ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ກັນຍາ ໜ້າ 32
  • ພະ​ເຢຊູ “ຮຽນ​ຮູ້​ທີ່​ຈະ​ເຊື່ອຟັງ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢຊູ “ຮຽນ​ຮູ້​ທີ່​ຈະ​ເຊື່ອຟັງ”
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ເລື່ອງທີ່ຄ້າຍກັນ
  • “ພະອົງ​ຍັງ​ໄດ້​ຮຽນ​ຈະ​ນ້ອມ​ຟັງ”
    “ຕາມເຮົາໄປເຖີ້ນ”
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ກັນຍາ ໜ້າ 32

ອະທິບາຍ​ຂໍ້​ຄຳພີ

ພະ​ເຢຊູ “ຮຽນ​ຮູ້​ທີ່​ຈະ​ເຊື່ອຟັງ”

ພະ​ເຢຊູ​ເຊື່ອຟັງ​ພະ​ເຢໂຫວາ​ສະເໝີ. (ຢຮ. 8:29) ແຕ່​ເປັນ​ຫຍັງ​ຄຳພີ​ໄບເບິນ​ຈຶ່ງ​ເວົ້າ​ວ່າ: “ເພິ່ນ​ກໍ​ຮຽນ​ຮູ້​ທີ່​ຈະ​ເຊື່ອຟັງ​ເມື່ອ​ຕ້ອງ​ທົນທຸກ​ທໍລະມານ”?—ຮຣ. 5:8

ຕອນ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້ ພະ​ເຢຊູ​ເຈິ​ກັບ​ສິ່ງ​ທີ່​ບໍ່​ເຄີຍ​ເຈິ​ມາ​ກ່ອນ​ຕອນ​ທີ່​ເພິ່ນ​ຢູ່​ໃນ​ສະຫວັນ. ຕົວຢ່າງ​ເຊັ່ນ: ເພິ່ນ​ຖືກ​ລ້ຽງ​ໂດຍ​ພໍ່​ແມ່​ທີ່​ຮັກ​ພະ​ເຢໂຫວາ ແຕ່​ເຂົາເຈົ້າ​ເປັນ​ຄົນ​ບໍ່​ສົມບູນແບບ. (ລກ. 2:51) ເພິ່ນ​ຕ້ອງ​ອົດທົນ​ກັບ​ການ​ປະຕິບັດ​ທີ່​ບໍ່​ດີ​ຈາກ​ພວກ​ຫົວໜ້າ​ສາສະໜາ​ທີ່​ຊົ່ວ​ຮ້າຍ​ແລະ​ຜູ້​ປົກຄອງ​ທີ່​ບໍ່​ຍຸຕິທຳ. (ມທ. 26:59; ມຣກ. 15:15) ນອກ​ຈາກ​ນັ້ນ ເພິ່ນ​ຕາຍ​ແບບ​ເຈັບ​ປວດ​ທໍລະມານ​ຫຼາຍ. ຄຳພີ​ໄບເບິນ​ບອກ​ວ່າ: “ເພິ່ນ​ຖ່ອມ​ໂຕ​ແລະ​ເຊື່ອຟັງ​ພະເຈົ້າ​ທຸກ​ຢ່າງ​ຈົນ​ເຖິງ​ກັບ​ຍອມ​ຕາຍ.”—ຟລປ. 2:8

ປະສົບການ​ເຫຼົ່າ​ນີ້​ສອນ​ພະ​ເຢຊູ​ໃຫ້​ເຊື່ອຟັງ​ໃນ​ແບບ​ທີ່​ເພິ່ນ​ບໍ່​ເຄີຍ​ໄດ້​ຮຽນ​ຮູ້​ມາ​ກ່ອນ​ຕອນ​ທີ່​ຢູ່​ໃນ​ສະຫວັນ. ຍ້ອນ​ແນວ​ນີ້ ເພິ່ນ​ຈຶ່ງ​ສາມາດ​ເປັນ​ກະສັດ​ແລະ​ປະໂລຫິດ​ໃຫຍ່​ທີ່​ດີ​ຄົບ​ຖ້ວນ​ເຊິ່ງ​ເຫັນອົກເຫັນໃຈ​ເຮົາ​ແທ້ໆ. (ຮຣ. 4:15; 5:9) ພະ​ເຢຊູ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ຫຼັງ​ຈາກ​ຮຽນ​ຮູ້​ທີ່​ຈະ​ເຊື່ອຟັງ​ຈາກ​ສິ່ງ​ຕ່າງໆ​ທີ່​ເພິ່ນ​ທົນທຸກ​ທໍລະມານ. ຖ້າ​ເຮົາ​ຮຽນ​ຮູ້​ທີ່​ຈະ​ເຊື່ອຟັງ​ພະ​ເຢໂຫວາ​ຕໍ່ໆ​ໄປ​ເມື່ອ​ເຈິ​ກັບ​ບັນຫາ​ຫຍຸ້ງ​ຍາກ​ຕ່າງໆ ເຮົາ​ກໍ​ມີ​ຄ່າ​ແລະ​ເປັນ​ປະໂຫຍດ​ຕໍ່​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ຄື​ກັນ​ສຳລັບ​ວຽກ​ມອບໝາຍ​ຕ່າງໆ​ທີ່​ເພິ່ນ​ໃຫ້​ເຮົາ​ເຮັດ.—ຢກບ. 1:4

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌