ເຄັດລັບການຄົ້ນຄວ້າ
ຄົ້ນຄວ້າເພື່ອແບ່ງປັນກັບຄົນອື່ນ
ເຮົາຮູ້ສຶກສົດຊື່ນເມື່ອສຶກສາຄຳພີໄບເບິນ ແຕ່ເຮົາຈະຮູ້ສຶກສົດຊື່ນຫຼາຍກວ່າເມື່ອເວົ້າໃຫ້ຄົນອື່ນຟັງໃນສິ່ງທີ່ເຮົາໄດ້ຮຽນເຊິ່ງຊ່ວຍເຮົາໃຫ້ສະໜິດກັບພະເຢໂຫວາຫຼາຍຂຶ້ນ. ສຸພາສິດ 11:25 ບອກວ່າ: “ຄົນທີ່ເຮັດໃຫ້ຄົນອື່ນສົດຊື່ນກໍຈະສົດຊື່ນຄືກັນ.”
ເມື່ອເວົ້າໃຫ້ຄົນອື່ນຟັງໃນສິ່ງທີ່ເຮົາໄດ້ຮຽນ ມັນຊ່ວຍເຮົາໃຫ້ຈື່ຈຸດເຫຼົ່ານັ້ນໄດ້ງ່າຍຂຶ້ນແລະເຂົ້າໃຈເລິກເຊິ່ງຂຶ້ນ. ຍ້ອນຈຸດເຫຼົ່ານັ້ນສາມາດເປັນປະໂຫຍດຕໍ່ຄົນອື່ນ ມັນຈຶ່ງເຮັດໃຫ້ເຮົາມີຄວາມສຸກທີ່ໄດ້ແບ່ງປັນຄວາມຮູ້ທີ່ມີຄ່າກັບເຂົາເຈົ້າ.—ກຈກ. 20:35
ໃຫ້ລອງເຮັດແບບນີ້: ໃນອາທິດໜ້າ ໃຫ້ຊອກຫາໂອກາດທີ່ຈະເວົ້າສິ່ງທີ່ເຈົ້າໄດ້ຮຽນກັບຄົນອື່ນ. ເຈົ້າອາດຈະລົມກັບຄົນໃນຄອບຄົວ ພີ່ນ້ອງໃນປະຊາຄົມ ຄົນຢູ່ບ່ອນເຮັດວຽກ ໝູ່ຢູ່ໂຮງຮຽນ ເພື່ອນບ້ານ ຫຼືຄົນທີ່ເຈົ້າເຈິຕອນໄປປະກາດ. ໃຫ້ເວົ້າເລື່ອງນັ້ນເປັນຄຳເວົ້າຂອງໂຕເອງໃນແບບທີ່ງ່າຍໆແລະຈະແຈ້ງ.
ສິ່ງທີ່ຄວນຈື່ໄວ້: ແບ່ງປັນສິ່ງທີ່ເຈົ້າໄດ້ຮຽນເພື່ອໃຫ້ກຳລັງໃຈ ບໍ່ແມ່ນເພື່ອໃຫ້ຄົນອື່ນປະທັບໃຈໃນໂຕເຈົ້າ.—1ກຣ. 8:1