“ ຈົ່ງ . . . ຢັ້ງຢືນໃນຄວາມເຊື່ອ”
“ ຈົ່ງ . . . ຢັ້ງຢືນໃນຄວາມເຊື່ອ . . . ຈົ່ງມີແຮງ [ເຂັ້ມແຂງ] ຂຶ້ນ.”—1 ໂກລິນໂທ 16:13
ເພງ: 60, 64
1. (ກ) ໃນຕອນທີ່ມີພາຍຸຢູ່ທະເລຄາລິເລ ເກີດຫຍັງຂຶ້ນກັບເປໂຕ? (ເບິ່ງຮູບທຳອິດ) (ຂ) ເປັນຫຍັງເປໂຕຈຶ່ງເລີ່ມຈົມນ້ຳ?
ໃນຄືນໜຶ່ງ ອັກຄະສາວົກເປໂຕແລະພວກລູກສິດບາງຄົນຂອງພະເຍຊູພະຍາຍາມພາຍເຮືອຂ້າມທະເລຄາລິເລໃນລະຫວ່າງທີ່ເກີດພາຍຸ. ທັນໃດນັ້ນ ເຂົາເຈົ້າກໍເຫັນພະເຍຊູຍ່າງຢູ່ເທິງໜ້ານ້ຳ ເປໂຕຈຶ່ງຮ້ອງຖາມວ່າ ລາວຈະຍ່າງໄປຫາໄດ້ບໍ. ເມື່ອພະເຍຊູບອກໃຫ້ເປໂຕມາຫາ ລາວກໍອອກຈາກເຮືອແລະເລີ່ມຍ່າງໄປຫາພະເຍຊູ. ແຕ່ຫຼັງຈາກນັ້ນບໍ່ດົນ ເປໂຕກໍເລີ່ມຈົມນ້ຳ. ຍ້ອນຫຍັງ? ຍ້ອນລາວເບິ່ງທີ່ພາຍຸແລະຄື້ນແລ້ວກໍເລີ່ມຢ້ານ. ເປໂຕໄດ້ຮ້ອງຂໍຄວາມຊ່ວຍເຫຼືອແລະພະເຍຊູກໍຟ້າວດຶງເອົາຕົວລາວຂຶ້ນມາທັນທີ ແລະເວົ້າວ່າ: “ໂອ້ ຄົນມີຄວາມເຊື່ອໜ້ອຍ ເປັນສັນໃດທ່ານໄດ້ສົງໄສ?”—ມັດທາຍ 14:24-32
2. ໃນຕອນນີ້ ເຮົາຈະພິຈາລະນາເລື່ອງຫຍັງ?
2 ຂໍໃຫ້ເຮົາພິຈາລະນາສາມສິ່ງກ່ຽວກັບຄວາມເຊື່ອທີ່ເຮົາຈະໄດ້ບົດຮຽນຈາກປະສົບການຂອງເປໂຕ ນັ້ນຄື: (1) ໃນຕອນທຳອິດ ເປັນຫຍັງເປໂຕຈຶ່ງໝັ້ນໃຈວ່າພະເຢໂຫວາສາມາດຊ່ວຍລາວ (2) ເປັນຫຍັງເປໂຕຈຶ່ງເລີ່ມສູນເສຍຄວາມເຊື່ອ ແລະ (3) ສິ່ງໃດຊ່ວຍເປໂຕໃຫ້ຟື້ນຟູຄວາມເຊື່ອຂອງລາວ. ການພິຈາລະນາຈຸດເຫຼົ່ານີ້ສາມາດຊ່ວຍເຮົາໃຫ້ເຫັນວິທີທີ່ຈະ “ຢັ້ງຢືນໃນຄວາມເຊື່ອ.”—1 ໂກລິນໂທ 16:13
ມີຄວາມເຊື່ອວ່າພະເຈົ້າຈະຊ່ວຍເຮົາ
3. ເປັນຫຍັງເປໂຕຈຶ່ງກ້າວຂາອອກຈາກເຮືອ ແລະເຮົາຈະເຮັດສິ່ງທີ່ຄ້າຍຄືກັນນັ້ນໄດ້ແນວໃດ?
3 ເປໂຕມີຄວາມເຊື່ອທີ່ເຂັ້ມແຂງ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ເມື່ອພະເຍຊູເອີ້ນເປໂຕ ລາວກໍກ້າວຂາອອກຈາກເຮືອແລະຍ່າງເທິງໜ້ານ້ຳໄປຫາພະອົງທັນທີ. ລາວໝັ້ນໃຈວ່າລິດເດດຂອງພະເຢໂຫວາຈະສາມາດຊ່ວຍລາວຄືກັບທີ່ໄດ້ຊ່ວຍພະເຍຊູ. ຄ້າຍຄືກັນ ເມື່ອພະເຍຊູເຊີນເຮົາໃຫ້ຕິດຕາມເພິ່ນ ເຮົາຈຶ່ງໄດ້ອຸທິດຕົວໃຫ້ພະເຢໂຫວາແລ້ວກໍຮັບບັບເຕມາ. ຍ້ອນຫຍັງຈຶ່ງເຮັດແບບນັ້ນ? ຍ້ອນເຮົາມີຄວາມເຊື່ອໃນພະເຢໂຫວາແລະພະເຍຊູ ແລະຍ້ອນເຮົາໝັ້ນໃຈວ່າພະອົງທັງສອງຈະຊ່ວຍເຮົາ.—ໂຢຮັນ 14:1; ອ່ານ 1 ເປໂຕ 2:21
ຄວາມເຊື່ອຂອງເປໂຕເຮັດໃຫ້ລາວມີຄວາມສາມາດທີ່ຈະຍ່າງເທິງໜ້ານ້ຳໄດ້ ເຊິ່ງເປັນສິ່ງທີ່ເບິ່ງຄືວ່າເປັນໄປບໍ່ໄດ້ສຳລັບມະນຸດ
4, 5. ເປັນຫຍັງຄວາມເຊື່ອຈຶ່ງເປັນຊັບສົມບັດທີ່ມີຄ່າ?
4 ຄວາມເຊື່ອເປັນສິ່ງທີ່ມີຄ່າຫຼາຍ. ຄວາມເຊື່ອຂອງເປໂຕເຮັດໃຫ້ລາວມີຄວາມສາມາດທີ່ຈະຍ່າງເທິງໜ້ານ້ຳໄດ້ ເຊິ່ງເປັນສິ່ງທີ່ເບິ່ງຄືວ່າເປັນໄປບໍ່ໄດ້ສຳລັບມະນຸດ. ນອກຈາກນັ້ນ ຄວາມເຊື່ອຍັງຊ່ວຍເຮົາໃຫ້ເຮັດໃນສິ່ງທີ່ເບິ່ງຄືວ່າເປັນໄປບໍ່ໄດ້. (ມັດທາຍ 21:21, 22) ພວກເຮົາບາງຄົນໄດ້ປ່ຽນທັດສະນະແລະການປະພຶດຫຼາຍຢ່າງຈົນຄົນທີ່ເຄີຍຮູ້ຈັກກັບເຮົາມາກ່ອນກໍຈື່ບໍ່ໄດ້. ເຮົາເຮັດການປ່ຽນແປງເຫຼົ່ານີ້ເພາະເຮົາຮັກພະເຢໂຫວາ ແລະເພາະພະອົງຊ່ວຍເຮົາໃຫ້ປ່ຽນແປງຕົວເອງໄດ້. (ອ່ານໂກໂລດ 3:5-10) ຄວາມເຊື່ອກະຕຸ້ນເຮົາໃຫ້ອຸທິດຕົວແກ່ພະເຢໂຫວາແລະໄດ້ມາເປັນເພື່ອນຂອງພະອົງ ເຮົາຈະເຮັດສິ່ງນີ້ບໍ່ໄດ້ຖ້າພະອົງບໍ່ຊ່ວຍເຮົາ.—ເອເຟດ 2:8
5 ຄວາມເຊື່ອເຮັດໃຫ້ເຮົາເຂັ້ມແຂງຂຶ້ນ. ຕົວຢ່າງເຊັ່ນ: ຄວາມເຊື່ອຊ່ວຍເຮົາໃຫ້ຕ້ານທານການໂຈມຕີຂອງພະຍາມານ ເຊິ່ງເປັນສັດຕູໂຕທີ່ມີລິດເດດຫຼາຍ. (ເອເຟດ 6:16) ນອກຈາກນັ້ນ ຍ້ອນເຮົາວາງໃຈໃນພະເຢໂຫວາ ເຮົາຈຶ່ງບໍ່ຕ້ອງກັງວົນຫຼາຍເກີນໄປເມື່ອປະສົບກັບບັນຫາຕ່າງໆ. ພະເຢໂຫວາສັນຍາວ່າຈະຈັດໃຫ້ເຮົາມີສິ່ງທີ່ຈຳເປັນໃນການດຳລົງຊີວິດ ຖ້າເຮົາມີຄວາມເຊື່ອໃນພະອົງແລະຖ້າເຮົາຈັດໃຫ້ລາຊະອານາຈັກມາເປັນອັນດັບທຳອິດໃນຊີວິດຂອງເຮົາ. (ມັດທາຍ 6:30-34) ຫຼາຍກວ່ານັ້ນອີກ ພະເຢໂຫວາຍັງຈະມອບຊີວິດຕະຫຼອດໄປໃຫ້ເປັນຂອງຂວັນທີ່ລ້ຳຄ່າແກ່ເຮົາ.—ໂຢຮັນ 3:16
ການສູນເສຍການຈົດຈໍ່ສາມາດນຳໄປສູ່ການສູນເສຍຄວາມເຊື່ອ
6, 7. (ກ) ເຮົາອາດປຽບທຽບລົມພາຍຸແລະຄື້ນທີ່ເຮັດໃຫ້ເປໂຕຢ້ານ ເປັນຄືກັບຫຍັງ? (ຂ) ເປັນຫຍັງເຮົາຕ້ອງເຂົ້າໃຈວ່າເປັນໄປໄດ້ທີ່ເຮົາຈະສູນເສຍຄວາມເຊື່ອ?
6 ໃນຂະນະທີ່ເປໂຕຍ່າງຢູ່ເທິງໜ້ານ້ຳທະເລຄາລິເລ ລາວກໍຮູ້ສຶກຢ້ານ. ຍ້ອນຫຍັງ? ຍ້ອນລົມພາຍຸແລະຄື້ນ. ສິ່ງນີ້ອາດປຽບທຽບໄດ້ຄືກັບບັນຫາຫຼາຍຢ່າງແລະການລໍ້ໃຈຕ່າງໆທີ່ຄລິດສະຕຽນປະສົບໃນທຸກມື້ນີ້. ເຖິງວ່າບັນຫາເຫຼົ່ານີ້ຈະຫຍຸ້ງຍາກຫຼາຍ ແຕ່ເຮົາກໍສາມາດເຂັ້ມແຂງໄດ້ໂດຍອາໄສການຊ່ວຍເຫຼືອທີ່ມາຈາກພະເຢໂຫວາ. ຂໍໃຫ້ຈື່ສິ່ງທີ່ເກີດຂຶ້ນກັບເປໂຕ ລາວບໍ່ໄດ້ຈົມນ້ຳຍ້ອນລົມພາຍຸແລະຄື້ນທີ່ຊັດໃສ່ລາວ. ຄຳພີໄບເບິນກ່າວວ່າ: “ເມື່ອໄດ້ເຫັນລົມພັດແຮງທ່ານໄດ້ຢ້ານ.” (ມັດທາຍ 14:30) ເປໂຕເຊົາແນມເບິ່ງພະເຍຊູແລະຈົດຈໍ່ຢູ່ທີ່ຄວາມແຮງຂອງລົມພາຍຸ. ຈາກນັ້ນ ຄວາມເຊື່ອຂອງລາວກໍເລີ່ມອ່ອນລົງ. ຄ້າຍຄືກັນ ຖ້າເຮົາຈົດຈໍ່ຢູ່ກັບບັນຫາຕ່າງໆ ເຮົາກໍຈະເລີ່ມສົງໄສວ່າພະເຢໂຫວາຈະຊ່ວຍເຫຼືອເຮົາຫຼືບໍ່?
ຖ້າເຮົາຈົດຈໍ່ຢູ່ຜິດບ່ອນ ຄວາມເຊື່ອຂອງເຮົາສາມາດອ່ອນລົງໄດ້ໄວ
7 ເຮົາຕ້ອງເຂົ້າໃຈວ່າເປັນໄປໄດ້ທີ່ເຮົາຈະສູນເສຍຄວາມເຊື່ອ. ຍ້ອນຫຍັງ? ຍ້ອນຄຳພີໄບເບິນກ່າວວ່າການສູນເສຍຄວາມເຊື່ອເປັນ “ບາບທີ່ຕິດງ່າຍກັບເຮົາທັງຫຼາຍ.” (ເຫບເລີ 12:1) ຄ້າຍຄືກັບເປໂຕ ຖ້າເຮົາຈົດຈໍ່ຢູ່ຜິດບ່ອນ ຄວາມເຊື່ອຂອງເຮົາສາມາດອ່ອນລົງໄດ້ໄວ. ດັ່ງນັ້ນ ເຮົາຈະຮູ້ໄດ້ແນວໃດວ່າຄວາມເຊື່ອຂອງເຮົາຕົກຢູ່ໃນອັນຕະລາຍ? ການພິຈາລະນາຄຳຖາມຕໍ່ໄປນີ້ຈະຊ່ວຍເຮົາໃຫ້ກວດສອບເບິ່ງຕົວເອງໄດ້.
8. ອາດເປັນໄປໄດ້ແນວໃດທີ່ຄຳສັນຍາຂອງພະເຈົ້າຈະເປັນຈິງຕໍ່ເຮົາໜ້ອຍລົງກວ່າແຕ່ກ່ອນ?
8 ຄຳສັນຍາຂອງພະເຈົ້າເປັນຈິງສຳລັບຂ້ອຍໃນຕອນນີ້ຄືກັບແຕ່ກ່ອນບໍ? ຕົວຢ່າງເຊັ່ນ: ພະເຈົ້າສັນຍາວ່າຈະກຳຈັດໂລກທີ່ຊາຕານປົກຄອງ. ແຕ່ເຮົາຖືກດຶງດູດໃຈດ້ວຍຄວາມບັນເທີງໃນຫຼາຍຮູບແບບທີ່ໂລກສະເໜີໃຫ້ບໍ? ຖ້າເປັນເຊັ່ນນັ້ນ ເຮົາອາດຈະເລີ່ມສົງໄສໃນເລື່ອງທີ່ວ່າອະວະສານໃກ້ເຂົ້າມາ. (ຫາບາກຸກ 2:3) ຂໍໃຫ້ຄິດເຖິງອີກຕົວຢ່າງໜຶ່ງ ພະເຢໂຫວາຈັດໃຫ້ມີຄ່າໄຖ່ແລະສັນຍາວ່າຈະໃຫ້ອະໄພສຳລັບຄວາມຜິດພາດຂອງເຮົາ. ແຕ່ຖ້າເຮົາຈົດຈໍ່ຢູ່ກັບຄວາມຜິດພາດໃນອະດີດ ເຮົາອາດເລີ່ມສົງໄສວ່າພະເຢໂຫວາໄດ້ໃຫ້ອະໄພເຮົາແທ້ໆບໍ. (ກິດຈະການ 3:19) ຜົນກໍຄື ເຮົາສາມາດສູນເສຍຄວາມຍິນດີໃນການຮັບໃຊ້ພະເຢໂຫວາແລະເຊົາປະກາດ.
9. ຈະເກີດຫຍັງຂຶ້ນຖ້າຊີວິດຂອງເຮົາຈົດຈໍ່ຢູ່ທີ່ເລື່ອງຂອງຕົນເອງ?
9 ຂ້ອຍຍັງໃຫ້ພະເຢໂຫວາຈົນສຸດຄວາມສາມາດຂອງຂ້ອຍບໍ? ເມື່ອເຮົາຮັບໃຊ້ພະເຢໂຫວາຢ່າງສຸດຄວາມສາມາດ ສິ່ງນີ້ຈະຊ່ວຍເຮົາໃຫ້ຈົດຈໍ່ຢູ່ກັບຄວາມຫວັງຂອງເຮົາໃນອະນາຄົດ. ແຕ່ຈະວ່າແນວໃດຖ້າເຮົາເລີ່ມຈົດຈໍ່ຫຼາຍຂຶ້ນໃນເລື່ອງຂອງຕົນເອງ? ຕົວຢ່າງເຊັ່ນ: ເຮົາອາດຈະຍອມຮັບເອົາວຽກທີ່ມີລາຍໄດ້ສູງ ແຕ່ເຮັດໃຫ້ເຮົາຮັບໃຊ້ພະເຢໂຫວາບໍ່ໄດ້ເຕັມທີ. ສິ່ງນີ້ສາມາດເຮັດໃຫ້ຄວາມເຊື່ອຂອງເຮົາອ່ອນລົງ ແລະເຮົາສາມາດ “ກາຍເປັນຄົນຂີ້ຄ້ານ” ນັ້ນຄືເຮັດສຳລັບພະເຢໂຫວາໜ້ອຍກວ່າທີ່ເຮົາສາມາດເຮັດໄດ້ແທ້ໆ.—ເຫບເລີ 6:10-12
ລູກສິດຂອງພະເຍຊູຍັງຮຽນຮູ້ວ່າເຂົາເຈົ້າຈຳເປັນຕ້ອງມີຄວາມເຊື່ອເພື່ອຈະໃຫ້ອະໄພຄົນອື່ນໄດ້
10. ເມື່ອໃຫ້ອະໄພຄົນອື່ນ ເຮົາສະແດງໃຫ້ເຫັນແນວໃດວ່າເຮົາເຊື່ອໃນພະເຢໂຫວາ?
10 ການໃຫ້ອະໄພເປັນເລື່ອງຍາກສຳລັບຂ້ອຍບໍ? ເມື່ອຄົນອື່ນເຮັດໃຫ້ເຮົາບໍ່ພໍໃຈຫຼືເຈັບໃຈ ເຮົາໃຈຮ້າຍໃຫ້ເຂົາເຈົ້າຫຼືເຊົາເວົ້ານຳເຂົາເຈົ້າບໍ? ຖ້າເປັນເຊັ່ນນັ້ນ ເຮົາອາດຈົດຈໍ່ຢູ່ກັບຄວາມຮູ້ສຶກຂອງຕົນເອງຫຼາຍເກີນໄປ. ເມື່ອໃຫ້ອະໄພຄົນອື່ນ ເຮົາສະແດງໃຫ້ເຫັນວ່າເຮົາເຊື່ອໃນພະເຢໂຫວາ. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ ຖ້າບາງຄົນເຮັດຜິດຕໍ່ເຮົາ ກໍເທົ່າກັບວ່າເຂົາເຈົ້າເປັນໜີ້ເຮົາ. ເມື່ອເຮົາເຮັດຜິດຕໍ່ພະເຢໂຫວາ ກໍເທົ່າກັບວ່າເຮົາເປັນໜີ້ພະອົງ. (ລືກາ 11:4) ດັ່ງນັ້ນ ເມື່ອເຮົາໃຫ້ອະໄພຄົນອື່ນ ເຮົາກໍກຳລັງວາງໃຈໃນພະເຢໂຫວາ. ເຮົາໝັ້ນໃຈວ່າພະອົງຈະອວຍພອນທັດສະນະຂອງເຮົາ ແລະພະພອນຈາກພະອົງກໍມີຄ່າຫຼາຍກວ່າການເຮັດໃຫ້ຄົນທີ່ເຮັດຜິດຕໍ່ເຮົາຊົດໄຊ້ຄືນ. ລູກສິດຂອງພະເຍຊູໄດ້ຮຽນຮູ້ວ່າເຂົາເຈົ້າຈຳເປັນຕ້ອງມີຄວາມເຊື່ອ ເພື່ອຈະໃຫ້ອະໄພຄົນອື່ນໄດ້. ເມື່ອພະເຍຊູບອກພວກລູກສິດໃຫ້ອະໄພຄົນທີ່ເຮັດຜິດຕໍ່ເຂົາເຈົ້າຫຼາຍຄັ້ງ ເຂົາເຈົ້າໄດ້ອ້ອນວອນຂໍກັບພະເຍຊູວ່າ: ‘ຂໍໂຜດໃຫ້ພວກຂ້າພະເຈົ້າມີຄວາມເຊື່ອຫຼາຍຂຶ້ນ.’—ລືກາ 17:1-5
11. ເມື່ອໄດ້ຮັບຄຳແນະນຳ ເປັນຫຍັງເຮົາອາດບໍ່ໄດ້ບົດຮຽນຈາກຄຳແນະນຳນັ້ນ?
11 ເມື່ອໄດ້ຮັບຄຳແນະນຳ ຂ້ອຍບໍ່ພໍໃຈບໍ? ໃຫ້ເບິ່ງວ່າເຮົາຈະໄດ້ບົດຮຽນຫຍັງຈາກຄຳແນະນຳນັ້ນ ບໍ່ແມ່ນເບິ່ງທີ່ຂໍ້ຜິດພາດໃນຄຳແນະນຳຫຼືຂໍ້ບົກພ່ອງຂອງຄົນທີ່ໃຫ້ຄຳແນະນຳນັ້ນ. (ສຸພາສິດ 19:20) ສະນັ້ນ ຢ່າພາດໂອກາດໃນການຮຽນຮູ້ທີ່ຈະຄິດຄືກັບທີ່ພະເຢໂຫວາຄິດ!
12. ຖ້າຄົນຜູ້ໜຶ່ງຈົ່ມຢູ່ເລື້ອຍໆກ່ຽວກັບຜູ້ທີ່ນຳໜ້າ ສະແດງວ່າລາວມີບັນຫາຫຍັງ?
12 ຂ້ອຍຈົ່ມກ່ຽວກັບຜູ້ທີ່ນຳໜ້າໃນປະຊາຄົມບໍ? ເມື່ອຊາວອິດສະລາແອນຈົດຈໍ່ຢູ່ກັບການລາຍງານທີ່ບໍ່ດີຂອງຜູ້ສອດແນມສິບຄົນ ເຂົາເຈົ້າໄດ້ຈົ່ມກ່ຽວກັບໂມເຊແລະອາໂລນ. ດັ່ງນັ້ນ ພະເຢໂຫວາຈຶ່ງຖາມໂມເຊວ່າ: “ເຂົາຈະບໍ່ເຊື່ອເຮົາຍັງດົນປານໃດ?” (ຈົດເຊັນບັນຊີ 14:2-4, 11) ແມ່ນແລ້ວ ພະເຢໂຫວາຮູ້ວ່າຊາວອິດສະລາແອນບໍ່ໄດ້ວາງໃຈໃນພະອົງ ເພາະເຂົາເຈົ້າຈົ່ມຕໍ່ຕ້ານໂມເຊແລະອາໂລນ ເຊິ່ງເປັນຄົນທີ່ພະອົງແຕ່ງຕັ້ງ. ຄ້າຍຄືກັນ ຖ້າເຮົາຈົ່ມຢູ່ເລື້ອຍໆກ່ຽວກັບຄົນທີ່ພະເຢໂຫວາໃຊ້ເພື່ອນຳໜ້າປະຊາຊາຊົນຂອງພະອົງໃນທຸກມື້ນີ້ ສິ່ງນີ້ອາດສະແດງໃຫ້ເຫັນວ່າຄວາມເຊື່ອຂອງເຮົາອ່ອນລົງ.
13. ຖ້າເຫັນວ່າຄວາມເຊື່ອຂອງເຮົາອ່ອນລົງ ເປັນຫຍັງເຮົາບໍ່ຄວນຮູ້ສຶກຜິດຫວັງ?
13 ເມື່ອພິຈາລະນາຄຳຖາມເຫຼົ່ານີ້ແລ້ວ ຢ່າຮູ້ສຶກຜິດຫວັງຖ້າເຫັນວ່າຄວາມເຊື່ອຂອງເຈົ້າອ່ອນລົງ. ຂໍໃຫ້ຈື່ວ່າແມ່ນແຕ່ອັກຄະສາວົກເປໂຕກໍຮູ້ສຶກຢ້ານແລະເລີ່ມສົງໄສ. ໃນບາງຄັ້ງ ພະເຍຊູໄດ້ຕຳໜິອັກຄະສາວົກທຸກຄົນວ່າ ເຂົາເຈົ້າ “ມີຄວາມເຊື່ອໜ້ອຍ.” (ມັດທາຍ 16:8) ຢ່າງໃດກໍຕາມ ເຮົາສາມາດໄດ້ບົດຮຽນທີ່ສຳຄັນຈາກປະສົບການຂອງເປໂຕ. ຂໍໃຫ້ສັງເກດສິ່ງທີ່ລາວໄດ້ເຮັດຫຼັງຈາກທີ່ລາວເລີ່ມສົງໄສແລ້ວກໍຈົມລົງໃນນ້ຳທະເລ.
ການຈົດຈໍ່ຢູ່ທີ່ພະເຍຊູເພື່ອເຮັດໃຫ້ຄວາມເຊື່ອເຂັ້ມແຂງຂຶ້ນ
14, 15. (ກ) ເມື່ອເລີ່ມຈົມນ້ຳ ເປໂຕໄດ້ເຮັດຫຍັງ? (2) ເຮົາຈະ “ເພ່ງຕາ” ທີ່ພະເຍຊູໄດ້ແນວໃດ?
14 ເປໂຕເຮັດຫຍັງເມື່ອລາວເລີ່ມຈົມນ້ຳ? ເປໂຕລອຍນ້ຳເກັ່ງ ດັ່ງນັ້ນ ລາວສາມາດຕັດສິນໃຈລອຍນ້ຳກັບຄືນມາຫາເຮືອກໍໄດ້. (ໂຢຮັນ 21:7) ແຕ່ເປັນຫຍັງເປໂຕຈຶ່ງບໍ່ເຮັດແນວນັ້ນ? ຍ້ອນລາວບໍ່ໝັ້ນໃຈວ່າຈະຊ່ວຍຊີວິດຕົວເອງໄດ້ ດັ່ງນັ້ນ ເປໂຕຈຶ່ງຈົດຈໍ່ຢູ່ທີ່ພະເຍຊູອີກຄັ້ງໜຶ່ງແລະຍອມໃຫ້ພະເຍຊູຊ່ວຍ. ຖ້າສັງເກດເຫັນວ່າຄວາມເຊື່ອຂອງເຮົາເລີ່ມອ່ອນລົງ ເຮົາຄວນຈະຮຽນແບບເປໂຕ. ເຮົາຈະເຮັດເຊັ່ນນັ້ນໄດ້ແນວໃດ?
15 ຄືກັບທີ່ເປໂຕໄດ້ຈົດຈໍ່ຢູ່ທີ່ພະເຍຊູອີກຄັ້ງໜຶ່ງເພື່ອໃຫ້ເພິ່ນຊ່ວຍ ເຮົາກໍຄືກັນຕ້ອງ “ເພ່ງຕາ” ທີ່ພະເຍຊູ. (ອ່ານເຫບເລີ 12:2, 3) ແຕ່ເຮົາບໍ່ສາມາດເຫັນເພິ່ນດ້ວຍຕາຂອງເຮົາຄືກັບທີ່ເປໂຕເຫັນ. ດັ່ງນັ້ນ ເຮົາຈະ “ເພ່ງຕາ” ທີ່ພະເຍຊູໄດ້ແນວໃດ? ເຮົາສາມາດຮຽນຮູ້ໃນສິ່ງຕ່າງໆທີ່ພະເຍຊູສອນແລະປະຕິບັດ ແລ້ວຈາກນັ້ນກໍໃຫ້ເຮົາຮຽນແບບຂອງເພິ່ນໃຫ້ໄດ້ໃກ້ຄຽງທີ່ສຸດ. ເມື່ອເຮັດແນວນັ້ນ ເຮົາຈະໄດ້ຮັບການຊ່ວຍເຫຼືອທີ່ຈຳເປັນເພື່ອເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງຂຶ້ນ. ຂໍໃຫ້ເຮົາພິຈາລະນາບາງວິທີທີ່ເຮົາສາມາດຮຽນແບບພະເຍຊູ.
ເຮົາສາມາດມີຄວາມເຊື່ອທີ່ເຂັ້ມແຂງ ເມື່ອເຮົາຈົດຈໍ່ຢູ່ທີ່ຕົວຢ່າງຂອງພະເຍຊູແລະຮຽນແບບເພິ່ນໃຫ້ໄດ້ໃກ້ຄຽງທີ່ສຸດ (ເບິ່ງຂໍ້ 15)
16. ຄຳພີໄບເບິນສາມາດຊ່ວຍເຮົາໂດຍວິທີໃດເພື່ອເຮັດໃຫ້ມີຄວາມເຊື່ອທີ່ເຂັ້ມແຂງຂຶ້ນ?
16 ເສີມສ້າງຄວາມໝັ້ນໃຈໃນຄຳພີໄບເບິນໃຫ້ຫຼາຍຂຶ້ນ. ພະເຍຊູໝັ້ນໃຈວ່າຄຳພີໄບເບິນເປັນພະຄຳຂອງພະເຈົ້າແລະເປັນສິ່ງທີ່ໃຫ້ຄຳແນະນຳເຮົາໄດ້ດີທີ່ສຸດ. (ໂຢຮັນ 17:17) ເພື່ອຈະຮຽນແບບພະເຍຊູ ເຮົາຕ້ອງອ່ານແລະສຶກສາຄຳພີໄບເບິນທຸກມື້ ແລະຄິດຕຶກຕອງໃນສິ່ງທີ່ເຮົາໄດ້ຮຽນຮູ້. ນອກຈາກນັ້ນ ເຮົາຕ້ອງຄົ້ນຄວ້າຫາຄຳຕອບສຳລັບຄຳຖາມຕ່າງໆທີ່ເຮົາອາດຈະມີ. ຕົວຢ່າງເຊັ່ນ: ເຈົ້າເຊື່ອແທ້ໆບໍວ່າເຮົາກຳລັງມີຊີວິດຢູ່ໃນສະໄໝສຸດທ້າຍ? ໃຫ້ເສີມສ້າງຄວາມເຊື່ອຂອງເຈົ້າໃນເລື່ອງທີ່ວ່າອະວະສານໃກ້ເຂົ້າມາແລ້ວ ໂດຍການສຶກສາຄຳພະຍາກອນທີ່ມີໃນຄຳພີໄບເບິນເຊິ່ງພິສູດວ່າເຮົາກຳລັງມີຊີວິດຢູ່ໃນສະໄໝສຸດທ້າຍ. ເຈົ້າຕ້ອງການເຮັດໃຫ້ຄວາມເຊື່ອຂອງຕົນເອງເຂັ້ມແຂງຂຶ້ນໃນເລື່ອງຄຳສັນຍາຂອງພະເຈົ້າກ່ຽວກັບອະນາຄົດບໍ? ຖ້າເປັນເຊັ່ນນັ້ນກໍໃຫ້ສຶກສາຄຳພະຍາກອນທີ່ໄດ້ສຳເລັດເປັນຈິງແລ້ວ. ເຈົ້າເຊື່ອແທ້ໆບໍວ່າຄຳພີໄບເບິນໃຊ້ໄດ້ແທ້ໃນທຸກມື້ນີ້? ເຈົ້າສາມາດອ່ານກ່ຽວກັບເລື່ອງຂອງພີ່ນ້ອງຊາຍຍິງທີ່ໄດ້ປ່ຽນແປງຊີວິດຂອງຕົນເອງໃຫ້ດີຂຶ້ນຍ້ອນຄຳແນະນຳທີ່ມີໃນຄຳພີໄບເບິນ.a—1 ເທຊະໂລນີກ 2:13
17. ເປັນຫຍັງພະເຍຊູຈຶ່ງອົດທົນກັບການທົດລອງທີ່ໜັກໜ່ວງສຸດຂີດໄດ້ ແລະເຮົາຈະຮຽນແບບເພິ່ນໄດ້ແນວໃດ?
17 ຈົດຈໍ່ຢູ່ທີ່ພະພອນຕ່າງໆທີ່ພະເຢໂຫວາໄດ້ສັນຍາໄວ້. ພະເຍຊູຈົດຈໍ່ຢູ່ທີ່ພະພອນໃນອະນາຄົດ ແລະສິ່ງນີ້ຊ່ວຍເພິ່ນໃຫ້ອົດທົນກັບການທົດລອງທີ່ໜັກໜ່ວງສຸດຂີດໄດ້. (ເຫບເລີ 12:2) ພະເຍຊູບໍ່ເຄີຍຖືກດຶງດູດໃຈດ້ວຍສິ່ງທີ່ໂລກສະເໜີໃຫ້. (ມັດທາຍ 4:8-10) ເຮົາຈະຮຽນແບບພະເຍຊູໄດ້ແນວໃດ? ໂດຍຄິດຕຶກຕອງໃນຄຳສັນຍາທີ່ດີເລີດທີ່ພະເຢໂຫວາໄດ້ສັນຍາໄວ້. ໃຫ້ນຶກພາບວ່າເຈົ້າເອງຢູ່ໃນໂລກໃໝ່. ໃຫ້ຂຽນຫຼືແຕ້ມສິ່ງທີ່ເຈົ້າຈະເຮັດໃນທີ່ນັ້ນ ຫຼືຂຽນລາຍຊື່ຂອງຄົນທີ່ຈະຟື້ນຄືນມາຈາກຕາຍເຊິ່ງເຈົ້າຢາກຈະເວົ້ານຳ ແລະຂຽນສິ່ງທີ່ເຈົ້າຢາກຈະເວົ້າກັບເຂົາເຈົ້າ. ຄືກັບທີ່ພະເຍຊູໄດ້ຈົດຈໍ່ຢູ່ທີ່ພະພອນຕ່າງໆ ໃຫ້ເຈົ້າເບິ່ງສິ່ງເຫຼົ່ານີ້ວ່າເປັນຄຳສັນຍາທີ່ພະເຈົ້າເຮັດກັບເຈົ້າເປັນສ່ວນຕົວ ບໍ່ແມ່ນສຳລັບຄົນໂດຍທົ່ວໄປ.
18. ເຈົ້າຈະອະທິດຖານແນວໃດເພື່ອເຮັດໃຫ້ຄວາມເຊື່ອຂອງເຈົ້າເຂັ້ມແຂງຂຶ້ນ?
18 ອະທິດຖານຂໍໃຫ້ມີຄວາມເຊື່ອຫຼາຍຂຶ້ນ. ພະເຍຊູສອນພວກລູກສິດໃຫ້ອະທິດຖານຂໍພະລັງບໍລິສຸດຈາກພະເຢໂຫວາ. (ລືກາ 11:9, 13) ດັ່ງນັ້ນ ເມື່ອອະທິດຖານຂໍພະລັງບໍລິສຸດ ໃຫ້ເຮົາຂໍເພື່ອຈະມີຄວາມເຊື່ອເພີ່ມຂຶ້ນນຳ ເພາະຄວາມເຊື່ອເປັນໜຶ່ງໃນຜົນຂອງພະລັງບໍລິສຸດ. ເຈົ້າສາມາດອະທິດຖານຂໍຢ່າງສະເພາະເຈາະຈົງ. ຕົວຢ່າງເຊັ່ນ: ຖ້າເຈົ້າຮູ້ສຶກວ່າການໃຫ້ອະໄພຄົນອື່ນເປັນເລື່ອງຍາກສຳລັບເຈົ້າ ໃຫ້ເຈົ້າອະທິດຖານຂໍກັບພະເຢໂຫວາວ່າໃຫ້ສາມາດຮັກສາຄວາມເຊື່ອທີ່ເຂັ້ມແຂງໄວ້ໄດ້ແລະຊ່ວຍເຈົ້າໃຫ້ເປັນຄົນທີ່ໃຫ້ອະໄພຄົນອື່ນ.
19. ເຮົາຈະເລືອກໝູ່ທີ່ດີໄດ້ແນວໃດ?
19 ເລືອກໝູ່ທີ່ມີຄວາມເຊື່ອເຂັ້ມແຂງ. ພະເຍຊູເລືອກໝູ່ຢ່າງລະມັດລະວັງ. ໝູ່ທີ່ໃກ້ຊິດທີ່ສຸດຂອງເພິ່ນແມ່ນພວກອັກຄະສາວົກທີ່ສັດຊື່ ພັກດີ ແລະເຊື່ອຟັງເພິ່ນ. (ອ່ານໂຢຮັນ 15:14, 15) ດັ່ງນັ້ນ ຂໍໃຫ້ເຈົ້າຮຽນແບບພະເຍຊູໂດຍການເລືອກໝູ່ຢ່າງລະມັດລະວັງ. ເຂົາເຈົ້າຄວນເປັນຄົນທີ່ມີຄວາມເຊື່ອທີ່ເຂັ້ມແຂງແລະເປັນຄົນທີ່ເຊື່ອຟັງພະເຍຊູ. ເພື່ອນແທ້ສາມາດສັດຊື່ຕໍ່ກັນແລະກັນ ແມ່ນແຕ່ເມື່ອເຂົາເຈົ້າຈຳເປັນຕ້ອງໃຫ້ຫຼືຮັບເອົາຄຳແນະນຳ.—ສຸພາສິດ 27:9
20. ຜົນຈະເປັນແນວໃດເມື່ອເຮົາຊ່ວຍຄົນອື່ນໃຫ້ສ້າງຄວາມເຊື່ອຂອງເຂົາເຈົ້າໃຫ້ເຂັ້ມແຂງຂຶ້ນ?
20 ຊ່ວຍຄົນອື່ນໃຫ້ສ້າງຄວາມເຊື່ອຂອງເຂົາເຈົ້າ. ພະເຍຊູຊ່ວຍລູກສິດຂອງເພິ່ນໃຫ້ມີຄວາມເຊື່ອທີ່ເຂັ້ມແຂງຂຶ້ນໂດຍສິ່ງທີ່ເພິ່ນເວົ້າແລະປະຕິບັດ. (ມາລະໂກ 11:20-24) ເຮົາຄວນຮຽນແບບພະເຍຊູ. ເມື່ອເຮັດແບບນັ້ນ ເຮົາຈະເຮັດໃຫ້ຄວາມເຊື່ອຂອງເຮົາແລະຄວາມເຊື່ອຂອງຄົນອື່ນເຂັ້ມແຂງຂຶ້ນນຳ. (ສຸພາສິດ 11:25) ເຈົ້າຈະຊ່ວຍຄົນໃນເຂດປະກາດໄດ້ແນວໃດ? ເມື່ອສອນຄຳພີໄບເບິນ ໃຫ້ເນັ້ນສິ່ງທີ່ພິສູດວ່າພະເຈົ້າມີຢູ່ຈິງ ພະອົງຫ່ວງໃຍພວກເຮົາ ແລະຄຳພີໄບເບິນເປັນພະຄຳຂອງພະອົງ. ເຈົ້າຈະຊ່ວຍພີ່ນ້ອງຊາຍຍິງແນວໃດເພື່ອໃຫ້ເຂົາເຈົ້າມີຄວາມເຊື່ອເຂັ້ມແຂງຂຶ້ນ? ຖ້າເຈົ້າສັງເກດເຫັນພີ່ນ້ອງບາງຄົນຈົ່ມກ່ຽວກັບພີ່ນ້ອງຊາຍທີ່ນຳໜ້າ ຢ່າຟ້າວຫຼີກໜີຈາກລາວ. ໃຫ້ພະຍາຍາມຜ່ອນສັ້ນຜ່ອນຍາວໃນການຊ່ວຍລາວໃຫ້ຟື້ນຟູຄວາມເຊື່ອ. (ຢູເດ 22, 23) ຖ້າເຈົ້າຍັງຮຽນໜັງສືຢູ່ແລະອາຈານເວົ້າເຖິງເລື່ອງວິວັດທະນາການ ໃຫ້ເຈົ້າກ້າຫານແລະປົກປ້ອງຄວາມເຊື່ອຂອງເຈົ້າໃນເລື່ອງກ່ຽວກັບການສ້າງ. ເຈົ້າອາດແປກໃຈກໍໄດ້ທີ່ຄຳເວົ້າຂອງເຈົ້າສົ່ງຜົນກະທົບຕໍ່ຄົນອື່ນໃນທາງທີ່ດີ.
21. ພະເຢໂຫວາໄດ້ສັນຍາຫຍັງກັບເຮົາແຕ່ລະຄົນ?
21 ພະເຢໂຫວາແລະພະເຍຊູຊ່ວຍເປໂຕໃຫ້ເອົາຊະນະຂໍ້ສົງໄສແລະຄວາມຢ້ານ. ໃນເວລາຕໍ່ມາ ເປໂຕໄດ້ເປັນແບບຢ່າງໃຫ້ແກ່ຄົນອື່ນໃນເລື່ອງຄວາມເຊື່ອທີ່ເຂັ້ມແຂງ. ໃນທຳນອງດຽວກັນ ພະເຢໂຫວາຊ່ວຍເຮົາແຕ່ລະຄົນໃຫ້ໝັ້ນຄົງໃນຄວາມເຊື່ອ. (ອ່ານ 1 ເປໂຕ 5:9, 10) ເພື່ອຈະເຮັດໄດ້ແບບນັ້ນ ເຮົາຕ້ອງອອກຄວາມພະຍາຍາມຫຼາຍໃນການສ້າງຄວາມເຊື່ອໃຫ້ເຂັ້ມແຂງ ແຕ່ພະເຢໂຫວາຈະໃຫ້ລາງວັນແກ່ເຮົາເມື່ອເຮົາພະຍາຍາມທີ່ຈະເຮັດເຊັ່ນນັ້ນ.
a ເພື່ອເປັນຕົວຢ່າງ ຂໍໃຫ້ເບິ່ງຊຸດບົດຄວາມທີ່ຊື່ວ່າ “ຄຳພີໄບເບິນປ່ຽນຊີວິດຄົນ” ໃນຫໍສັງເກດການ ສະບັບສາທາລະນະ.