ບົດຄວາມສຶກສາທີ 47
ເພງທີ 38 ພະອົງຈະເຮັດໃຫ້ເຈົ້າເຂັ້ມແຂງ
“ເຈົ້າເປັນຄົນທີ່ມີຄ່າຫຼາຍ”
“ເຈົ້າເປັນຄົນທີ່ມີຄ່າຫຼາຍ.”—ດນອ. 9:23
ຈຸດສຳຄັນ
ເພື່ອຊ່ວຍຄົນທີ່ຮູ້ສຶກວ່າໂຕເອງບໍ່ມີຄ່າໃຫ້ເຂົ້າໃຈວ່າເຂົາເຈົ້າມີຄ່າຕໍ່ພະເຢໂຫວາ.
1-2. ອັນໃດຈະຊ່ວຍເຮົາໃຫ້ໝັ້ນໃຈວ່າເຮົາມີຄ່າຕໍ່ພະເຢໂຫວາ?
ພະເຢໂຫວາຖືວ່າຜູ້ຮັບໃຊ້ທຸກຄົນຂອງເພິ່ນມີຄ່າ. ແຕ່ບາງຄົນບໍ່ໄດ້ຮູ້ສຶກແບບນັ້ນ. ເຂົາເຈົ້າຮູ້ສຶກຈັ່ງຊີ້ອາດເປັນຍ້ອນວ່າມີຄົນເຮັດໃຫ້ເຂົາເຈົ້າຮູ້ສຶກວ່າເຂົາເຈົ້າບໍ່ມີຄວາມສຳຄັນຫຍັງ. ເຈົ້າເຄີຍຮູ້ສຶກວ່າໂຕເອງບໍ່ມີຄ່າບໍ? ຖ້າເຄີຍ ອັນໃດຈະຊ່ວຍເຈົ້າໃຫ້ໝັ້ນໃຈວ່າເຈົ້າມີຄ່າຕໍ່ພະເຢໂຫວາ?
2 ສິ່ງໜຶ່ງທີ່ຊ່ວຍເຈົ້າໄດ້ແມ່ນການອ່ານເລື່ອງຕ່າງໆໃນຄຳພີໄບເບິນທີ່ບອກໃຫ້ຮູ້ວ່າພະເຢໂຫວາຢາກໃຫ້ຄົນເຮົາຖືກປະຕິບັດແນວໃດ. ພະເຢຊູລູກຊາຍຂອງເພິ່ນສະແດງຄວາມນັບຖືຕໍ່ຄົນອື່ນແລະປະຕິບັດກັບເຂົາເຈົ້າແບບໃຫ້ກຽດ. ການທີ່ພະເຢຊູເຮັດແບບນັ້ນສະແດງໃຫ້ເຫັນວ່າເພິ່ນກັບພໍ່ຂອງເພິ່ນເຫັນຄ່າຄົນຕ່ຳຕ້ອຍທີ່ຮູ້ສຶກວ່າເຂົາເຈົ້າບໍ່ມີຄວາມສຳຄັນຫຍັງ. (ຢຮ. 5:19; ຮຣ. 1:3) ໃນບົດນີ້ເຮົາຈະຮຽນກ່ຽວກັບ 2 ເລື່ອງ: (1) ພະເຢຊູຊ່ວຍຄົນອື່ນແນວໃດໃຫ້ຮູ້ວ່າເຂົາເຈົ້າມີຄ່າ ແລະ (2) ເຮົາຈະເຮັດໃຫ້ໂຕເອງໝັ້ນໃຈໄດ້ແນວໃດວ່າເຮົາມີຄ່າຕໍ່ພະເຢໂຫວາແທ້ໆ.—ຮກ. 2:7
ພະເຢຊູຊ່ວຍຄົນອື່ນແນວໃດໃຫ້ຮູ້ວ່າເຂົາເຈົ້າມີຄ່າ
3. ພະເຢຊູປະຕິບັດກັບຄົນຄາລີເລທີ່ມາຫາເພິ່ນແນວໃດ?
3 ຕອນພະເຢຊູເດີນທາງໄປປະກາດຮອບທີ 3 ຢູ່ແຂວງຄາລີເລ ຄົນທີ່ຢູ່ແຖວນັ້ນໄດ້ມາຟັງເພິ່ນສອນແລະມາໃຫ້ເພິ່ນປົວເຂົາເຈົ້າ. ພະເຢຊູເວົ້າວ່າ: “ເຂົາເຈົ້າຖືກປະຖິ້ມແລະມີບາດເຕັມໂຕຄືກັບແກະທີ່ບໍ່ມີຄົນລ້ຽງ.” (ມທ. 9:36; ເບິ່ງຂໍ້ມູນສຳລັບສຶກສາ) ພວກຫົວໜ້າສາສະໜາຂອງເຂົາເຈົ້າຖືວ່າຄົນເຫຼົ່ານີ້ບໍ່ມີຄວາມສຳຄັນຫຍັງທີ່ຈະຕ້ອງເບິ່ງແຍງເອົາໃຈໃສ່. ເຂົາເຈົ້າເຖິງຂັ້ນເວົ້າໃຫ້ຄົນເຫຼົ່ານີ້ວ່າ “ເປັນຄົນທີ່ຖືກສາບແຊ່ງ.” (ຢຮ. 7:47-49; ຂໍ້ມູນສຳລັບສຶກສາ) ແຕ່ພະເຢຊູປະຕິບັດກັບຄົນເຫຼົ່ານີ້ດ້ວຍຄວາມນັບຖືໂດຍໃຊ້ເວລາສອນເຂົາເຈົ້າແລະປົວເຂົາເຈົ້າໃຫ້ເຊົາຈາກພະຍາດຕ່າງໆ. (ມທ. 9:35) ນອກຈາກນັ້ນ ເພື່ອຈະຊ່ວຍຫຼາຍຄົນຕື່ມອີກ ພະເຢຊູຍັງໄດ້ຝຶກພວກອັກຄະສາວົກໃນການປະກາດ ແລະເພິ່ນຍັງໄດ້ເອົາລິດເດດໃຫ້ເຂົາເຈົ້າເພື່ອປົວຄົນເຈັບປ່ວຍໃຫ້ເຊົາ.—ມທ. 10:5-8
4. ເຮົາຮຽນຫຍັງຈາກວິທີທີ່ພະເຢຊູປະຕິບັດກັບຄົນທີ່ຖືກຄົນອື່ນດູຖູກ?
4 ການທີ່ພະເຢຊູປະຕິບັດກັບຄົນທີ່ມາຟັງເພິ່ນດ້ວຍຄວາມນັບຖືແລະໃຫ້ກຽດເຂົາເຈົ້າສະແດງໃຫ້ເຫັນວ່າເພິ່ນກັບພະເຢໂຫວາພໍ່ຂອງເພິ່ນຖືວ່າຄົນທີ່ຖືກຄົນອື່ນດູຖູກຕະຫຼອດເປັນຄົນທີ່ມີຄ່າ. ຖ້າເຈົ້າກຳລັງຮັບໃຊ້ພະເຢໂຫວາແລະຮູ້ສຶກວ່າໂຕເອງບໍ່ມີຄ່າສຳລັບເພິ່ນ. ໃຫ້ຄິດເຖິງວິທີທີ່ພະເຢຊູປະຕິບັດກັບຄົນທີ່ຢາກຮຽນຮູ້ຈາກເພິ່ນ. ການເຮັດແບບນີ້ຈະຊ່ວຍເຈົ້າໃຫ້ເຫັນວ່າພະເຢໂຫວາຖືວ່າເຈົ້າມີຄ່າ.
5. ຜູ້ຍິງຄົນຄາລີເລທີ່ພະເຢຊູເຈິເປັນແນວໃດ?
5 ພະເຢຊູບໍ່ພຽງແຕ່ສອນຄົນເປັນກຸ່ມເທົ່ານັ້ນ ແຕ່ເພິ່ນຍັງສະແດງຄວາມສົນໃຈຕໍ່ຄົນເປັນສ່ວນໂຕນຳ. ຕົວຢ່າງເຊັ່ນ: ຕອນທີ່ພະເຢຊູປະກາດຢູ່ແຂວງຄາລີເລ ເພິ່ນໄດ້ເຈິກັບຜູ້ຍິງຄົນໜຶ່ງທີ່ເປັນພະຍາດຕົກເລືອດໄດ້ 12 ປີແລ້ວ. (ມຣກ. 5:25) ຕາມກົດໝາຍຂອງໂມເຊ ພະຍາດທີ່ລາວເປັນເຮັດໃຫ້ລາວບໍ່ສະອາດ ແລະຖ້າຜູ້ໃດໄປຖືກຫຼືໄປບາຍໂຕລາວຜູ້ນັ້ນກໍຈະບໍ່ສະອາດຄືກັນ. ສະນັ້ນ ລາວຄືຊິບໍ່ໄດ້ຄົບຫາກັບຄົນອື່ນຫຼາຍປານໃດ ແລະລາວອາດຈະໃຊ້ເວລາສ່ວນຫຼາຍຢູ່ຄົນດຽວ. ນອກຈາກນັ້ນ ລາວບໍ່ສາມາດນະມັດສະການພະເຢໂຫວານຳກັນກັບຄົນອື່ນຢູ່ບ່ອນປະຊຸມຂອງຄົນຢິວຫຼືໃນການສະຫຼອງເທດສະການຕ່າງໆ. (ລລວ. 15:19, 25) ຜູ້ຍິງຄົນນີ້ຕ້ອງທຸກທໍລະມານທັງກາຍແລະໃຈຫຼາຍແທ້ໆ.—ມຣກ. 5:26
6. ຜູ້ຍິງທີ່ເປັນພະຍາດຕົກເລືອດໄດ້ເຮັດຫຍັງເພື່ອຈະເຊົາ?
6 ຜູ້ຍິງທີ່ເປັນພະຍາດຕົກເລືອດຢາກໃຫ້ພະເຢຊູປົວລາວ. ແຕ່ລາວພັດບໍ່ໄດ້ຂໍກັບເພິ່ນໂດຍກົງ. ຍ້ອນຫຍັງ? ບາງເທື່ອລາວອາດຈະຮູ້ສຶກອາຍຍ້ອນພະຍາດທີ່ລາວເປັນ ຫຼືລາວອາດຈະຢ້ານວ່າພະເຢຊູຈະໄລ່ລາວໜີຍ້ອນລາວເຂົ້າໄປປົນຢູ່ກັບຫຼາຍຄົນທັງໆທີ່ໂຕເອງບໍ່ສະອາດ. ລາວມີແຕ່ບາຍເສື້ອຄຸມຂອງພະເຢຊູຍ້ອນໝັ້ນໃຈວ່າການເຮັດແບບນີ້ຈະຊ່ວຍລາວໃຫ້ເຊົາແນ່ນອນ. (ມຣກ. 5:27, 28) ການທີ່ລາວເຊື່ອແບບນັ້ນເຮັດໃຫ້ລາວເຊົາຈາກພະຍາດນັ້ນແທ້ໆ. ຈາກນັ້ນ ພະເຢຊູກໍຖາມວ່າໃຜບາຍເສື້ອຄຸມຂອງເພິ່ນ ແລ້ວລາວກໍສາລະພາບວ່າລາວເປັນຄົນບາຍ. ພະເຢຊູເຮັດແນວໃດກັບລາວ?
7. ພະເຢຊູປະຕິບັດກັບຜູ້ຍິງທີ່ເປັນພະຍາດຕົກເລືອດແນວໃດ? (ມາຣະໂກ 5:34)
7 ພະເຢຊູປະຕິບັດກັບຜູ້ຍິງຄົນນີ້ແບບກະລຸນາແລະດ້ວຍຄວາມນັບຖືຍ້ອນເພິ່ນສັງເກດເຫັນວ່າລາວ “ຢ້ານຈົນໂຕສັ່ນ.” (ມຣກ. 5:33) ພະເຢຊູເຂົ້າໃຈຄວາມຮູ້ສຶກຂອງລາວ ເພິ່ນຈຶ່ງເວົ້າກັບລາວດີໆແລະໃຫ້ກຳລັງໃຈລາວ. ເພິ່ນເຖິງຂັ້ນເອີ້ນລາວວ່າ “ລູກ” ການທີ່ພະເຢຊູໃຊ້ຄຳນີ້ບໍ່ພຽງແຕ່ເປັນການເວົ້າແບບສຸພາບເທົ່ານັ້ນ ແຕ່ຍັງເປັນການສະແດງຄວາມຮັກແລະຄວາມກະລຸນາຕໍ່ລາວນຳ. (ອ່ານມາຣະໂກ 5:34) ຂໍ້ມູນສຳລັບສຶກສາໃນມາຣະໂກ 5:34 ສຳລັບຄຳວ່າ “ລູກ” ບອກວ່າ: “ນີ້ເປັນເຫດການດຽວໃນຄຳພີໄບເບິນທີ່ພະເຢຊູເອີ້ນຜູ້ຍິງວ່າ ‘ລູກ’ ອາດເປັນຍ້ອນເພິ່ນເຫັນວ່າລາວຢູ່ໃນສະພາບທີ່ເປັນຕາອີ່ຕົນແລະກຳລັງ ‘ຢ້ານຈົນໂຕສັ່ນ.’” ລອງຄິດເບິ່ງວ່າຜູ້ຍິງຄົນນີ້ຈະຮູ້ສຶກແນວໃດ. ຫຼັງຈາກໄດ້ຍິນພະເຢຊູເວົ້າຈັ່ງຊີ້ ລາວຕ້ອງຮູ້ສຶກໂລ່ງໃຈຫຼາຍ. ແຕ່ຖ້າພະເຢຊູບໍ່ໄດ້ເວົ້າແບບນີ້ ລາວຕ້ອງຮູ້ສຶກຜິດຫຼາຍແທ້ໆເຖິງວ່າຈະເຊົາຈາກພະຍາດກໍຕາມ. ພະເຢຊູຊ່ວຍລາວໃຫ້ເຫັນວ່າລາວເປັນຄົນທີ່ມີຄ່າແລະເປັນລູກສາວທີ່ມີຄ່າຂອງພະເຢໂຫວາພໍ່ທີ່ມີຄວາມຮັກ.
8. ພີ່ນ້ອງມາເຣຍເຈິກັບຫຍັງ?
8 ໃນທຸກມື້ນີ້ກໍຄືກັນ ຜູ້ຮັບໃຊ້ຂອງພະເຢໂຫວາບາງຄົນມີບັນຫາສຸຂະພາບເຊິ່ງເຮັດໃຫ້ເຂົາເຈົ້າຮູ້ສຶກໂສກເສົ້າແລະຮູ້ສຶກວ່າໂຕເອງບໍ່ມີຄ່າ. ມາເຣຍaທີ່ເປັນໄພໂອເນຍປະຈຳຢູ່ປະເທດບຣາຊິວ ລາວເກີດມາບໍ່ມີຂາທັງສອງເບື້ອງແລະບໍ່ມີມືເບື້ອງຊ້າຍ. ລາວເວົ້າວ່າ: “ຍ້ອນຂ້ອຍພິການ ໝູ່ຢູ່ໂຮງຮຽນຈຶ່ງມັກເຍາະເຍີ້ຍຂ້ອຍ. ເຂົາເຈົ້າຕັ້ງຊື່ໃຫ້ຂ້ອຍແບບເຈັບໆ. ແມ່ນແຕ່ຄົນໃນຄອບຄົວກໍປະຕິບັດບໍ່ດີກັບຂ້ອຍ.”
9. ສິ່ງໃດຊ່ວຍມາເຣຍໃຫ້ຮູ້ວ່າລາວມີຄ່າຕໍ່ພະເຢໂຫວາ?
9 ສິ່ງໃດຊ່ວຍມາເຣຍ? ເມື່ອລາວເຂົ້າມາເປັນພະຍານພະເຢໂຫວາ ພີ່ນ້ອງໃນປະຊາຄົມໄດ້ໃຫ້ກຳລັງໃຈລາວແລະຊ່ວຍລາວໃຫ້ເບິ່ງໂຕເອງຄືກັບທີ່ພະເຢໂຫວາເບິ່ງ. ລາວເວົ້າວ່າ: “ພີ່ນ້ອງຫຼາຍຄົນໃນປະຊາຄົມໄດ້ຊ່ວຍຂ້ອຍຫຼາຍແທ້ໆຈົນປຶ້ມບັນທຶກຂອງຂ້ອຍບໍ່ມີໜ້າພໍທີ່ຈະຂຽນທຸກສິ່ງທີ່ເຂົາເຈົ້າເຮັດເພື່ອຂ້ອຍ. ຂ້ອຍຂອບໃຈພະເຢໂຫວາແທ້ໆທີ່ໃຫ້ຂ້ອຍມີຄອບຄົວທີ່ດີແບບນີ້.” ພີ່ນ້ອງໄດ້ຊ່ວຍມາເຣຍໃຫ້ຮູ້ວ່າລາວມີຄ່າຕໍ່ພະເຢໂຫວາ.
10. ເກີດຫຍັງຂຶ້ນກັບມາຣິອາຄົນມັກດາເລນ ແລະມັນເຮັດໃຫ້ລາວຮູ້ສຶກແນວໃດ? (ເບິ່ງຮູບນຳ)
10 ໃຫ້ເບິ່ງອີກຜູ້ໜຶ່ງທີ່ພະເຢຊູຊ່ວຍ ຜູ້ນັ້ນແມ່ນມາຣິອາຄົນມັກດາເລນ. ລາວຖືກປີສາດ 7 ໂຕເຂົ້າສິງ. (ລກ. 8:2) ພວກປີສາດຄືຊິເຮັດໃຫ້ລາວເຮັດແນວແປກໆ ແລະຍ້ອນແນວນີ້ຈຶ່ງບໍ່ມີໃຜຢາກຢູ່ໃກ້ລາວ. ລາວຕ້ອງທົນທຸກທໍລະມານຫຼາຍ ແລະລາວຄືຊິຮູ້ສຶກຢ້ານແລະຄິດວ່າບໍ່ມີໃຜຮັກລາວແລະບໍ່ມີໃຜຊ່ວຍລາວໄດ້. ພະເຢຊູໄດ້ໄລ່ພວກປີສາດໃຫ້ອອກຈາກລາວແລະລາວກໍໄດ້ເຂົ້າມາເປັນລູກສິດຂອງເພິ່ນ. ພະເຢຊູໄດ້ຊ່ວຍມາຣິອາຄົນມັກດາເລນແນວໃດອີກເພື່ອໃຫ້ລາວຮູ້ວ່າລາວມີຄ່າຕໍ່ພະເຢໂຫວາ?
ພະເຢຊູໄດ້ເຮັດຫຍັງເພື່ອໃຫ້ມາຣິອາຄົນມັກດາເລນໝັ້ນໃຈວ່າລາວມີຄ່າຕໍ່ພະເຢໂຫວາ? (ເບິ່ງຂໍ້ 10-11)
11. ພະເຢຊູໄດ້ເຮັດຫຍັງເພື່ອໃຫ້ມາຣິອາຄົນມັກດາເລນເຫັນວ່າລາວມີຄ່າຕໍ່ພະເຢໂຫວາ? (ເບິ່ງຮູບນຳ)
11 ພະເຢຊູຊວນມາຣິອາຄົນມັກດາເລນໃຫ້ເດີນທາງໄປປະກາດນຳເພິ່ນ.b ຍ້ອນແນວນີ້ລາວຈຶ່ງມີໂອກາດໄດ້ຟັງສິ່ງທີ່ພະເຢຊູສອນ. ໃນມື້ທຳອິດທີ່ພະເຢຊູຟື້ນຄືນມາຈາກຕາຍ ເພິ່ນໄດ້ໃຫ້ລາວເຫັນແລະລາວເປັນຜູ້ໜຶ່ງໃນພວກລູກສິດກຸ່ມທຳອິດທີ່ພະເຢຊູເວົ້ານຳໃນມື້ນັ້ນ. ພະເຢຊູໃຫ້ລາວໄປບອກພວກອັກຄະສາວົກຄົນອື່ນໆວ່າເພິ່ນຟື້ນຄືນມາຈາກຕາຍແລ້ວ. ທຸກສິ່ງທີ່ພະເຢຊູເຮັດຊ່ວຍມາຣິອາຄົນມັກດາເລນໃຫ້ເຫັນວ່າລາວມີຄ່າຕໍ່ພະເຢໂຫວາແທ້ໆ!—ຢຮ. 20:11-18
12. ອັນໃດເຮັດໃຫ້ລິເດຍຮູ້ສຶກວ່າລາວບໍ່ມີຄ່າ?
12 ຄືກັບມາຣິອາຄົນມັກດາເລນ ຫຼາຍຄົນໃນທຸກມື້ນີ້ຮູ້ສຶກວ່າເຂົາເຈົ້າບໍ່ມີຄ່າແລະບໍ່ມີໃຜຮັກເຂົາເຈົ້າ. ລິເດຍພີ່ນ້ອງຍິງຈາກປະເທດສະເປນເວົ້າວ່າ ຕອນທີ່ແມ່ຖືພາລາວ ແມ່ຄິດທີ່ຈະເອົາລູກອອກ. ລິເດຍຈື່ວ່າຕອນທີ່ຍັງນ້ອຍໆແມ່ບໍ່ສົນໃຈລາວແລະເວົ້າບໍ່ດີກັບລາວ. ລິເດຍເວົ້າວ່າ: “ຍ້ອນແມ່ບໍ່ໄດ້ສະແດງຄວາມຮັກຕໍ່ຂ້ອຍ ຂ້ອຍຈຶ່ງຢາກໃຫ້ຄົນອື່ນສະແດງຄວາມຮັກຕໍ່ຂ້ອຍແລະຢາກເປັນໝູ່ກັບຂ້ອຍ ແຕ່ຂ້ອຍກໍຢ້ານວ່າຄືຊິບໍ່ມີທາງໄດ້ຮັບຄວາມຮັກແບບນັ້ນຍ້ອນແມ່ເຮັດໃຫ້ຂ້ອຍຮູ້ສຶກວ່າຂ້ອຍເປັນຄົນບໍ່ດີ.”
13. ອັນໃດຊ່ວຍລິເດຍໃຫ້ຮູ້ວ່າລາວມີຄ່າຕໍ່ພະເຢໂຫວາ?
13 ເມື່ອລິເດຍເລີ່ມຮຽນຄຳພີໄບເບິນຄວາມຄິດຂອງລາວກໍປ່ຽນໄປ. ການອະທິດຖານຫາພະເຢໂຫວາ ການສຶກສາສ່ວນໂຕ ແລະຄຳເວົ້າກັບການກະທຳທີ່ດີຂອງພີ່ນ້ອງຊ່ວຍລາວໃຫ້ຮູ້ວ່າລາວມີຄ່າຕໍ່ພະເຢໂຫວາ. ລິເດຍເວົ້າວ່າ: “ຜົວຂ້ອຍມັກບອກຂ້ອຍຕະຫຼອດວ່າລາວຮັກຂ້ອຍຫຼາຍ. ລາວບອກຂ້ອຍເລື້ອຍໆວ່າຂ້ອຍມີຄຸນລັກສະນະທີ່ດີຫຼາຍຢ່າງແລະໝູ່ຂອງຂ້ອຍກໍເວົ້າແບບດຽວກັນ.” ໃນປະຊາຄົມຂອງເຈົ້າ ເຈົ້າຄິດຫາຜູ້ໃດບໍທີ່ຕ້ອງໄດ້ຮັບຄວາມຊ່ວຍເຫຼືອເພື່ອຈະຮູ້ວ່າລາວມີຄ່າຕໍ່ພະເຢໂຫວາ?
ເຮົາຈະເບິ່ງໂຕເອງຄືກັບທີ່ພະເຢໂຫວາເບິ່ງແນວໃດ?
14. 1 ຊາມູເອນ 16:7 ຊ່ວຍເຮົາແນວໃດໃຫ້ເບິ່ງໂຕເອງຄືກັບທີ່ພະເຢໂຫວາເບິ່ງ? (ເບິ່ງຂອບ “ເປັນຫຍັງພະເຢໂຫວາເຫັນຄ່າຜູ້ຮັບໃຊ້ຂອງເພິ່ນ?” ນຳ)
14 ຂໍໃຫ້ຈື່ໄວ້ວ່າພະເຢໂຫວາບໍ່ໄດ້ເບິ່ງເຈົ້າຄືກັບທີ່ຄົນໃນໂລກນີ້ເບິ່ງ. (ອ່ານ 1 ຊາມູເອນ 16:7) ເພິ່ນບໍ່ໄດ້ຕັດສິນວ່າເຈົ້າມີຄ່າຍ້ອນຮູບຮ່າງໜ້າຕາ ຖານະທາງສັງຄົມ ຫຼືລະດັບການສຶກສາ. (ອຊຢ. 55:8, 9) ສະນັ້ນ ໃຫ້ເຈົ້າເບິ່ງໂຕເອງຄືກັບທີ່ພະເຢໂຫວາເບິ່ງບໍ່ແມ່ນຄືກັບທີ່ຄົນໃນໂລກນີ້ເບິ່ງ. ຄຳພີໄບເບິນມີເລື່ອງຂອງບາງຄົນທີ່ບາງເທື່ອເຂົາເຈົ້າຮູ້ສຶກວ່າໂຕເອງບໍ່ມີຄ່າ ເຊັ່ນ: ເອລີຢາ ນາໂອມີ ແລະຮັນນາ. ເມື່ອເຈົ້າອ່ານເລື່ອງຂອງເຂົາເຈົ້າກໍຈະເຫັນວ່າພະເຢໂຫວາຮັກແລະເຫັນຄ່າເຂົາເຈົ້າຫຼາຍ. ເຈົ້າອາດຈະຂຽນກ່ຽວກັບສິ່ງທີ່ເກີດຂຶ້ນໃນຊີວິດເຈົ້າທີ່ສະແດງໃຫ້ເຫັນວ່າພະເຢໂຫວາຮັກແລະເຫັນຄ່າເຈົ້າຫຼາຍແທ້ໆ. ນອກຈາກນັ້ນ ເຈົ້າສາມາດອ່ານບົດຄວາມທີ່ເວົ້າກ່ຽວກັບການຮູ້ສຶກວ່າໂຕເອງບໍ່ມີຄ່າທີ່ຢູ່ໃນປຶ້ມຕ່າງໆຂອງເຮົາ.c
15. ເປັນຫຍັງພະເຢໂຫວາຈຶ່ງຖືວ່າດານີເອນເປັນ “ຄົນທີ່ມີຄ່າຫຼາຍ”? (ດານີເອນ 9:23)
15 ໃຫ້ຈື່ໄວ້ວ່າຄວາມສັດຊື່ຂອງເຈົ້າເຮັດໃຫ້ເຈົ້າມີຄ່າຕໍ່ພະເຢໂຫວາ. ຕອນທີ່ຜູ້ພະຍາກອນດານີເອນອາຍຸເກືອບ 100 ປີ ລາວຮູ້ສຶກ “ເມື່ອຍຫຼາຍແລະໝົດແຮງ” ແລະທໍ້ໃຈ. (ດນອ. 9:20, 21) ພະເຢໂຫວາໃຫ້ກຳລັງໃຈລາວແນວໃດ? ເພິ່ນສົ່ງທູດສະຫວັນຄັບຣີເອນໃຫ້ມາບອກດານີເອນວ່າລາວເປັນ “ຄົນທີ່ມີຄ່າຫຼາຍ” ແລະເພິ່ນກໍຟັງຄຳອະທິດຖານຂອງລາວ. (ອ່ານດານີເອນ 9:23) ເປັນຫຍັງດານີເອນຈຶ່ງມີຄ່າຫຼາຍຕໍ່ພະເຢໂຫວາ? ຍ້ອນລາວຮັກຄວາມຖືກຕ້ອງແລະເປັນຄົນສັດຊື່. (ອຊກ. 14:14) ພະເຢໂຫວາໃຫ້ຂຽນເລື່ອງຂອງລາວໄວ້ໃນຄຳພີໄບເບິນເພື່ອໃຫ້ກຳລັງໃຈເຮົາ. (ຣມ. 15:4) ພະເຢໂຫວາກໍຟັງຄຳອະທິດຖານຂອງເຈົ້າແລະຖືວ່າເຈົ້າມີຄ່າຄືກັນ ຍ້ອນເຈົ້າຮັກຄວາມຖືກຕ້ອງແລະຮັບໃຊ້ເພິ່ນຢ່າງສັດຊື່.—ມກ. 6:8, ໄຂເງື່ອນ; ຮຣ. 6:10
16. ອັນໃດຈະຊ່ວຍເຈົ້າໃຫ້ເບິ່ງວ່າພະເຢໂຫວາເປັນພໍ່ທີ່ມີຄວາມຮັກ?
16 ໃຫ້ເບິ່ງພະເຢໂຫວາວ່າເປັນພໍ່ທີ່ຮັກເຈົ້າ. ເພິ່ນຢາກຊ່ວຍເຈົ້າບໍ່ແມ່ນຊອກຈັບຜິດເຈົ້າ. (ພສ. 130:3; ມທ. 7:11; ລກ. 12:6, 7) ການຄິດຕຶກຕອງກ່ຽວກັບເລື່ອງນີ້ໄດ້ຊ່ວຍຫຼາຍຄົນທີ່ຮູ້ສຶກວ່າໂຕເອງບໍ່ມີຄ່າ. ຕົວຢ່າງເຊັ່ນ: ໃຫ້ເບິ່ງເລື່ອງຂອງມິເຊວພີ່ນ້ອງຍິງຈາກປະເທດສະເປນທີ່ຮູ້ສຶກວ່າໂຕເອງບໍ່ມີຄ່າແລະບໍ່ມີໃຜຮັກລາວຍ້ອນຜົວເວົ້າຫຍາບຄາຍກັບລາວມາຫຼາຍປີ. ລາວເວົ້າວ່າ: “ທຸກເທື່ອທີ່ຮູ້ສຶກວ່າໂຕເອງບໍ່ມີຄ່າ ຂ້ອຍພະຍາຍາມນຶກພາບວ່າພະເຢໂຫວາກຳລັງອູ້ມຂ້ອຍໄວ້ແລະເພິ່ນສະແດງຄວາມຮັກແລະປົກປ້ອງຂ້ອຍ.” (ພສ. 28:9) ພີ່ນ້ອງຍິງຊື່ລໍເຣັນຈາກອາຟຣິກາໃຕ້ບອກໂຕເອງວ່າ: “ຍ້ອນພະເຢໂຫວາຊັກນຳຂ້ອຍໃຫ້ເຂົ້າມາຫາເພິ່ນ ຊ່ວຍຂ້ອຍໃຫ້ສະໜິດກັບເພິ່ນໃນຕະຫຼອດຫຼາຍປີຜ່ານມາ ແລະເຖິງຂັ້ນໃຊ້ຂ້ອຍໃຫ້ສອນຄົນອື່ນເລື່ອງຂອງເພິ່ນ ແນ່ນອນວ່າເພິ່ນຖືວ່າຂ້ອຍມີຄ່າແລະເປັນປະໂຫຍດຕໍ່ເພິ່ນ.”—ຮຊອ. 11:4
17. ມີຫຍັງແດ່ທີ່ຊ່ວຍເຈົ້າໃຫ້ໝັ້ນໃຈວ່າພະເຢໂຫວາພໍໃຈເຈົ້າ? (ເພງສັນລະເສີນ 5:12) (ເບິ່ງຮູບນຳ)
17 ໃຫ້ໝັ້ນໃຈວ່າພະເຢໂຫວາພໍໃຈເຈົ້າ. (ອ່ານເພງສັນລະເສີນ 5:12) ດາວິດເວົ້າວ່າພະເຢໂຫວາພໍໃຈຄົນທີ່ເຮັດສິ່ງທີ່ຖືກຕ້ອງແລະເພິ່ນຈະປົກປ້ອງເຂົາເຈົ້າຄືກັບ “ໂລ້ໃຫຍ່. ການຮູ້ວ່າພະເຢໂຫວາພໍໃຈເຈົ້າແລະພ້ອມທີ່ຈະຊ່ວຍເຫຼືອເຈົ້າສະເໝີສາມາດປົກປ້ອງເຈົ້າຈາກການສົງໄສວ່າເຈົ້າບໍ່ມີຄ່າ. ເຈົ້າຈະຮູ້ໄດ້ແນວໃດວ່າພະເຢໂຫວາພໍໃຈເຈົ້າ? ຄືກັບທີ່ເຮົາໄດ້ຮຽນມາແລ້ວພະເຢໂຫວາໃຫ້ມີຄຳພີໄບເບິນເພື່ອຊ່ວຍເຈົ້າໃຫ້ໝັ້ນໃຈໃນເລື່ອງນີ້. ນອກຈາກນັ້ນ ເພິ່ນຍັງໃຊ້ຜູ້ເບິ່ງແຍງ ໝູ່ສະໜິດ ແລະພີ່ນ້ອງຄົນອື່ນໆເຮັດໃຫ້ເຈົ້າເຫັນວ່າເຈົ້າມີຄ່າສຳລັບເພິ່ນ. ເຈົ້າຄວນຮູ້ສຶກແນວໃດເມື່ອມີຄົນຊົມເຊີຍເຈົ້າ?
ການຮູ້ວ່າພະເຢໂຫວາພໍໃຈເຮົາຊ່ວຍເຮົາບໍ່ໃຫ້ຮູ້ສຶກວ່າໂຕເອງບໍ່ມີຄ່າ (ເບິ່ງຂໍ້ 17)
18. ເປັນຫຍັງເຈົ້າຄວນຍອມຮັບຄຳຊົມເຊີຍ?
18 ໃຫ້ຍອມຮັບຄຳຊົມເຊີຍຈາກໃຈຈາກຄົນທີ່ຮູ້ຈັກເຈົ້າແລະຄົນທີ່ຮັກເຈົ້າ. ໃຫ້ຈື່ໄວ້ວ່າພະເຢໂຫວາອາດໃຊ້ເຂົາເຈົ້າເພື່ອຊ່ວຍເຈົ້າໃຫ້ຮູ້ວ່າເພິ່ນພໍໃຈເຈົ້າ. ມິເຊວທີ່ເວົ້າເຖິງກ່ອນໜ້ານີ້ເວົ້າວ່າ: “ເທື່ອລະເລັກເທື່ອລະໜ້ອຍ ຂ້ອຍຮຽນຮູ້ທີ່ຈະຍອມຮັບຈາກໃຈໃນສິ່ງທີ່ຄົນອື່ນເວົ້າຊົມເຊີຍຂ້ອຍ. ມັນບໍ່ງ່າຍທີ່ຈະເຮັດແບບນັ້ນ ແຕ່ຂ້ອຍຮູ້ວ່ານີ້ເປັນສິ່ງທີ່ພະເຢໂຫວາຢາກໃຫ້ຂ້ອຍເຮັດ.” ຜູ້ເບິ່ງແຍງຍັງຊ່ວຍມິເຊວໃຫ້ເຫັນວ່າພະເຢໂຫວາຮັກແລະພໍໃຈລາວ. ຕອນນີ້ ລາວຮັບໃຊ້ເປັນໄພໂອເນຍແລະເປັນອາສາສະໝັກຊ່ວຍວຽກເບເທນຈາກເຮືອນ.
19. ເປັນຫຍັງເຈົ້າໝັ້ນໃຈໄດ້ວ່າເຈົ້າມີຄ່າຕໍ່ພະເຢໂຫວາ?
19 ພະເຢຊູເຕືອນເຮົາວ່າເຮົາມີຄ່າຫຼາຍຕໍ່ພະເຢໂຫວາ. (ລກ. 12:24) ສະນັ້ນ ເຮົາຈຶ່ງໝັ້ນໃຈໄດ້ວ່າພະເຢໂຫວາຖືວ່າເຮົາມີຄ່າ. ຂໍໃຫ້ເຮົາຈື່ເລື່ອງນີ້ໄວ້ສະເໝີ ແລະຂໍໃຫ້ເຮົາພະຍາຍາມຊ່ວຍຄົນອື່ນໃຫ້ເຫັນວ່າເຂົາເຈົ້າມີຄ່າຕໍ່ພະເຢໂຫວາ.
ເພງທີ 139 ນຶກພາບເມື່ອທຸກສິ່ງກາຍເປັນສິ່ງໃໝ່
a ຊື່ສົມມຸດ
b ເບິ່ງຄືວ່າມາຣິອາຄົນມັກດາເລນເປັນຄົນໜຶ່ງໃນກຸ່ມພວກຜູ້ຍິງທີ່ເດີນທາງໄປກັບພະເຢຊູ. ຜູ້ຍິງເຫຼົ່ານີ້ໃຊ້ເງິນຄຳຂອງໂຕເອງເພື່ອຊ່ວຍພະເຢຊູກັບພວກອັກຄະສາວົກໃຫ້ມີສິ່ງຈຳເປັນ.—ມທ. 27:55, 56; ລກ. 8:1-3
c ຕົວຢ່າງເຊັ່ນ: ໃຫ້ເບິ່ງບົດທີ 24 ຂອງປຶ້ມໃຫ້ໃກ້ຊິດກັບພະເຢໂຫວາ ແລະອ່ານຂໍ້ຄຳພີແລະເລື່ອງຕ່າງໆທີ່ຢູ່ໃນຄຳພີໄບເບິນໃນຫົວຂໍ້ “ສົງໄສ” ໃນປຶ້ມຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ.