ບົດຄວາມສຶກສາທີ 37
ເພງທີ 114 ຂໍໃຫ້ມີຄວາມອົດທົນ
ເຮົາຄວນເຮັດແນວໃດເມື່ອເຈິກັບຄວາມບໍ່ຍຸຕິທຳ?
“ເພິ່ນຫວັງຕະຫຼອດວ່າເຂົາເຈົ້າຈະເປັນຄົນຍຸຕິທຳ ແຕ່ເຂົາເຈົ້າພັດເຮັດສິ່ງທີ່ບໍ່ຍຸຕິທຳ.”—ອຊຢ. 5:7
ຈຸດສຳຄັນ
ຕົວຢ່າງຂອງພະເຢຊູຊ່ວຍເຮົາແນວໃດໃຫ້ຮັບມືກັບຄວາມບໍ່ຍຸຕິທຳໃນແບບທີ່ເຮັດໃຫ້ພະເຢໂຫວາພໍໃຈ.
1-2. ຫຼາຍຄົນເຮັດແນວໃດເມື່ອເຈິກັບຄວາມບໍ່ຍຸຕິທຳ ແລະເຮົາອາດສົງໄສກ່ຽວກັບເລື່ອງຫຍັງ?
ເຮົາຢູ່ໃນໂລກທີ່ມີແຕ່ຄວາມບໍ່ຍຸຕິທຳ. ຫຼາຍຄົນຖືກປະຕິບັດແບບບໍ່ຍຸຕິທຳຍ້ອນເຫດຜົນຕ່າງໆ ເຊັ່ນ: ຍ້ອນເຂົາເຈົ້າທຸກຍາກ ຍ້ອນເພດໄວ ຫຼືຍ້ອນເຊື້ອຊາດ. ສ່ວນບາງຄົນຕ້ອງທົນທຸກກັບຜົນກະທົບຈາກບັນຫາສິ່ງແວດລ້ອມທີ່ເກີດຂຶ້ນຍ້ອນນັກທຸລະກິດທີ່ໂລບມາກ ຫຼືຍ້ອນຜູ້ນຳລັດຖະບານທີ່ສໍ້ໂກງ. ສິ່ງເຫຼົ່ານີ້ແລະຄວາມບໍ່ຍຸຕິທຳແບບອື່ນສົ່ງຜົນກະທົບຕໍ່ເຮົາທຸກຄົນອາດຈະໂດຍທາງກົງຫຼືທາງອ້ອມ.
2 ມັນບໍ່ແປກເລີຍທີ່ຫຼາຍຄົນຮູ້ສຶກໃຈຮ້າຍເມື່ອເຫັນຄວາມບໍ່ຍຸຕິທຳໃນໂລກທຸກມື້ນີ້. ເຮົາທຸກຄົນຢາກຢູ່ໃນໂລກທີ່ເຮົາຮູ້ສຶກປອດໄພແລະຖືກປະຕິບັດແບບຍຸຕິທຳ. ສະນັ້ນ ບາງຄົນຈຶ່ງພະຍາຍາມແກ້ໄຂບັນຫາໂດຍການປ່ຽນແປງສັງຄົມ. ເຂົາເຈົ້າເຂົ້າຮ່ວມການປະທ້ວງແລະສະໜັບສະໜູນຜູ້ນຳທາງການເມືອງທີ່ສັນຍາວ່າຈະຕໍ່ສູ້ກັບຄວາມບໍ່ຍຸຕິທຳ. ແຕ່ເຮົາທີ່ເປັນພະຍານພະເຢໂຫວາຖືກສອນວ່າ ເຮົາ “ບໍ່ໄດ້ເປັນ [ສ່ວນໜຶ່ງ] ຂອງໂລກ” ແລະໃຫ້ລໍຖ້າການປົກຄອງຂອງພະເຢໂຫວາທີ່ຈະກຳຈັດຄວາມບໍ່ຍຸຕິທຳທຸກຢ່າງໃຫ້ໝົດໄປ. (ຢຮ. 17:16) ແຕ່ເຖິງຈະເປັນແນວນັ້ນ ເຮົາກໍຍັງຮູ້ສຶກທໍ້ໃຈແລະເຖິງຂັ້ນໃຈຮ້າຍເມື່ອເຫັນບາງຄົນຖືກປະຕິບັດແບບບໍ່ຍຸຕິທຳ. ເຮົາອາດສົງໄສວ່າ: ‘ຂ້ອຍຄວນເຮັດແນວໃດໃນເລື່ອງນີ້? ມີຫຍັງບໍທີ່ຂ້ອຍເຮັດໄດ້ໃນຕອນນີ້ກ່ຽວກັບຄວາມບໍ່ຍຸຕິທຳທີ່ເກີດຂຶ້ນ?’ ເພື່ອຕອບ 2 ຄຳຖາມນີ້ ທຳອິດໃຫ້ເຮົາມາເບິ່ງກ່ອນວ່າພະເຢໂຫວາແລະພະເຢຊູຮູ້ສຶກແນວໃດຕໍ່ຄວາມບໍ່ຍຸຕິທຳ.
ພະເຢໂຫວາແລະພະເຢຊູຊັງຄວາມບໍ່ຍຸຕິທຳ
3. ເປັນຫຍັງເຮົາຈຶ່ງເຂົ້າໃຈເຫດຜົນທີ່ເຮົາໃຈຮ້າຍເມື່ອເຫັນຄວາມບໍ່ຍຸຕິທຳ? (ເອຊາຢາ 5:7)
3 ຄຳພີໄບເບິນຊ່ວຍເຮົາໃຫ້ເຂົ້າໃຈເຫດຜົນທີ່ວ່າເປັນຫຍັງເຮົາຈຶ່ງໃຈຮ້າຍເມື່ອເຫັນຄວາມບໍ່ຍຸຕິທຳ. ຄຳພີໄບເບິນບອກວ່າ ພະເຢໂຫວາສ້າງເຮົາໃຫ້ຮູ້ສຶກຄ້າຍຄືກັບເພິ່ນ ແລະຍັງບອກວ່າພະເຢໂຫວາ “ຮັກຄວາມຖືກຕ້ອງແລະຮັກຄວາມຍຸຕິທຳ.” (ພສ. 33:5; ປຖກ. 1:26) ພະເຢໂຫວາບໍ່ເຄີຍປະຕິບັດແບບບໍ່ຍຸຕິທຳ ແລະເພິ່ນກໍບໍ່ຢາກໃຫ້ຜູ້ໃດເຮັດແບບນັ້ນ. (ພບຍ. 32:3, 4; ມກ. 6:8; ຊຄຢ. 7:9) ຕົວຢ່າງເຊັ່ນ: ໃນສະໄໝຂອງຜູ້ພະຍາກອນເອຊາຢາ ພະເຢໂຫວາໄດ້ຍິນ “ສຽງຮ້ອງ” ຂອງຄົນອິດສະຣາເອນທີ່ຖືກຄົນຊາດດຽວກັນຂົ່ມເຫງ. (ອ່ານເອຊາຢາ 5:7) ພະເຢໂຫວາຈັດການເລື່ອງນີ້ໂດຍລົງໂທດຄົນທີ່ບໍ່ຍອມເຊື່ອຟັງກົດໝາຍຂອງເພິ່ນແລະປະຕິບັດກັບຄົນອື່ນແບບບໍ່ຍຸຕິທຳ.—ອຊຢ. 5:5, 13
4. ພະເຢຊູຮູ້ສຶກແນວໃດເມື່ອບາງຄົນຖືກປະຕິບັດແບບບໍ່ຍຸຕິທຳ? (ເບິ່ງຮູບນຳ)
4 ຄືກັບພະເຢໂຫວາ ພະເຢຊູຮັກຄວາມຍຸຕິທຳແລະຊັງຄວາມບໍ່ຍຸຕິທຳ. ມີມື້ໜຶ່ງຕອນທີ່ພະເຢຊູຢູ່ໃນໂລກນີ້ ເພິ່ນເຫັນຜູ້ຊາຍຄົນໜຶ່ງທີ່ມືລີບເບື້ອງໜຶ່ງ. ພະເຢຊູອີ່ຕົນລາວແລະໄດ້ປົວມືຂອງລາວໃຫ້ເຊົາ ແຕ່ພວກຫົວໜ້າສາສະໜາທີ່ໃຈດຳບໍ່ໄດ້ຮູ້ສຶກແບບນັ້ນ. ເຂົາເຈົ້າເປັນຫ່ວງເລື່ອງການເຮັດຕາມກົດທີ່ເຂັ້ມງວດກ່ຽວກັບວັນຊະບາໂຕຫຼາຍກວ່າການຊ່ວຍຜູ້ຊາຍຄົນນັ້ນ. ພະເຢຊູຮູ້ສຶກແນວໃດຕໍ່ກັບທ່າທີຂອງເຂົາເຈົ້າ? ເພິ່ນເສຍໃຈ “ຍ້ອນເຂົາເຈົ້າມີໃຈແຂງກະດ້າງ.”—ມຣກ. 3:1-6
ພວກຫົວໜ້າສາສະໜາຢິວບໍ່ໄດ້ສະແດງຄວາມເຫັນອົກເຫັນໃຈຕໍ່ຄົນທີ່ຕ້ອງການຄວາມຊ່ວຍເຫຼືອ ແຕ່ພະເຢຊູບໍ່ໄດ້ເປັນແບບນັ້ນ (ເບິ່ງຂໍ້ 4)
5. ເຮົາຕ້ອງຈື່ຫຍັງໄວ້ກ່ຽວກັບຄວາມໃຈຮ້າຍທີ່ເຮົາອາດຮູ້ສຶກຕໍ່ກັບຄວາມບໍ່ຍຸຕິທຳ?
5 ທັງພະເຢໂຫວາແລະພະເຢຊູຮູ້ສຶກໃຈຮ້າຍທີ່ເຫັນຄົນອື່ນຖືກປະຕິບັດແບບບໍ່ຍຸຕິທຳ. ສະນັ້ນ ມັນຈຶ່ງບໍ່ຜິດທີ່ເຮົາຈະຮູ້ສຶກແບບນັ້ນຄືກັນ. (ອຟຊ. 4:26) ແຕ່ເຮົາຕ້ອງຈື່ໄວ້ວ່າການທີ່ເຮົາຮູ້ສຶກໃຈຮ້າຍເຖິງວ່າຈະມີເຫດຜົນທີ່ຈະຮູ້ສຶກແບບນັ້ນ ແຕ່ມັນກໍບໍ່ສາມາດແກ້ໄຂຄວາມບໍ່ຍຸຕິທຳໄດ້. ທີ່ຈິງ ການເກັບຄວາມໃຈຮ້າຍໄວ້ຫຼືການບໍ່ຄວບຄຸມຄວາມໃຈຮ້າຍອາດເປັນອັນຕະລາຍຕໍ່ຮ່າງກາຍແລະອາລົມຂອງເຮົາ. (ພສ. 37:1, 8; ຢກບ. 1:20) ຄັນຊັ້ນ ເຮົາຄວນເຮັດແນວໃດເມື່ອເຈິກັບຄວາມບໍ່ຍຸຕິທຳ? ເຮົາຈະຮຽນຈາກຕົວຢ່າງຂອງພະເຢຊູ.
ພະເຢຊູເຮັດແນວໃດເມື່ອເຫັນຄວາມບໍ່ຍຸຕິທຳ?
6. ຕອນທີ່ພະເຢຊູຢູ່ໃນໂລກ ເພິ່ນເຫັນຄວາມບໍ່ຍຸຕິທຳແບບໃດແດ່? (ເບິ່ງຮູບນຳ)
6 ຕອນທີ່ພະເຢຊູຢູ່ໃນໂລກ ເພິ່ນເຫັນຄວາມບໍ່ຍຸຕິທຳຫຼາຍແທ້ໆ. ເພິ່ນເຫັນພວກຫົວໜ້າສາສະໜາຕັ້ງກົດຫຼາຍຢ່າງທີ່ເປັນພາລະໃຫ້ປະຊາຊົນ. (ມທ. 23:2-4) ເພິ່ນເຫັນພວກຜູ້ປົກຄອງຄົນໂຣມປະຕິບັດກັບປະຊາຊົນແບບໂຫດຮ້າຍ. ຄົນຢິວຫຼາຍຄົນຢາກເປັນອິດສະຫຼະຈາກພວກໂຣມ. ບາງຄົນເຖິງຂັ້ນຕັ້ງກຸ່ມຕ່າງໆເພື່ອຕໍ່ສູ້ກັບພວກໂຣມ ເຊັ່ນ: ພວກເຊລັອດ. ແຕ່ພະເຢຊູບໍ່ໄດ້ຕັ້ງຫຼືສະໜັບສະໜູນກຸ່ມຕ່າງໆເພື່ອປ່ຽນແປງການປົກຄອງ. ເມື່ອພະເຢຊູຮູ້ວ່າປະຊາຊົນວາງແຜນທີ່ຈະຕັ້ງເພິ່ນໃຫ້ເປັນກະສັດ ເພິ່ນກໍໜີໄປຈາກເຂົາເຈົ້າ.—ຢຮ. 6:15
ຕອນທີ່ພະເຢຊູຮູ້ວ່າປະຊາຊົນຢາກຕັ້ງເພິ່ນໃຫ້ເປັນກະສັດເພິ່ນກໍໜີໄປຈາກເຂົາເຈົ້າ (ເບິ່ງຂໍ້ 6)
7-8. ຕອນທີ່ພະເຢຊູຢູ່ໃນໂລກນີ້ ເປັນຫຍັງເພິ່ນຈຶ່ງບໍ່ພະຍາຍາມກຳຈັດຄວາມບໍ່ຍຸຕິທຳໃຫ້ໝົດໄປ? (ໂຢຮັນ 18:36)
7 ຕອນທີ່ພະເຢຊູຢູ່ໃນໂລກ ເພິ່ນບໍ່ໄດ້ຫຍຸ້ງກ່ຽວກັບເລື່ອງການເມືອງເພື່ອຈະກຳຈັດຄວາມບໍ່ຍຸຕິທຳໃຫ້ໝົດໄປ. ຍ້ອນຫຍັງ? ຍ້ອນເພິ່ນຮູ້ວ່າມະນຸດບໍ່ມີສິດທີ່ຈະປົກຄອງກັນເອງແລະບໍ່ມີຄວາມສາມາດທີ່ຈະເຮັດແບບນັ້ນ. (ພສ. 146:3; ຢຣມ. 10:23) ນອກຈາກນັ້ນ ມະນຸດຍັງບໍ່ສາມາດກຳຈັດຕົ້ນຕໍຂອງບັນຫາທີ່ເຮັດໃຫ້ເກີດຄວາມບໍ່ຍຸຕິທຳ. ຊາຕານປົກຄອງໂລກນີ້ ມັນໂຫດຮ້າຍແລະມັນໃຊ້ອຳນາດຂອງມັນເພື່ອກະຕຸ້ນໃຫ້ເກີດຄວາມບໍ່ຍຸຕິທຳ. (ຢຮ. 8:44; ອຟຊ. 2:2) ນອກຈາກນັ້ນ ຄວາມບໍ່ສົມບູນແບບຍັງເຮັດໃຫ້ເປັນໄປບໍ່ໄດ້ທີ່ຄົນຈະເຮັດສິ່ງທີ່ຍຸຕິທຳໄດ້ຕະຫຼອດເວລາເຖິງຈະມີເຈຕະນາທີ່ດີ.—ປຍຈ. 7:20
8 ພະເຢຊູຮູ້ວ່າມີແຕ່ການປົກຄອງຂອງພະເຢໂຫວາເທົ່ານັ້ນທີ່ຈະກຳຈັດຕົ້ນເຫດຂອງຄວາມບໍ່ຍຸຕິທຳໄດ້ແທ້ໆ. ຍ້ອນແນວນີ້ ເພິ່ນຈຶ່ງໃຊ້ເວລາແລະກຳລັງເພື່ອ “ປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າ.” (ລກ. 8:1) ເພິ່ນຮັບຮອງກັບ “ຄົນທີ່ຢາກໃຫ້ມີຄວາມຍຸຕິທຳແທ້ໆ” ວ່າ ຄວາມທຸກລຳບາກແລະຄວາມບໍ່ຍຸຕິທຳຈະຖືກກຳຈັດໃຫ້ໝົດໄປ. (ມທ. 5:6 ແລະຂໍ້ມູນສຳລັບສຶກສາ; ລກ. 18:7, 8) ເລື່ອງນີ້ຈະສຳເລັດເປັນຈິງບໍ່ແມ່ນໂດຍທາງລັດຖະບານຂອງມະນຸດ ແຕ່ແມ່ນໂດຍທາງການປົກຄອງຂອງພະເຢໂຫວາທີ່ຢູ່ໃນສະຫວັນເຊິ່ງ “ບໍ່ໄດ້ເປັນສ່ວນໜຶ່ງຂອງໂລກນີ້.”—ອ່ານໂຢຮັນ 18:36
ໃຫ້ຮຽນແບບພະເຢຊູເມື່ອເຫັນຄວາມບໍ່ຍຸຕິທຳ
9. ເປັນຫຍັງເຈົ້າໝັ້ນໃຈວ່າມີແຕ່ການປົກຄອງຂອງພະເຢໂຫວາເທົ່ານັ້ນທີ່ຈະກຳຈັດຄວາມບໍ່ຍຸຕິທຳທຸກຢ່າງໄດ້?
9 ໃນທຸກມື້ນີ້ ເຮົາເຫັນຄວາມບໍ່ຍຸຕິທຳຫຼາຍກວ່າທີ່ພະເຢຊູເຫັນຕອນທີ່ເພິ່ນຢູ່ໂລກນີ້. ຄືກັບສະໄໝຂອງພະເຢຊູ “ໃນສະໄໝສຸດທ້າຍ” ນີ້ ຊາຕານແລະຄົນທີ່ຢູ່ພາຍໃຕ້ອິດທິພົນຂອງມັນຍັງເປັນຕົ້ນເຫດຂອງຄວາມບໍ່ຍຸຕິທຳຢູ່. (2ຕມ. 3:1-5, 13; ພນມ. 12:12) ຄືກັບພະເຢຊູ ເຮົາຮູ້ວ່າມີແຕ່ການປົກຄອງຂອງພະເຢໂຫວາເທົ່ານັ້ນທີ່ຈະກຳຈັດສາເຫດຫຼັກຂອງຄວາມບໍ່ຍຸຕິທຳໄດ້. ຍ້ອນເຮົາສະໜັບສະໜູນການປົກຄອງຂອງພະເຢໂຫວາເຕັມທີ ເຮົາຈຶ່ງບໍ່ເຂົ້າຮ່ວມໃນການປະທ້ວງແລະໃນການເຮັດແນວອື່ນເພື່ອຈະຍຸຕິຄວາມບໍ່ຍຸຕິທຳ. ຂໍໃຫ້ເບິ່ງເລື່ອງຂອງພີ່ນ້ອງຍິງຄົນໜຶ່ງຊື່ສະເຕຊີ້.a ກ່ອນຮຽນຄຳພີໄບເບິນ ສະເຕຊີ້ມັກເຂົ້າຮ່ວມການປະທ້ວງເພື່ອຕໍ່ຕ້ານຄວາມບໍ່ຍຸຕິທຳ. ແຕ່ລາວເລີ່ມສົງໄສໃນສິ່ງທີ່ກຳລັງເຮັດ. ລາວເວົ້າວ່າ: “ຕອນທີ່ຂ້ອຍໄປປະທ້ວງ ຂ້ອຍກໍຈະຖາມໂຕເອງວ່າຂ້ອຍຢູ່ຖືກຝ່າຍແລ້ວບໍ? ຕອນນີ້ ຂ້ອຍສະໜັບສະໜູນການປົກຄອງຂອງພະເຢໂຫວາ ແລະຂ້ອຍຮູ້ວ່າຂ້ອຍຢູ່ຖືກຝ່າຍແລ້ວ. ຂ້ອຍຮູ້ວ່າພະເຢໂຫວາຈະກຳຈັດຄວາມບໍ່ຍຸຕິທຳໃຫ້ໝົດໄປເຊິ່ງເປັນສິ່ງທີ່ຂ້ອຍເຮັດບໍ່ໄດ້.”—ພສ. 72:1, 4
10. ຕາມມັດທາຍ 5:43-48 ເປັນຫຍັງການປະທ້ວງຈຶ່ງບໍ່ສອດຄ່ອງກັບສິ່ງທີ່ພະເຢຊູສອນ? (ເບິ່ງຮູບນຳ)
10 ຫຼາຍຄົນໃນທຸກມື້ນີ້ເຂົ້າຮ່ວມການປະທ້ວງ. ເຂົາເຈົ້າສ່ວນຫຼາຍເປັນຄົນມັກໃຈຮ້າຍ ບໍ່ເຊື່ອຟັງກົດໝາຍ ແລະມັກທຳຮ້າຍຄົນອື່ນ. ນີ້ບໍ່ແມ່ນສິ່ງທີ່ພະເຢຊູສອນພວກເຮົາໃຫ້ເຮັດ. (ອຟຊ. 4:31) ພີ່ນ້ອງຊາຍຄົນໜຶ່ງຊື່ເຈຟຣີເວົ້າວ່າ: “ຂ້ອຍຮູ້ວ່າການປະທ້ວງທີ່ເບິ່ງຄືສະຫງົບສາມາດເກີດຄວາມວຸ່ນວາຍແລະມີການປຸ້ນຈີ້ພາຍໃນບໍ່ເທົ່າໃດວິນາທີ.” ແຕ່ພະເຢຊູສອນເຮົາໃຫ້ຮັກທຸກຄົນ ແມ່ນແຕ່ຄົນທີ່ຊັງເຮົາຫຼືຂົ່ມເຫງເຮົາ. (ອ່ານມັດທາຍ 5:43-48) ເຮົາພະຍາຍາມເຕັມທີທີ່ຈະຮຽນແບບຕົວຢ່າງຂອງພະເຢຊູທີ່ເພິ່ນວາງໄວ້ໃຫ້ເຮົາ.
ເຮົາຕ້ອງກ້າຫານແລະຕັ້ງໃຈທີ່ຈະຮັກສາຄວາມເປັນກາງໃນເລື່ອງການເມືອງແລະບັນຫາອື່ນໆໃນສັງຄົມ (ເບິ່ງຂໍ້ 10)
11. ເປັນຫຍັງຈຶ່ງຍາກທີ່ຈະຮຽນແບບພະເຢຊູ?
11 ເຖິງແມ່ນເຮົາຮູ້ວ່າການປົກຄອງຂອງພະເຢໂຫວາຈະກຳຈັດຄວາມບໍ່ຍຸຕິທຳໃຫ້ໝົດໄປຢ່າງຖາວອນ ແຕ່ເຮົາອາດຮູ້ສຶກວ່າຍາກທີ່ຈະຮຽນແບບພະເຢຊູເມື່ອເຮົາເຈິກັບຄວາມບໍ່ຍຸຕິທຳ. ຂໍໃຫ້ເບິ່ງສິ່ງທີ່ເກີດຂຶ້ນກັບພີ່ນ້ອງຍິງຄົນໜຶ່ງຊື່ຈານີຢາທີ່ເຈິກັບຄວາມບໍ່ຍຸຕິທຳເລື່ອງເຊື້ອຊາດ. ລາວເວົ້າວ່າ: “ສິ່ງທີ່ຄົນອື່ນເວົ້າໃຫ້ ເຮັດໃຫ້ຂ້ອຍໃຈຮ້າຍຫຼາຍ. ຂ້ອຍຍັງຮູ້ສຶກເຈັບໃຈແລະຢາກໃຫ້ຄົນເຫຼົ່ານັ້ນຖືກລົງໂທດ. ແລ້ວຂ້ອຍກໍຄິດກ່ຽວກັບການສະໜັບສະໜູນກຸ່ມປະທ້ວງເລື່ອງເຊື້ອຊາດແລະສີຜິວ. ຂ້ອຍຮູ້ສຶກວ່າການເຮັດແບບນັ້ນເປັນວິທີຖືກຕ້ອງທີ່ຈະສະແດງຄວາມໃຈຮ້າຍອອກມາ.” ແຕ່ໃນເວລາຕໍ່ມາ ຈານີຢາສຳນຶກວ່າລາວຕ້ອງປ່ຽນຄວາມຄິດ. ລາວເວົ້າວ່າ: “ຂ້ອຍຍອມໃຫ້ຄົນອື່ນຄວບຄຸມຄວາມຄິດຂອງຂ້ອຍແລະເຮັດໃຫ້ຂ້ອຍໄວ້ວາງໃຈມະນຸດແທນທີ່ຈະໄວ້ວາງໃຈພະເຢໂຫວາ. ຂ້ອຍໄດ້ຕັດສິນໃຈທີ່ຈະເຊົາສະໜັບສະໜູນກຸ່ມນັ້ນແລະບໍ່ເຂົ້າໄປຫຍຸ້ງກ່ຽວກັບເລື່ອງແບບນີ້ອີກ.” ເຮົາຕ້ອງລະວັງທີ່ຈະບໍ່ຍອມໃຫ້ຄວາມໃຈຮ້າຍເຮັດໃຫ້ເຮົາບໍ່ຮັກສາຄວາມເປັນກາງໃນເລື່ອງການເມືອງຂອງໂລກນີ້ແລະບັນຫາອື່ນໆໃນສັງຄົມ.—ຢຮ. 15:19
12. ເປັນຫຍັງເຮົາຄວນລະວັງໃນສິ່ງທີ່ເຮົາອ່ານ ຟັງ ແລະເບິ່ງ?
12 ອັນໃດຈະຊ່ວຍເຮົາໃຫ້ຄວບຄຸມຄວາມໃຈຮ້າຍຕໍ່ກັບຄວາມບໍ່ຍຸຕິທຳ? ສິ່ງໜຶ່ງທີ່ຊ່ວຍໄດ້ແມ່ນເຮົາຕ້ອງລະວັງສິ່ງທີ່ເຮົາອ່ານ ສິ່ງທີ່ເຮົາຟັງ ແລະສິ່ງທີ່ເຮົາເບິ່ງ. ສື່ສັງຄົມອອນລາຍບາງຮູບແບບມີແຕ່ເລື່ອງທີ່ເວົ້າເຖິງຄວາມບໍ່ຍຸຕິທຳແລະຕຳໜິລັດຖະບານ. ຫຼາຍເທື່ອນັກຂ່າວມັກລາຍງານຂ່າວແບບມີອະຄະຕິ. ເຖິງວ່າຂ່າວທີ່ເຮົາໄດ້ຍິນກ່ຽວກັບຄວາມບໍ່ຍຸຕິທຳມີຢູ່ແທ້ ແຕ່ການຕິດຕາມຂ່າວແບບນີ້ຈະຊ່ວຍເຮົາໄດ້ແທ້ໆບໍ? ຖ້າເຮົາໃຊ້ເວລາຫຼາຍເກີນໄປໃນການຟັງຫຼືອ່ານຂ່າວແບບນີ້ ເຮົາອາດກາຍເປັນຄົນທີ່ກັງວົນຫຼາຍໂພດຫຼືຮູ້ສຶກທໍ້ໃຈ. (ສພສ. 24:10) ຮ້າຍແຮງກວ່ານັ້ນ ເຮົາອາດລືມໄປວ່າມີແຕ່ການປົກຄອງຂອງພະເຢໂຫວາເທົ່ານັ້ນທີ່ຈະກຳຈັດຄວາມບໍ່ຍຸຕິທຳທຸກຢ່າງໄດ້.
13. ການອ່ານຄຳພີໄບເບິນທຸກມື້ຊ່ວຍເຮົາແນວໃດເມື່ອເຈິກັບຄວາມບໍ່ຍຸຕິທຳ?
13 ການອ່ານຄຳພີໄບເບິນທຸກມື້ແລະການຄິດຕຶກຕອງໃນສິ່ງທີ່ອ່ານຈະຊ່ວຍເຮົາໃຫ້ຮູ້ວ່າຄວນເຮັດແນວໃດເມື່ອເຈິກັບຄວາມບໍ່ຍຸຕິທຳ. ພີ່ນ້ອງຍິງຄົນໜຶ່ງຊື່ອາເລຍຮູ້ສຶກໃຈຮ້າຍຫຼາຍທີ່ເຫັນຄົນໃນເຂດທີ່ລາວຢູ່ຖືກປະຕິບັດແບບບໍ່ຍຸຕິທຳ. ເບິ່ງຄືວ່າຄົນທີ່ເຮັດບໍ່ດີນັ້ນບໍ່ໄດ້ຖືກລົງໂທດໃນສິ່ງທີ່ເຂົາເຈົ້າເຮັດ. ອາເລຍເວົ້າວ່າ: “ຂ້ອຍນັ່ງລົງແລະຖາມໂຕເອງວ່າ ‘ຂ້ອຍເຊື່ອແທ້ໆບໍວ່າພະເຢໂຫວາຈະແກ້ໄຂບັນຫາເຫຼົ່ານີ້?’ ພໍດີຕອນນັ້ນຂ້ອຍອ່ານໂຢບ 34:22-29. ຂໍ້ຄຳພີເຫຼົ່ານີ້ເຕືອນຂ້ອຍວ່າພະເຢໂຫວາເຫັນທຸກສິ່ງ. ມີແຕ່ພະເຢໂຫວາເທົ່ານັ້ນທີ່ຮູ້ວ່າຄວາມຍຸຕິທຳແທ້ໆເປັນແນວໃດ ແລະມີແຕ່ເພິ່ນຜູ້ດຽວເທົ່ານັ້ນທີ່ຈະແກ້ໄຂບັນຫາຕ່າງໆໄດ້.” ໃນຂະນະທີ່ເຮົາລໍຖ້າໃຫ້ການປົກຄອງຂອງພະເຢໂຫວາເຮັດໃຫ້ມີຄວາມຍຸຕິທຳແທ້ ເຮົາຈະເຮັດແນວໃດໃນຕອນນີ້?
ສິ່ງທີ່ເຮົາເຮັດໄດ້ໃນຕອນນີ້ກ່ຽວກັບຄວາມບໍ່ຍຸຕິທຳ
14. ເຮົາເຮັດຫຍັງໄດ້ເພື່ອຈະບໍ່ມີສ່ວນໃນເລື່ອງຄວາມບໍ່ຍຸຕິທຳຂອງໂລກນີ້? (ໂກໂລຊາຍ 3:10, 11)
14 ເຮົາບໍ່ສາມາດຄວບຄຸມການປະພຶດທີ່ບໍ່ຍຸຕິທຳຂອງຄົນອື່ນ ແຕ່ເຮົາຄວບຄຸມການກະທຳຂອງໂຕເອງໄດ້. ຄືກັບທີ່ເຮົາໄດ້ຮຽນມາແລ້ວ ເຮົາຮຽນແບບພະເຢຊູໂດຍສະແດງຄວາມຮັກ. ຄວາມຮັກກະຕຸ້ນເຮົາໃຫ້ປະຕິບັດກັບຄົນອື່ນໂດຍສະແດງຄວາມນັບຖືແມ່ນແຕ່ຄົນທີ່ເຮັດບໍ່ດີກັບເຮົາ. (ມທ. 7:12; ຣມ. 12:17) ພະເຢໂຫວາພໍໃຈຫຼາຍເມື່ອເຮົາປະຕິບັດກັບຄົນອື່ນແບບດີໆແລະຍຸຕິທຳ.—ອ່ານໂກໂລຊາຍ 3:10, 11
15. ເຮົາຊ່ວຍຄົນອື່ນແນວໃດເມື່ອສອນເຂົາເຈົ້າເລື່ອງພະເຢໂຫວາ?
15 ວິທີທີ່ດີທີ່ສຸດທີ່ເຮົາຈະຮັບມືກັບຄວາມບໍ່ຍຸຕິທຳໄດ້ແມ່ນການສອນຄົນອື່ນເລື່ອງພະເຢໂຫວາ. ເປັນຫຍັງຈຶ່ງເວົ້າແບບນັ້ນ? ຍ້ອນວ່າ “ຄວາມຮູ້ກ່ຽວກັບພະເຢໂຫວາ” ສາມາດປ່ຽນແປງຄົນທີ່ເຄີຍໃຈຮ້າຍແລະໃຊ້ຄວາມຮຸນແຮງໃຫ້ເປັນຄົນທີ່ອ່ອນໂຍນແລະມີຄວາມຮັກ. (ອຊຢ. 11:6, 7, 9) ກ່ອນຮຽນຄຳພີໄບເບິນ ຜູ້ຊາຍຄົນໜຶ່ງຊື່ເຈມໍໄດ້ເຂົ້າຮ່ວມກັບກຸ່ມທີ່ຕໍ່ສູ້ເພື່ອປ່ຽນແປງການປົກຄອງໃນປະເທດຂອງລາວຍ້ອນລາວຮູ້ສຶກວ່າເຂົາເຈົ້າຖືກກົດຂີ່. ເຈມໍເວົ້າວ່າ: “ເຮົາບໍ່ສາມາດປ່ຽນແປງຄົນອື່ນໂດຍການບັງຄັບ. ຂ້ອຍບໍ່ໄດ້ປ່ຽນແປງໂຕເອງຍ້ອນຖືກບັງຄັບ ແຕ່ຂ້ອຍປ່ຽນແປງຍ້ອນຮຽນຄວາມຈິງໃນຄຳພີໄບເບິນ.” ສິ່ງທີ່ເຈມໍຮຽນກະຕຸ້ນລາວໃຫ້ເຊົາຕໍ່ສູ້. ເມື່ອເຮົາສອນຄົນອື່ນໃຫ້ຮູ້ຄວາມຈິງທີ່ຢູ່ໃນຄຳພີໄບເບິນ ເຮົາກໍສາມາດຊ່ວຍເຂົາເຈົ້າໃຫ້ເຊົາເຮັດສິ່ງທີ່ເປັນອັນຕະລາຍຕໍ່ຄົນອື່ນ.
16. ເປັນຫຍັງເຈົ້າຈຶ່ງຢາກບອກຄົນອື່ນເລື່ອງການປົກຄອງຂອງພະເຢໂຫວາ?
16 ຄືກັບພະເຢຊູ ເຮົາຢາກບອກຄົນອື່ນໃຫ້ຮູ້ວ່າມີແຕ່ການປົກຄອງຂອງພະເຢໂຫວາເທົ່ານັ້ນທີ່ຈະກຳຈັດຄວາມບໍ່ຍຸຕິທຳໄດ້ຢ່າງຖາວອນ. ຄວາມຫວັງໃນເລື່ອງນີ້ສາມາດໃຫ້ກຳລັງໃຈຄົນທີ່ເຈິກັບຄວາມບໍ່ຍຸຕິທຳໄດ້. (ຢຣມ. 29:11) ສະເຕຊີ້ທີ່ເວົ້າເຖິງກ່ອນໜ້ານີ້ເວົ້າວ່າ: “ການຮຽນຄຳພີໄບເບິນຊ່ວຍຂ້ອຍໃຫ້ຮັບມືໄດ້ເມື່ອຂ້ອຍເຫັນຄົນອື່ນຫຼືຂ້ອຍເອງເຈິກັບຄວາມບໍ່ຍຸຕິທຳ. ພະເຢໂຫວາໃຊ້ຄຳພີໄບເບິນເພື່ອໃຫ້ກຳລັງໃຈຂ້ອຍ.” ຖ້າເຮົາຢາກໃຫ້ກຳລັງໃຈຄົນທີ່ເຈິກັບຄວາມບໍ່ຍຸຕິທຳໂດຍໃຊ້ຄຳພີໄບເບິນ ເຮົາຕ້ອງກຽມໂຕຢ່າງດີ. ແຮ່ງເຮົາໝັ້ນໃຈວ່າຄຳສັນຍາຕ່າງໆທີ່ເວົ້າເຖິງໃນບົດນີ້ຈະເກີດຂຶ້ນແທ້ ເຮົາກໍແຮ່ງກຽມພ້ອມແລະຮູ້ວິທີທີ່ຈະລົມເລື່ອງນີ້ກັບຄົນທີ່ເຮົາເຈິຢູ່ໂຮງຮຽນຫຼືຢູ່ບ່ອນເຮັດວຽກ.b
17. ພະເຢໂຫວາຊ່ວຍເຮົາແນວໃດໃຫ້ຮັບມືກັບຄວາມບໍ່ຍຸຕິທຳທີ່ມີໃນທຸກມື້ນີ້?
17 ເຮົາຮູ້ວ່າເຮົາຍັງຈະເຈິກັບຄວາມບໍ່ຍຸຕິທຳຕາບໃດທີ່ຊາຕານຍັງເປັນ “ຜູ້ປົກຄອງໂລກ” ນີ້ຢູ່. ແຕ່ເຮົາບໍ່ຕ້ອງທໍ້ໃຈຍ້ອນເຮົາມີຄວາມຫວັງ. ພະເຢໂຫວາສັນຍາວ່າຈະກຳຈັດຊາຕານແລະຄົນຊົ່ວໃຫ້ໝົດໄປ. (ຢຮ. 12:31) ພະເຢໂຫວາອະທິບາຍໃຫ້ເຮົາເຂົ້າໃຈໂດຍທາງຄຳພີໄບເບິນວ່າ ເປັນຫຍັງໃນທຸກມື້ນີ້ຈຶ່ງມີແຕ່ຄວາມບໍ່ຍຸຕິທຳແລະເພິ່ນຮູ້ສຶກແນວໃດເມື່ອເຫັນຄົນເຈິກັບຄວາມບໍ່ຍຸຕິທຳ. (ພສ. 34:17-19) ນອກຈາກນັ້ນ ໂດຍທາງພະເຢຊູ ພະເຢໂຫວາສອນເຮົາໃຫ້ຮູ້ວ່າຄວນຮັບມືແນວໃດກັບຄວາມບໍ່ຍຸຕິທຳທີ່ມີໃນທຸກມື້ນີ້ ແລະຍັງສອນວ່າອີກບໍ່ດົນການປົກຄອງຂອງເພິ່ນຈະກຳຈັດຄວາມບໍ່ຍຸຕິທຳໃຫ້ໝົດໄປຢ່າງຖາວອນ. (2ປຕ. 3:13) ຂໍໃຫ້ເຮົາຕັ້ງໃຈທີ່ຈະປະກາດຂ່າວດີເລື່ອງການປົກຄອງຂອງພະເຢໂຫວາດ້ວຍຄວາມກະຕືລືລົ້ນຕໍ່ໆໄປ ແລະຕັ້ງໃຈລໍຖ້າຕອນທີ່ໂລກນີ້ມີແຕ່ “ຄວາມຖືກຕ້ອງແລະຍຸຕິທຳ.”—ອຊຢ. 9:7
ເພງທີ 158 “ຈະບໍ່ມາຊ້າເລີຍ!”
a ຊື່ສົມມຸດ.
b ໃຫ້ເບິ່ງພາກຜະໜວກ ກ ຂໍ້ 24-27 ໃນປຶ້ມສອນຜູ້ຄົນ—ດ້ວຍຄວາມຮັກ ນຳ.