ຝາກຄວາມອຸກໃຈທັງໝົດໄວ້ກັບພະເຢໂຫວາ
‘ຄວາມອຸກໃຈທັງໝົດຂອງທ່ານທັງຫຼາຍຈົ່ງປົງໄວ້ກັບ [ພະເຢໂຫວາ] ເພາະວ່າພະອົງລ້ຽງຮັກສາ [“ຫ່ວງໃຍ,” ລ.ມ.] ພວກທ່ານ.’—1 ເປໂຕ 5:7
ເພງ: 60, 23
1, 2. (ກ) ເປັນຫຍັງເຮົາຈຶ່ງປະສົບກັບຄວາມອຸກໃຈ? (ເບິ່ງຮູບທຳອິດ) (ຂ) ໃນບົດຄວາມນີ້ເຮົາຈະພິຈາລະນາເລື່ອງຫຍັງ?
ໃນທຸກມື້ນີ້ ຊາຕານ “[ວົນ] ວຽນອ້ອມຮອບພວກທ່ານຊອກຫາຄົນໃດທີ່ມັນຈະກັດກິນໄດ້.” (1 ເປໂຕ 5:8; ຄຳປາກົດ 12:17) ດ້ວຍເຫດນີ້ຊີວິດຈຶ່ງເຄັ່ງຕຶງຫຼາຍ ແລະແມ່ນແຕ່ຜູ້ຮັບໃຊ້ຂອງພະເຈົ້າກໍປະສົບກັບຄວາມອຸກໃຈ. ຜູ້ຮັບໃຊ້ຂອງພະເຈົ້າໃນສະໄໝອະດີດກໍມີຄວາມອຸກໃຈເຊັ່ນກັນ. ຕົວຢ່າງເຊັ່ນ: ຄຳພີໄບເບິນບອກວ່າ ບາງຄັ້ງກະສັດດາວິດກໍຮູ້ສຶກອຸກໃຈ. (ຄຳເພງ 13:2) ອັກຄະສາວົກໂປໂລ “ອຸກໃຈຄຶດເຖິງພວກຊຸມນຸມ [“ປະຊາຄົມ,” ລ.ມ.] ທັງປວງ.” (2 ໂກລິນໂທ 11:28) ແຕ່ເຮົາຈະເຮັດຫຍັງໄດ້ແດ່ເມື່ອຄວາມອຸກໃຈທັບຖົມເຮົາ?
2 ພໍ່ທີ່ຮັກຂອງເຮົາທີ່ຢູ່ໃນສະຫວັນໄດ້ຊ່ວຍຜູ້ຮັບໃຊ້ຂອງພະອົງໃນອະດີດໃຫ້ພົບວິທີຫຼຸດຜ່ອນຄວາມອຸກໃຈ ແລະໃນປັດຈຸບັນນີ້ພະອົງກໍຢາກເຮັດແບບດຽວກັນນັ້ນກັບເຮົາ. ຄຳພີໄບເບິນກະຕຸ້ນເຮົາວ່າ: ‘ຄວາມອຸກໃຈທັງໝົດຂອງທ່ານທັງຫຼາຍຈົ່ງປົງໄວ້ກັບພະອົງ ເພາະວ່າພະອົງລ້ຽງຮັກສາ [“ຫ່ວງໃຍ,” ລ.ມ.] ພວກທ່ານ.’ (1 ເປໂຕ 5:7) ເຈົ້າຈະເຮັດແບບນັ້ນໄດ້ແນວໃດ? ເຮົາຈະພິຈາລະນາ 4 ວິທີນຳກັນ. ເຈົ້າສາມາດ (1) ອະທິດຖານ (2) ອ່ານຄຳພີໄບເບິນແລະຄຶດຕຶກຕອງໃນສິ່ງທີ່ອ່ານ (3) ໃຫ້ພະລັງບໍລິສຸດຂອງພະເຢໂຫວາຊ່ວຍເຈົ້າ ແລະ (4) ລົມກັບຄົນທີ່ເຈົ້າໄວ້ວາງໃຈກ່ຽວກັບຄວາມຮູ້ສຶກຂອງເຈົ້າ. ເມື່ອພິຈາລະນາ 4 ວິທີນີ້ ໃຫ້ພະຍາຍາມເບິ່ງວ່າຈຸດໃດທີ່ເຈົ້າຢາກປັບປຸງ.
“ຄວາມກັງວົນໜັກຂອງເຈົ້າ ເຈົ້າຈົ່ງຝາກໄວ້ແກ່ພະເຢໂຫວາ”
3. ເຈົ້າຈະ ‘ຝາກຄວາມກັງວົນໜັກຂອງເຈົ້າໄວ້ກັບພະເຢໂຫວາ’ ໄດ້ໂດຍວິທີໃດ?
3 ວິທີທຳອິດທີ່ເຮົາສາມາດຝາກຄວາມອຸກໃຈຫຼືຄວາມກັງວົນໜັກໄວ້ກັບພະເຢໂຫວາແມ່ນໂດຍການອະທິດຖານຢ່າງຈິງຈັງ. ເມື່ອອຸກໃຈ ພໍ່ທີ່ຮັກຂອງເຈົ້າທີ່ຢູ່ໃນສະຫວັນຢາກໃຫ້ເຈົ້າບອກພະອົງກ່ຽວກັບຄວາມຮູ້ສຶກໃນສ່ວນເລິກໆຂອງເຈົ້າ. ດາວິດຜູ້ຂຽນຄຳເພງໄດ້ອ້ອນວອນພະເຢໂຫວາວ່າ: ‘ໂອ້ພະເຈົ້າ ຂໍໂຜດຟັງຄວາມອ້ອນວອນຂອງຂ້ານ້ອຍ.’ ໃນຄຳເພງບົດດຽວກັນນີ້ ດາວິດຍັງເວົ້າຕື່ມອີກວ່າ: “ຄວາມກັງວົນໜັກຂອງເຈົ້າ ເຈົ້າຈົ່ງຝາກໄວ້ແກ່ພະເຢໂຫວາແລະພະອົງຈະອຸດໜູນເຈົ້າ.” (ຄຳເພງ 55:1, 22) ຫຼັງຈາກເຮັດສຸດຄວາມສາມາດແລ້ວເພື່ອແກ້ໄຂບັນຫາໃດໜຶ່ງ ການອະທິດຖານເຖິງພະເຢໂຫວາຢ່າງຈິງຈັງຈະຊ່ວຍໄດ້ຫຼາຍກວ່າການອຸກໃຈກ່ຽວກັບເລື່ອງນັ້ນ. ແຕ່ການອະທິດຖານຊ່ວຍໄດ້ແນວໃດເພື່ອບໍ່ໃຫ້ເຮົາຮູ້ສຶກວ່າຖືກຄວາມອຸກໃຈທັບຖົມໄວ້?—ຄຳເພງ 94:18, 19
4. ເມື່ອເຮົາອຸກໃຈ ເປັນຫຍັງການອະທິດຖານຈຶ່ງສຳຄັນຫຼາຍ?
4 ອ່ານຟີລິບ 4:6, 7. ພະເຢໂຫວາຕອບສະໜອງແນວໃດຕໍ່ຄຳອະທິດຖານທີ່ຈິງໃຈແລະບໍ່ຢຸດຢ່ອນຂອງເຮົາ? ພະອົງຈະຊ່ວຍເຮົາໃຫ້ຮູ້ສຶກສະຫງົບໃຈໄດ້ແລະຫຼີກລ່ຽງຄວາມຄິດແລະຄວາມຮູ້ສຶກໃນແງ່ລົບ. ແທນທີ່ຈະອຸກໃຈແລະຢ້ານ ພະອົງຈະໃຫ້ເຮົາມີຄວາມສະຫງົບໃຈເຊິ່ງເຮົາບໍ່ເຄີຍຮູ້ສຶກມາກ່ອນ. ພີ່ນ້ອງຫຼາຍຄົນຮູ້ສຶກເຖິງຄວາມສະຫງົບໃຈນີ້ ແລະເຮົາກໍຮູ້ສຶກແບບນັ້ນໄດ້ເຊັ່ນກັນ. “ສັນຕິສຸກທີ່ມາຈາກພະເຈົ້າ, ທ.ປ.” ຈະຊ່ວຍເຈົ້າໃຫ້ເອົາຊະນະບັນຫາຕ່າງໆ. ເຈົ້າສາມາດໝັ້ນໃຈເຕັມທີໃນຄຳສັນຍາຂອງພະເຢໂຫວາທີ່ວ່າ: ‘ຢ່າຊູ່ອຸກໃຈ ເຫດວ່າເຮົາເປັນພະເຈົ້າຂອງເຈົ້າ. ເຮົາຈະໃຫ້ເຈົ້າມີແຮງຂຶ້ນ [“ເຂັ້ມແຂງ,” ລ.ມ.] ແລະເຮົາຈະຊ່ອຍເຈົ້າ.’—ເອຊາອີ 41:10
ຄວາມສະຫງົບໃຈທີ່ມາຈາກຄຳພີໄບເບິນ
5. ຄຳພີໄບເບິນຊ່ວຍເຈົ້າໄດ້ແນວໃດໃຫ້ພົບຄວາມສະຫງົບໃຈ?
5 ວິທີທີສອງທີ່ຈະພົບຄວາມສະຫງົບໃຈແມ່ນການອ່ານຄຳພີໄບເບິນແລະຄຶດຕຶກຕອງເຖິງຂໍ້ພະຄຳພີເຫຼົ່ານັ້ນ. ເປັນຫຍັງການເຮັດແບບນີ້ຈຶ່ງສຳຄັນ? ກໍຍ້ອນວ່າຄຳພີໄບເບິນມີຄຳແນະນຳທີ່ສຸຂຸມແລະໃຊ້ໄດ້ຜົນແທ້ຈາກຜູ້ທີ່ສ້າງເຮົາ. ເມື່ອອຸກໃຈ ເຈົ້າສາມາດຄິດຢ່າງເລິກເຊິ່ງກ່ຽວກັບຄວາມຄິດຂອງພະເຈົ້າ ແລະເບິ່ງວ່າຄຳແນະນຳນັ້ນຈະຊ່ວຍເຈົ້າໃຫ້ເຂັ້ມແຂງຂຶ້ນໄດ້ແນວໃດ. ການເຮັດແບບນີ້ຈະຊ່ວຍເຈົ້າໃຫ້ເອົາຊະນະ ຫຼຸດຜ່ອນ ຫຼືແມ່ນແຕ່ຫຼີກລ່ຽງຄວາມອຸກໃຈໄດ້. ພະເຢໂຫວາໄດ້ເຮັດໃຫ້ການອ່ານຄຳພີໄບເບິນກ່ຽວຂ້ອງກັບ ‘ຄວາມກ້າຫານແລະຄວາມເຂັ້ມແຂງ, ລ.ມ.’ ບໍ່ແມ່ນກ່ຽວຂ້ອງກັບ ‘ຄວາມຢ້ານ.’—ໂຢຊວຍ 1:7-9
ການມີຄວາມເຊື່ອທີ່ເຂັ້ມແຂງໃນພະເຢໂຫວາຈະຊ່ວຍເຮົາໃຫ້ໝັ້ນໃຈວ່າພະອົງຈະຈັດໃຫ້ເຮົາມີສິ່ງທີ່ຈຳເປັນ
6. ຄຳເວົ້າຂອງພະເຍຊູເປັນປະໂຫຍດຕໍ່ເຮົາແນວໃດ?
6 ໃນຄຳພີໄບເບິນ ເຮົາອ່ານກ່ຽວກັບວິທີທີ່ພະເຍຊູເວົ້າກັບຜູ້ຄົນ. ເຂົາເຈົ້າມັກຟັງສິ່ງທີ່ພະອົງເວົ້າເພາະຄຳເວົ້ານັ້ນໃຫ້ກຳລັງໃຈແລະເຮັດໃຫ້ສົດຊື່ນ ໂດຍສະເພາະສຳລັບຄົນທີ່ອ່ອນແຮງຫຼືເສົ້າໃຈ. (ອ່ານມັດທາຍ 11:28-30) ພະເຍຊູເປັນຫ່ວງຄວາມຮູ້ສຶກຂອງຄົນອື່ນຫຼາຍ. (ມາລະໂກ 6:30-32) ຄືກັບທີ່ພະເຍຊູໄດ້ສັນຍາວ່າຈະຊ່ວຍພວກອັກຄະສາວົກທີ່ເດີນທາງໄປກັບພະອົງ ໃນທຸກມື້ນີ້ພະອົງກໍຈະຊ່ວຍເຮົາເຊັ່ນກັນ. ເຮົາບໍ່ຈຳເປັນຕ້ອງຢູ່ກັບພະເຍຊູເພື່ອຈະໄດ້ຮັບປະໂຫຍດໃນເລື່ອງນີ້ ເພາະໃນຖານະເປັນກະສັດຂອງເຮົາໃນສະຫວັນ ພະອົງສະແດງຄວາມຮັກກັບເຮົາຕໍ່ໆໄປ. ດັ່ງນັ້ນ ເມື່ອອຸກໃຈ ເຮົາກໍໝັ້ນໃຈໄດ້ວ່າພະອົງຈະຢູ່ພ້ອມສຳລັບເຮົາແລະຊ່ວຍເຮົາໃນເວລາທີ່ເໝາະສົມ. ພະເຍຊູໃຫ້ເຮົາມີຄວາມຫວັງແລະຄວາມກ້າຫານ ເຊິ່ງເປັນສິ່ງທີ່ຊ່ວຍໃຫ້ເຮົາເອົາຊະນະຄວາມອຸກໃຈໄດ້.—ເຫບເລີ 2:17, 18; 4:16
ຄຸນລັກສະນະຕ່າງໆທີ່ເກີດຈາກພະລັງຂອງພະເຈົ້າ
7. ເຮົາຈະໄດ້ຮັບປະໂຫຍດແນວໃດຈາກພະລັງບໍລິສຸດຂອງພະເຈົ້າ?
7 ພະເຍຊູສັນຍາວ່າພະເຢໂຫວາຈະໃຫ້ພະລັງບໍລິສຸດຂອງພະອົງແກ່ເຮົາເມື່ອເຮົາຂໍກັບພະອົງ. (ລືກາ 11:10-13) ວິທີທີສາມໃນການຫຼຸດຜ່ອນຄວາມອຸກໃຈຈະຊ່ວຍເຮົາໄດ້ແນວໃດ? ພະລັງບໍລິສຸດຂອງພະເຈົ້າຫຼືພະລັງປະຕິບັດການຂອງພະອົງຊ່ວຍເຮົາໃຫ້ພັດທະນາຄຸນລັກສະນະທີ່ດີເຊິ່ງພະເຈົ້າຜູ້ມີລິດເດດຍິ່ງໃຫຍ່ມີ. (ໂກໂລດ 3:10) ຄຳພີໄບເບິນເອີ້ນຄຸນລັກສະນະເຫຼົ່ານີ້ວ່າ: “ໝາກແຫ່ງພະວິນຍານ” ຫຼືຜົນທີ່ເກີດຈາກພະລັງຂອງພະເຈົ້າ. (ອ່ານຄາລາຊີ 5:22, 23) ເມື່ອເຮົາພັດທະນາຄຸນລັກສະນະທີ່ດີເຫຼົ່ານີ້ ສາຍສຳພັນຂອງເຮົາກັບຄົນອື່ນກໍຈະດີຂຶ້ນ ແລະເຮົາຈະຫຼີກລ່ຽງສະຖານະການທີ່ອາດກໍ່ໃຫ້ເກີດຄວາມອຸກໃຈ. ໃຫ້ມາເບິ່ງວ່າຜົນທີ່ເກີດຈາກພະລັງຂອງພະເຈົ້າຈະຊ່ວຍເຮົາແນວໃດໃນທາງທີ່ສະເພາະເຈາະຈົງ..
8-12. ຜົນທີ່ເກີດຈາກພະລັງຂອງພະເຈົ້າຊ່ວຍເຮົາໄດ້ແນວໃດ?
8 “ຄວາມຮັກ ຄວາມຍິນດີ ຄວາມສຸກສຳລານ [“ສັນຕິສຸກ,” ລ.ມ.]” ເມື່ອເຮົາປະຕິບັດກັບຄົນອື່ນດ້ວຍຄວາມນັບຖື ເຮົາກໍຈະຮູ້ສຶກວ່າອຸກໃຈໜ້ອຍລົງ. ເປັນໄປໄດ້ແນວໃດ? ເມື່ອເຮົາສະແດງຄວາມຮັກແບບພີ່ນ້ອງ ຄວາມຮັກແບບອ່ອນໂຍນ ແລະໃຫ້ຄວາມນັບຖື ຫຼາຍຄັ້ງເຮົາຈະຫຼີກລ່ຽງສະຖານະການທີ່ເຮັດໃຫ້ເຮົາມີຄວາມຮູ້ສຶກໃນແງ່ລົບ ເຊັ່ນ: ໃຈຮ້າຍ ຫງຸດຫງິດ ແລະເຄັ່ງຕຶງ. ເມື່ອເປັນແບບນີ້ກໍຈະງ່າຍຂຶ້ນທີ່ຈະຮັກສາສັນຕິສຸກກັບຄົນອື່ນ.—ໂລມ 12:10
ເມື່ອເຮົາພັດທະນາຄຸນລັກສະນະທີ່ດີເຫຼົ່ານີ້ ສາຍສຳພັນຂອງເຮົາກັບຄົນອື່ນກໍຈະດີຂຶ້ນ
9 “ຄວາມອົດທົນ ຄວາມເມດຕາກະລຸນາ ຄວາມດີ ທ.ປ.” ຄຳພີໄບເບິນບອກວ່າ: ‘ຈົ່ງມີໃຈດີ [“ກະລຸນາ,” ລ.ມ.] ຕໍ່ກັນ ມີໃຈອີ່ດູກັນແລະກັນ ແລະຍົກໂທດໃຫ້ກັນ [ຢ່າງໃຈກວ້າງ].’ (ເອເຟດ 4:32) ເມື່ອເຮັດຕາມຄຳແນະນຳນີ້ ເຮົາຈະມີຄວາມສະຫງົບສຸກກັບຄົນອື່ນ ແລະກໍຈະຫຼີກລ່ຽງສະຖານະການທີ່ອາດເຮັດໃຫ້ເຮົາອຸກໃຈ. ນອກຈາກນັ້ນກໍງ່າຍຂຶ້ນທີ່ເຮົາຈະຮັບມືກັບສະຖານະການທີ່ເກີດຈາກຄວາມບໍ່ສົມບູນແບບຂອງເຮົາເອງ.
10 “ຄວາມເຊື່ອ, ລ.ມ.” ໃນທຸກມື້ນີ້ ຫຼາຍຄັ້ງເຮົາອຸກໃຈກ່ຽວກັບເງິນຄຳແລະວັດຖຸສິ່ງຂອງ. (ສຸພາສິດ 18:11) ເຮົາຈະບໍ່ອຸກໃຈກັບເລື່ອງແບບນີ້ໄດ້ແນວໃດ? ເຮົາຕ້ອງເຮັດຕາມຄຳແນະນຳຂອງອັກຄະສາວົກໂປໂລທີ່ໃຫ້ ‘ອີ່ມໃຈດ້ວຍສິ່ງຂອງທີ່ມີ.’ ການມີຄວາມເຊື່ອທີ່ເຂັ້ມແຂງໃນພະເຢໂຫວາຈະຊ່ວຍເຮົາໃຫ້ໝັ້ນໃຈວ່າພະອົງຈະຈັດໃຫ້ເຮົາມີສິ່ງທີ່ຈຳເປັນ. ພະເຢໂຫວາສັນຍາວ່າ: “ເຮົາຈະບໍ່ປະເຈົ້າເສຍສັກເທື່ອ ແລະເຮົາຈະບໍ່ຖິ້ມເຈົ້າເສຍສັກເທື່ອ.” ດ້ວຍເຫດນີ້ເຮົາຈຶ່ງສາມາດເວົ້າແບບດຽວກັບໂປໂລທີ່ວ່າ: “[ພະເຢໂຫວາ] ເປັນຜູ້ຊ່ອຍຂ້າພະເຈົ້າ ແລະຂ້າພະເຈົ້າຈະບໍ່ຢ້ານກົວ. ມະນຸດຈະກະທຳສິ່ງໃດແກ່ຂ້າພະເຈົ້າ?”—ເຫບເລີ 13:5, 6
11 “ຄວາມອ່ອນໂຍນ ແລະການຄວບຄຸມຕົວເອງ, ລ.ມ.” ຄິດເບິ່ງວ່າການສະແດງຄຸນລັກສະນະທັງສອງນີ້ຈະດີແລະເປັນປະໂຫຍດຕໍ່ເຮົາຫຼາຍສ່ຳໃດ. ຄຸນລັກສະນະເຫຼົ່ານີ້ຈະຊ່ວຍປ້ອງກັນເຮົາຈາກການເວົ້າຫຼືເຮັດສິ່ງທີ່ອາດເຮັດໃຫ້ເຮົາອຸກໃຈ ແລະເຮົາຈະໄດ້ຮັບປະໂຫຍດຕື່ມອີກໂດຍບໍ່ຕ້ອງປະສົບກັບ ‘ຄວາມຂັດເຄືອງແຄ້ນກັນ ຄວາມຮ້າຍ ຄວາມໂມໂຫ ການຮ້ອງໃສ່ກັນ ແລະຄວາມປ້ອຍດ່າ.’—ເອເຟດ 4:31
12 ເຮົາຕ້ອງມີຄວາມຖ່ອມຕົວເພື່ອຈະໄວ້ວາງໃຈ “ມືອັນມີອຳນາດ [ຍິ່ງໃຫຍ່] ແຫ່ງພະເຈົ້າ” ແລະຝາກ ‘ຄວາມອຸກໃຈທັງໝົດຂອງເຮົາໄວ້ກັບພະອົງ.’ (1 ເປໂຕ 5:6, 7) ຖ້າເຮົາຖ່ອມຕົວ ພະເຢໂຫວາຈະຊ່ວຍເຮົາແລະເບິ່ງແຍງເຮົາ. ເມື່ອສຳນຶກເຖິງສິ່ງທີ່ເຮົາເຮັດໄດ້ແລະເຮັດບໍ່ໄດ້ ເຮົາກໍຈະບໍ່ໝາຍເພິ່ງຕົວເອງແຕ່ໝາຍເພິ່ງພະເຢໂຫວາ ແລະການເຮັດແບບນີ້ຈະຊ່ວຍໃຫ້ອຸກໃຈໜ້ອຍລົງ.—ມີເກ 6:8
“ຢ່າຊູ່ອຸກໃຈ”
13. ພະເຍຊູໝາຍຄວາມວ່າແນວໃດເມື່ອກ່າວວ່າ: “ຢ່າຊູ່ອຸກໃຈ”?
13 ໃນມັດທາຍ 6:34 (ອ່ານ) ມີຄຳແນະນຳທີ່ສຸຂຸມຂອງພະເຍຊູທີ່ວ່າ: “ຢ່າຊູ່ອຸກໃຈ.” ເບິ່ງຄືວ່າເປັນໄປບໍ່ໄດ້ທີ່ເຮົາຈະນຳໃຊ້ຄຳແນະນຳນີ້. ແຕ່ພະເຍຊູໝາຍຄວາມວ່າແນວໃດ? ເຮົາໄດ້ຮູ້ແລ້ວວ່າບາງຄັ້ງດາວິດແລະໂປໂລກໍອຸກໃຈ ດັ່ງນັ້ນ ພະເຍຊູຈຶ່ງບໍ່ໄດ້ໝາຍຄວາມວ່າຜູ້ຮັບໃຊ້ຂອງພະເຢໂຫວາຈະບໍ່ເຄີຍອຸກໃຈເລີຍ. ແຕ່ໃນຄຳເວົ້ານີ້ ພະເຍຊູກຳລັງຊ່ວຍພວກລູກສິດໃຫ້ເຂົ້າໃຈວ່າການອຸກໃຈຫຼາຍເກີນໄປຫຼືການອຸກໃຈໃນສິ່ງທີ່ບໍ່ຈຳເປັນບໍ່ໄດ້ຊ່ວຍແກ້ບັນຫາ. ແຕ່ລະມື້ຈະມີບັນຫາຂອງມັນເອງ ດັ່ງນັ້ນ ຄລິດສະຕຽນບໍ່ຄວນເພີ່ມຄວາມອຸກໃຈໂດຍຄິດກ່ຽວກັບບັນຫາໃນອະດີດແລະໃນອະນາຄົດ. ຄຳແນະນຳຂອງພະເຍຊູຈະຊ່ວຍເຮົາແນວໃດໃຫ້ຫຼຸດຜ່ອນຄວາມອຸກໃຈທີ່ຮ້າຍແຮງ?
14. ຄືກັບດາວິດ ເຮົາຈະຫຼຸດຜ່ອນຄວາມອຸກໃຈໄດ້ແນວໃດ?
14 ບາງຄັ້ງຄົນເຮົາອຸກໃຈຍ້ອນຄວາມຜິດພາດທີ່ເຮັດໃນອະດີດ. ເຂົາເຈົ້າອາດຮູ້ສຶກຜິດແທ້ໆກ່ຽວກັບສິ່ງທີ່ຕົວເອງໄດ້ເຮັດ ເຖິງວ່າຈະຜ່ານມາຫຼາຍປີແລ້ວກໍຕາມ. ບາງຄັ້ງກະສັດດາວິດກໍຮູ້ສຶກທຸກໃຈຍ້ອນຄວາມຜິດຂອງຕົວເອງ. ລາວຍອມຮັບວ່າ: “ຂ້ານ້ອຍຮ້ອງຄາງດ້ວຍວຸ່ນວາຍໃນໃຈ.” (ຄຳເພງ 38:3, 4, 8, 18) ໃນສະພາບການແບບນັ້ນ ດາວິດເຮັດສິ່ງໜຶ່ງທີ່ສຸຂຸມຫຼາຍ. ລາວໝັ້ນໃຈໃນຄວາມເມດຕາແລະການໃຫ້ອະໄພຂອງພະເຢໂຫວາ ແລ້ວຈາກນັ້ນລາວກໍມີຄວາມສຸກທີ່ຮູ້ວ່າພະອົງໄດ້ໃຫ້ອະໄພລາວແລ້ວ.—ອ່ານຄຳເພງ 32:1-3, 5
15. (ກ) ເຮົາໄດ້ບົດຮຽນຫຍັງຈາກດາວິດ? (ຂ) ເຮົາຈະເຮັດຫຍັງໄດ້ແດ່ເພື່ອຫຼຸດຜ່ອນຄວາມອຸກໃຈ? (ເບິ່ງຂອບ “ບາງວິທີທີ່ໃຊ້ໄດ້ຜົນແທ້ເພື່ອຫຼຸດຜ່ອນຄວາມອຸກໃຈ”)
15 ບາງຄັ້ງ ເຈົ້າອາດອຸກໃຈກ່ຽວກັບເລື່ອງໃນປັດຈຸບັນ. ຕົວຢ່າງເຊັ່ນ: ເມື່ອດາວິດຂຽນຄຳເພງບົດ 55 ລາວຢ້ານວ່າຈະຖືກຂ້າ. (ຄຳເພງ 55:2-5) ເຖິງຢ່າງນັ້ນກໍຕາມ ລາວບໍ່ປ່ອຍໃຫ້ຄວາມອຸກໃຈທຳລາຍຄວາມເຊື່ອໝັ້ນທີ່ມີຕໍ່ພະເຢໂຫວາ. ດາວິດອ້ອນວອນໃຫ້ພະເຢໂຫວາຊ່ວຍໃນບັນຫາຂອງລາວ ແຕ່ດາວິດກໍຮູ້ວ່າເປັນເລື່ອງສຳຄັນທີ່ຈະເຮັດບາງສິ່ງກ່ຽວກັບສະຖານະການນັ້ນ. (2 ຊາເມືອນ 15:30-34) ເຮົາສາມາດໄດ້ບົດຮຽນຈາກດາວິດ. ແທນທີ່ຈະປ່ອຍໃຫ້ຄວາມອຸກໃຈທັບຖົມເຮົາ ໃຫ້ເຮົາເຮັດໃນສິ່ງທີ່ເຮັດໄດ້ເພື່ອແກ້ໄຂບັນຫາ ແລະໝັ້ນໃຈວ່າພະເຢໂຫວາຈະເບິ່ງແຍງເຮົາ.
16. ຄວາມໝາຍຂອງຊື່ພະເຈົ້າເສີມຄວາມເຊື່ອຂອງເຈົ້າແນວໃດ?
16 ບາງຄັ້ງຄລິດສະຕຽນອາດອຸກໃຈກ່ຽວກັບບັນຫາທີ່ຈະເກີດຂຶ້ນໃນອະນາຄົດ. ແຕ່ເຮົາບໍ່ຕ້ອງເປັນຫ່ວງໃນສິ່ງທີ່ຍັງບໍ່ທັນເກີດຂຶ້ນ. ຍ້ອນຫຍັງ? ຍ້ອນວ່າຫຼາຍຄັ້ງສິ່ງທີ່ເກີດຂຶ້ນບໍ່ໄດ້ຮ້າຍແຮງແບບທີ່ເຮົາຄິດໄວ້. ນອກຈາກນັ້ນ ໃຫ້ຈື່ໄວ້ວ່າພະເຢໂຫວາສາມາດຄວບຄຸມທຸກໆສະຖານະການໄດ້. ຊື່ຂອງພະອົງມີຄວາມໝາຍວ່າ: “ເຮົາຈະເປັນທຸກຢ່າງທີ່ເຮົາຕ້ອງການຈະເປັນ.” (ອົບພະຍົບ 3:14, ລ.ມ.) ດັ່ງນັ້ນ ເຮົາບໍ່ຕ້ອງອຸກໃຈກ່ຽວກັບອະນາຄົດ ເພາະຊື່ຂອງພະເຢໂຫວາສະແດງໃຫ້ເຫັນວ່າຈຸດປະສົງທຸກຢ່າງຂອງພະອົງສຳລັບມະນຸດຈະສຳເລັດເປັນຈິງ. ເຈົ້າໝັ້ນໃຈໄດ້ວ່າພະອົງຈະອວຍພອນຄົນທີ່ສັດຊື່ ແລະຊ່ວຍເຂົາເຈົ້າໃຫ້ຫຼຸດຜ່ອນຄວາມອຸກໃຈກ່ຽວກັບອະດີດ ປັດຈຸບັນ ແລະອະນາຄົດ.
ເວົ້າກັບຄົນທີ່ເຈົ້າໄວ້ວາງໃຈ
17, 18. ເມື່ອອຸກໃຈ ການເວົ້າລົມທີ່ດີຈະຊ່ວຍເຈົ້າໄດ້ແນວໃດ?
17 ວິທີທີສີ່ທີ່ຈະພົບການຊ່ວຍເຫຼືອເມື່ອອຸກໃຈ ແມ່ນການເວົ້າແບບເປີດໃຈແລະແບບສັດຊື່ກັບຄົນທີ່ເຈົ້າໄວ້ວາງໃຈໄດ້. ຜົວຫຼືເມຍ ໝູ່ສະໜິດ ຫຼືຜູ້ເຖົ້າແກ່ໃນປະຊາຄົມອາດຊ່ວຍເຈົ້າໃຫ້ເຂົ້າໃຈສະພາບການຂອງຕົວເອງໄດ້ດີຂຶ້ນ. ຄຳພີໄບເບິນບອກວ່າ: “ຄວາມອຸກໃຈກໍໃຫ້ຄົນຖ່ອມລົງ [“ໜັກໃຈ,” ລ.ມ.] ແຕ່ວ່າຖ້ອຍຄຳດີຂໍ້ໜຶ່ງໃຫ້ເພິ່ນຊົມຊື່ນຍິນດີ.” (ສຸພາສິດ 12:25) ຄຳພີໄບເບິນຍັງບອກຕື່ມອີກວ່າ: “ຖ້າບໍ່ມີຄວາມປຶກສາກັນຄວາມໝາຍໃຈ [“ແຜນການ,” ລ.ມ.] ກໍບໍ່ຊະນະ ແຕ່ວ່າທີ່ປຶກສາຫຼາຍຄົນກໍຊະນະໄດ້.”—ສຸພາສິດ 15:22
18 ການປະຊຸມປະຈຳປະຊາຄົມຊ່ວຍໃຫ້ເຮົາຫຼຸດຜ່ອນຄວາມອຸກໃຈໄດ້. ໃນການປະຊຸມແຕ່ລະອາທິດ ເຈົ້າໃຊ້ເວລາກັບພີ່ນ້ອງຮ່ວມຄວາມເຊື່ອເຊິ່ງສົນໃຈເຈົ້າແລະຕ້ອງການໃຫ້ກຳລັງໃຈເຈົ້າ. (ເຫບເລີ 10:24, 25) ການ “ເລົ້າໂລມ” ຫຼືການໃຫ້ກຳລັງໃຈກັນແລະກັນແບບນັ້ນຈະເຮັດໃຫ້ເຈົ້າເຂັ້ມແຂງແລະເຮັດໃຫ້ງ່າຍຂຶ້ນທີ່ຈະເອົາຊະນະຄວາມອຸກໃຈ.—ໂລມ 1:12
ສາຍສຳພັນຂອງເຈົ້າກັບພະເຈົ້າເປັນກຳລັງເຂັ້ມແຂງທີ່ສຸດ
19. ເປັນຫຍັງເຈົ້າໝັ້ນໃຈວ່າການມີສາຍສຳພັນກັບພະເຢໂຫວາຈະເຮັດໃຫ້ເຈົ້າເຂັ້ມແຂງຂຶ້ນ?
19 ຜູ້ເຖົ້າແກ່ຄົນໜຶ່ງໃນປະເທດການາດາໄດ້ຮຽນຮູ້ວ່າເປັນເລື່ອງສຳຄັນທີ່ຈະຝາກຄວາມອຸກໃຈໄວ້ກັບພະເຢໂຫວາ. ລາວເປັນອາຈານສອນແລະເປັນທີ່ປຶກສາຂອງນັກຮຽນເຊິ່ງເປັນວຽກທີ່ເຄັ່ງຕຶງຫຼາຍ ແລະລາວກໍຍັງມີບັນຫາສຸຂະພາບກ່ຽວກັບເລື່ອງຄວາມກັງວົນ. ສິ່ງໃດຊ່ວຍລາວໃຫ້ເຂັ້ມແຂງ? ສິ່ງສຳຄັນທີ່ສຸດ ລາວພະຍາຍາມຢ່າງຈິງຈັງເພື່ອເຮັດໃຫ້ສາຍສຳພັນຂອງລາວກັບພະເຢໂຫວາເຂັ້ມແຂງຂຶ້ນ. ໃນເວລາທີ່ຫຍຸ້ງຍາກ ໝູ່ແທ້ເປັນປະໂຫຍດຫຼາຍຕໍ່ລາວ ລາວເວົ້າແບບເປີດໃຈແລະແບບສັດຊື່ຕໍ່ເມຍກ່ຽວກັບຄວາມຮູ້ສຶກຂອງຕົວເອງ. ນອກຈາກນັ້ນ ໝູ່ທີ່ເປັນຜູ້ເຖົ້າແກ່ນຳກັນແລະຜູ້ດູແລໝວດໄດ້ຊ່ວຍລາວໃຫ້ເບິ່ງສະພາບການຂອງຕົວເອງແບບທີ່ພະເຢໂຫວາເບິ່ງ. ທ່ານໝໍກໍໄດ້ຊ່ວຍພີ່ນ້ອງຄົນນີ້ໃຫ້ເຂົ້າໃຈເລື່ອງບັນຫາສຸຂະພາບຂອງລາວ ແລະລາວສາມາດປ່ຽນແປງຕາຕະລາງຂອງຕົວເອງເພື່ອຈະມີເວລາພັກຜ່ອນແລະອອກກຳລັງກາຍ. ລາວຄ່ອຍໆຮຽນຮູ້ທີ່ຈະຄວບຄຸມສະພາບການແລະຄວາມຮູ້ສຶກຂອງຕົວເອງ. ເມື່ອມີສິ່ງທີ່ບໍ່ສາມາດຄວບຄຸມໄດ້ ລາວກໍຝາກເລື່ອງນັ້ນໄວ້ໃຫ້ພະເຢໂຫວາຊ່ວຍ.
20. (ກ) ເຮົາຈະຝາກຄວາມອຸກໃຈໄວ້ກັບພະເຢໂຫວາໂດຍວິທີໃດ? (ຂ) ໃນບົດຄວາມຕໍ່ໄປ ເຮົາຈະພິຈາລະນາເລື່ອງຫຍັງ?
20 ໃນບົດຄວາມນີ້ ເຮົາໄດ້ຮຽນຮູ້ວ່າເປັນເລື່ອງສຳຄັນທີ່ຈະຝາກຄວາມອຸກໃຈໄວ້ກັບພະເຢໂຫວາໂດຍການອະທິດຖານ ການອ່ານຄຳພີໄບເບິນແລະການຄຶດຕຶກຕອງໃນສິ່ງທີ່ອ່ານ. ເຮົາຍັງຮຽນຮູ້ວ່າເປັນເລື່ອງສຳຄັນທີ່ຈະຍອມໃຫ້ພະລັງບໍລິສຸດຂອງພະເຢໂຫວາຊ່ວຍເຮົາ ເວົ້າກັບຄົນທີ່ເຮົາໄວ້ວາງໃຈໄດ້ ແລະເຂົ້າຮ່ວມການປະຊຸມຂອງຄລິດສະຕຽນ. ໃນບົດຄວາມຕໍ່ໄປ ເຮົາຈະຮຽນຮູ້ວ່າພະເຢໂຫວາຊ່ວຍເຮົາໂດຍໃຫ້ເຮົາມີຄວາມຫວັງທີ່ຈະໄດ້ຮັບລາງວັນ.—ເຫບເລີ 11:6