍ້ໃຈ. ໃຫ້ເຈົ້າຊອກຫາວິທີອື່ນທີ່ເຈົ້າເຮັດໄດ້ເພື່ອຮັບໃຊ້ພະເຢໂຫວາແລະພີ່ນ້ອງ. ໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງເຊິງອູເຊິ່ງຕອນນີ້ຮັບໃຊ້ເປັນຜູ້ເບິ່ງແຍງ. ຕອນທີ່ລາວຍັງໜຸ່ມ ລາວມັກປຽບທຽບໂຕເອງກັບພີ່ນ້ອງຄົນອື່ນທີ່ອາຍຸລຸ້ນດຽວກັນກັບລາວ. ເຂົາເຈົ້າບາງຄົນໄດ້ຮັບສິດທິພິເສດໃຫ້ເຮັດວຽກບາງຢ່າງໃນປະຊາຄົມ. ເຊິງອູຮູ້ສຶກວ່າຖືກເບິ່ງຂ້າມ ລາວຈຶ່ງເສຍໃຈແລະຜິດຫວັງຫຼາຍ. ໃນທີ່ສຸດ ລາວກໍເລົ່າເລື່ອງນີ້ໃຫ້ຜູ້ເບິ່ງແຍງຟັງ. ຜູ້ເບິ່ງແຍງຄົນໜຶ່ງແນະນຳລາວໃຫ້ເຮັດສິ່ງທີ່ເຮັດໄດ້ເພື່ອຮັບໃຊ້ຄົນອື່ນເຖິງວ່າບາງເທື່ອບໍ່ມີຄົນສັງເກດເຫັນສິ່ງທີ່ລາວເຮັດກໍຕາມ. ເຊິງອູເຮັດຕາມຄຳແນະນຳນັ້ນໂດຍສະເໜີທີ່ຈະໄປຮັບໄປສົ່ງພີ່ນ້ອງທີ່ສູງອາຍຸແລະພີ່ນ້ອງທີ່ຕ້ອງການຄວາມຊ່ວຍເຫຼືອໄປປະຊຸມ. ເມື່ອຄິດຄືນຫຼັງ ລາວເວົ້າວ່າ: “ຂ້ອຍເຂົ້າໃຈແລ້ວວ່າການຮັບໃຊ້ຄົນອື່ນໝາຍຄວາມວ່າແນວໃດແທ້ໆ. ຂ້ອຍມີຄວາມສຸກຫຼາຍທີ່ໄດ້ຊ່ວຍເຫຼືອຄົນອື່ນ.”
ພີ່ນ້ອງຊາຍທີ່ຍັງໜຸ່ມຈະໄດ້ຮັບປະໂຫຍດແນວໃດຈາກການໃຊ້ເວລາກັບພີ່ນ້ອງທີ່ມີຄວາມເປັນຜູ້ໃຫຍ່? (ເບິ່ງຂໍ້ 7)
ຮຽນແບບຕີໂມທຽວໂດຍເປັນຫ່ວງຄົນອື່ນຈາກໃຈແທ້ໆ
8. ເປັນຫຍັງໂປໂລຈຶ່ງເລືອກຕີໂມທຽວໃຫ້ເດີນທາງໄປນຳລາວ? (ຟີລິບປອຍ 2:19-22)
8 ໂປໂລຕ້ອງການພີ່ນ້ອງທີ່ກ້າຫານໃຫ້ເດີນທາງໄປກັບລາວຕອນທີ່ຈະກັບໄປເມືອງທີ່ລາວເຄີຍຖືກຂົ່ມເຫງ. ທຳອິດ ໂປໂລໄດ້ຊວນຊີລາເຊິ່ງເປັນພີ່ນ້ອງທີ່ມີປະສົບການໃຫ້ເດີນທາງໄປນຳ. (ກຈກ. 15:22, 40) ຕໍ່ມາ ໂປໂລກໍໄດ້ຊວນຕີໂມທຽວໄປນຳ. ເປັນຫຍັງໂປໂລຈຶ່ງເລືອກຕີໂມທຽວໃຫ້ໄປນຳ? ເຫດຜົນໜຶ່ງກໍຄືຕີໂມທຽວມີຊື່ສຽງທີ່ດີ. (ກຈກ. 16:1, 2) ນອກຈາກນັ້ນ ລາວຍັງເປັນຫ່ວງຄົນອື່ນແທ້ໆ.—ອ່ານຟີລິບປອຍ 2:19-22
9. ຕີໂມທຽວສະແດງໃຫ້ເຫັນແນວໃດວ່າລາວເປັນຫ່ວງພີ່ນ້ອງແທ້ໆ?
9 ຕັ້ງແຕ່ຕີໂມທຽວເລີ່ມເຮັດວຽກຮັບໃຊ້ກັບໂປໂລ ຕີໂມທຽວກໍສະແດງໃຫ້ເຫັນວ່າລາວເປັນຫ່ວງຄົນອື່ນຫຼາຍກວ່າໂຕເອງ. ຍ້ອນແນວນີ້ໂປໂລຈຶ່ງໄວ້ໃຈລາວແລະໃຫ້ລາວຢູ່ເມືອງເບເຣຍຕໍ່ເພື່ອໃຫ້ກຳລັງໃຈພີ່ນ້ອງໃໝ່. (ກຈກ. 17:13, 14) ໃນຕອນນັ້ນ ຕີໂມທຽວຕ້ອງໄດ້ຮຽນຮູ້ຫຼາຍຢ່າງຈາກຊີລາທີ່ຍັງຢູ່ເມືອງເບເຣຍນຳກັນ. ຕໍ່ມາໂປໂລກໍໄດ້ສົ່ງຕີໂມທຽວໄປເມືອງເທຊະໂລນິກຄົນດຽວເພື່ອໃຫ້ກຳລັງໃຈພີ່ນ້ອງຢູ່ຫັ້ນ. (1ທຊ. 3:2, ໄຂເງື່ອນ) ຕະຫຼອດໄລຍະ 15 ປີ ຕີໂມທຽວໄດ້ຮຽນຮູ້ທີ່ຈະເປັນຄົນເຫັນອົກເຫັນໃຈພີ່ນ້ອງທີ່ເຈິຄວາມຍາກລຳບາກ. ລາວ “ຮ້ອງໄຫ້ກັບຄົນທີ່ຮ້ອງໄຫ້.” (ຣມ. 12:15; 2ຕມ. 1:4) ພີ່ນ້ອງຊາຍທີ່ຍັງໜຸ່ມຈະຮຽນແບບຕີໂມທຽວໄດ້ແນວໃດ?
10. ພີ່ນ້ອງອູແຈຮຽນຮູ້ທີ່ຈະສະແດງຄວາມສົນໃຈເປັນສ່ວນໂຕຕໍ່ຄົນອື່ນຫຼາຍຂຶ້ນແນວໃດ?
10 ພີ່ນ້ອງຊາຍຄົນໜຶ່ງທີ່ຊື່ອູແຈຮຽນຮູ້ທີ່ຈະສະແດງຄວາມສົນໃຈເປັນສ່ວນໂຕຕໍ່ຄົນອື່ນຫຼາຍຂຶ້ນ. ຕອນທີ່ອູແຈຍັງໜຸ່ມ ລາວຮູ້ສຶກວ່າເປັນເລື່ອງຍາກທີ່ຈະລົມກັບພີ່ນ້ອງທີ່ອາຍຸຫຼາຍກວ່າລາວ. ສະນັ້ນຕອນຢູ່ຫໍປະຊຸມ ລາວມີແຕ່ທັກທາຍພີ່ນ້ອງແລ້ວກໍຍ່າງໜີ. ຜູ້ເບິ່ງແຍງຄົນໜຶ່ງໄດ້ແນະນຳອູແຈວ່າລາວຄວນເລີ່ມລົມກັບພີ່ນ້ອງໂດຍບອກວ່າລາວມັກຫຍັງໃນໂຕເຂົາເຈົ້າ. ຜູ້ເບິ່ງແຍງຄົນນີ້ຍັງໄດ້ກະຕຸ້ນລາວໃຫ້ຄິດເຖິງສິ່ງທີ່ຄົນອື່ນອາດສົນໃຈ. ອູແຈເອົາຄຳແນະນຳນີ້ໄປໃຊ້ຕອນທີ່ລົມກັບຄົນອື່ນ. ປັດຈຸບັນນີ້ອູແຈເປັນຜູ້ເບິ່ງແຍງແລ້ວ. ລາວເວົ້າວ່າ: “ຕອນນີ້ເປັນເລື່ອງງ່າຍສຳລັບຂ້ອຍທີ່ຈະລົມກັບຄົນທຸກໄວ. ຂ້ອຍດີໃຈທີ່ຮູ້ວ່າພີ່ນ້ອງກັງວົນເລື່ອງຫຍັງ ເຊິ່ງມັນຊ່ວຍຂ້ອຍໃຫ້ຮູ້ວິທີທີ່ຈະຊ່ວຍເຂົາເຈົ້າໄດ້ງ່າຍຂຶ້ນ.”
11. ພີ່ນ້ອງຊາຍທີ່ຍັງໜຸ່ມຮຽນຮູ້ທີ່ຈະສະແດງຄວາມສົນໃຈຕໍ່ຄົນອື່ນໃນປະຊາຄົມໄດ້ແນວໃດ? (ເບິ່ງຮູບນຳ)
11 ພີ່ນ້ອງຊາຍທີ່ຍັງໜຸ່ມ ເຈົ້າກໍສາມາດຮຽນຮູ້ທີ່ຈະສະແດງຄວາມສົນໃຈຕໍ່ຄົນອື່ນເປັນສ່ວນໂຕໄດ້ຄືກັນ. ຕອນຢູ່ການປະຊຸມ ໃຫ້ສົນໃຈຄົນທີ່ມີອາຍຸແລະພູມຫຼັງຕ່າງຈາກເຈົ້າ. ໃຫ້ຖາມເຂົາເຈົ້າວ່າເປັນແນວໃດ ແລ້ວກໍຕັ້ງໃຈຟັງ. ການເຮັດແບບນີ້ຈະຊ່ວຍເຈົ້າໃຫ້ຮູ້ວ່າຈະຊ່ວຍເຂົາເຈົ້າແນວໃດ. ບາງເທື່ອເຈົ້າອາດຮູ້ວ່າຄູ່ຜົວເມຍທີ່ສູງອາຍຸຕ້ອງການຄວາມຊ່ວຍໃນການໃຊ້ແອັບ JW Library®. ຫຼືເຈົ້າອາດຮູ້ວ່າເຂົາເຈົ້າບໍ່ມີແຜນຮັບໃຊ້ກັບໃຜ. ເຈົ້າສາມາດຊ່ວຍເຂົາເຈົ້າໃຫ້ຮູ້ວິທີໃຊ້ໂທລະສັບຫຼືແທັບເລັດໃນວຽກປະກາດຫຼືໄປປະກາດກັບເຂົາເຈົ້າໄດ້ບໍ? ເມື່ອເຈົ້າຊ່ວຍເຫຼືອພີ່ນ້ອງໃນວິທີເຫຼົ່ານີ້ ເຈົ້າກໍຈະເປັນຕົວຢ່າງທີ່ດີໃຫ້ພີ່ນ້ອງໃນປະຊາຄົມ.
ພີ່ນ້ອງຊາຍທີ່ຍັງໜຸ່ມສາມາດຊ່ວຍພີ່ນ້ອງໃນປະຊາຄົມໃນຫຼາຍວິທີ (ເບິ່ງຂໍ້ 11)
ຮັບປະໂຫຍດຈາກຄຳແນະນຳຂອງໂປໂລ
12. ພີ່ນ້ອງຊາຍທີ່ຍັງໜຸ່ມຈະໄດ້ຮັບປະໂຫຍດແນວໃດຈາກຄຳແນະນຳທີ່ໂປໂລໃຫ້ຕີໂມທຽວ?
12 ຄຳແນະນຳຂອງໂປໂລຊ່ວຍຕີໂມທຽວໃຫ້ປະສົບຜົນສຳເລັດໃນຊີວິດແລະໃນວຽກຮັບໃຊ້. (1ຕມ. 1:18; 2ຕມ. 4:5) ພີ່ນ້ອງຊາຍທີ່ຍັງໜຸ່ມ ເຈົ້າກໍສາມາດໄດ້ຮັບປະໂຫຍດຈາກຄຳແນະນຳຂອງໂປໂລຄືກັນ. ເຈົ້າຈະຮັບປະໂຫຍດໄດ້ແນວໃດ? ໃຫ້ອ່ານຈົດໝາຍ 2 ສະບັບທີ່ໂປໂລຂຽນໄປຫາຕີໂມທຽວວ່າເປັນຄືກັບຈົດໝາຍທີ່ລາວຂຽນຫາເຈົ້າ ແລະເບິ່ງວ່າເຈົ້າຈະເອົາຄຳແນະນຳນັ້ນໄປໃຊ້ໃນຊີວິດແນວໃດ. ໃຫ້ເຮົາມາເບິ່ງຄຳແນະນຳບາງຢ່າງນຳກັນ.
13. ຖ້າເຮົາຢາກເຊື່ອຟັງພະເຈົ້າສຸດຫົວໃຈ ເຮົາຕ້ອງເຮັດຫຍັງ?
13 “ໃຫ້ຝຶກຝົນໂຕເອງເພື່ອຈະເຊື່ອຟັງພະເຈົ້າສຸດຫົວໃຈ.” (1ຕມ. 4:7ຂ) ການເຊື່ອຟັງພະເຈົ້າສຸດຫົວໃຈໝາຍເຖິງຫຍັງ? ໝາຍເຖິງການພັກດີຕໍ່ພະເຢໂຫວາແລະຢາກເຮັດສິ່ງທີ່ເຮັດໃຫ້ເພິ່ນພໍໃຈ. ຍ້ອນເຮົາບໍ່ໄດ້ເກີດມາພ້ອມກັບຄຸນລັກສະນະນີ້ ເຮົາຈຶ່ງຈຳເປັນທີ່ຈະຕ້ອງປູກຝັງສິ່ງນີ້. ເຮົາຈະເຮັດແບບນັ້ນໄດ້ແນວໃດ? ຄຳພາສາກຣີກທີ່ແປວ່າ “ຝຶກຝົນໂຕເອງ” ມັກໃຊ້ກັບນັກກິລາທີ່ກຳລັງຝຶກຝົນຢ່າງເຂັ້ມງວດເພື່ອກຽມໂຕສຳລັບການແຂ່ງຂັນ. ນັກກິລາເຫຼົ່ານີ້ຕ້ອງໄດ້ຄວບຄຸມໂຕເອງເພື່ອຈະຊະນະໃນການແຂ່ງຂັນ. ຄ້າຍຄືກັນ ເຮົາກໍຕ້ອງໄດ້ຄວບຄຸມໂຕເອງເພື່ອຈະພັດທະນານິດໄສຫຼືຄຸນລັກສະນະຕ່າງໆທີ່ຈະຊ່ວຍເຮົາໃຫ້ສະໜິດກັບພະເຢໂຫວາຫຼາຍຂຶ້ນ.
14. ເຮົາຄວນມີເປົ້າໝາຍຫຍັງຕອນທີ່ອ່ານຄຳພີໄບເບິນ?
14 ເປັນເລື່ອງສຳຄັນທີ່ຈະມີນິດໄສອ່ານຄຳພີໄບເບິນທຸກໆມື້ ແລະກໍເປັນເລື່ອງສຳຄັນທີ່ຈະຈື່ໄວ້ສະເໝີວ່າເປົ້າໝາຍໃນການອ່ານຄຳພີໄບເບິນແມ່ນເພື່ອຈະສະໜິດກັບພະເຢໂຫວາຫຼາຍຂຶ້ນ. ຕົວຢ່າງເຊັ່ນ: ເຈົ້າໄດ້ບົດຮຽນຫຍັງເມື່ອອ່ານເລື່ອງຂອງພະເຢຊູກັບຊາຍໜຸ່ມຄົນໜຶ່ງທີ່ເປັນເສດຖີເຊິ່ງເປັນຫົວໜ້າຄົນຢິວ? (ມຣກ. 10:17-22) ຊາຍໜຸ່ມຄົນນີ້ເຊື່ອວ່າພະເຢຊູເປັນເມຊີອາ ແຕ່ລາວບໍ່ມີຄວາມເຊື່ອພຽງພໍທີ່ຈະເຂົ້າມາເປັນລູກສິດຂອງເພິ່ນ. ເຖິງຈະເປັນແນວນັ້ນ ພະເຢຊູກໍ “ຮັກ” ລາວ. ພະເຢຊູເວົ້າກັບຜູ້ຊາຍຄົນນີ້ດ້ວຍຄວາມກະລຸນາ. ເຫັນໄດ້ແຈ້ງວ່າພະເຢຊູຢາກໃຫ້ລາວຕັດສິນໃຈຢ່າງສະຫຼາດ. ຄວາມຮູ້ສຶກທີ່ພະເຢຊູມີຕໍ່ຜູ້ຊາຍຄົນນີ້ສະທ້ອນໃຫ້ເຫັນຄວາມຮັກຂອງພະເຢໂຫວາທີ່ມີຕໍ່ລາວ. (ຢຮ. 14:9) ເມື່ອເຈົ້າຄິດກ່ຽວກັບເລື່ອງນີ້ແລະຄິດກ່ຽວກັບສະພາບການຂອງເຈົ້າ ໃຫ້ຖາມໂຕເອງວ່າ: ‘ຂ້ອຍຕ້ອງເຮັດຫຍັງເພື່ອຈະສະໜິດກັບພະເຢໂຫວາຫຼາຍຂຶ້ນແລະຮັບໃຊ້ຄົນອື່ນຫຼາຍຂຶ້ນ?’
15. ເປັນຫຍັງຈຶ່ງເປັນເລື່ອງສຳຄັນທີ່ພີ່ນ້ອງຊາຍທີ່ຍັງໜຸ່ມຈະເປັນຕົວຢ່າງທີ່ດີໃຫ້ຄົນອື່ນ? ຂໍໃຫ້ຍົກຕົວຢ່າງ. (1 ຕີໂມທຽວ 4:12, 13)
15 “ເປັນຕົວຢ່າງທີ່ດີໃຫ້ຄົນທີ່ສັດຊື່.” (ອ່ານ 1 ຕີໂມທຽວ 4:12, 13) ໂປໂລບໍ່ພຽງແຕ່ກະຕຸ້ນຕີໂມທຽວໃຫ້ພັດທະນາການອ່ານແລະການສອນເທົ່ານັ້ນ ແຕ່ລາວຍັງກະຕຸ້ນຕີໂມທຽວໃຫ້ພັດທະນາຄຸນລັກສະນະອື່ນໆນຳ ເຊັ່ນ: ຄວາມຮັກ ຄວາມເຊື່ອ ແລະຄວາມບໍລິສຸດ. ເປັນຫຍັງຕ້ອງພັດທະນາຄຸນລັກສະນະເຫຼົ່ານີ້? ຍ້ອນວ່າການກະທຳສຳຄັນກວ່າຄຳເວົ້າ. ສົມມຸດວ່າເຈົ້າໄດ້ຮັບມອບໝາຍໃຫ້ບັນລະຍາຍກ່ຽວກັບວິທີທີ່ຈະກະຕືລືລົ້ນຫຼາຍຂຶ້ນໃນການປະກາດ. ເຈົ້າຈະບັນລະຍາຍດ້ວຍຄວາມໝັ້ນໃຈຫຼາຍຂຶ້ນຖ້າເຈົ້າເຮັດເຕັມທີໃນວຽກປະກາດ. ຕົວຢ່າງຂອງເຈົ້າຈະເຮັດໃຫ້ຄຳເວົ້າຂອງເຈົ້າມີນ້ຳໜັກຫຼາຍຂຶ້ນ.—1ຕມ. 3:13
16. (ກ) ມີ 5 ຢ່າງຫຍັງແດ່ທີ່ພີ່ນ້ອງຊາຍທີ່ຍັງໜຸ່ມສາມາດເປັນຕົວຢ່າງທີ່ດີໄດ້? (ຂ) ພີ່ນ້ອງຊາຍທີ່ຍັງໜຸ່ມຈະເປັນຕົວຢ່າງທີ່ດີແນວໃດໃນການໃຊ້ “ຄຳເວົ້າ”?
16 ໃນ 1 ຕີໂມທຽວ 4:12 ໂປໂລເວົ້າເຖິງ 5 ຢ່າງທີ່ພີ່ນ້ອງຊາຍທີ່ຍັງໜຸ່ມສາມາດເປັນຕົວຢ່າງທີ່ດີໄດ້. ຕອນທີ່ສຶກສາສ່ວນໂຕ ໃຫ້ໃຊ້ເວລາຄົ້ນຄວ້າແຕ່ລະຢ່າງໃຫ້ລະອຽດ. ຕົວຢ່າງເຊັ່ນ: ສົມມຸດວ່າເຈົ້າຢາກເປັນຕົວຢ່າງທີ່ດີໃນການໃຊ້ “ຄຳເວົ້າ.” ໃຫ້ເຈົ້າຄິດເຖິງວິທີທີ່ຈະໃຊ້ຄຳເວົ້າເພື່ອໃຫ້ກຳລັງໃຈຄົນອື່ນ. ຖ້າເຈົ້າຍັງຢູ່ກັບພໍ່ແມ່ ເຈົ້າຈະຂອບໃຈພວກເພິ່ນເລື້ອຍໆໄດ້ບໍໃນສິ່ງທີ່ພວກເພິ່ນເຮັດເພື່ອເຈົ້າ? ຫຼັງຈາກເລີກປະຊຸມແລ້ວ ເຈົ້າຈະບອກພີ່ນ້ອງໄດ້ບໍວ່າເຈົ້າມັກຈຸດໃດໃນສ່ວນທີ່ເຂົາເຈົ້າເຮັດ? ນອກຈາກນັ້ນ ເຈົ້າອາດຈະອອກຄຳຄິດເຫັນເປັນຄຳເວົ້າຂອງໂຕເອງໃນການປະຊຸມ. ເມື່ອເຈົ້າພະຍາຍາມທີ່ຈະເປັນຕົວຢ່າງທີ່ດີໃນການໃຊ້ຄຳເວົ້າ ຄົນອື່ນກໍຈະເຫັນວ່າເຈົ້າກຳລັງກ້າວໜ້າທາງຄວາມເຊື່ອ.—1ຕມ. 4:15
17. ອັນໃດຈະຊ່ວຍພີ່ນ້ອງຊາຍທີ່ຍັງໜຸ່ມໃຫ້ເຮັດຕາມເປົ້າໝາຍທາງຄວາມເຊື່ອໄດ້? (2 ຕີໂມທຽວ 2:22)
17 “ໃຫ້ໜີໄປໄກໆຈາກຄວາມຕ້ອງການທີ່ມີໃນໄວໜຸ່ມສາວ.” (ອ່ານ 2 ຕີໂມທຽວ 2:22) ໂປໂລກະຕຸ້ນຕີໂມທຽວໃຫ້ໜີໄປໄກໆຈາກສິ່ງທີ່ອາດຂັດຂວາງລາວບໍ່ໃຫ້ເຮັດຕາມເປົ້າໝາຍທາງຄວາມເຊື່ອແລະທຳລາຍສາຍສຳພັນຂອງລາວກັບພະເຢໂຫວາ. ເຈົ້າອາດຮູ້ໂຕວ່າເຈົ້າໃຊ້ເວລາຫຼາຍເກີນໄປກັບການພັກຜ່ອນຢ່ອນໃຈຈົນເຮັດໃຫ້ເຈົ້າບໍ່ມີເວລາເຮັດກິດຈະກຳທາງຄວາມເຊື່ອ. ຕົວຢ່າງເຊັ່ນ: ລອງຄິດເບິ່ງວ່າເຈົ້າໃຊ້ເວລາຫຼາຍປານໃດກັບການຫຼິ້ນກິລາ ໃຊ້ອິນເຕີເນັດ ແລະຫຼິ້ນວິດີໂອເກມ. ເຈົ້າສາມາດໃຊ້ເວລາບາງສ່ວນໃນການເຮັດສິ່ງເຫຼົ່ານີ້ເພື່ອເຮັດກິດຈະກຳທາງຄວາມເຊື່ອໄດ້ບໍ? ບາງທີເຈົ້າອາດອາສາສະໝັກໄປຊ່ວຍເບິ່ງແຍງຮັກສາຫໍປະຊຸມຫຼືປະກາດໂດຍໃຊ້ລໍ້ວາງສະແດງປຶ້ມ. ຖ້າເຈົ້າເຂົ້າຮ່ວມກິດຈະກຳເຫຼົ່ານີ້ ເຈົ້າອາດຈະໄດ້ໝູ່ໃໝ່ທີ່ຈະຊ່ວຍເຈົ້າໃຫ້ຕັ້ງເປົ້າໝາຍທີ່ຈະຮັບໃຊ້ພະເຢໂຫວາຫຼາຍຂຶ້ນແລະເຮັດຕາມເປົ້າໝາຍນັ້ນໄດ້ສຳເລັດ.
ການຮັບໃຊ້ຄົນອື່ນເຮັດໃຫ້ມີຄວາມສຸກ
18. ເປັນຫຍັງເຮົາຈຶ່ງເວົ້າໄດ້ວ່າມາຣະໂກກັບຕີໂມທຽວມີຊີວິດທີ່ໜ້າຕື່ນເຕັ້ນແລະມີຄວາມສຸກ?
18 ມາຣະໂກກັບຕີໂມທຽວໄດ້ເສຍສະລະຫຼາຍຢ່າງເພື່ອຈະຮັບໃຊ້ຄົນອື່ນຫຼາຍຂຶ້ນ ແລະການເຮັດແບບນັ້ນເຮັດໃຫ້ເຂົາເຈົ້າມີຊີວິດທີ່ມີຄວາມສຸກ. (ກຈກ. 20:35) ມາຣະໂກເດີນທາງໄປບ່ອນທີ່ໄກໆຫຼາຍບ່ອນເພື່ອຊ່ວຍເຫຼືອພີ່ນ້ອງ. ລາວຍັງໄດ້ຂຽນເລື່ອງທີ່ໜ້າຕື່ນເຕັ້ນກ່ຽວກັບຊີວິດແລະວຽກຮັບໃຊ້ຂອງພະເຢຊູ. ຕີໂມທຽວໄດ້ຊ່ວຍໂປໂລຕັ້ງປະຊາຄົມໃໝ່ໆແລະໃຫ້ກຳລັງໃຈພີ່ນ້ອງ. ພະເຢໂຫວາເຫັນທຸກຢ່າງທີ່ມາຣະໂກກັບຕີໂມທຽວເຮັດເພື່ອເພິ່ນ ແລະສິ່ງນີ້ເຮັດໃຫ້ເພິ່ນມີຄວາມສຸກຫຼາຍ.
19. ເປັນຫຍັງພີ່ນ້ອງຊາຍທີ່ຍັງໜຸ່ມຄວນເຮັດຕາມຄຳແນະນຳທີ່ໂປໂລໃຫ້ຕີໂມທຽວ ແລະຖ້າເຮັດຕາມຜົນຈະເປັນແນວໃດ?
19 ເຮົາເຫັນຄວາມຮັກທີ່ໂປໂລມີຕໍ່ຕີໂມທຽວຈາກຈົດໝາຍທີ່ລາວຂຽນໄປຫາຕີໂມທຽວ. ຈົດໝາຍເຫຼົ່ານັ້ນຍັງບອກໃຫ້ຮູ້ວ່າໃນທຸກມື້ນີ້ພະເຢໂຫວາຮູ້ສຶກແນວໃດກັບພີ່ນ້ອງຊາຍທີ່ຍັງໜຸ່ມ. ເພິ່ນຮັກເຈົ້າຫຼາຍ. ເພິ່ນຢາກໃຫ້ເຈົ້າມີຄວາມສຸກໃນການຮັບໃຊ້. ສະນັ້ນ ໃຫ້ເຈົ້າຕັ້ງໃຈເຮັດຕາມຄຳແນະນຳຂອງໂປໂລແລະໃຫ້ມີຄວາມຕ້ອງການທີ່ຈະຮັບໃຊ້ຄົນອື່ນຫຼາຍຂຶ້ນ. ຖ້າເຈົ້າເຮັດແບບນັ້ນ ເຈົ້າຈະມີຊີວິດທີ່ມີຄວາມສຸກໃນຕອນນີ້ ແລະເຈົ້າຈະ “ຍຶດໝັ້ນກັບຄວາມຫວັງເລື່ອງຊີວິດແທ້” ໃນອະນາຄົດ.—1ຕມ. 6:18, 19
ເພງທີ 80 “ລອງຊີມແລ້ວຈະຮູ້ວ່າພະເຢໂຫວາດີ”
b ຄຳອະທິບາຍຮູບ: ມາຣະໂກເອົາໃຈໃສ່ຄວາມຈຳເປັນຂອງໂປໂລກັບບາຣະນາບາຕອນທີ່ເຂົາເຈົ້າໄປປະກາດຢູ່ຕ່າງປະເທດ. ຕີໂມທຽວເຕັມໃຈໄປຢາມພີ່ນ້ອງເພື່ອໃຫ້ກຳລັງໃຈແລະຊ່ວຍເຂົາເຈົ້າໃຫ້ມີຄວາມເຊື່ອເຂັ້ມແຂງ.