ບົດຄວາມສຶກສາທີ 32
ເພງທີ 38 ພະອົງຈະເຮັດໃຫ້ເຈົ້າເຂັ້ມແຂງ
ວິທີທີ່ພະເຢໂຫວາຊ່ວຍເຮົາໃຫ້ອົດທົນ
“ພະເຈົ້າທີ່ເປັນບໍ່ເກີດຂອງຄວາມກະລຸນາທີ່ຍິ່ງໃຫຍ່ . . . ຈະເຮັດໃຫ້ພວກເຈົ້າໝັ້ນຄົງ ເຂັ້ມແຂງ ແລະບໍ່ຫວັ່ນໄຫວ.”—1ປຕ. 5:10
ຈຸດສຳຄັນ
ເຮົາຈະມາເບິ່ງວ່າພະເຢໂຫວາໃຫ້ຫຍັງເຮົາແດ່ເພື່ອຊ່ວຍເຮົາໃຫ້ອົດທົນໄດ້ ແລະເຮົາຕ້ອງເຮັດຫຍັງເພື່ອຈະໄດ້ຮັບປະໂຫຍດຢ່າງເຕັມທີຈາກສິ່ງເຫຼົ່ານີ້.
1. ເປັນຫຍັງເຮົາຕ້ອງມີຄວາມອົດທົນ ແລະໃຜຈະຊ່ວຍເຮົາໄດ້? (1 ເປໂຕ 5:10)
ໃນສະໄໝສຸດທ້າຍທີ່ຫຍຸ້ງຍາກລຳບາກນີ້ ປະຊາຊົນຂອງພະເຢໂຫວາຕ້ອງໄດ້ອົດທົນຫຼາຍແທ້ໆ. ບາງຄົນຕ້ອງທົນທຸກຍ້ອນເຈັບປ່ວຍຊຳເຮື້ອ. ບາງຄົນຕ້ອງຮັບມືກັບການສູນເສຍຄົນທີ່ຮັກໃນຄວາມຕາຍ ແລະບາງຄົນຖືກຕໍ່ຕ້ານຈາກຄົນໃນຄອບຄົວຫຼືອຳນາດການປົກຄອງ. (ມທ. 10:18, 36, 37) ບໍ່ວ່າເຈົ້າຈະເຈິຄວາມຫຍຸ້ງຍາກແບບໃດ ຂໍໃຫ້ໝັ້ນໃຈວ່າພະເຢໂຫວາຈະໃຫ້ກຳລັງເຈົ້າເພື່ອຈະອົດທົນໄດ້.—ອ່ານ 1 ເປໂຕ 5:10
2. ເປັນຫຍັງເຮົາຈຶ່ງອົດທົນໄດ້?
2 ຄວາມອົດທົນແມ່ນຄວາມສາມາດທີ່ຈະອົດທົນແລະຮັກສາຄວາມຫວັງໄວ້ເມື່ອເຈິອຸປະສັກ ການຂົ່ມເຫງ ການທົດສອບ ຫຼືການລໍ້ໃຈ ແລະຍັງຮັບໃຊ້ພະເຢໂຫວາຢ່າງສັດຊື່ແລະມີຄວາມສຸກ. ເຮົາສາມາດອົດທົນໄດ້ບໍ່ແມ່ນຍ້ອນໂຕເຮົາເອງ ແຕ່ຍ້ອນພະເຢໂຫວາຊ່ວຍເຮົາແລະໃຫ້ເຮົາມີ “ກຳລັງທີ່ຫຼາຍກວ່າປົກກະຕິ.” (2ກຣ. 4:7) ໃນບົດນີ້ ເຮົາຈະເບິ່ງ 4 ຢ່າງທີ່ພະເຢໂຫວາຈັດກຽມໄວ້ເພື່ອຊ່ວຍເຮົາໃຫ້ອົດທົນ ແລະເຮົາຍັງຈະເບິ່ງວ່າເຮົາຕ້ອງເຮັດຫຍັງເພື່ອຈະໄດ້ຮັບປະໂຫຍດຢ່າງເຕັມທີຈາກການຈັດກຽມເຫຼົ່ານີ້.
ການອະທິດຖານ
3. ເປັນຫຍັງຈຶ່ງເວົ້າວ່າການອະທິດຖານເປັນສິ່ງທີ່ພິເສດຫຼາຍ?
3 ພະເຢໂຫວາໄດ້ໃຫ້ສິ່ງໜຶ່ງທີ່ພິເສດຫຼາຍກັບເຮົາເພື່ອຊ່ວຍເຮົາໃຫ້ອົດທົນໄດ້ ນັ້ນຄືການອະທິດຖານ. ເຖິງວ່າເຮົາເປັນຄົນບາບ ແຕ່ພະເຢໂຫວາກໍເຮັດໃຫ້ເປັນໄປໄດ້ທີ່ເຮົາຈະເວົ້າກັບເພິ່ນແລະເພິ່ນກໍຟັງເຮົາ. (ຮຣ. 4:16) ລອງຄິດເບິ່ງແມ້ ເຮົາສາມາດອະທິດຖານຫາພະເຢໂຫວາຕອນໃດກໍໄດ້ແລະສາມາດລົມກັບເພິ່ນໄດ້ທຸກເລື່ອງ. ພະເຢໂຫວາຟັງຄຳອະທິດຖານຂອງເຮົາບໍ່ວ່າເຮົາຈະເວົ້າພາສາໃດແລະອະທິດຖານຢູ່ໃສ. ເຖິງວ່າເຮົາຈະຢູ່ໃນເຂດທີ່ຫ່າງໄກຫຼືຢູ່ໃນຄຸກ ເພິ່ນກໍໄດ້ຍິນ. (ຢນ. 2:1, 2; ກຈກ. 16:25, 26) ເມື່ອເຮົາອຸກໃຈຫຼາຍຈົນບໍ່ຮູ້ວ່າຈະເວົ້າຫຍັງກັບເພິ່ນ ເພິ່ນກໍເຂົ້າໃຈວ່າເຮົາຈະເວົ້າຫຍັງ. (ຣມ. 8:26, 27) ເຫັນໄດ້ແຈ້ງວ່າການອະທິດຖານເປັນສິ່ງທີ່ພິເສດຫຼາຍແທ້ໆ!
4. ເປັນຫຍັງເຮົາຈຶ່ງເວົ້າໄດ້ວ່າການອະທິດຖານຂໍໃຫ້ມີຄວາມອົດທົນສອດຄ່ອງກັບຄວາມຕ້ອງການຂອງພະເຢໂຫວາ?
4 ໃນຄຳພີໄບເບິນ ພະເຢໂຫວາຮັບຮອງກັບເຮົາວ່າ: “ຖ້າພວກເຮົາຂໍສິ່ງໃດກໍຕາມທີ່ສອດຄ່ອງກັບຄວາມຕ້ອງການຂອງເພິ່ນ ເພິ່ນຈະຟັງພວກເຮົາ.” (1ຢຮ. 5:14) ເຮົາສາມາດຂໍພະເຢໂຫວາໃຫ້ຊ່ວຍເຮົາໃຫ້ອົດທົນໄດ້ບໍ? ໄດ້ແທ້! ຍ້ອນວ່າການເຮັດແບບນັ້ນສອດຄ່ອງກັບຄວາມຕ້ອງການຂອງເພິ່ນ. ເປັນຫຍັງຈຶ່ງເວົ້າແບບນັ້ນ? ເມື່ອເຮົາອົດທົນກັບຄວາມຍາກລຳບາກ ເຮົາກໍກຳລັງຊ່ວຍໃຫ້ພະເຢໂຫວາຕອບຂໍ້ກ່າວຫາຂອງຊາຕານໄດ້. (ສພສ. 27:11) ນອກຈາກນັ້ນ ຄຳພີໄບເບິນຍັງບອກວ່າພະເຢໂຫວາຢາກ “ສະແດງລິດເດດຂອງເພິ່ນໂດຍຊ່ວຍຄົນທີ່ຮັບໃຊ້ເພິ່ນສຸດຫົວໃຈ.” (2ຂຄ. 16:9) ສະນັ້ນ ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຢາກຊ່ວຍເຮົາໃຫ້ອົດທົນ ແລະເພິ່ນກໍມີລິດເດດທີ່ຈະເຮັດແບບນັ້ນໄດ້.—ອຊຢ. 30:18; 41:10; ລກ. 11:13
5. ການອະທິດຖານຊ່ວຍເຮົາແນວໃດໃຫ້ມີຄວາມສະຫງົບໃຈ? (ເອຊາຢາ 26:3)
5 ຄຳພີໄບເບິນບອກວ່າ ເມື່ອເຮົາອະທິດຖານຢ່າງຈິງຈັງກ່ຽວກັບເລື່ອງທີ່ເຮົາກັງວົນ “ສັນຕິສຸກຂອງພະເຈົ້າທີ່ເກີນຄວາມເຂົ້າໃຈທຸກຢ່າງກໍຈະປົກປ້ອງຫົວໃຈແລະຄວາມຄິດ [ຂອງພວກເຮົາ] ໄວ້.” (ຟລປ. 4:7) ໃຫ້ເຮົາມາເບິ່ງວ່າສິ່ງນີ້ໝາຍຄວາມວ່າແນວໃດ? ສຳລັບຄົນທີ່ບໍ່ໄດ້ຮັບໃຊ້ພະເຢໂຫວາ ເມື່ອເຈິບັນຫາເຂົາເຈົ້າຈະພະຍາຍາມຊອກຫາວິທີຕ່າງໆເພື່ອຈະສະຫງົບໃຈ. ຕົວຢ່າງເຊັ່ນ: ບາງຄົນນັ່ງສະມາທິເພື່ອໃຫ້ຈິດໃຈວ່າງເປົ່າແລະລືມເລື່ອງທີ່ກັງວົນ. ແຕ່ການເຮັດແບບນັ້ນອັນຕະລາຍຫຼາຍຍ້ອນເຂົາເຈົ້າຈະບໍ່ສາມາດຄວບຄຸມຄວາມຄິດຂອງໂຕເອງໄດ້. ເມື່ອເປັນຈັ່ງຊັ້ນ ເຂົາເຈົ້າກໍເປີດໂອກາດໃຫ້ປີສາດເຂົ້າມາຄອບງຳຈິດໃຈຂອງເຂົາເຈົ້າ. (ສົມທຽບກັບມັດທາຍ 12:43-45) ນອກຈາກນັ້ນ ຄວາມສະຫງົບໃຈທີ່ບາງຄົນໄດ້ຈາກການນັ່ງສະມາທິທຽບບໍ່ໄດ້ເລີຍກັບສັນຕິສຸກທີ່ໄດ້ຮັບຈາກພະເຢໂຫວາເມື່ອເຮົາອະທິດຖານ. ເມື່ອເຮົາອະທິດຖານຫາພະເຢໂຫວາກໍສະແດງວ່າເຮົາເພິ່ງເພິ່ນເຕັມທີ ແລະເພິ່ນຈະໃຫ້ເຮົາ “ມີຄວາມສະຫງົບສຸກຕໍ່ໆໄປ” ແມ່ນແຕ່ຕອນທີ່ເຮົາເຈິເລື່ອງທີ່ບໍ່ດີທີ່ສຸດໃນຊີວິດ. (ອ່ານເອຊາຢາ 26:3) ວິທີໜຶ່ງທີ່ພະເຢໂຫວາໃຫ້ເຮົາມີຄວາມສະຫງົບໃຈແມ່ນການຊ່ວຍເຮົາໃຫ້ຈື່ຂໍ້ຄຳພີຕ່າງໆທີ່ໃຫ້ກຳລັງໃຈເຮົາ. ຂໍ້ຄຳພີເຫຼົ່ານີ້ຊ່ວຍໃຫ້ຄວາມຄິດແລະຈິດໃຈຂອງເຮົາສະຫງົບຍ້ອນຮູ້ວ່າພະເຢໂຫວາຮັກແລະເປັນຫ່ວງເຮົາ.—ພສ. 62:1, 2
6. ຕອນທີ່ອະທິດຖານ ເຮົາຄວນລວມເອົາເລື່ອງຫຍັງແດ່? (ເບິ່ງຮູບນຳ)
6 ສິ່ງທີ່ເຈົ້າເຮັດໄດ້. ຕອນທີ່ເຈົ້າອົດທົນກັບບັນຫາ “ໃຫ້ເອົາຄວາມກັງວົນຂອງເຈົ້າຝາກໄວ້ກັບພະເຢໂຫວາ” ແລະໃຫ້ອະທິດຖານຂໍສັນຕິສຸກຈາກເພິ່ນ. (ພສ. 55:22) ເຈົ້າຍັງສາມາດຂໍສະຕິປັນຍາຈາກພະເຢໂຫວາເພື່ອຈະຮູ້ວິທີແກ້ໄຂບັນຫາທີ່ເຈົ້າກຳລັງເຈິຢູ່. (ສພສ. 2:10, 11) ນອກຈາກອະທິດຖານຂໍໃຫ້ມີຄວາມອົດທົນແລ້ວ ຢ່າລືມຂອບໃຈເພິ່ນນຳ. (ຟລປ. 4:6) ໃຫ້ສັງເກດວ່າໃນແຕ່ລະມື້ພະເຢໂຫວາຊ່ວຍເຈົ້າແນວໃດແດ່ແລະຂອບໃຈເພິ່ນກ່ຽວກັບເລື່ອງນັ້ນ. ຢ່າຍອມໃຫ້ບັນຫາທີ່ເຈົ້າເຈິເຮັດໃຫ້ເຈົ້າບໍ່ເຫັນສິ່ງດີໆທີ່ເຈົ້າໄດ້ຮັບຈາກພະເຢໂຫວາ.—ພສ. 16:5, 6
ເມື່ອເຈົ້າອະທິດຖານ ເຈົ້າກໍກຳລັງເວົ້າກັບພະເຢໂຫວາ. ເມື່ອເຈົ້າອ່ານຄຳພີໄບເບິນກໍເປັນຄືກັບວ່າພະເຢໂຫວາກຳລັງເວົ້າກັບເຈົ້າ. (ເບິ່ງຂໍ້ 6)b
ຄຳພີໄບເບິນ
7. ການສຶກສາຄຳພີໄບເບິນຊ່ວຍເຮົາແນວໃດໃຫ້ອົດທົນໄດ້?
7 ພະເຢໂຫວາໃຫ້ເຮົາມີຄຳພີໄບເບິນເພື່ອຊ່ວຍເຮົາໃຫ້ອົດທົນໄດ້. ມີຂໍ້ຄຳພີຫຼາຍຂໍ້ທີ່ເຮັດໃຫ້ເຮົາໝັ້ນໃຈວ່າພະເຢໂຫວາພ້ອມທີ່ຈະຊ່ວຍເຮົາ. ໃຫ້ເຮົາມາເບິ່ງຕົວຢ່າງໜຶ່ງນຳກັນໃນມັດທາຍ 6:8 ທີ່ບອກວ່າ: “ພະເຈົ້າພໍ່ຂອງພວກເຈົ້າຮູ້ວ່າພວກເຈົ້າຕ້ອງການຫຍັງກ່ອນທີ່ພວກເຈົ້າຈະຂໍນຳເພິ່ນຊ້ຳ.” ນີ້ເປັນຄຳເວົ້າຂອງພະເຢຊູ ແລະພະເຢຊູກໍຮູ້ຈັກພະເຢໂຫວາດີກວ່າເຮົາ. ສະນັ້ນ ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຮູ້ວ່າອັນໃດແມ່ນສິ່ງທີ່ຈຳເປັນສຳລັບເຮົາເພື່ອຈະຊ່ວຍເຮົາໃຫ້ອົດທົນໄດ້ຕອນທີ່ເຈິບັນຫາ. ໃນຄຳພີໄບເບິນຍັງມີຂໍ້ຄຳພີຫຼາຍຂໍ້ທີ່ຄ້າຍໆກັນນີ້ທີ່ໃຫ້ກຳລັງໃຈເຊິ່ງຊ່ວຍເຮົາໃຫ້ຕັ້ງໃຈທີ່ຈະອົດທົນກັບບັນຫາທີ່ເຮົາເຈິ.—ພສ. 94:19
8. (ກ) ຂໍໃຫ້ຍົກຕົວຢ່າງຫຼັກການໜຶ່ງໃນຄຳພີໄບເບິນທີ່ຊ່ວຍເຮົາໃຫ້ອົດທົນໄດ້. (ຂ) ອັນໃດຈະຊ່ວຍເຮົາໃຫ້ຈື່ຫຼັກການຕ່າງໆທີ່ຈະເອົາມາໃຊ້ຕອນທີ່ເຈິບັນຫາ?
8 ຄຳພີໄບເບິນມີຫຼັກການຕ່າງໆທີ່ຊ່ວຍເຮົາໃຫ້ອົດທົນກັບບັນຫາໄດ້. ຄຳແນະນຳຈາກຫຼັກການເຫຼົ່ານັ້ນຊ່ວຍເຮົາໃຫ້ມີສະຕິປັນຍາທີ່ຈະຕັດສິນໃຈໄດ້ຢ່າງສະຫຼາດ. (ສພສ. 2:6, 7) ຕົວຢ່າງເຊັ່ນ: ຄຳພີໄບເບິນບອກເຮົາໃຫ້ຮັບມືກັບບັນຫາໃນແຕ່ລະມື້ ແທນທີ່ຈະກັງວົນຫຼາຍເກີນໄປກັບສິ່ງທີ່ອາດຈະເກີດຂຶ້ນຫຼືອາດຈະບໍ່ເກີດຂຶ້ນກໍໄດ້. (ມທ. 6:34) ຖ້າເຮົາອ່ານຄຳພີໄບເບິນແລະຄິດຕຶກຕອງເປັນປະຈຳຈົນເປັນນິດໄສ ມັນກໍງ່າຍຂຶ້ນທີ່ເຮົາຈະຈື່ຫຼັກການຕ່າງໆທີ່ຈະເອົາມາໃຊ້ຕອນທີ່ເຈິບັນຫາ.
9. ເມື່ອເຮົາອ່ານເລື່ອງໃນຄຳພີໄບເບິນແລະເຫັນວ່າພະເຢໂຫວາຊ່ວຍຜູ້ຮັບໃຊ້ຂອງເພິ່ນ ມັນເຮັດໃຫ້ເຮົາຮູ້ສຶກແນວໃດ?
9 ຄຳພີໄບເບິນຍັງມີເລື່ອງຊີວິດຈິງຂອງຜູ້ຮັບໃຊ້ພະເຢໂຫວາທີ່ເປັນຄົນທຳມະດາຄືກັບເຮົາທີ່ໄວ້ວາງໃຈພະເຢໂຫວາແລະໄດ້ຮັບຄວາມຊ່ວຍເຫຼືອຈາກເພິ່ນ. (ຮຣ. 11:32-34; ຢກບ. 5:17) ເມື່ອເຮົາອ່ານແລະຄິດຕຶກຕອງເລື່ອງເຫຼົ່ານີ້ ເຮົາກໍຈະໝັ້ນໃຈຫຼາຍຂຶ້ນວ່າພະເຢໂຫວາເປັນ “ບ່ອນລີ້ໄພແລະເປັນກຳລັງຂອງພວກເຮົາ. ເພິ່ນຊ່ວຍພວກເຮົາສະເໝີຕອນທີ່ພວກເຮົາທຸກຍາກລຳບາກ.” (ພສ. 46:1) ເມື່ອເຮົາສັງເກດວ່າຜູ້ຮັບໃຊ້ຂອງພະເຢໂຫວາໃນສະໄໝອະດີດຮັບໃຊ້ເພິ່ນຢ່າງສັດຊື່ແນວໃດ ມັນກໍກະຕຸ້ນເຮົາໃຫ້ຢາກຮຽນແບບຄວາມເຊື່ອແລະຄວາມອົດທົນຂອງເຂົາເຈົ້າ.—ຢກບ. 5:10, 11
10. ເຈົ້າຈະໃຊ້ປະໂຫຍດຢ່າງເຕັມທີຈາກຄຳພີໄບເບິນໄດ້ແນວໃດ?
10 ສິ່ງທີ່ເຈົ້າເຮັດໄດ້. ໃຫ້ອ່ານຄຳພີໄບເບິນທຸກໆມື້ແລະຈົດຂໍ້ຄຳພີທີ່ເຈົ້າຮູ້ສຶກວ່າເປັນປະໂຫຍດສຳລັບເຈົ້າ. ພີ່ນ້ອງຫຼາຍຄົນຮູ້ສຶກວ່າການອ່ານຂໍ້ພະຄຳພີປະຈຳວັນໃນຕອນເຊົ້າຊ່ວຍເຂົາເຈົ້າໃຫ້ໄດ້ແງ່ຄິດແລະຄຳແນະນຳທີ່ດີຈາກຄຳພີໄບເບິນ. ໃຫ້ເຮົາມາເບິ່ງຕົວຢ່າງຂອງພີ່ນ້ອງຍິງຄົນໜຶ່ງຊື່ມາຣີaເຊິ່ງໄດ້ຮັບປະໂຫຍດຈາກການເຮັດແບບນັ້ນ. ພໍ່ແມ່ຂອງມາຣີເປັນມະເຮັງ. ອັນໃດຊ່ວຍລາວໃຫ້ອົດທົນໄດ້ຕອນທີ່ເບິ່ງແຍງພໍ່ແມ່ໃນໄລຍະທ້າຍໆທີ່ເຂົາເຈົ້າເຈັບປ່ວຍ? ມາຣີເລົ່າວ່າ: “ທຸກໆເຊົ້າຂ້ອຍອ່ານຂໍ້ພະຄຳພີປະຈຳວັນແລະຄິດຕຶກຕອງ. ການເຮັດແບບນີ້ຊ່ວຍຂ້ອຍໃຫ້ຄິດເຖິງຂໍ້ຄຳພີເຫຼົ່ານັ້ນໝົດມື້ແລະຊ່ວຍຂ້ອຍບໍ່ໃຫ້ຄິດເຖິງແຕ່ໂຕເອງແລະບັນຫາໜັກໆທີ່ກຳລັງເຈິຢູ່.”—ພສ. 61:2
ພີ່ນ້ອງຮ່ວມຄວາມເຊື່ອ
11. ເຮົາຮູ້ສຶກແນວໃດເມື່ອຮູ້ວ່າເຮົາບໍ່ໄດ້ອົດທົນກັບບັນຫາພຽງຄົນດຽວ?
11 ພະເຢໂຫວາໃຫ້ເຮົາມີພີ່ນ້ອງເພື່ອຊ່ວຍເຮົາໃຫ້ອົດທົນໄດ້. ການຮູ້ວ່າ “ພີ່ນ້ອງ [ຂອງພວກເຮົາ] ຢູ່ທົ່ວໂລກກໍເຈິຄວາມທຸກແບບດຽວກັນ” ເຮັດໃຫ້ເຮົາໝັ້ນໃຈວ່າເຮົາບໍ່ໄດ້ສູ້ກັບບັນຫາພຽງຄົນດຽວ. (1ປຕ. 5:9) ທີ່ຈິງ ສິ່ງທີ່ເຮົາກຳລັງເຈິຢູ່ພີ່ນ້ອງຄົນອື່ນກໍເຄີຍເຈິຄືກັນແລະເຂົາເຈົ້າກໍອົດທົນໄດ້. ສະນັ້ນ ເຮົາກໍໝັ້ນໃຈໄດ້ວ່າເຮົາຈະອົດທົນໄດ້ຄືກັນ!—ກຈກ. 14:22
12. ພີ່ນ້ອງຊ່ວຍເຮົາແນວໃດ ແລະເຮົາຈະເຮັດຫຍັງໄດ້ແດ່ເພື່ອຊ່ວຍເຂົາເຈົ້າ? (2 ໂກຣິນໂທ 1:3, 4)
12 ຕອນທີ່ເຮົາອົດທົນກັບບັນຫາ ພີ່ນ້ອງສາມາດໃຫ້ກຳລັງໃຈເຮົາໄດ້. ໂປໂລມີປະສົບການໃນເລື່ອງນີ້. ລາວມັກເວົ້າເຖິງຊື່ຂອງພີ່ນ້ອງທີ່ຊ່ວຍເຫຼືອລາວຕອນທີ່ລາວຖືກກັກບໍລິເວນໃຫ້ຢູ່ແຕ່ໃນເຮືອນ ລາວຂອບໃຈພີ່ນ້ອງເຫຼົ່ານີ້ທີ່ປອບໂຍນ ໃຫ້ກຳລັງໃຈ ແລະຊ່ວຍເຫຼືອລາວ. (ຟລປ. 2:25, 29, 30; ກລຊ. 4:10, 11) ໃນທຸກມື້ນີ້ ເຮົາກໍອາດມີປະສົບການຄ້າຍໆກັນນີ້. ຕອນທີ່ເຮົາຕ້ອງການຄວາມຊ່ວຍເຫຼືອເພື່ອຈະອົດທົນກັບບັນຫາ ພີ່ນ້ອງກໍພ້ອມທີ່ຈະຊ່ວຍເຫຼືອເຮົາ ແລະຕອນທີ່ພີ່ນ້ອງຕ້ອງການຄວາມຊ່ວຍເຫຼືອ ເຮົາກໍພ້ອມທີ່ຈະຊ່ວຍເຂົາເຈົ້າຄືກັນ.—ອ່ານ 2 ໂກຣິນໂທ 1:3, 4
13. ອັນໃດຊ່ວຍພີ່ນ້ອງມາຢາໃຫ້ອົດທົນໄດ້?
13 ພີ່ນ້ອງຍິງຊື່ມາຢາຈາກລັດເຊຍໄດ້ຮັບກຳລັງໃຈຈາກພີ່ນ້ອງຫຼາຍ. ໃນປີ 2020 ເຈົ້າໜ້າທີ່ໄດ້ບຸກເຂົ້າໄປຄົ້ນເຮືອນຂອງລາວ ແລະຕໍ່ມາລາວກໍຖືກພິຈາລະນາຄະດີຍ້ອນເວົ້າເລື່ອງຄວາມເຊື່ອຂອງໂຕເອງກັບຄົນອື່ນ. ພີ່ນ້ອງມາຢາບອກວ່າ: “ຕອນທີ່ຂ້ອຍຮູ້ສຶກທໍ້ໃຈແລະກັງວົນ ພີ່ນ້ອງໄດ້ໂທມາຫາແລະຂຽນຈົດໝາຍຫາຂ້ອຍ. ເຂົາເຈົ້າບອກຂ້ອຍວ່າເຂົາເຈົ້າຮັກຂ້ອຍ. ຂ້ອຍຮູ້ວ່າຂ້ອຍມີຄອບຄົວໃຫຍ່ທີ່ຮັກກັນຫຼາຍ ແຕ່ຂ້ອຍໄດ້ເຂົ້າໃຈເລື່ອງນີ້ຫຼາຍຂຶ້ນໃນປີ 2020.”
14. ເຮົາຕ້ອງເຮັດຫຍັງເພື່ອຈະໄດ້ຮັບປະໂຫຍດຈາກຄວາມຊ່ວຍເຫຼືອຂອງພີ່ນ້ອງ? (ເບິ່ງຮູບນຳ)
14 ສິ່ງທີ່ເຈົ້າເຮັດໄດ້. ຕອນທີ່ເຈົ້າອົດທົນກັບຄວາມຍາກລຳບາກ ຂໍໃຫ້ສະໜິດກັບພີ່ນ້ອງຢູ່ສະເໝີ ແລະບໍ່ຕ້ອງລັງເລທີ່ຈະຂໍຄວາມຊ່ວຍເຫຼືອຈາກຜູ້ເບິ່ງແຍງ. ເຂົາເຈົ້າ “ເປັນຄືກັບບ່ອນທີ່ບັງລົມ ເປັນຄືກັບບ່ອນລີ້ໄພຈາກພາຍຸຝົນ.” (ອຊຢ. 32:2, ໄຂເງື່ອນ) ຂໍໃຫ້ຈື່ໄວ້ວ່າພີ່ນ້ອງກໍກຳລັງເຈິຄວາມຍາກລຳບາກຄືກັນ. ຖ້າເຈົ້າເຮັດສິ່ງດີໆເພື່ອພີ່ນ້ອງທີ່ຕ້ອງການຄວາມຊ່ວຍເຫຼືອ ເຈົ້າກໍຈະມີຄວາມສຸກແລະສິ່ງນີ້ຈະຊ່ວຍເຈົ້າໃຫ້ອົດທົນກັບບັນຫາຂອງໂຕເອງໄດ້.—ກຈກ. 20:35
ໃຫ້ສະໜິດກັບພີ່ນ້ອງຢູ່ສະເໝີ (ເບິ່ງຂໍ້ 14)c
ຄວາມຫວັງ
15. (ກ) ຄວາມຫວັງຊ່ວຍພະເຢຊູແນວໃດ? (ເຮັບເຣີ 12:2) (ຂ) ຄວາມຫວັງຊ່ວຍເຮົາແນວໃດ?
15 ພະເຢໂຫວາໃຫ້ຄວາມຫວັງທີ່ແນ່ນອນກັບເຮົາເພື່ອຊ່ວຍເຮົາໃຫ້ອົດທົນກັບບັນຫາໄດ້. (ຣມ. 15:13) ໃຫ້ຄິດເບິ່ງວ່າຄວາມຫວັງຊ່ວຍພະເຢຊູແນວໃດໃຫ້ອົດທົນໄດ້ໃນເວລາທີ່ຍາກລຳບາກທີ່ສຸດໃນຊີວິດ. (ອ່ານເຮັບເຣີ 12:2) ພະເຢຊູຮູ້ວ່າຖ້າເພິ່ນຮັກສາຄວາມສັດຊື່ ເພິ່ນກໍຊ່ວຍພິສູດວ່າທຸກສິ່ງທີ່ຊາຕານກ່າວຫາພະເຢໂຫວາເປັນເລື່ອງຕົວະແລະພະເຢໂຫວາສົມຄວນໄດ້ຮັບການຍົກຍ້ອງ. ພະເຢຊູລໍຖ້າທີ່ຈະໄດ້ກັບໄປຢູ່ກັບພໍ່ຂອງເພິ່ນໃນສະຫວັນ ແລະລໍຖ້າທີ່ຈະໄດ້ເປັນກະສັດປົກຄອງໃນສະຫວັນຮ່ວມກັບຜູ້ຖືກເລືອກ. ຄ້າຍຄືກັນ ຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກໃໝ່ຈະຊ່ວຍເຮົາໃຫ້ອົດທົນກັບຄວາມຍາກລຳບາກຕ່າງໆທີ່ເຮົາເຈິໃນໂລກຂອງຊາຕານ.
16. ຄວາມຫວັງຊ່ວຍພີ່ນ້ອງອັນລາແນວໃດໃຫ້ອົດທົນໄດ້ ແລະເຮົາໄດ້ບົດຮຽນຫຍັງຈາກຄຳເວົ້າຂອງລາວ?
16 ໃຫ້ເຮົາມາເບິ່ງວ່າຄວາມຫວັງທີ່ຈະໄດ້ຢູ່ໃນໂລກໃໝ່ຊ່ວຍພີ່ນ້ອງຍິງຊື່ອັນລາທີ່ຢູ່ລັດເຊຍແນວໃດ. ຜົວຂອງລາວຖືກຈັບແລະຖືກສົ່ງໄປຂັງກ່ອນພິຈາລະນາຄະດີ. ຕອນທີ່ເລື່ອງນີ້ເກີດຂຶ້ນ ພີ່ນ້ອງອັນລາເວົ້າວ່າ: “ການອະທິດຖານແລະການຄິດເຖິງຄວາມຫວັງໃນອະນາຄົດຊ່ວຍຂ້ອຍບໍ່ໃຫ້ທໍ້ໃຈ. ຂ້ອຍຮູ້ວ່າການທົດສອບຈະມີມື້ສິ້ນສຸດ. ພະເຢໂຫວາຈະເປັນຜູ້ຊະນະ ແລະເຮົາກໍຈະຊະນະຄືກັນ.”
17. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາເຫັນຄ່າຄວາມຫວັງທີ່ພະເຢໂຫວາໃຫ້ເຮົາ? (ເບິ່ງຮູບນຳ)
17 ສິ່ງທີ່ເຈົ້າເຮັດໄດ້. ໃຫ້ເຈົ້າໃຊ້ເວລາຄິດເຖິງຄວາມຫວັງທີ່ພະເຢໂຫວາສັນຍາໄວ້. ໃຫ້ນຶກພາບໂຕເອງໃນໂລກໃໝ່ແລະຄິດເຖິງສິ່ງດີໆຫຼາຍຢ່າງທີ່ເຈົ້າຈະໄດ້ຮັບ. ຖ້າເຈົ້າເຮັດແບບນັ້ນ ເຈົ້າກໍຈະຮູ້ສຶກວ່າບັນຫາທີ່ເຈົ້າຕ້ອງອົດທົນໃນຕອນນີ້ “ຈະຢູ່ແຕ່ໄລຍະສັ້ນໆແລະບໍ່ໜັກ.” (2ກຣ. 4:17) ນອກຈາກນັ້ນ ໃຫ້ເຈົ້າເວົ້າເຖິງຄວາມຫວັງຂອງເຈົ້າໃຫ້ຄົນອື່ນຟັງນຳ. ລອງຄິດເບິ່ງວ່າມັນຈະຍາກສ່ຳໃດສຳລັບຄົນທີ່ບໍ່ໄດ້ຮັບໃຊ້ພະເຢໂຫວາທີ່ຕ້ອງຮັບມືກັບບັນຫາຕ່າງໆໃນໂລກຂອງຊາຕານໂດຍທີ່ບໍ່ຮູ້ວ່າພະເຢໂຫວາມີຄວາມຫວັງຫຍັງສຳລັບເຂົາເຈົ້າ. ພຽງແຕ່ເຈົ້າເວົ້າສັ້ນໆກ່ຽວກັບເລື່ອງນີ້ ເຈົ້າກໍອາດເຮັດໃຫ້ເຂົາເຈົ້າສົນໃຈຄວາມຫວັງທີ່ພະເຢໂຫວາສັນຍາໄວ້.
ໃຫ້ເຈົ້າໃຊ້ເວລາຄິດເຖິງຄວາມຫວັງທີ່ພະເຢໂຫວາສັນຍາໄວ້ (ເບິ່ງຂໍ້ 17)d
18. ເປັນຫຍັງເຮົາໝັ້ນໃຈໃນຄຳສັນຍາຂອງພະເຢໂຫວາໄດ້?
18 ຫຼັງຈາກທີ່ໂຢບອົດທົນກັບບັນຫາຫຼາຍຢ່າງມາໄດ້ ລາວເວົ້າກັບພະເຢໂຫວາວ່າ: “ຕອນນີ້ ລູກຮູ້ແລ້ວວ່າພະອົງເຮັດໄດ້ທຸກຢ່າງ ເມື່ອພະອົງຄິດຈະເຮັດຫຍັງ ສິ່ງນັ້ນກໍຈະສຳເລັດ.” (ໂຢບ 42:2) ໂຢບໄດ້ຮຽນວ່າບໍ່ມີຫຍັງຂັດຂວາງຄວາມຕ້ອງການຂອງພະເຢໂຫວາບໍ່ໃຫ້ສຳເລັດໄດ້. ຄວາມຈິງເລື່ອງນີ້ກໍຊ່ວຍເຮົາໃຫ້ອົດທົນໄດ້ຄືກັນ. ເພື່ອເປັນຕົວຢ່າງ ຂໍໃຫ້ນຶກພາບວ່າຜູ້ຍິງຄົນໜຶ່ງເຈັບປ່ວຍມາດົນ. ລາວຮູ້ສຶກທໍ້ໃຈຫຼາຍຍ້ອນໄປຫາໝໍຫຼາຍຄົນແລ້ວ ແຕ່ກໍບໍ່ມີໝໍຄົນໃດປົວລາວໃຫ້ເຊົາໄດ້. ຫຼັງຈາກທີ່ລາວໄດ້ເຈິກັບໝໍຄົນໜຶ່ງທີ່ເກັ່ງແລະມີປະສົບການ ໝໍຄົນນີ້ໄດ້ກວດເບິ່ງອາການຂອງລາວແລະບອກວ່າສາເຫດທີ່ລາວເຈັບປ່ວຍແມ່ນຍ້ອນຫຍັງແລະພ້ອມທັງອະທິບາຍວ່າຈະປົວແນວໃດ. ເມື່ອໄດ້ຍິນແບບນັ້ນລາວກໍຮູ້ສຶກດີຂຶ້ນທັນທີເຖິງແມ່ນຮູ້ວ່າຕ້ອງໃຊ້ເວລາດົນໃນການປິ່ນປົວ. ຕອນນີ້ລາວອົດທົນກັບຄວາມເຈັບປ່ວຍໄດ້ຫຼາຍຂຶ້ນຍ້ອນລາວມີຄວາມຫວັງທີ່ວ່າໃນທີ່ສຸດອາການຂອງລາວຈະດີຂຶ້ນ. ຄ້າຍຄືກັນ ເມື່ອເຮົາໝັ້ນໃຈໃນຄວາມຫວັງເລື່ອງໂລກໃໝ່ ເຮົາກໍສາມາດອົດທົນກັບບັນຫາທີ່ກຳລັງເຈິຢູ່ໄດ້.
19. ມີຫຍັງແດ່ທີ່ຈະຊ່ວຍເຮົາໃຫ້ອົດທົນໄດ້?
19 ຄືກັບທີ່ເຮົາໄດ້ຮຽນໃນບົດນີ້ ພະເຢໂຫວາຊ່ວຍເຮົາໃຫ້ອົດທົນກັບບັນຫາໄດ້ໂດຍການອະທິດຖານ ໃຫ້ເຮົາມີຄຳພີໄບເບິນ ມີພີ່ນ້ອງຮ່ວມຄວາມເຊື່ອ ແລະມີຄວາມຫວັງ. ຖ້າເຮົາໃຊ້ປະໂຫຍດຢ່າງເຕັມທີຈາກການຈັດກຽມເຫຼົ່ານີ້ ພະເຢໂຫວາກໍຈະຊ່ວຍເຮົາໃຫ້ອົດທົນກັບຄວາມຍາກລຳບາກໄດ້ຈົນກວ່າຈະເຖິງເວລາທີ່ຈະບໍ່ມີໂລກຂອງຊາຕານອີກຕໍ່ໄປ.—ຟລປ. 4:13
ເພງທີ 33 ມອບພາລະຂອງເຈົ້າໄວ້ກັບພະເຢໂຫວາ
a ຊື່ສົມມຸດ.
b ຄຳອະທິບາຍຮູບ: ພີ່ນ້ອງຊາຍສູງອາຍຸຄົນໜຶ່ງອົດທົນຢ່າງສັດຊື່ບໍ່ວ່າເວລາຈະຜ່ານໄປດົນສ່ຳໃດ.
c ຄຳອະທິບາຍຮູບ: ພີ່ນ້ອງຊາຍສູງອາຍຸຄົນໜຶ່ງອົດທົນຢ່າງສັດຊື່ບໍ່ວ່າເວລາຈະຜ່ານໄປດົນສ່ຳໃດ.
d ຄຳອະທິບາຍຮູບ: ພີ່ນ້ອງຊາຍສູງອາຍຸຄົນໜຶ່ງອົດທົນຢ່າງສັດຊື່ບໍ່ວ່າເວລາຈະຜ່ານໄປດົນສ່ຳໃດ.