ສະມາຊິກໃໝ່ 2 ຄົນຂອງຄະນະກຳມະການປົກຄອງ
ໃນວັນທີ 5 ຕຸລາ 2024 ມີຄຳປະກາດຢູ່ການປະຊຸມປະຈຳປີວ່າ ພີ່ນ້ອງໂຈດີ້ ເຈດລີແລະພີ່ນ້ອງເຈຄັອບ ຣຳຖືກແຕ່ງຕັ້ງໃຫ້ເປັນສະມາຊິກຂອງຄະນະກຳມະການປົກຄອງຂອງພະຍານພະເຢໂຫວາ. ພີ່ນ້ອງທັງສອງຄົນນີ້ຮັບໃຊ້ພະເຢໂຫວາຢ່າງສັດຊື່ເປັນເວລາຫຼາຍປີ.
ພີ່ນ້ອງໂຈດີ້ ເຈດລີກັບພີ່ນ້ອງດາມາຣິດສ໌ເມຍຂອງລາວ
ພີ່ນ້ອງໂຈດີ້ເກີດຢູ່ລັດມິດຊູຣີ ປະເທດອາເມຣິກາ ແລະໃຫຍ່ໃນຄອບຄົວທີ່ພໍ່ແມ່ເປັນພະຍານພະເຢໂຫວາ. ພໍ່ແມ່ຂອງລາວຢູ່ໃກ້ເຂດທີ່ມີພະຍານບໍ່ຫຼາຍ ຍ້ອນແນວນີ້ລາວຈຶ່ງໄດ້ເຈິກັບພີ່ນ້ອງຈາກຫຼາຍໆບ່ອນທີ່ມາຊ່ວຍປະກາດໃນເຂດນັ້ນ. ຄວາມຮັກແລະຄວາມເປັນນ້ຳໜຶ່ງໃຈດຽວກັນຂອງພີ່ນ້ອງເຫຼົ່ານັ້ນສົ່ງຜົນຕໍ່ລາວຫຼາຍ. ພີ່ນ້ອງໂຈດີ້ຮັບບັບເຕມາໃນວັນທີ 15 ຕຸລາ 1983 ຕອນທີ່ລາວເລີ່ມເປັນໄວລຸ້ນ. ລາວມັກວຽກປະກາດຫຼາຍແລະເມື່ອຮຽນຈົບມັດທະຍົມຕອນປາຍ ລາວເລີ່ມເປັນໄພໂອເນຍປະຈຳໃນເດືອນກັນຍາ ປີ 1989.
ຕອນທີ່ພີ່ນ້ອງໂຈດີ້ຍັງນ້ອຍ ພໍ່ແມ່ໄດ້ພາລາວກັບນ້ອງສາວໄປທົວເບເທນຫຼາຍເທື່ອ. ການໄປເບເທນແບບນີ້ກະຕຸ້ນລາວກັບນ້ອງສາວໃຫ້ຕັ້ງເປົ້າໝາຍທີ່ຈະຮັບໃຊ້ຢູ່ເບເທນ ເຊິ່ງຕໍ່ມາທັງສອງກໍໄດ້ຮັບໃຊ້ຢູ່ຫັ້ນ. ພີ່ນ້ອງໂຈດີ້ເຂົ້າເບເທນວໍຄິວໃນເດືອນກັນຍາ 1990. ວຽກທຳອິດຂອງລາວແມ່ນຢູ່ພະແນກອະນາໄມ ແລະຕໍ່ມາກໍແມ່ນຢູ່ພະແນກຊ່ວຍເຫຼືອເບິ່ງແຍງດ້ານສຸຂະພາບສຳລັບຄອບຄົວເບເທນ.
ໃນຕອນນັ້ນ ປະຊາຄົມພາສາສະເປນທີ່ຢູ່ໃກ້ໆເບເທນວໍຄິວກຳລັງເຕີບໃຫຍ່ແລະຕ້ອງການພີ່ນ້ອງຊາຍ. ສະນັ້ນ ພີ່ນ້ອງໂຈດີ້ຈຶ່ງເຂົ້າຮ່ວມກັບປະຊາຄົມພາສາສະເປນປະຊາຄົມໜຶ່ງແລະເລີ່ມຮຽນພາສາສະເປນ. ຕໍ່ມາບໍ່ດົນ ລາວໄດ້ເຈິກັບພີ່ນ້ອງດາມາຣິດສ໌ທີ່ເປັນໄພໂອເນຍໃນໝວດດຽວກັນ. ເຂົາເຈົ້າແຕ່ງດອງກັນ ແລະພີ່ນ້ອງດາມາຣິດສ໌ໄດ້ເຂົ້າມາຮັບໃຊ້ຢູ່ເບເທນນຳກັນກັບລາວ.
ໃນປີ 2005 ເຂົາເຈົ້າອອກຈາກເບເທນເພື່ອໄປເບິ່ງແຍງພໍ່ແມ່ຂອງທັງສອງ. ໃນໄລຍະນັ້ນ ເຂົາເຈົ້າເປັນໄພໂອເນຍປະຈຳ. ພີ່ນ້ອງໂຈດີ້ຊ່ວຍສອນໃນໂຮງຮຽນໄພໂອເນຍ ແລະຮັບໃຊ້ໃນຄະນະກຳມະການປະສານງານກັບໂຮງໝໍແລະໃນຄະນະກຳມະການກໍ່ສ້າງພູມິພາກ.
ໃນປີ 2013 ພີ່ນ້ອງໂຈດີ້ກັບພີ່ນ້ອງດາມາຣິດສ໌ໄດ້ຖືກເຊີນໃຫ້ກັບເຂົ້າມາເບເທນເພື່ອເຮັດວຽກໃນໂຄງການກໍ່ສ້າງຢູ່ວໍວິກ. ຕັ້ງແຕ່ນັ້ນມາ ເຂົາເຈົ້າຍັງໄດ້ຮັບໃຊ້ຢູ່ແພັດເທີສັນແລະຢູ່ວໍຄິວ. ພີ່ນ້ອງໂຈດີ້ໄດ້ເຮັດວຽກຢູ່ພະແນກອອກແບບແລະກໍ່ສ້າງທ້ອງຖິ່ນ ແລະຢູ່ພະແນກບໍລິການຂໍ້ມູນໃຫ້ໂຮງໝໍຢູ່ສຳນັກງານໃຫຍ່. ໃນເດືອນມີນາ ປີ 2023 ລາວຖືກແຕ່ງຕັ້ງໃຫ້ເປັນຜູ້ຊ່ວຍຄະນະກຳມະການຝ່າຍການຮັບໃຊ້. ເມື່ອຄິດເຖິງວຽກຕ່າງໆທີ່ໄດ້ຮັບມອບໝາຍ ພີ່ນ້ອງໂຈດີ້ເວົ້າວ່າ: “ເມື່ອໄດ້ຮັບວຽກມອບໝາຍໃໝ່ ບາງເທື່ອເຮົາຮູ້ສຶກຢ້ານ.ແຕ່ນັ້ນເປັນຕອນທີ່ເຮົາຕ້ອງຈື່ໄວ້ສະເໝີວ່າເຮົາຕ້ອງໄວ້ວາງໃຈພະເຢໂຫວາຍ້ອນເພິ່ນເປັນຜູ້ທີ່ໃຫ້ເຮົາມີຄວາມສາມາດທີ່ຈະເຮັດໃນສິ່ງທີ່ເພິ່ນຂໍໃຫ້ເຮົາເຮັດ.”
ພີ່ນ້ອງເຈຄັອບ ຣຳກັບພີ່ນ້ອງອິງກ້າເມຍຂອງລາວ
ພີ່ນ້ອງເຈຄັອບເກີດຢູ່ລັດຄາລິຟໍເນຍ ປະເທດອາເມຣິກາ. ຕອນພີ່ນ້ອງເຈຄັອບຍັງນ້ອຍ ແມ່ຂອງລາວໄດ້ເຊົາຮັບໃຊ້ພະເຢໂຫວາ ແຕ່ແມ່ກໍພະຍາຍາມສອນຄວາມຈິງໃນຄຳພີໄບເບິນໃຫ້ລາວ. ນອກຈາກນັ້ນ ທຸກໆປີພີ່ນ້ອງເຈຄັອບຈະໄປຢາມແມ່ຕູ້ທີ່ເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາ. ແມ່ຕູ້ຊ່ວຍລາວໃຫ້ມີຄວາມສົນໃຈຫຼາຍຂຶ້ນໃນຄຳພີໄບເບິນ ແລະຕອນອາຍຸ 13 ປີລາວຂໍຮຽນຄຳພີໄບເບິນ. ໃນວັນທີ 27 ກັນຍາ 1992 ພີ່ນ້ອງເຈຄັອບຮັບບັບເຕມາຕອນທີ່ຍັງເປັນໄວລຸ້ນ. ເປັນຕາດີໃຈແທ້ໆ ແມ່ຂອງລາວກັບມາຮັບໃຊ້ພະເຢໂຫວາອີກ. ພໍ່ແມ່ກັບນ້ອງຊາຍແລະນ້ອງສາວຂອງລາວກ້າວໜ້າໃນການຮຽນຄຳພີໄບເບິນແລະໄດ້ຮັບບັບເຕມາ.
ຕອນທີ່ເປັນໄວລຸ້ນ ພີ່ນ້ອງເຈຄັອບເຫັນວ່າພີ່ນ້ອງທີ່ເປັນໄພໂອເນຍມີຄວາມສຸກຫຼາຍ. ສະນັ້ນ ຫຼັງຈາກຮຽນຈົບມັດທະຍົມຕອນປາຍ ລາວໄດ້ເລີ່ມເປັນໄພໂອເນຍໃນເດືອນກັນຍາ ປີ 1995. ໃນປີ 2000 ລາວຍ້າຍໄປປະເທດເອກົວດໍເພື່ອຮັບໃຊ້ໃນບ່ອນທີ່ຕ້ອງການຜູ້ປະກາດຫຼາຍກວ່າ. ຢູ່ຫັ້ນ ລາວໄດ້ເຈິກັບພີ່ນ້ອງອິງກ້າທີ່ເປັນໄພໂອເນຍຈາກປະເທດການາດາ ແລ້ວທັງສອງໄດ້ແຕ່ງດອງກັນ. ຫຼັງຈາກແຕ່ງດອງ ເຂົາເຈົ້າເລີ່ມຮັບໃຊ້ຢູ່ເມືອງໜຶ່ງໃນເອກົວດໍທີ່ມີຜູ້ປະກາດກຸ່ມນ້ອຍໆ ເຊິ່ງຕອນນີ້ເປັນປະຊາຄົມທີ່ໃຫຍ່.
ຕໍ່ມາ ພີ່ນ້ອງເຈຄັອບກັບພີ່ນ້ອງອິງກ້າຖືກມອບໝາຍໃຫ້ເປັນໄພໂອເນຍພິເສດ ແລະຫຼັງຈາກນັ້ນກໍຖືກມອບໝາຍໃຫ້ເຮັດວຽກເບິ່ງແຍງໝວດ. ໃນປີ 2011 ເຂົາເຈົ້າຖືກເຊີນໃຫ້ເຂົ້າໂຮງຮຽນກິລຽດລຸ້ນທີ 132. ຫຼັງຈາກຮຽນຈົບ ເຂົາເຈົ້າຖືກມອບໝາຍໃຫ້ໄປຮັບໃຊ້ຢູ່ຫຼາຍບ່ອນໃນທົ່ວໂລກແລະເຂົາເຈົ້າມີຄວາມສຸກກັບການຮັບໃຊ້ໃນຮູບແບບຕ່າງໆ ເຊັ່ນ: ຮັບໃຊ້ຢູ່ເບເທນ ເປັນມິດຊັນນາຣີ ແລະເຮັດວຽກເບິ່ງແຍງໝວດ. ພີ່ນ້ອງເຈຄັອບຍັງໄດ້ຮັບສິດທິພິເສດໃຫ້ສອນໃນໂຮງຮຽນຜູ້ປະກາດການປົກຄອງຂອງພະເຈົ້າ.
ຕອນທີ່ພະຍາດໂຄວິດ-19 ລະບາດ ພີ່ນ້ອງເຈຄັອບກັບພີ່ນ້ອງອິງກ້າໄດ້ກັບມາອາເມຣິກາ. ເຂົາເຈົ້າຖືກເຊີນໃຫ້ເຂົ້າເບເທນຢູ່ວໍຄິວ ແລະພີ່ນ້ອງເຈຄັອບໄດ້ຮັບການຝຶກອົບຮົມຢູ່ພະແນກການຮັບໃຊ້. ຈາກນັ້ນ ເຂົາເຈົ້າກໍຖືກມອບໝາຍໃຫ້ກັບໄປສຳນັກງານສາຂາເອກົວດໍ ແລະພີ່ນ້ອງເຈຄັອບຮັບໃຊ້ເປັນຄະນະກຳມະການສາຂາ. ໃນປີ 2023 ເຂົາເຈົ້າຖືກຍ້າຍໄປວໍວິກ. ໃນເດືອນມັງກອນ ປີ 2024 ພີ່ນ້ອງເຈຄັອບຖືກແຕ່ງຕັ້ງໃຫ້ເປັນຜູ້ຊ່ວຍຄະນະກຳມະການຝ່າຍການຮັບໃຊ້. ເມື່ອຄິດເຖິງບ່ອນຕ່າງໆທີ່ເຄີຍຮັບໃຊ້ ພີ່ນ້ອງເຈຄັອບເວົ້າວ່າ: “ບໍ່ແມ່ນບ່ອນທີ່ເຮົາຮັບໃຊ້ເຮັດໃຫ້ວຽກມອບໝາຍພິເສດ ແຕ່ແມ່ນຄົນທີ່ເຮົາເຮັດວຽກນຳທີ່ເຮັດໃຫ້ມັນພິເສດ.”
ເຮົາເຫັນຄ່າວຽກໜັກທີ່ພີ່ນ້ອງ 2 ຄົນນີ້ເຮັດ ແລະເຮົາ “ຮັກຄົນແບບ [ເຂົາເຈົ້າ].”—ຟລປ. 2:29