ການເປັນຄົນສັດຊື່ເຮັດໃຫ້ພະເຈົ້າພໍໃຈ
‘ຈົ່ງກະທຳຕາມແບບຢ່າງຄົນທັງຫຼາຍນັ້ນທີ່ມີຄວາມເຊື່ອແລະຄວາມອົດທົນ ເຊິ່ງໄດ້ຮັບສິ່ງທີ່ສັນຍາໄວ້ເປັນລາງວັນ’—ເຫບເລີ 6:12
ເພງ: 86, 54
1, 2. ເຢບເທແລະລູກສາວປະເຊີນກັບເລື່ອງໃດທີ່ເຮັດໃຫ້ໜັກໃຈ?
ຍິງສາວຄົນໜຶ່ງແລ່ນອອກມາຕ້ອນຮັບພໍ່. ລາວດີໃຈຫຼາຍທີ່ໄດ້ເຫັນພໍ່ກັບຄືນມາເຮືອນດ້ວຍຄວາມປອດໄພຈາກການສູ້ຮົບ. ໄຊຊະນະທີ່ຍິ່ງໃຫຍ່ຂອງພໍ່ເຮັດໃຫ້ລາວຮ້ອງເພງແລະເຕັ້ນຢ່າງມີຄວາມສຸກ. ແຕ່ສິ່ງທີ່ພໍ່ຈະເຮັດແລະເວົ້າຕໍ່ໄປຄົງເຮັດໃຫ້ລາວແປກໃຈ. ພໍ່ຂອງລາວຈີກເສື້ອແລະຮ້ອງອອກມາວ່າ: “ລູກສາວເອີຍ ເຈົ້າເຮັດໃຫ້ຫົວໃຈຂອງພໍ່ແຕກສະຫຼາຍ.” ຈາກນັ້ນ ພໍ່ໄດ້ບອກລູກສາວວ່າ ລາວໄດ້ເຮັດຄຳສັນຍາກັບພະເຢໂຫວາເຊິ່ງຈະເຮັດໃຫ້ຊີວິດຂອງລູກສາວປ່ຽນໄປຕະຫຼອດການ. ຄຳສັນຍານັ້ນຈະໝາຍເຖິງວ່າລູກສາວຂອງລາວບໍ່ສາມາດແຕ່ງດອງຫຼືມີລູກໄດ້. ແຕ່ທັນໃດນັ້ນລູກສາວກໍຕອບດ້ວຍຖ້ອຍຄຳທີ່ອົບອຸ່ນເຊິ່ງໜູນກຳລັງໃຈຜູ້ເປັນພໍ່ໃຫ້ເຮັດຕາມຄຳສັນຍາທີ່ໃຫ້ໄວ້ກັບພະເຢໂຫວາ. ຄຳຕອບຂອງລູກສາວສະແດງໃຫ້ເຫັນວ່າລາວວາງໃຈຢ່າງເຕັມທີວ່າສິ່ງທີ່ພະເຢໂຫວາຂໍຈາກລາວຈະເປັນສິ່ງທີ່ດີ. (ຜູ້ຕັດສິນ 11:34-37) ເມື່ອຜູ້ເປັນພໍ່ເຫັນຄວາມເຊື່ອຂອງລູກສາວ ພໍ່ກໍມີຄວາມພູມໃຈຫຼາຍໃນຕົວລູກ ເພາະລາວຮູ້ວ່າຄວາມເຕັມໃຈຂອງລູກຈະເຮັດໃຫ້ພະເຢໂຫວາຍິນດີ.
2 ເຢບເທແລະລູກສາວວາງໃຈຢ່າງເຕັມທີໃນພະເຢໂຫວາແລະໃນວິທີການຕ່າງໆຂອງພະອົງ. ເຂົາເຈົ້າຍັງສັດຊື່ ເຖິງວ່າການເຮັດສິ່ງເຫຼົ່ານັ້ນບໍ່ແມ່ນເລື່ອງງ່າຍ. ເຂົາເຈົ້າຕ້ອງການເຮັດໃຫ້ພະເຢໂຫວາພໍໃຈ ແລະນັ້ນຈຶ່ງເປັນການເສຍສະລະຢ່າງໜຶ່ງທີ່ມີຄ່າ.
3. ເປັນຫຍັງຕົວຢ່າງຂອງເຢບເທແລະລູກສາວຈຶ່ງສາມາດຊ່ວຍເຮົາໄດ້ໃນທຸກມື້ນີ້?
3 ບໍ່ແມ່ນເລື່ອງງ່າຍສະເໝີໄປທີ່ຈະຮັກສາຄວາມສັດຊື່ຕໍ່ພະເຢໂຫວາຕໍ່ໆໄປ. ເຮົາຕ້ອງ ‘ຕໍ່ສູ້ເພື່ອຄວາມເຊື່ອ.’ (ຢູເດ 3) ເພື່ອຈະຊ່ວຍເຮົາໃຫ້ເຮັດເຊັ່ນນັ້ນ ຂໍໃຫ້ເຮົາຮຽນຮູ້ວິທີທີ່ເຢບເທແລະລູກສາວຂອງລາວໄດ້ອົດທົນກັບບັນຫາຕ່າງໆໃນການໃຊ້ຊີວິດຂອງເຂົາເຈົ້າ. ເຂົາເຈົ້າຮັກສາຄວາມສັດຊື່ຕໍ່ພະເຢໂຫວາຕໍ່ໆໄປໄດ້ແນວໃດ?
ຮັກສາຄວາມສັດຊື່ຕໍ່ໆໄປເຖິງວ່າຈະໄດ້ຮັບອິດທິພົນຂອງໂລກນີ້
4, 5. (ກ) ເມື່ອເຂົ້າໄປໃນແຜ່ນດິນທີ່ສັນຍາໄວ້ ພະເຢໂຫວາໄດ້ໃຫ້ຄຳສັ່ງຫຍັງແກ່ຊາວອິດສະລາແອນ? (ຂ) ຕາມທີ່ບັນທຶກໃນຄຳເພງບົດ 106 ມີຫຍັງໄດ້ເກີດຂຶ້ນກັບພວກອິດສະລາແອນເນື່ອງຈາກເຂົາເຈົ້າບໍ່ເຊື່ອຟັງ?
4 ໃນແຕ່ລະມື້ ເຢບເທແລະລູກສາວຄົງຈະໄດ້ຮັບການເຕືອນໃຈກ່ຽວກັບຜົນທີ່ໄດ້ຈາກການທີ່ຊາວອິດສະລາແອນບໍ່ເຊື່ອຟັງພະເຢໂຫວາ. ເກືອບ 300 ປີກ່ອນໜ້ານີ້ ພະເຢໂຫວາໄດ້ມີຄຳສັ່ງໃຫ້ຊາວອິດສະລາແອນຂ້າພວກຜູ້ນະມັດສະການພະປອມທັງໝົດໃນແຜ່ນດິນທີ່ສັນຍາໄວ້ ແຕ່ເຂົາເຈົ້າບໍ່ເຊື່ອຟັງພະອົງ. (ພະບັນຍັດ 7:1-4) ຊາວອິດສະລາແອນຫຼາຍຄົນໄດ້ເລີ່ມຮຽນແບບພວກການາອານທີ່ນະມັດສະການພະປອມແລະໃຊ້ຊີວິດໃນແບບທີ່ຜິດສິນລະທຳ.—ອ່ານຄຳເພງ 106:34-39
5 ເນື່ອງຈາກຊາວອິດສະລາແອນບໍ່ເຊື່ອຟັງພະເຢໂຫວາ ດັ່ງນັ້ນ ພະອົງຈຶ່ງບໍ່ໄດ້ປົກປ້ອງເຂົາເຈົ້າຈາກພວກສັດຕູຂອງເຂົາເຈົ້າ. (ຜູ້ຕັດສິນ 2:1-3, 11-15; ຄຳເພງ 106:40-43) ໃນສະພາບການແບບນັ້ນຄົງເປັນເລື່ອງທີ່ຍາກຫຼາຍສຳລັບຄອບຄົວທີ່ຮັກພະເຢໂຫວາທີ່ຈະຮັກສາຄວາມສັດຊື່ໄວ້ຕໍ່ໆໄປຕະຫຼອດຫຼາຍປີທີ່ມີຄວາມຫຍຸ້ງຍາກນີ້. ຢ່າງໃດກໍຕາມ ຄຳພີໄບເບິນກ່າວວ່າມີຄົນທີ່ສັດຊື່ ເຊັ່ນ: ເຢບເທແລະລູກສາວຂອງລາວ ລວມເຖິງເອນການາ ອານາ ແລະຊາເມືອນ. ເຂົາເຈົ້າຕັ້ງໃຈແນ່ວແນ່ທີ່ຈະເຮັດໃຫ້ພະເຢໂຫວາມີຄວາມສຸກ.—1 ຊາເມືອນ 1:20-28; 2:26
6. ໃນທຸກມື້ນີ້ ມີອິດທິພົນຫຍັງແດ່ຢູ່ໂລກນີ້ ແລະເຮົາຕ້ອງເຮັດຫຍັງ?
6 ໃນສະໄໝຂອງເຮົາ ຜູ້ຄົນຄິດແລະເຮັດຄືກັບພວກຊາວການາອານ. ເຂົາເຈົ້າໃຊ້ຊີວິດໂດຍເນັ້ນກ່ຽວກັບເພດສຳພັນ ຄວາມຮຸນແຮງ ແລະເງິນ. ແຕ່ພະເຢໂຫວາໃຫ້ຄຳເຕືອນທີ່ຈະແຈ້ງແກ່ເຮົາ. ພະອົງຕ້ອງການທີ່ຈະປົກປ້ອງເຮົາຄືກັບທີ່ພະອົງຕ້ອງການທີ່ຈະປົກປ້ອງຊາວອິດສະລາແອນຈາກອິດທິພົນທີ່ບໍ່ດີ. ເຮົາຈະຮຽນຮູ້ຈາກກວມຜິດພາດຂອງເຂົາເຈົ້າບໍ? (1 ໂກລິນໂທ 10:6-11) ເຮົາຕ້ອງເຮັດທຸກສິ່ງທີ່ເຮັດໄດ້ເພື່ອຫຼີກລ່ຽງຄວາມຄິດແບບໂລກ. (ໂລມ 12:2) ເຮົາຈະພະຍາຍາມຈົນສຸດຄວາມສາມາດເພື່ອເຮັດແບບນັ້ນບໍ?
ເຢບເທຮັກສາຄວາມສັດຊື່ຕໍ່ໆໄປເຖິງວ່າປະສົບກັບຄວາມຜິດຫວັງ
7. (ກ) ຄົນຂອງເຢບເທໄດ້ເຮັດຫຍັງຕໍ່ລາວ? (ຂ) ເຢບເທຕອບສະໜອງແນວໃດ?
7 ໃນສະໄໝຂອງເຢບເທ ຍ້ອນຊາວອິດສະລາແອນບໍ່ເຊື່ອຟັງພະເຢໂຫວາ ເຂົາເຈົ້າຈຶ່ງຖືກທັງພວກຟີລີດຕີນແລະພວກອາໂມນກົດຂີ່. (ຜູ້ຕັດສິນ 10:7, 8) ນອກຈາກຊາດຕ່າງໆທີ່ເປັນສັດຕູແລ້ວ ເຢບເທຍັງມີບັນຫາຕ່າງໆກັບພວກອ້າຍນ້ອງຂອງລາວເອງແລະກັບພວກຫົວໜ້າຂອງຊາດອິດສະລາແອນ. ເນື່ອງຈາກພວກອ້າຍນ້ອງຂອງລາວອິດສາແລະຊັງລາວ ດັ່ງນັ້ນເຂົາເຈົ້າຈຶ່ງບັງຄັບໃຫ້ລາວອອກຈາກດິນທີ່ເປັນຂອງລາວຢ່າງຖືກຕ້ອງຕາມກົດໝາຍ. (ຜູ້ຕັດສິນ 11:1-3) ເຢບເທບໍ່ຍອມໃຫ້ພຶດຕິກຳທີ່ໂຫດຮ້າຍຂອງຄົນເຫຼົ່ານັ້ນສົ່ງຜົນກະທົບຕໍ່ທັດສະນະຂອງລາວ. ເຮົາຮູ້ໄດ້ແນວໃດ? ເຮົາຮູ້ໄດ້ກໍຍ້ອນວ່າຕອນທີ່ພວກຜູ້ເຖົ້າແກ່ຂອງຊາດອິດສະລາແອນໄດ້ຂໍຮ້ອງໃຫ້ລາວຊ່ວຍເຂົາເຈົ້າ ລາວກໍລົງມືເຮັດທັນທີ. (ຜູ້ຕັດສິນ 11:4-11) ສິ່ງໃດອາດຈະກະຕຸ້ນເຢບເທໃຫ້ຕອບສະໜອງໃນວິທີທີ່ດັ່ງກ່າວນັ້ນ?
8, 9. (ກ) ຫຼັກການອັນໃດທີ່ຢູ່ໃນພະບັນຍັດຂອງໂມເຊທີ່ອາດຊ່ວຍເຢບເທ? (ຂ) ເລື່ອງໃດສຳຄັນທີ່ສຸດຕໍ່ເຢບເທ?
8 ເຢບເທເປັນນັກຮົບເກັ່ງກ້າທີ່ມີຄວາມສາມາດຫຼາຍ ແລະລາວກໍຮູ້ປະຫວັດສາດຂອງຊາດອິດສະລາແອນແລະພະບັນຍັດຂອງໂມເຊເປັນຢ່າງດີ. ວິທີທີ່ພະເຢໂຫວາປະຕິບັດຕໍ່ປະຊາຊົນຂອງພະອົງໄດ້ສອນເຢບເທໃນເລື່ອງມາດຕະຖານຂອງພະເຢໂຫວາກ່ຽວກັບສິ່ງທີ່ຖືກແລະສິ່ງທີ່ຜິດ. (ຜູ້ຕັດສິນ 11:12-27) ເຢບເທໃຊ້ຄວາມຮູ້ນັ້ນໃນຊີວິດເມື່ອລາວຕັດສິນໃຈໃນເລື່ອງຕ່າງໆ. ລາວຮູ້ແທ້ໆວ່າພະເຢໂຫວາຮູ້ສຶກແນວໃດກ່ຽວກັບຄວາມໃຈຮ້າຍແລະການແກ້ແຄ້ນ ແລະລາວຮູ້ວ່າພະອົງຕ້ອງການໃຫ້ປະຊາຊົນຂອງພະອົງຮັກກັນແລະກັນແນວໃດ. ນອກຈາກນັ້ນ ພະບັນຍັດຍັງສອນລາວໃນເລື່ອງວິທີປະຕິບັດຕໍ່ກັນແລະກັນ ເຖິງວ່າຄົນເຫຼົ່ານັ້ນຈະກຽດຊັງລາວກໍຕາມ.—ອ່ານອົບພະຍົບ 23:5; ພວກເລວີ 19:17, 18
9 ເບິ່ງຄືວ່າຕົວຢ່າງຂອງໂຢເຊບເປັນປະໂຫຍດສຳລັບເຢບເທ. ລາວຄົງໄດ້ຮຽນຮູ້ກ່ຽວກັບວິທີທີ່ໂຢເຊບສະແດງຄວາມເມດຕາຕໍ່ພວກອ້າຍຂອງລາວເຖິງແມ່ນວ່າເຂົາເຈົ້າຈະກຽດຊັງລາວກໍຕາມ. (ຕົ້ນເດີມ 37:4; 45:4, 5) ການຄິດເຖິງຕົວຢ່າງນີ້ອາດຊ່ວຍເຢບເທໃຫ້ຕອບສະໜອງໃນແບບທີ່ເຮັດໃຫ້ພະເຢໂຫວາພໍໃຈ. ສິ່ງທີ່ພວກອ້າຍນ້ອງປະຕິບັດຕໍ່ເຢບເທເຮັດໃຫ້ລາວເຈັບໃຈແທ້ໆ. ແຕ່ການຕໍ່ສູ້ເພື່ອຊື່ຂອງພະເຢໂຫວາແລະເພື່ອປະຊາຊົນຂອງພະອົງສຳຄັນກວ່າຄວາມຮູ້ສຶກສ່ວນຕົວຂອງເຢບເທ. (ຜູ້ຕັດສິນ 11:9) ລາວໄດ້ຕັ້ງໃຈແນ່ວແນ່ທີ່ຈະເປັນຄົນສັດຊື່ຕໍ່ພະເຢໂຫວາ. ການມີທັດສະນະເຊັ່ນນີ້ສົ່ງຜົນໃຫ້ພະເຢໂຫວາອວຍພອນໃຫ້ທັງລາວແລະຊາວອິດສະລາແອນ.—ເຫບເລີ 11:32, 33
ເຮົາບໍ່ຄວນຍອມໃຫ້ຄວາມຮູ້ສຶກທີ່ເຈັບປວດຂອງເຮົາມາຂັດຂວາງເຮົາບໍ່ໃຫ້ຮັບໃຊ້ພະເຢໂຫວາ
10. ໃນທຸກມື້ນີ້ ເຮົາຈະຍອມໃຫ້ຫຼັກການຕ່າງໆຂອງພະເຈົ້າຊ່ວຍເຮົາແນວໃດໃຫ້ປະພຶດແບບຄລິດສະຕຽນ?
10 ເຮົາຈະຮຽນຈາກຕົວຢ່າງຂອງເຢບເທບໍ? ເຮົາຈະເຮັດແນວໃດຖ້າພີ່ນ້ອງຄລິດສະຕຽນເຮັດໃຫ້ເຮົາຜິດຫວັງ ຫຼືຖ້າເຮົາຮູ້ສຶກວ່າເຂົາເຈົ້າປະຕິບັດຕໍ່ເຮົາໃນແບບທີ່ບໍ່ດີ? ເຮົາບໍ່ຄວນຍອມໃຫ້ຄວາມຮູ້ສຶກທີ່ເຈັບປວດມາຂັດຂວາງເຮົາບໍ່ໃຫ້ຮັບໃຊ້ພະເຢໂຫວາ. ຢ່າເຊົາໄປການປະຊຸມຂອງຄລິດສະຕຽນ ຫຼືຢ່າເຊົາໃຊ້ເວລາຄົບຫາກັບປະຊາຄົມ. ຂໍໃຫ້ເຮົາຮຽນແບບເຢບເທແລະເຊື່ອຟັງພະເຢໂຫວາ ເພາະການເຮັດແບບນີ້ຈະຊ່ວຍເຮົາໃຫ້ຜ່ານຜ່າສະຖານະການຕ່າງໆທີ່ຫຍຸ້ງຍາກ ແລະເຮົາເອງກໍຍັງຈະເປັນຕົວຢ່າງທີ່ດີນຳອີກ.—ໂລມ 12:20, 21; ໂກໂລດ 3:13
ການເຕັມໃຈເສຍສະລະສະແດງວ່າເຮົາມີຄວາມເຊື່ອ
11, 12. ເຢບເທໄດ້ປະຕິຍານໃນເລື່ອງໃດ ແລະເລື່ອງນີ້ກ່ຽວຂ້ອງກັບຫຍັງ?
11 ເຢບເທຮູ້ວ່າລາວຈຳເປັນຕ້ອງໃຫ້ພະເຢໂຫວາຊ່ວຍເຫຼືອເພື່ອລາວຈະສາມາດປົດປ່ອຍຊາດອິດສະລາແອນໃຫ້ພົ້ນຈາກພວກອາມໂມນ. ດັ່ງນັ້ນ ລາວຈຶ່ງສັນຍາກັບພະອົງວ່າຖ້າລາວຊະນະໃນການສູ້ຮົບ ຄົນທຳອິດທີ່ອອກມາຕ້ອນຮັບລາວເມື່ອກັບມາຈາກການສູ້ຮົບ ລາວຈະມອບຄົນນັ້ນໃຫ້ເປັນ “ເຄື່ອງບູຊາດ້ວຍໄຟ” ແກ່ພະອົງ. (ຜູ້ຕັດສິນ 11:30, 31) ນັ້ນໝາຍຄວາມວ່າແນວໃດ?
12 ພະເຢໂຫວາກຽດຊັງການເຜົາຄົນເປັນເຄື່ອງບູຊາ ດັ່ງນັ້ນເຮົາຈຶ່ງຮູ້ວ່າເຢບເທຄົງຈະບໍ່ໄດ້ຖວາຍຄົນຕາມຕົວອັກສອນ. (ພະບັນຍັດ 18:9, 10) ພາຍໃຕ້ພະບັນຍັດຂອງໂມເຊ ເຄື່ອງບູຊາດ້ວຍໄຟເປັນເຄື່ອງຖວາຍພິເສດທີ່ບາງຄົນມອບໃຫ້ແກ່ພະເຢໂຫວາຢ່າງຄົບຖ້ວນ. ດັ່ງນັ້ນ ເຢບເທຈຶ່ງໝາຍຄວາມວ່າຄົນທີ່ລາວຈະມອບໃຫ້ແກ່ພະເຢໂຫວານັ້ນຈະຕ້ອງຮັບໃຊ້ພະອົງທີ່ທັບອາໄສຕະຫຼອດຊີວິດທີ່ເຫຼືອຂອງຄົນນັ້ນ. ພະເຢໂຫວາຟັງຄຳອະທິດຖານຂອງເຢບເທແລະຊ່ວຍລາວໃຫ້ໄດ້ໄຊຊະນະຢ່າງຄົບຖ້ວນ. (ຜູ້ຕັດສິນ 11:32, 33) ແຕ່ເຢບເທຈະມອບໃຜໃຫ້ແກ່ພະເຢໂຫວາ?
13, 14. ຄຳເວົ້າຂອງເຢບເທຕາມທີ່ບັນທຶກໃນຜູ້ຕັດສິນ 11:35 ສະແດງໃຫ້ເຫັນຫຍັງກ່ຽວກັບຄວາມເຊື່ອຂອງລາວ?
13 ຂໍໃຫ້ຄິດກ່ຽວກັບສາກເຫດການທີ່ກ່າວເຖິງໃນຕອນເລີ່ມຕົ້ນຂອງບົດຄວາມນີ້. ເມື່ອເຢບເທກັບມາຈາກການສູ້ຮົບ ຄົນທຳອິດທີ່ອອກມາຕ້ອນຮັບລາວແມ່ນລູກສາວສຸດທີ່ຮັກເຊິ່ງເປັນລູກຄົນດຽວຂອງລາວ! ເຢບເທຈະສັດຊື່ຕາມທີ່ໄດ້ສັນຍາໄວ້ບໍ? ລາວຈະມອບລູກສາວຂອງຕົນເອງໃຫ້ແກ່ພະເຢໂຫວາເພື່ອຮັບໃຊ້ຢູ່ທີ່ທັບອາໄສຕະຫຼອດຊີວິດທີ່ເຫຼືອຂອງລູກສາວຂອງລາວບໍ?
14 ອີກຄັ້ງໜຶ່ງ ຫຼັກການໃນພະບັນຍັດຂອງພະເຈົ້າຄົງໄດ້ຊ່ວຍເຢບເທໃຫ້ເລືອກຢ່າງຖືກຕ້ອງ. ບາງທີລາວອາດຈື່ຄຳເວົ້າໃນອົບພະຍົບ 23:19 ເຊິ່ງບອກໃຫ້ປະຊາຊົນຂອງພະເຢໂຫວາເຕັມໃຈທີ່ຈະໃຫ້ສິ່ງທີ່ດີທີ່ສຸດແກ່ພະອົງ. ພະບັນຍັດຍັງບອກວ່າເມື່ອບຸກຄົນໜຶ່ງໄດ້ປະຕິຍານຕໍ່ພະເຢໂຫວາ “ລາວຕ້ອງບໍ່ເຮັດຜິດຄຳສັນຍາ [ປະຕິຍານ] ແຕ່ຈະຕ້ອງເຮັດຕາມທີ່ໄດ້ເວົ້າໄວ້ທຸກປະການ.” (ຈົດເຊັນບັນຊີ 30:2, ທ.ປ.) ຄືກັບອານາຜູ້ທີ່ສັດຊື່ເຊິ່ງອາດມີຊີວິດໃນສະໄໝດຽວກັນກັບເຢບເທ ເຢບເທຕ້ອງເຮັດຕາມຄຳສັນຍາຂອງຕົນທັ່ງໆທີ່ຮູ້ວ່າລາວແລະລູກສາວຈະເປັນແນວໃດກໍຕາມ. ເນື່ອງຈາກວ່າຕ້ອງຮັບໃຊ້ຢູ່ທີ່ທັບອາໄສ ລູກສາວຂອງເຢບເທຈະບໍ່ມີໂອກາດໄດ້ແຕ່ງດອງແລະມີລູກ. ດັ່ງນັ້ນຈຶ່ງບໍ່ມີຄົນທີ່ຈະສືບຕະກູນແລະສືບດິນມູນຂອງເຢບເທ. (ຜູ້ຕັດສິນ 11:34) ເຖິງວ່າຈະເປັນແນວນັ້ນກໍຕາມ ເຢບເທເວົ້າຢ່າງສັດຊື່ວ່າ: “ຂ້ອຍໄດ້ອ້າປາກຖວາຍແກ່ພະເຢໂຫວາແລະຂ້ອຍຫຼົບຄວາມ . . . ບໍ່ໄດ້.” (ຜູ້ຕັດສິນ 11:35) ພະເຢໂຫວາຍອມຮັບເອົາເຄື່ອງບູຊາທີ່ມີຄ່າຫຼາຍຂອງເຢບເທແລະພະອົງໄດ້ອວຍພອນໃຫ້ລາວ. ເຈົ້າຈະເປັນຄົນທີ່ສັດຊື່ຄືກັບເຢບເທບໍ?
15. ພວກເຮົາຫຼາຍຄົນໄດ້ເຮັດຄຳປະຕິຍານຫຍັງ ແລະເຮົາຈະພິສູດຄວາມສັດຊື່ໄດ້ແນວໃດ?
15 ເມື່ອເຮົາອຸທິດຊີວິດໃຫ້ແກ່ພະເຢໂຫວາ ເຮົາໄດ້ປະຕິຍານວ່າເຮົາຈະເຮັດຕາມຈຸດປະສົງຂອງພະອົງບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ. ເຮົາຮູ້ວ່າບໍ່ແມ່ນເລື່ອງງ່າຍສະເໝີໄປທີ່ຈະເຮັດຕາມຄຳສັນຍານັ້ນ. ແຕ່ເຮົາຈະຕອບສະໜອງແນວໃດເມື່ອເຮົາຖືກຂໍໃຫ້ເຮັດບາງສິ່ງທີ່ເຮົາບໍ່ມັກເຮັດ? ຖ້າເຮົາເອົາຊະນະຄວາມຮູ້ສຶກຂອງເຮົາເອງແລະເຕັມໃຈເຊື່ອຟັງພະເຢໂຫວາ ເຮົາກໍພິສູດໃຫ້ເຫັນວ່າເຮົາສັດຊື່ຕໍ່ຄຳສັນຍາຂອງເຮົາ. ການເສຍສະລະຂອງເຮົາອາດເຮັດໃຫ້ເຈັບປວດ ແຕ່ການອວຍພອນຈາກພະເຢໂຫວາເປັນສິ່ງທີ່ຍິ່ງໃຫຍ່ກວ່າສະເໝີ. (ມາລາກີ 3:10) ແຕ່ລູກສາວຂອງເຢບເທເດເປັນແນວໃດ? ລາວຕອບສະໜອງແນວໃດຕໍ່ຄຳສັນຍາທີ່ພໍ່ຂອງລາວໄດ້ໃຫ້ໄວ້?
ເຮົາສາມາດສະແດງຄວາມເຊື່ອຄືກັບເຢບເທແລະລູກສາວຂອງລາວໂດຍວິທີໃດ? (ເບິ່ງຂໍ້ 16, 17)
16. ລູກສາວຂອງເຢບເທໄດ້ຕອບສະໜອງແນວໃດຕໍ່ກັບຄຳສັນຍາຂອງພໍ່ຂອງລາວ? (ເບິ່ງຮູບທຳອິດ)
16 ຄຳປະຕິຍານຂອງເຢບເທຕ່າງຈາກຄຳປະຕິຍານຂອງອານາ. ອານາໄດ້ປະຕິຍານວ່າຈະໃຫ້ຊາເມືອນລູກຊາຍຂອງລາວຮັບໃຊ້ທີ່ທັບອາໄສໃນຖານະເປັນນາຊາເລເອນ. (1 ຊາເມືອນ 1:11) ນາຊາເລເອນໄດ້ຮັບອະນຸຍາດໃຫ້ແຕ່ງດອງແລະມີຄອບຄົວໄດ້. ແຕ່ລູກສາວຂອງເຢບເທຖືກມອບໃຫ້ເປັນຄືກັບ “ເຄື່ອງບູຊາດ້ວຍໄຟ” ທີ່ຄົບຖ້ວນ ດັ່ງນັ້ນ ລາວຈຶ່ງບໍ່ມີໂອກາດທີ່ຈະມີຄວາມສຸກໃນຖານະເປັນເມຍຫຼືເປັນແມ່. (ຜູ້ຕັດສິນ 11:37-40) ລອງຄິດເບິ່ງດູ! ລາວອາດສາມາດແຕ່ງດອງກັບຜູ້ຊາຍທີ່ດີທີ່ສຸດໃນແຜ່ນດິນນັ້ນເນື່ອງຈາກວ່າພໍ່ຂອງລາວເປັນຜູ້ນຳຂອງປະເທດອິດສະລາແອນ. ແຕ່ຕອນນີ້ລາວຈະເປັນຄົນຮັບໃຊ້ທີ່ຕ່ຳຕ້ອຍທີ່ເຮັດວຽກໃນທັບອາໄສ. ຍິງສາວຄົນນີ້ໄດ້ຕອບສະໜອງແນວໃດ? ລາວສະແດງໃຫ້ເຫັນວ່າການຮັບໃຊ້ພະເຢໂຫວາເປັນສິ່ງສຳຄັນອັນດັບທຳອິດໂດຍບອກກັບພໍ່ຂອງລາວວ່າ: “ຂໍໃຫ້ເຮັດຕໍ່ລູກຕາມທີ່ພໍ່ໄດ້ສັນຍາໄວ້ນັ້ນເຖີດ.” (ຜູ້ຕັດສິນ 11:36, ທ.ປ.) ເພື່ອຈະຮັບໃຊ້ພະເຢໂຫວາ ລາວໄດ້ສະລະຄວາມປາຖະໜາທີ່ມີຕາມທຳມະຊາດນັ້ນຄືການມີຜົວແລະມີລູກ. ເຮົາຈະຮຽນແບບທັດສະນະຂອງລາວແນວໃດໃນເລື່ອງການເສຍສະລະຕົວເອງ?
ເພື່ອຈະຮັບໃຊ້ພະເຢໂຫວາ ລູກສາວຂອງເຢບເທໄດ້ສະລະຄວາມປາຖະໜາທີ່ມີຕາມທຳມະຊາດນັ້ນຄືການມີຜົວແລະມີລູກ
17. (ກ) ເຮົາຈະຮຽນແບບຄວາມເຊື່ອຂອງເຢບເທແລະລູກສາວຂອງລາວໄດ້ແນວໃດ? (ຂ) ຄຳເວົ້າໃນເຫບເລີ 6:10-12 ກະຕຸ້ນເຈົ້າແນວໃດໃຫ້ເປັນຄົນເສຍສະລະຕົວເອງ?
17 ໜຸ່ມສາວຄລິດສະຕຽນຫຼາຍພັນຄົນທັງຊາຍແລະຍິງເຕັມໃຈເສຍສະລະຕົວເອງທີ່ຈະບໍ່ແຕ່ງດອງຫຼືເລືອກທີ່ຈະບໍ່ມີລູກຢ່າງໜ້ອຍກໍໃນຕອນນີ້. ຍ້ອນຫຍັງ? ກໍຍ້ອນວ່າເຂົາເຈົ້າຕ້ອງການທີ່ຈະສຸມໃສ່ໃນການຮັບໃຊ້ພະເຢໂຫວາໃຫ້ຫຼາຍຂຶ້ນ. ນອກຈາກນັ້ນ ຜູ້ສູງອາຍຸຫຼາຍຄົນແທນທີ່ຈະໃຊ້ເວລາຢູ່ກັບລູກຫຼືຫຼານຂອງຕົນ ແຕ່ເຂົາເຈົ້າໄດ້ສະລະເວລາແລະເຫື່ອແຮງຂອງຕົນໃຫ້ແກ່ພະເຢໂຫວາ. ເຂົາເຈົ້າບາງຄົນໄດ້ເຮັດວຽກໃນໂຄງການກໍ່ສ້າງຫຼືເຂົ້າຮ່ວມໃນໂຮງຮຽນສຳລັບຜູ້ປະກາດລາຊະອານາຈັກແລະຍ້າຍໄປປະຊາຄົມທີ່ມີຄວາມຕ້ອງການຜູ້ປະກາດຫຼາຍກວ່າ. ສ່ວນບາງຄົນໄດ້ວາງແຜນທີ່ຈະຮັບໃຊ້ຫຼາຍຂຶ້ນໃນໄລຍະການປະຊຸມອະນຸສອນ. ພະເຢໂຫວາຈະບໍ່ລືມການເສຍສະລະດ້ວຍຄວາມຮັກຂອງຄົນເຫຼົ່ານັ້ນທີ່ສັດຊື່. (ອ່ານເຫບເລີ 6:10-12) ແລ້ວເຈົ້າເດ? ເຈົ້າສາມາດເສຍສະລະເພື່ອຮັບໃຊ້ພະເຢໂຫວາຢ່າງເຕັມທີຫຼາຍຂຶ້ນໄດ້ບໍ?
ເຮົາໄດ້ບົດຮຽນຫຍັງ?
18, 19. ເຮົາຮຽນຮູ້ຫຍັງຈາກຄຳພີໄບເບິນກ່ຽວກັບເລື່ອງຂອງເຢບເທແລະລູກສາວ ແລະເຮົາຈະຮຽນແບບເຂົາເຈົ້າໄດ້ແນວໃດ?
18 ສິ່ງໃດໄດ້ຊ່ວຍເຢບເທໃຫ້ເອົາຊະນະບັນຫາຫຼາຍຢ່າງໄດ້? ລາວຍອມໃຫ້ພະເຢໂຫວາຊີ້ນຳການເລືອກຕ່າງໆໃນຊີວິດຂອງລາວ. ລາວເລືອກທີ່ຈະບໍ່ຍອມໃຫ້ຜູ້ຄົນທີ່ຢູ່ອ້ອມຂ້າງມີອິດທິພົນຕໍ່ລາວແລະລາວຮັກສາຄວາມສັດຊື່ເຖິງແມ່ນວ່າຄົນອື່ນຈະເຮັດໃຫ້ລາວຜິດຫວັງກໍຕາມ. ພະເຢໂຫວາໄດ້ອວຍພອນໃຫ້ເຢບເທແລະລູກສາວສຳລັບການເຕັມໃຈເສຍສະລະຂອງເຂົາເຈົ້າ ແລະພະອົງໃຊ້ທັງສອງຄົນເພື່ອສົ່ງເສີມການນະມັດສະການແທ້. ເຖິງແມ່ນວ່າຄົນອື່ນເຊົາເຮັດໃນສິ່ງທີ່ຖືກຕ້ອງ ແຕ່ເຢບເທແລະລູກສາວຍັງຮັກສາຄວາມສັດຊື່ຕໍ່ພະເຢໂຫວາສະເໝີ.
19 ຄຳພີໄບເບິນກ່າວວ່າ: ‘ຈົ່ງກະທຳຕາມແບບຢ່າງຄົນທັງຫຼາຍນັ້ນທີ່ມີຄວາມເຊື່ອແລະຄວາມອົດທົນ ເຊິ່ງໄດ້ຮັບສິ່ງທີ່ສັນຍາໄວ້ເປັນລາງວັນ.’ (ເຫບເລີ 6:12) ຂໍໃຫ້ເຮົາຮຽນແບບເຢບເທແລະລູກສາວຂອງລາວ ເພາະເຮົາຮູ້ວ່າເມື່ອເຮົາຮັກສາຄວາມສັດຊື່ສະເໝີ ພະເຢໂຫວາຈະອວຍພອນເຮົາ.